ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ວິສາຫະກິດເຄິ່ງຊັກນໍາໄຟຟ້າລົງທຶນຢ່າງມີປະສິດທິຜົນ
ກປ.ອອນໄລ - ຕອນຄ່ຳວັນທີ 6 ພະຈິກ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະການນຳສະມາຄົມ ແລະບັນດາວິສາຫະກິດເຄິ່ງຊັກນໍາໄຟຟ້າ ຂຶ້ນກັບສະມາຄົມເຄິ່ງຊັກນໍາໄຟຟ້າທົ່ວໂລກ (SEMI) ທີ່ພວມມີການຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ ແລະ ເຂົ້າຮ່ວມງານວາງສະແດງສາກົນກ່ຽວກັບເຄິ່ງຊັກນໍາໄຟຟ້າ (SEMI Expo) ຫວຽດນາມ ປີ 2025.
ທີ່ການເຮັດວຽກ, ບັນດາຜູ້ແທນໄດ້ຊີ້ອອກສິ່ງທ້າທາຍທີ່ຫວຽດນາມ ຕ້ອງຜ່ານຜ່າເພື່ອບັນລຸເປົ້າໝາຍທີ່ໄດ້ວາງອອກ ຄື: ສືບຕໍ່ປັບປຸງລະບອບລະບຽບການໃຫ້ສົມບູນແບບ; ປະຕິຮູບລະບຽບການບໍລິຫານ, ປະຕິບັດກົນໄກ “ປະຕູດຽວ”; ໃຊ້ພາສາອັງກິດ; ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະກາງ ເຂົ້າຮ່ວມ; ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ ຄື: ພະລັງງານສະອາດ, ເຕັກໂນໂລຊີຂໍ້ມູນຂ່າວສານ; ພັດທະນາຂົງເຂດໃນລະບົບຕ່ອງໂສ້ເຄິ່ງຊັກນໍາໄຟຟ້າ ຄື: ຄົ້ນຄວ້າ, ທົດລອງ, ຜະລິດ, ການຫຸ້ມຫໍ່, ປັນຍາປະດິດ ...
    |
 |
|
ຄະນະການນໍາວິສາຫະກິດເຄິ່ງຊັກນໍາໄຟຟ້າສາກົນ ເຂົ້າຮ່ວມການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ສະແດງຄວາມປາດຖະໜາຢາກສືບຕໍ່ລົງທຶນເຂົ້າຫວຽດນາມ, ບັນດາຜູ້ແທນສະເໜີໃຫ້ຫວຽດນາມ ຄວນເລືອກເຟັ້ນບຸລິມະສິດ; ສ້າງຕັ້ງສະມາຄົມເຄິ່ງຊັກນໍາໄຟຟ້າຫວຽດນາມ ເພື່ອເປັນຂົວຕໍ່ລະຫວ່າງລັດຖະບານ, ວິສາຫະກິດ, ຮາກຖານຄົ້ນຄວ້າ, ຮາກຖານວິທະຍາສາດ ໃນການກໍ່ສ້າງລະບອບລະບຽບການ, ຄົ້ນຄວ້າພັດທະນາ, ພັດທະນາຊັບພະຍາກອນມະນຸດ, ຊຸກຍູ້ຕ່ອງໂສ້ສະໜອງ, ດຶງດູດການລົງທຶນ... ພັດທະນາລະບົບນິເວດເຄິ່ງຊັກນໍາໄຟຟ້າ ຢູ່ຫວຽດນາມ ແລະ ເຊື່ອມຕໍ່ທົ່ວໂລກ, ນໍາຫວຽດນາມ ໃຫ້ກາຍເປັນສູນກາງເຄິ່ງຊັກນໍາໄຟຟ້າຂອງພາກພື້ນ ແລະ ໂລກ...
ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊີ້ນຳຫຼາຍຄັ້ງແລ້ວ, ຫວຽດນາມ ກຳນົດເປົ້າໝາຍພັດທະນາຢ່າງວ່ອງໄວ ແລະຍືນຍົງ; ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດປະດິດຄິດສ້າງ..., ອີງໃສ່ພື້ນຖານວິທະຍາສາດເຕັກໂນໂລຊີ - ນະວັດຕະກໍາ - ການຫັນເປັນດີຈີຕອນ, ຕັ້ງເປົ້າໝາຍແມ່ນເປັນເຈົ້າຕົນເອງ ແລະ ແກ່ງແຍ້ງທາງດ້ານເຕັກໂນໂລຢີ, ພິເສດແມ່ນເຕັກໂນໂລຢີຍຸດທະສາດ, ເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະມາຄົມເຄິ່ງຊັກນໍາໄຟຟ້າທ່ົວໂລກ ແລະວິສາຫະກິດເຄິ່ງຊັກນໍາໄຟຟ້າໃນໂລກ ມີຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມການລົງທຶນ ແລະສືບຕໍ່ລົງທຶນເຂົ້າຫວຽດນາມ; ສືບຕໍ່ສະເໜີບັນດາກົນໄກ, ນະໂຍບາຍເພື່ອພັດທະນາຂະແໜງເຄິ່ງຊັກນໍາໄຟຟ້າຫວຽດນາມ ບົນຈິດໃຈທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ໜູນຊ່ວຍ ແລະຮ່ວມມືກັບຫວຽດນາມ ເພື່ອພັດທະນາລະບົບນິເວດເຄິ່ງຊັກນໍາໄຟຟ້າ; ກໍ່ສ້າງສູນຄົ້ນຄວ້າ ແລະ ພັດທະນາ ຢູ່ຫວຽດນາມ; ໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງເຄິ່ງຊັກນໍາໄຟຟ້າຮອບດ້ານຈາກການຄົ້ນຄວ້າ, ອອກແບບ, ປະດິດສ້າງ, ຜະລິດ, ບໍ່ພຽງແຕ່ຢຸດໃນການກວດກາທົດລອງ ແລະຫຸ້ມຫໍ່; ໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າເຄິ່ງຊັກນໍາໄຟຟ້າທົ່ວໂລກ.
ໂດຍ: ທູຈາງ