ຕາງໜ້າການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແຈ້ງໃຫ້ປະຊາຊົນກຸ່ມ 1, ຕາແສງບາດີ່ງ ຮັບຊາບກ່ຽວກັບໝາກຜົນ ທີ່ນະຄອນຮ່າໂນ້ຍ, ຕາແສງບາດີ່ງ ແລະກຸ່ມເລກ 1 ບັນລຸໄດ້ໃນໄລຍະຜ່ານມາ, ທ່ານປະທານສະພາແຫ່ງຊາດ ສະແດງຄວາມປິຕິຊົມຊື່ນຕໍ່ບັນຍາກາດແຫ່ງຄວາມສາມັກຄີ, ເບີກບານມ່ວນຊື່ນ, ຕື່ນເຕັ້ນ, ສະໜິດສະໜົມ ແລະຈິງໃຈ; ຄະນະປະຕິບັດງານແນວໂຮມຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ. ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄວ້ຢ່າງໝັ້ນຄົງ; ຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການຍົກລະດັບ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະບັນດາຜູ້ແທນເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ຕາແສງບາດີ່ງ, ນະຄອນຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີນະຄອນຮ່າໂນ້ຍ ສຸມໃສ່ຊີ້ນຳຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຮ່າໂນ້ຍ ທີ່ຜ່ານມາ. ແນວໂຮມປະເທດຊາດທຸກຂັ້ນປ່ຽນແປງໃໝ່ຢ່າງແຂງແຮງບັນດາເນື້ອໃນ, ແບບວິທີການເຄື່ອນໄຫວຕາມການຊີ້ນໍາຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢ່າງລະອຽດ, ເລິກເຊິ່ງ ນັ້ນແມ່ນ: ພະນັກງານແນວໂຮມ, ອົງການຈັດຕັ້ງມະຫາຊົນ ຕ້ອງຮັກສາ “3 ໃກ້ຊິດ” ຄື: ໃກ້ຊິດກັບປະຊາຊົນ - ໃກ້ຊິດກັບຮາກຖານ - ໃກ້ຊິດກັບຊ່ອງດີຈີຕອນ; “5 ຕ້ອງ”: ຕ້ອງຮັບຟັງ-ຕ້ອງໂອ້ລົມສົນທະນາ-ຕ້ອງເປັນແບບຢ່າງ-ຕ້ອງຮັບຜິດຊອບ-ຕ້ອງລາຍງານໝາກຜົນ; “4 ບໍ່”: ບໍ່ເຮັດແບບຮູບການ - ບໍ່ຫຼີກລ້ຽງ - ບໍ່່ບ່າຍບ່ຽງ - ບໍ່ເຮັດຜິດໜ້າທີ່ຮັບຜິດຊອບ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍບັນດາສະຫາຍການນຳ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍທີ່ພົ້ນເດັ່ນໃນບໍລິເວນກຸ່ມ 1, ຕາແສງບາດີ່ງ, ນະຄອນຮ່າໂນ້ຍ.

ໂດຍ: ເຈິ່ນຮວ່ຽນ