ເປີດຊຸດຝຶກອົບຮົມວຽກງານຈັດຕັ້ງໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ກົມຈັດຕັ້ງ ໄດ້ສົມທົບກັບກອງ 871, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຈັດຕັ້ງພິທີເປີດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2025.
    |
 |
|
ຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ຊຸດຝຶກອົບຮົມເພື່ອແນໃສ່ປະກອບຄວາມຮູ້, ທັກສະດ້ານວິຊາການ, ບົດຮຽນປະສົບການ ແລະແລກປ່ຽນແບບແຜນເຮັດວຽກທີ່ດີ ແລະມີປະສິດທິຜົນໃນການເຄື່ອນໄຫວວຽກງານຈັດຕັ້ງກໍ່ສ້າງພັກຂອງກອງທັບສອງປະເທດ, ປະກອບສ່ວນຍົກສູງລະດັບຄວາມຮູ້, ກໍາລັງຄວາມສາມາດດ້ານວິຊາການໃຫ້ແກ່ພະນັກງານ, ເພີ່ມທະວີ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະລາວ.
    |
 |
|
ທ່ານພົນຈັດຕະວາ ເຈີ່ນຈູງທຽດ, ຮອງຫົວໜ້າກົມຈັດຕັ້ງ ກ່າວຄໍາເຫັນເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ເຈີ່ນຈູງທຽດ, ຮອງຫົວໜ້າກົມຈັດຕັ້ງ ໃຫ້ຮູ້ວ່າ: ຕາມລາຍການ, ບັນດາພະນັກງານກອງທັບປະຊາຊົນລາວ ຈະຄົ້ນຄວ້າ 2 ຫົວເລື່ອງສະເພາະກ່ຽວກັບວຽກງານຈັດຕັ້ງ; ໄປທັດສະນະສຶກສາ ແລະແລກປ່ຽນບົດຮຽນໃນວຽກງານຈັດຕັ້ງທີ່ບາງກົມກອງໃນກອງທັບປະຊາຊົນຫວຽດນາມ; ຢ້ຽມຢາມທັດສະນີຍະພາບທີ່ມີຊື່ສຽງຂອງຫວຽດນາມ, ຊ່ວຍໃຫ້ພວກເພື່ອນມີຄວາມເຂົ້າໃຈກ່ຽວກັບປະເທດ, ວັດທະນະທຳ ແລະປະຊາຊົນຫວຽດນາມ, ຜ່ານນັ້ນສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອມິດຕະພາບ, ອາລົມຈິດ, ຄວາມສະໜິດຕິດພັນ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ແລະສອງກອງທັບຫວຽດນາມ ແລະລາວ.
    |
 |
|
ທ່ານພັນໂທ ຄຳຊຽນ ປະທຸມທອງ, ຮອງຫົວໜ້າຫ້ອງການທີ່ປືກສາທູດທະຫານກອງທັບປະຊາຊົນລາວ ປະຈຳ ສສ ຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີເປີດ, ທ່ານພັນໂທ ຄຳຊຽນ ປະທຸມທອງ, ຮອງຫົວໜ້າຫ້ອງການທີ່ປືກສາທູດທະຫານກອງທັບປະຊາຊົນລາວ ປະຈຳ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນ ແລະສຸດຈິດສຸດໃຈຂອງກົມຈັດຕັ້ງ ແລະກອງ 871; ພ້ອມທັງ, ຫວັງວ່າບັນດາພະນັກງານຂອງລາວ ຈະຮັບເອົາຮັບບົດຮຽນປະສົບການ ແລະຄວາມຮູ້ທີ່ເປັນປະໂຫຍດຮັບໃຊ້ວຽກງານຂົນຂວາຍປະຊາຊົນ ເພື່ອໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະມີປະສິດທິຜົນເຂົ້າໃນການປະຕິບັດວິຊາການ, ວິຊາສະເພາະຂອງກົມຈັດຕັ້ງພັກ, ປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ.
    |
 |
|
ທ່ານ ພັນເອກ ໄຊຍະສຸກ ແສງປະທິບ, ຮອງຫົວໜ້າກົມຈັດຕັ້ງພັກ, ຫົວໜ້າຄະນະພະນັກງານກົມຈັດຕັ້ງພັກ, ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ສ່ວນທ່ານພັນເອກ ໄຊຍະສຸກ ແສງປະທິບ, ຮອງຫົວໜ້າກົມຈັດຕັ້ງພັກ, ຫົວໜ້າຄະນະພະນັກງານກົມຈັດຕັ້ງພັກ, ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ສະແດງຄວາມປາດຖະໜາຢາກ ຮັບເອົາບົດຮຽນປະສົບການຂອງຫວຽດນາມ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກົມຈັດຕັ້ງພັກ, ກໍ່ຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງກອງທັບປະຊາຊົນລາວ.
ໂດຍ: ທູຈາງ