ສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ແມ່ນສັນຍາທີ່ມີລັກສະນະບາດລ້ຽວ ໄດ້ກາຍເປັນປັດໄຈສຳຄັນໃຫ້ແກ່ການຄ້າ ແລະ ການລົງທຶນລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ. ຕາມຕົວເລກຂອງກົມໃຫຍ່ສະຖິຕິ ແລ້ວ, ໃນ 7 ເດືອນ ຕົ້ນປີ 2024, ຄາດວ່າ ການສົ່ງອອກເກີນດຸນຂອງຫວຽດນາມ ໄປຍັງຍີຢູ ບັນລຸ 20,1 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 19,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

“ທາດກະຕຸ້ນ” ທີ່ສໍາຄັນ

ວົງເງິນນຳເຂົ້າສິນຄ້າຈາກ ອີຢູ ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນ. ອີຢູ ນອນໃນທອັບ 6 ຕະຫຼາດສົ່ງອອກໃຫຍ່ທີ່ສຸດ ແລະ ນອນໃນທອັບ 6 ຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ ໃນ 7 ເດືອນຕົ້ນປີ 2024.

ໂດຍເປັນປະເທດອາຊີຕາເວັນອອກສ່ຽງໃຕ້ໜຶ່ງດຽວ ທີ່ມີສັນຍາຮອບດ້ານກັບ EU, ຫວຽດນາມ ມີທ່າໄດ້ປຽບພໍສົມຄວນໃນການແກ່ງແຍ້ງກັບບັນດາປະເທດບ້ານໃກ້ເຮືອນຄຽງ ທີ່ກຳລັງຢູ່ໃນຂັ້ນຕອນເຈລະຈາ. ຕາມນັ້ນແລ້ວ, ເປົ້າໝາຍຂອງສັນຍາ EVFTA ແມ່ນລົບລ້າງພາສີເກືອບທຸກປະເພດ, ຫຼຸດຜ່ອນຮົ້ວກີດຂວາງດ້ານນິຕິກໍາ ແລະ ຫຼຸດຜ່ອນລະບຽບການບໍລິຫານ ໄດ້ຫັນປ່ຽນໄປສູ່ການເພີ່ມທະວີການຄ້າ ແລະ ການລົງທຶນສອງຝ່າຍ.

ການສຳຫຼວດເມື່ອບໍ່ດົນມານີ້ຂອງສະມາຄົມວິສາຫະກິດເອີລົບ ປະຈຳຫວຽດນາມ (EuroCham) ໄດ້ສະແດງໃຫ້ເຫັນພາບລວມກ່ຽວກັບຜົນກະທົບຂອງສັນຍາ, ນັ້ນແມ່ນ EVFTA ໄດ້ເປີດ “ປະຕູ” ໃຫ້ບັນດາວິສາຫະກິດເອີລົບ. ຕາມນັ້ນແລ້ວ, ຕົວເລກການສໍາຫຼວດໄດ້ສະແດງໃຫ້ເຫັນວ່າ ມີຜູ້ເຂົ້າຮ່ວມເກືອບ 2/3  ຖືວ່າເຂົາເຈົ້າໄດ້ຮັບຜົນປະໂຫຍດໃນລະດັບທີ່ຕ່າງກັນ. ເປັນໜ້າໃສ່ໃຈວ່າ, ປະຈຸບັນ ມີບໍລິສັດ 27% ພວມໄດ້ຮັບຜົນປະໂຫຍດ ຈາກລະດັບປານກາງ ເຖິງລະດັບຫຼາຍທີ່ສຸດ. ໃນຂະນະນັ້ນ, ປະມານ 1/4   ຍັງບໍ່ທັນໄດ້ຮັບຜົນປະໂຫຍດເທື່ອ.

leftcenterrightdel
ສັນຍາ EVFTA ໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມໄປຍັງເອີລົບຫຼາຍພໍສົມຄວນ. ພາບ: diendandoanhnghiep.vn

ບົດລາຍງານໃຫ້ຮູ້ວ່າ, ບັນດາສະມາຊິກຂອງ EuroCham ຍັງເວົ້າເຖິງການຫຼຸດຜ່ອນອັດຕາພາສີຢູ່ສະເໝີ, ເພີ່ມຄວາມສາມາດແກ່ງແຍ້ງຢູ່ຕະຫຼາດ ແລະເປີດກວ້າງຄວາມສາມາດເຂົ້າເຖິງຕະຫຼາດນັ້ນເປັນຜົນປະໂຫຍດຫຼັກ. ທ່າໄດ້ປຽບອື່ນອີກ ທີ່ສາມາດເວົ້າເຖິງນັ້ນແມ່ນລະບົບຕ່ອງໂສ້ການສະໜອງທີ່ເໝະາສົມ, ປັບປຸງຄວາມໂປ່ງໃສໃນການດໍາເນີນທຸລະກິດ ແລະ ກອບນິຕິກໍາທີ່ຮັດກຸ່ມກວ່າ.

ສັນຍາ EVFTA ໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງເອີລົບຫຼາຍພໍສົມຄວນ, ຕາມນັ້ນແລ້ວ, ການສົ່ງອອກຂອງຫວຽດນາມ ໄປຍັງພາກພື້ນ ເອີລົບ ໄດ້ເພີ່ມຂຶ້ນຈາກ 35 ຕື້ເອີໂຣ ໃນປີ 2019 ເປັນ 48 ຕື້ເອີໂຣໃນປີ 2023.

ໄລ່ສະສົມມາແຕ່ປີ 2020 (ເມື່ອສັນຍາ EVFTA ມີຜົນສັກສິດ) ຮອດປີ 2023, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງອີຢູ ບັນລຸປະມານ 172 ຕື້ເອີໂຣ. ການເຕີບໂຕໄດ້ສະແດງໃຫ້ເຫັນໃນຂົງເຂດຕ່າງໆ ຄື: ເອເລັກໂຕຣນິກ, ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບ, ກະສິກໍາ ແລະສິນທະເລ.

ບົດລາຍງານໃຫ້ຂໍ້ສັງເກດວ່າ ສັນຍາ EVFTA ໄດ້ປັບປຸງຄວາມດຶງດູດຂອງຫວຽດນາມ ຕໍ່ກັບບັນດານັກລົງທຶນເອີລົບ. ຕາມນັ້ນແລ້ວ, ສະຫະພາບ ເອີລົບ ໄດ້ລົງທຶນ 28 ຕື້ເອີໂຣ ເຂົ້າໃນ 2.450 ໂຄງການ, ເນັ້ນໜັກເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ອີຢູ ຕໍ່ຄວາມສາມາດບົ່ມຊ້ອນຂອງຫວຽດນາມ. ເປັນໜ້າໃສ່ໃຈວ່າ, ບັນດານັກລົງທຶນອີຢູ ໄດ້ເພີ່ມເງິນລົງທຶນໂດຍກົງຈາກຕ່າງປະເທດ 800 ລ້ານເອີໂຣ ໃນໄລຍະແຕ່ເດືອນມັງກອນ ຫາເດືອນກັນຍາ 2023.

ຕາມການຕີລາຄາຂອງນັກຊ່ຽວຊານດ້ານເສດຖະກິດແລ້ວ, ຜູ້ບໍລິໂພກຫວຽດນາມ ພວມນັບມື້ນັບມີກາລະໂອກາດຫຼາຍເພື່ອເຂົ້າເຖິງບັນດາຜະລິດຕະພັນສິນຄ້າທີ່ຫຼາຍຮູບຫຼາຍແບບ ແລະ ມີຄຸນນະພາບສູງຈາກ ເອີລົບ ດ້ວຍລາຄາເໝາະສົມກວ່າ, ເມື່ອອັດຕາພາສີນຳເຂົ້າແກ່ຜະລິດຕະພັນຈາກເອີລົບ ເຂົ້າຫວຽດນາມ ພວມຫຼຸດລົງຕາມໄລຍະ ຈົນຮອດ 0% ຕາມຄຳໝັ້ນສັນຍາຂອງສັນຍາ EVFTA.

ພິເສດ, ປະຊາຊົນໄດ້ຮັບຊື້ຜະລິດຕະພັນກະເສດຈາກເອີລົບເຊັ່ນ: ຜັກ, ໝາກໄມ້, ນົມ ແລະ ທັນຍາຫານ ດ້ວຍລາຄາທີ່ເໝາະສົມ. ຄຽງຄູ່ກັນນັ້ນ, ສິນຄ້ານຳເຂົ້າຫຼາຍປະເພດ ຄື: ເຄື່ອງຈັກ ແລະອຸປະກອນຈາກເອີລົບ ກໍ່ເລີ່ມຫຼຸດອັດຕາພາສີລົງຕາມໄລຍະ ໄດ້ຊ່ວຍໃຫ້ວິສາຫະກິດພາຍໃນປະເທດ ຍົກສູງວິວັດການຜະລິດ ແລະສ້າງຜະລິດຕະພັນທີ່ມີມູນຄ່າເພີ່ມສູງອອກ.

ຄຽງຂ້າງນັ້ນ, ບັນດາຂະແໜງສິນຄ້າທີ່ມີທ່າໄດ້ປຽບສົ່ງອອກໄປຍັງ ອີຢູ ເຊັ່ນ: ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ ແລະ ຂົງເຂດຂົນສົ່ງ ໄດ້ສ້າງວຽກເຮັດງານທຳໃໝ່ຫຼາຍຢ່າງໃຫ້ແກ່ຜູ້ອອກແຮງງານຫວຽດນາມ. ຜູ້ອອກແຮງງານກໍມີໂອກາດຍົກລະດັບວິຊາສະເພາະໃຫ້ສູງຂຶ້ນເພື່ອຕອບສະໜອງຄວາມຕ້ອງການໃໝ່ຈາກສັນຍາ EVFTA.

ຕາມກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ພາຍຫຼັງ 4 ປີແຫ່ງການປະຕິບັດ, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູໄດ້ເພີ່ມຂຶ້ນເກືອບ 50%, ຕົວເລກດັ່ງກ່າວໄດ້ພາ ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າແຖວໜ້າຂອງ ອີຢູ ໃນຈໍານວນບັນດາປະເທດອາຊຽນ.

ວິສາຫະກິດມີຄວາມໄວ້ເນື້ອເຊື່ອໃຈ

ໂດຍອ້າງອີງຂໍ້ມູນຈາກກົມໃຫຍ່ພາສີ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: ປີ 2023, ວົງເງິນການຄ້າແລກປ່ຽນລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ ອີຢູ ບັນລຸ 72,3 ຕື້ USD, ມູນຄ່າສ່ວນເກີນດ້ານການຄ້າບັນລຸ 34,3 ຕື້ USD. ໄລ່ລວມໃນ 6 ເດືອນຕົ້ນປີ 2024, ວົງເງິນສົ່ງອອກ ໄປຍັງອີຢູ  ບັນລຸກວ່າ 24,69 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ສັນຍາ EVFTA ໄດ້ປະກອບສ່ວນນຳ ອີຢູ ຂຶ້ນໄປຢູ່ອັນດັບທີ 6 ໃນຈໍານວນນັກລົງທຶນ FDI ຫຼາຍທີ່ສຸດເຂົ້າຫວຽດນາມ ດ້ວຍ 2.450 ໂຄງການ, ຍອດເງິນລົງທຶນທັງໝົດກວ່າ 28 ຕື້ເອີໂຣ ເຖິງວ່າສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ຍັງຢູ່ໃນວິວັດການໃຫ້ສັດຕະຍາບັນ, ຍັງບໍ່ທັນໄດ້ປະຕິບັດ.

ທ່ານ ດັ້ງຟຸກງວຽນ, ເລຂາທິການສະຫະສະມາຄົມຜັກ ແລະໝາກໄມ້ຫວຽດນາມ ແບ່ງປັນວ່າ ວິສາຫະກິດທີ່ສົ່ງອອກຜັກ ແລະໝາກໄມ້ພາຍໃນປະເທດ ໄດ້ສວຍໃຊ້ໂອກາດຈາກສັນຍາ EVFTA ໄດ້ເປັນຢ່າງດີ ເພື່ອຍູ້ແຮງການສົ່ງອອກໄປຍັງຕະຫຼາດຫຼັກ. ປະຈຸບັນ, ອີຢູ ແມ່ນຕະຫຼາດສົ່ງອອກຜັກ, ໝາກໄມ້ໃຫຍ່ອັນດັບ 3 ຂອງຫວຽດນາມ.

ທ່ານ Jens Rübbert, ປະທານສະພາດໍາເນີນທຸລະກິດເອີລົບ-ອາຊຽນ (ອີຢູ - ABC) ໃຫ້ຮູ້ວ່າ, ອີຢູ - ABC ຍາມໃດກໍ່ພະຍາຍາມຮັກສາສາຍພົວພັນຮ່ວມມືແບບຍືນຍົງກັບອາຊຽນ ແລະ ບັນດາປະເທດສະມາຊິກ. ພິເສດ, ທ່ານ Jens Rübbert ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນການຊຸກຍູ້ເປົ້າໝາຍເສດຖະກິດລວມຂອງອາຊຽນ. ບັນດາວິສາຫະກິດເອີລົບ ທີ່ດຳເນີນທຸລະກິດຢູ່ຫວຽດນາມ ຍັງຕັ້ງຄວາມໄວ້ເນື້ອໃຈຕໍ່ກັບຕະຫຼາດນີ້.

ຕາມດັດຊະນີຄວາມໄວ້ເນື້ອເຊື່ອໃຈໃນການດໍາເນີນທຸລະກິດ ໂດຍ EuroCham ຫວຽດນາມ ປະກາດໃນຕົ້ນປີ 2024, ເກືອບ 3/4 ຂອງວິສາຫະກິດ ອີຢູ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການເຄື່ອນໄຫວດຳເນີນທຸລະກິດໃນໄລຍະຍາວຢູ່ຫວຽດນາມ. ດັດຊະນີດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັ້ງໜ້າ ແລະຄວາມປະເອີບໃຈກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ, ກໍຄືຢັ້ງຢືນຄວາມມານະພະຍາຍາມຮ່ວມມືລະຫວ່າງສອງຝ່າຍ.

ໂດຍ: ທູຈາງ