ທີ່ການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການທີ່ພົ້ນເດັ່ນໃນໄລຍະຜ່ານມາ, ພ້ອມທັງຕີລາຄາສູງຜົນການສົມທົບກັນທີ່ແໜ້ນແຟ້ນ ແລະການຜັນຂະຫຍາຍແຜນການຮ່ວມມືປະຈຳປີລະຫວ່າງສອງກົມກອງຢ່າງມີປະສິດທິຜົນ.

ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍເນື້ອໃນຂອງແຜນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ພິເສດແມ່ນການປະຕິບັດບັນດາຂໍ້ຕົກລົງ ແລະອະນຸສັນຍາກ່ຽວກັບ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ໄລຍະ 2025-2029; ຈຸດສຸມແມ່ນຊຸກຍູ້ວຽກງານໂຄສະນາ, ການສື່ສານຕ່າງປະເທດ, ການພົບປະແລກປ່ຽນມິດຕະພາບ ແລະການເຄື່ອນໄຫວຮ່ວມມືດ້ານປ້ອງກັນປະຊາດສຳຄັນອື່ນໆ.

leftcenterrightdel
ທ່ານພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຕ້ອນຮັບທ່ານພົນຕີ ຫງວຽນວັນດຶກ ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ຊີ້ນໍາການໂຄສະນາກ່ຽວກັບການເຄື່ອນໄຫວຮ່ວມມືລະຫວ່າງກອງທັບສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດວັດທະນະທໍາ, ການສື່ສານ, ການໂຄສະນາຕ່າງປະເທດ.

ສອງຝ່າຍຍັງໄດ້ປະຕິບັດວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບຫວຽດນາມ - ລາວ ໃນສະພາບການໃໝ່.

leftcenterrightdel
ກອງທັບສອງປະເທດ ຫວຽດນາມ-ລາວ ເພີ່ມທະວີການແລກປ່ຽນວຽກງານໂຄສະນາອົບຮົມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ບົນພື້ນຖານການແລກປ່ຽນ ແລະແບ່ງປັນບົດຮຽນປະສົບການຢ່າງຈິງໃຈ ແລະເປີດອົກເປີດໃຈ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີ ແລະຊຸກຍູ້ວຽກງານໂຄສະນາອົມຮົມໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ປະກອບສ່ວນປັບປຸງ ແລະເສີມຂະຫຍາຍສາຍພົວພັນສັດຊື່ບໍລິສຸດຜຸດຜ່ອງ, ຄວາມສະໜິດຕິດແໜ້ນລະຫວ່າງສອງກົມໂຄສະນາອົບຮົມ ເວົ້າສະເພາະ ແລະລະຫວ່າງ ຫວຽດນາມ - ລາວ ເວົ້າລວມ.

leftcenterrightdel
ຄະນະຜູ້ແທນກອງທັບສອງປະເທດຫວຽດນາມ-ລາວ ຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍຍັງເຫັນດີສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນໃນຂົງເຂດ ຄື: ໂຄສະນາເຜີຍແຜ່, ປຸກລະດົມ, ວຽກງານປາຖະກະຖາ; ວິທະຍາສາດສັງຄົມ ແລະມະນຸດສະທໍາ; ວຽກງານແຂ່ງຂັນ-ຍ້ອງຍໍຊົມເຊີຍ; ການສື່ສານ-ສື່ມວນຊົນ; ວັດທະນະທໍາ-ສິລະປະ; ການຄຸ້ມຄອງການພິມຈໍາໜ່າຍຮູບເງົາ.

ໂດຍ: ທູຈາງ