ຕາມບົດຂຽນທີ່ລົງພິມໃນວັນທີ 14 ສິງຫາ ຢູ່ໜັງສືິພິມ Nikkei Asia, ກຸ່ມບໍລິສັດ Alchip Technologies - ບໍລິສັດສະໜອງບໍລິການອອກແບບ chip AI ແຖວໜ້າຂອງໄຕຫວັນ (ຈີນ) ພວມຍູ້ແຮງການຊອກຫາຜູ້ທີ່ມີຄວາມສາມາດຂອງຫວຽດນາມ ເພື່ອເຂົ້າຮ່ວມກຸ່ມຄົ້ນຄວ້າ ແລະພັດທະນາ (R&D) ແລະປະຈຸບັນມີແຜນການສ້າງຕັ້ງຫ້ອງການແຫ່ງທຳອິດຂອງກຸ່ມບໍລິສັດຢູ່ຫວຽດນາມ ໃນປີນີ້. ຕາມທ່ານ Daniel Wang ຜູ້ອຳນວຍການດ້ານການເງິນ, Alchip Technologies ອາດຈະເພີ່ມຈໍານວນນັກວິສະວະກອນຢູ່ຫ້ອງການນີ້ໃຫ້ຂຶ້ນເຖິງ 100 ຄົນໃນຮອບເວລາ 2-3 ປີ.

leftcenterrightdel
ຫວຽດນາມ ແມ່ນ “ແທ່ງແມ່ເຫຼັກ” ດຶງດູດຄວາມສົນໃຈຂອງບັນດາ “ວິສາຫະກິດຂະໜາດໃຫຍ່” ໃນຂະແໜງເຕັກໂນໂລຢີອຸດສາຫະກຳ chip. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານ Johnny Shen ປະທານທັງເປັນຜູ້ອໍານວຍການບໍລິຫານ ຍອມຮັບວ່າ ການດຶງດູດນັກວິສະວະກອນທີ່ມີຄວາມສາມາດຢູ່ຕະຫຼາດເຕັກໂນໂລຢີທີ່ມີອິດທິພົນຊື່ສຽງ, ຄື: ຍີ່ປຸ່ນ ບໍ່ແມ່ນເລື່ອງງ່າຍດາຍຕໍ່ກັບ Alchip Technologies. ທ່ານ Johnny Shen ເວົ້າວ່າ “ໃນຂະນະນັ້ນ, ແຫຼ່ງນັກວິສະວະກອນທີ່ມີຄວາມສາມາດຂອງຫວຽດນາມ ດ້ວຍມາດຖານຈັນຍາບັນອາຊີບໄດ້ເປັນການເລືອກເຟັ້ນທີ່ຈັບໃຈທີ່ສຸດຕໍ່ກັບພວກຂ້າພະເຈົ້າ”, ພ້ອມທັງສະແດງຄວາມປະທັບໃຈຕໍ່ກັບການເຮັດວຽກຢ່າງສຸດຈິດສຸດໃຈ ແລະຄຳໝັ້ນສັນຍາຂອງນັກວິສະວະກອນຫວຽດນາມ.

ຕາມບົດຂຽນ, ການຊອກຫາຄືດັ່ງກ່າວຍັງມີບໍລິສັດ GUC ແລະ Faraday Technology - ບໍລິສັດສະໜອງບໍລິການອອກແບບ chip ໃຫ້ກຸ່ມບໍລິສັດຜະລິດ chip TSMC ແລະກຸ່ມບໍລິສັດ United Microelectronics (UMC) ຂອງ ໄຕຫວັນ (ຈີນ). ຄ້າຍຄືແນວນັ້ນ, ບັນດາບໍລິສັດ ສ.ເກົາຫຼີ ກໍ່ມີຄວາມສົນໃຈເຖິງແຫຼ່ງນັກວິສະວະກອນເຕັກໂນໂລຢີຂອງຫວຽດນາມ, ສ່ວນໃດສ່ວນໜຶ່ງໄດ້ມາທົດແທນໃຫ້ສະພາບການຜູ້ທີ່ມີຄວາມເກັ່ງກ້າສາມາດຢູ່ພາຍໃນປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມຂອງ ສ.ເກົາຫຼີ ໄດ້ເຮັດວຽກໃຫ້ບັນດາບໍລິສັດເຕັກໂນໂລຢີຂອງອາເມລິກາ ພາຍຫຼັງຮຽນຈົບມະຫາວິທະຍາໄລຢູ່ປະເທດນີ້. ທີ່ການປຶກສາຫາລືລະຫວ່າງການນຳບໍລິສັດເຕັກໂນໂລຢີ ແລະລັດຖະມົນຕີກະຊວງວິສາຫະກິດຂະໜາດກາງ ແລະຂະໜາດນ້ອຍ ແລະບໍລິສັດເລີິ່ມທຸລະກິດຂອງ ສ. ເກົາຫຼີ ຫວ່າງມໍ່ໆມານີ້, ທ່ານນາງ Oh Youngju, ບັນດາ CEO ໄດ້ເຕື້ອງເຖິງບັນຫາຊ່ວຍເຫຼືອໃຫ້ R&D, ຮຽກຮ້ອງໃຫ້ມີລະບົບການສຶກສາ ເພື່ອບໍາລຸງສ້າງພາລະກອນຄົນຕ່າງປະເທດ ແລະຜ່ອນຜັນຂໍ້ກຳນົດກ່ຽວກັບວິຊາ ເພື່ອດຶງດູດຊັບພະຍາກອນມະນຸດຕ່າງປະເທດທີ່ມີຄວາມສາມາດ. ປະເທດທີ່ໄດ້ເຕື້ອງເຖິງຫຼາຍທີ່ສຸດທີ່ການປຶກສາຫາລືແມ່ນຫວຽດນາມ.

ບໍລິສັດ ເຊມິຄອນດັກເຕີ BOS Semiconductors ຂອງ ສ.ເກົາຫຼີ ໄດ້ລົງທຶນຢູ່ນະຄອນໂຮ່ຈີມິນ ແຕ່ປີ 2022 ແລະເບື້ອງຕົ້ນແມ່ນສ້າງຕັ້ງກຸ່ມໜູນຊ່ວຍ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງເຮັດວຽກກັບສອງກຸ່ມພາລະກອນຂອງຫວຽດນາມ ແລະສ.ເກົາຫຼີ, ການນຳບໍລິສັດໄດ້ຕັດສິນໃຈຂະຫຍາຍກຸ່ມດັ່ງກ່າວໃຫ້ເປັນກຳລັງບຸກຄະລາກອນທີ່ມີຈຳນວນຫຼາຍກວ່າ, ຍ້ອນຄຸນນະພາບຂອງຖັນແຖວນັກວິສະວະກອນຫວຽດນາມ ເຂົາເຈົ້າຈຶ່ງຄັດເລືອກແຕ່ເບື້ອງຕົ້ນ.

ຕາມການຕີລາຄາຈາກທ່ານ Lim Hyung Jun ຜູ້ອຳນວຍການແຫ່ງຊາດຂອງ BOS Semiconductors, ຄະນະການນໍາຂອງບໍລິສັດທີ່ຮັບຮູ້ເຖິງຄວາມສາມາດບົ່ມຊ້ອນຂອງນະຄອນໂຮ່ຈິມິນ ວ່າ ສາມາດກາຍເປັນສູນ R&D ທີ່ມີຄວາມສໍາຄັນ ແລະນັ້ນແມ່ນສິ່ງທີ່ເຂົາເຈົ້າຄິດບໍ່ເຖິງ.

ບໍລິສັດ BOS ສະໜອງບໍລິການອອກແບບ chip ເຊມິຄອນດັກເຕີ AI,  ທາງບໍລິສັດໄດ້ສະໜອງຜະລິດຕະພັນໃຫ້ແກ່ບັນດາກຸ່ມບໍລິສັດທີ່ມີອິດທິພົນຊື່ສຽງ, ຄື: Hyundai ໃນຂົງເຂດຜະລິດລົດຂັບເຄື່ອນດ້ວຍຕົນເອງ. ຕາມທ່ານ Lim, ການບັນລຸໄດ້ເປົ້າໝາຍສ້າງຕັ້ງລະບົບຢູ່ໃນ chip  (SoC) ຢູ່ຫວຽດນາມ ໄດ້ນັ້ນ ຈະເປັນການພິສູດໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງຕະຫຼາດຊັບພະຍາກອນມະນຸດຂອງປະເທດອາຊີຕາເວັນອອກສ່ຽງໃຕ້ນີ້. ທ່ານເນັ້ນໜັກວ່າ ໃນກໍລະນີປະສົບຜົນສຳເລັດ “ສິ່ງນີ້ອາດຈະກຳນົດທ່າອ່ຽງຕະຫຼາດຊັບພະຍາກອນມະນຸດ ເຊມິຄອນດັກເຕີ ປະຈຸບັນ”.

ຕາມ Nikkei Asia, ການສະໜອງແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີຢ່າງອຸດົມສົມບູນໃນສະພາບການທີ່ຂະແໜງ ເຊມິຄອນດັກເຕີ ໂລກຂາດແຮງງານອາດຈະຊ່ວຍໃຫ້ ຫວຽດນາມ ປັບປຸງຖານະບົດບາດໃນຕ່ອງໂສ້ມູນຄ່າເຕັກໂນໂລຢີທົ່ວໂລກ.

ບໍລິສັດເຕັກໂນໂລຢີ Marvell ຂອງ ອາເມລິກາ ໄດ້ພັນລະນາຫວຽດນາມ ວ່າມີ  “ທີ່ຕັ້ງຍຸດທະສາດເພື່ອພັດທະນາຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານເຕັກນິກ”. ປະຈຸບັນ, Marvell ວາງເປົ້າໝາຍເພີ່ມຈໍານວນນັກວິສະວະກອນເຕັກໂນໂລຢີຢູ່ຫວຽດນາມ ຂຶ້ນເຖິງປະມານ 500 ຄົນໃນປີ 2026, ບໍ່ພຽງແຕ່ບັນຈຸເຂົ້າຫ້ອງການແຫ່ງຕ່າງໆທີ່ຢູ່ນະຄອນໂຮ່ຈິມິມ ເທົ່ານັ້ນຫາກຍັງບັນຈຸເຂົ້າຫ້ອງການໃໝ່ຢູ່ດ່ານັ້ງອີກດ້ວຍ.

Synopsys - ບໍລິສັດສະໜອງເຄື່ອງມືອອກແບບ chip ແຖວໜ້າໃນໂລກ - ກໍ່ແມ່ນໜຶ່ງໃນບັນດານັກລົງທຶນທີ່ຕັ້ງໜ້າຢູ່ຫວຽດນາມ. ປະຈຸບັນ Synopsys ມີພາລະກອນທັງໝົດ ຈຳນວນ 500 ຄົນ ບັນຈຸຢູ່ຫຼາຍສູນອອກແບບທີ່ຕັ້ງຢູ່ບາງນະຄອນຂອງຫວຽດນາມ. ທ່ານ Robert Li - ຮອງປະທານ Synopsys ຮັບຜິດຊອບການດໍາເນີນທຸລະກິດຢູ່ຕະຫຼາດໄຕຫວັນ ແລະອາຊີໃຕ້ ຕີລາຄາວ່າ ຫວຽດນາມ ພວມຢູ່ໃນໄລຍະທີ່ຈະກາຍເປັນສູນເຕົ້າໂຮມຜູ້ມີຄວາມຮູ້ຄວາມສາມາດໃນຂະແໜງເຊມິຄອນດັກເຕີ, ຍ້ອນນັກສຶກສາ ແລະກຳລັງຜູ້ອອກແຮງງານມີຄວາມສົນໃຈຫຼາຍຕໍ່ກັບຂະແໜງນີ້ພ້ອມດ້ວຍການອຸປະຖຳ ແລະໂຄງການໜູນຊ່ວຍຂອງລັດຖະບານ.

ໂດຍ: ສົມເພັດ