ວັນທີ 10 ພະຈິກ, ໃນຂອບເຂດວາລະປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ, ທ່ານ ເລກວາງແມ້ງ ເລຂາທິການສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ປະກາດຖານຂໍ້ມູນເອເລັກໂຕນິກກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ນີ້ແມ່ນຊ່ອງຂໍ້ມູນທາງການຂອງສະພາເລືອກຕັ້ງສະພາແຫ່ງຊາດ ດ້ວຍທີ່ຢູ່ http://hoidongbaucu.quochoi.vn/ ແລະ ໄດ້ເຊື່ອມຕໍ່ຜ່ານໂລໂກຖານຂໍ້ມູນເອເລັກໂຕນິກຂອງສະພາແຫ່ງຊາດ http://quochoi.vn/.

leftcenterrightdel
ພາບຖ່າຍໜ້າຈໍຂອງຖານຂໍ້ມູນເອເລັກໂຕນິກ

ຖານຂໍ້ມູນດັ່ງກ່າວຈະສະໜອງຂໍ້ມູນ, ອັບເດັດ, ເຜີຍແຜ່, ຊອກຄົ້ນບັນດາເອກະສານຊີ້ນຳ, ເອກະສານແນະນຳກ່ຽວກັບວຽກງານເລືອກຕັ້ງຂອງພັກ, ສະພາເລືອກຕັ້ງແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການເລືອກຕັ້ງຢູ່ບັນດາແຂວງ, ນະຄອນ. ຜູ້ມີສິດເລືອກຕັ້ງຢູ່ທຸກເຂດພາກໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສາມາດກຳໄດ້ວຽກງານເລືອກຕັ້ງທັງໝົດ; ຖາມຕອບກ່ຽວກັບການເລືອກຕັ້ງ; ບັນຊີຜູ້ອອກສະໝັກເລືອກຕັ້ງ, ໝາກຜົນຂອງການເລືອກຕັ້ງ, ຂໍ້ມູນກ່ຽວກັບການເຄື່ອນໄຫວເລືອກຕັ້ງຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ.

ແຫຼ່ງຄັດຈາກ: vovworld.vn