ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ເຈືອງຢາບິ່ງ, ປະທານສະພາກໍ່ຕັ້ງ VINASA, ປະທານຄະນະກຳມະການພັດທະນາອຸດສາຫະກຳເຄິ່ງຊັກນໍາໄຟຟ້າ, ປະທານສະພາບໍລິຫານກຸ່ມບໍລິສັດ FPT ເນັ້ນໜັກວ່າ: “ຂະແໜງເຄິ່ງຊັກນໍາໄຟຟ້າພວມເປີດໜ້າໃໝ່ໃຫ້ແກ່ຫວຽດນາມ ດ້ວຍກາລະໂອກາດຄໍາ ເພື່ອບຸກທະລຸ, ສວມບົດບາດສຳຄັນເຂົ້າໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ, ປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.
ເວົ້າເຖິງກາລະໂອກາດຂອງຫວຽດນາມ, ທ່ານ ເຈືອງຢາບິ່ງ ໃຫ້ຮູ້ວ່າ: ໃນຂໍ້ຕົກລົງສະບັບເລກທີ 1131/QD-TTg ຂອງນາຍົກລັດຖະມົນຕີ ໄດ້ກຳນົດວ່າ: AI ແລະເຄິ່ງຊັກນນໍາໄຟຟ້າ ແມ່ນ 2 ເຕັກໂນໂລຢີສຳຄັນ ແລະຫວຽດນາມ ມີທ່າໄດ້ປຽບເພື່ອພັດທະນາຂະແໜງອຸດສາຫະກຳດັ່ງກ່າວ, ພິເສດແມ່ນ ຫວຽດນາມ ມີແຫຼ່ງຊັບພະຍາກອນມະນຸດທີ່ເຂັ້ມແຂງ ແລະມີຄວາມມຸ່ງຫວັງບືນຕົນຂຶ້ນ.
    |
 |
ຜູ້ແທນ, ນັກປາຖະກະຖາ ເຂົ້າຮ່ວມກອງປະຊຸມສໍານມະນາ. ພາບ: qdnd.vn |
ທີ່ເຫດການ, ທ່ານນາງ ຫງວຽນບິກອ໊ຽນ ເຊິ່ງແມ່ນໜຶ່ງໃນບັນດານັກຊ່ຽວຊານແຖວໜ້າໃນຂົງເຂດເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເຕັກໂນໂລຢີຫຸ້ມຫໍ່ທີ່ກ້າວໜ້າ - ເຊິ່ງແມ່ນຂົງເຂດຫຼັກແຫຼ່ງໃນລະບົບຕ່ອງໂສ້ມູນຄ່າເຄິ່ງຊັກນໍາໄຟຟ້າໃນທົ່ວໂລກ ແລະເໝາະສົມກັບເງື່ອນໄຂພັດທະນາຂອງ ຫວຽດນາມ. ທ່ານນາງ ໃຫ້ຮູ້ຕື່ມວ່າ ປະຈຸບັນ, ມີກ່ວາ 20 ສະມາຊິກຂອງຄະນະກຳມະການພັດທະນາອຸດສາຫະກຳເຄິ່ງຊັກນໍາໄຟຟ້າພວມພ້ອມກັນຊຸກຍູ້ເຕັກໂນໂລຢີນີ້, ມຸ່ງໄປເຖິງການສ້າງຕັ້ງອົງການຄົ້ນຄ້ວາລົງເລິກຢູ່ນະຄອນ ດ່ານັ໊ງ.
ສ່ວນທ່ານ ເລນາມຈູງ, ຮອງຫົວໜ້າກົມອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ພິເສດແຕ່ໄຕມາດທີ III ປີ 2024, ລັດຖະບານ ໄດ້ຊີ້ນຳຢ່າງຂ້ຽວຂາດ, ປະກາດໃຊ້ຫຼາຍແຜນນະໂຍບາຍ, ຍຸດທະສາດສຳຄັນ, ຄື: ຍຸດທະສາດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນໍາໄຟຟ້າແຫ່ງຊາດ ດ້ວຍລະດັບການເຕີບໂຕທີ່ເປັນໜ້າປະທັບໃຈ, ສ້າງກອບນິຕິກໍາຈະແຈ້ງ ແລະລະອຽດໃຫ້ແກ່ຂະແໜງການ. ທ່ານ ເລນາມຈູງ ຍັງຊີ້ອອກສິ່ງທ້າທາຍທີ່ຍັງຄົງຄ້າງ, ຄື: ການຫັນນະໂຍບາຍເປັນລະອຽດ, ກຳນົດອົງການເປັນຫົວເງື່ອນ, ລະດົມວິສາຫະກິດເຂົ້າຮ່ວມ... ຍັງຕ້ອງໄດ້ຮັບການປັບປຸງໃຫ້ສົມບູນແບບ.
ຄຽງຂ້າງນັ້ນ, ບັນດານັກປາຖະກະຖາ ໄດ້ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບສະພາບຕົວຈິງ, ສິ່ງທ້າທາຍ ແລະມາດຕະການເພື່ອພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນໍາໄຟຟ້າ, ຈາກນັ້ນສະເໜີນະໂຍບາຍໜູນຊ່ວຍ, ດຶງດູດການລົງທຶນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະຊຸກຍູ້ການຮ່ວມມືສາກົນ.
ໂດຍ: ທູຈາງ