ຫວຽດນາມ ໃຫ້ຄຳໝັ້ນສັນຍາເພື່ອໂລກບໍ່ມີການທົດລອງອາວຸດນິວເຄຼຍ
ແຕ່ວັນທີ 10-12 ພະຈິກ, ຢູ່ນະຄອນຫຼວງວຽນ, ປະເທດໂອຕາລິດ, ໄດ້ດຳເນີນກອງປະຊຸມຄັ້ງທີ 65 ຂອງຄະນະກຳມະການກະກຽມອົງການສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBTO).
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT) ຢ່າງແຮງ; ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການສະໜັບສະໜູນບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອເປົ້າໝາຍສັນຕິພາບໄປຄຽງຄູ່ກັບການຮັບປະກັນຄວາມປອດໄພ ແລະການປະຕິບັດບັນດາມາດຕະຖານຂອງອົງການປະລະມານູສາກົນ (IAEA).
    |
 |
|
ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ, ຫົວໜ້າຄະນະຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນຢູ່ວາລະປະຊຸມ. ພາບ: vov.vn |
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ເລື່ອງຫວຽດນາມ ຈະຮັບດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຄັ້ງທີ 11 (NPT RevCon 2026 ຢູ່ ນິວຢອກ) ແລະຄຳໝັ້ນສັນຍາຈະຊຸກຍູ້ຄວາມດຸ່ນດ່ຽງ, ສ້າງຄວາມເຫັນດີເຫັນພ້ອມ, ຕິດພັນວິວັດທະນາການ NPT ກັບບັນດາກົນໄກເສີມສ້າງ ຄື CTBT. ຫວຽດນາມ ຈະດຳເນີນການປຶກສາຫາລືກັບບັນດາກຸ່ມພາກພື້ນຢູ່ ວຽນ ແຕ່ວັນທີ 24-25 ພະຈິກ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວູເລຖາຍຮວ່າງ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບ CTBTO ແລະບັນດາປະເທດສະມາຊິກຊຸກຍູ້ລັດທິຫຼາຍຝ່າຍຢ່າງແໜ້ນແຟ້ນ, ຮັບປະກັນຄວາມດຸ່ນດ່ຽງກ່ຽວກັບພູມີປະເທດ ແລະເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ແລະຊາວໜຸ່ມໃນບັນດາກິດຈະກຳຂອງ CTBTO, ພ້ອມກັນປະກອບສ່ວນເຂົ້າໃນເປົ້າໝາຍລວມກ່ຽວກັບໂລກບໍ່ມີການທົດລອງອາວຸດນິວເຄຼຍ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ