ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນທີ່ມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ… ​ໃນ​ສະພາບ​ການ​ນັ້ນ, ​ເສດຖະກິດ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມຕ້ານທານ​ທີ່​ດີ​ຕໍ່​ການ​ກະທົບ​ຈາກ​ພາຍ​ນອກ, ຮັກສາ​ລະດັບ​ການ​ເຕີບ​ໂຕ​ສູງ, ຄາດ​ວ່າ​ຈະ​ບັນລຸ​ປະມານ 8%, ​ນອນໃນ​ລະດັບ​ສູງ​ສຸດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ປະຈຸ​ບັນ​ພວມ​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ, ສຸມ​ໃສ່​ປະຕິ​ຮູບ​ລະບົບ​ກົດໝາຍ, ສົ່ງເສີມ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ, ຊຸກຍູ້​ການ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ນະວັດ​ຕະກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກເຊິ່ງກວ້າງຂວາງ.

leftcenterrightdel
ບັນດາຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ຫງວຽນມິງຮັ່ງ ສະເໜີ 3 ຂໍ້ສະເໜີແນະດ້ານນະໂຍບາຍ, ລວມມີ: ເພີ່ມທະວີການຮ່ວມມື ແລະ ການປະຕິຮູບຢ່າງແຂງແຮງບັນດາລະບອບລະບຽບການທົ່ວໂລກກ່ຽວກັບການຄ້າ ແລະການເງິນຕາມທິດເປີດ, ຍຸຕິທຳ ແລະ ຮັບມືກັບບັນດາການປ່ຽນແປງ; ຍົກສູງກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ບັນດາປະເທດກໍາລັງພັດທະນາ ຜ່ານການໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເປີດກວ້າງການເຂົ້າຮ່ວມຂອງວິສາຫະກິດຂະໜາດໜ້ອຍ ແລະ ກາງໃນລະບົບມູນຄ່າທົ່ວໂລກ; ຊຸກຍູ້ການຫັນປ່ຽນຄູ່, ຖືເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນເປັນຈຸດສຸມ, ຖືການຄ້າ ແລະ ການລົງທຶນແມ່ນກຳລັງໜູນຊຸກຍູ້ການຫຼຸດຜ່ອນການປ່ອຍອາຍພິດ, ເສດຖະກິດໝູນວຽນ ແລະນະວັດຕະກຳ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ