ຂະແໜງອຸດສາຫະກໍາມີລະດັບການເຕີບໂຕສູງສຸດ

ໃນໄລຍະປ່ຽນແປງໃໝ່, ຂະແໜງອຸດສາຫະກຳຂອງຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງກ້າວກະໂດດ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນແຫ່ງການພັດທະນາເສດຖະກິດ-ສັງຄົມ, ຍົກສູງກໍາລັງຄວາມສາມາດບົ່ມຊ້ອນ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດໃນເວທີສາກົນ. ເຖິງຢ່າງໃດກໍ່ຕາມ, ຍັງມີຂໍ້ຈໍາກັດຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ ທັງໃນໄລຍະສັ້ນ ແລະໃນຍຸດທະສາດໄລຍະຍາວ.

ໂດຍຮັບຮູ້ສະພາບການນັ້ນຢ່າງຈະແຈ້ງ, ຕ້ອງມີມາດຕະການຍຸດທະສາດ ເພື່ອສ້າງການຫັນປ່ຽນໂດຍພື້ນຖານໃນການພັດທະນາອຸດສາຫະກຳ; ຜ່ານນັ້ນ, ປະກອບສ່ວນນໍາປະເທດຫວຽດນາມ ກາຍເປັນໜຶ່ງໃນຈໍານວນສູນອຸດສາຫະກຳຂອງພາກພື້ນ ແລະໃນໂລກ. ຫວຽດນາມ ໄດ້​ບືນ​ຕົວ​ຂຶ້ນກາຍເປັນໜຶ່ງໃນບັນດາປະເທດອຸດສາຫະກຳທີ່ມີພື້ນຖານອຸດສາຫະກໍາ ນອນໃນກຸ່ມບັນດາປະເທດທີ່ມີຄວາມສາມາດແກ່ງແຍ້ງໃນທົ່ວໂລກດ້ວຍລະດັບປານກາງສູງ. ກໍາລັງຄວາມສາມາດແກ່ງແຍ້ງກັນທົ່ວໂລກຂອງຂະແໜງອຸດສາຫະກຳຫວຽດນາມ ໄດ້ເພີ່ມຂຶ້ນ 16 ຂັ້ນໃນຮອບເວລາ 10 ປີ, ກາຍເປັນປະເທດທີ່ມີລະດັບເພີ່ມຂັ້ນຂຶ້ນໄວທີ່ສຸດໃນອາຊຽນ.

ໃນໄລຍະຍຸດທະສາດ 10 ປີຜ່ານມາ (2011-2020), ອຸດສາຫະກຳແມ່ນຂະແໜງການມີລະດັບການເຕີບໂຕສູງສຸດໃນບັນດາຂະແໜງເສດຖະກິດແຫ່ງຊາດ, ປະກອບເຂົ້າ GDP ປະມານ 30% ແລະ ກາຍເປັນຂະແໜງສົ່ງອອກຕົ້ນຕໍຂອງປະເທດ, ປະກອບສ່ວນນຳປະເທດຫວຽດນາມ ຈາກອັນດັບທີ 50 (ປີ 2010) ຂຶ້ນເປັນອັນດັບທີ 22 (ປີ 2019) ໃນບັນດາປະເທດສົ່ງອອກໃຫຍ່ທີ່ສຸດໃນໂລກ.

leftcenterrightdel
ເພື່ອຮັກສາລະດັບການເຕີບໂຕດ້ານເສດຖະກິດ, ຫວຽດນາມ ຕ້ອງສືບຕໍ່ເດີນຕາມເປົ້າໝາຍຫັນປະເທດເປັນອຸດສາຫະກຳ, ຖືຂະແໜງອຸດສາຫະກຳປຸງແຕ່ງ ແລະປະດິດສ້າງເປັນຈຸດສຸມ, ໃນນັ້ນສຸມໃສ່ກໍ່ສ້າງພື້ນຖານການຜະລິດເປັນເຈົ້າຕົນເອງ. ພາບ: congthuong.vn

ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງບາງຂະແໜງອຸດສາຫະກໍາຕົ້ນຕໍຂອງພື້ນຖານເສດຖະກິດ ຄື: ຂຸດຄົ້ນ ແລະປຸງແຕ່ງນ້ຳມັນອາຍແກັດ; ເອເລັກໂຕນິກ, ໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ; ໂລຫະ, ເຫຼັກກ້າ; ຊີມັງ ແລະ ວັດສະດຸກໍ່ສ້າງ; ຕໍ່າແຜ່ນຕັດຫຍິບ, ເກີບໜັງ; ເຄື່ອງກົນຈັກປຸງແຕ່ງຜະລິດ, ລົດໂອໂຕ, ລົດຈັກ..., ສ້າງພື້ນຖານອັນສຳຄັນໃຫ້ແກ່ການເຕີບໂຕໃນໄລຍະຍາວ, ກໍຄືຊຸກຍູ້ວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະທັນສະໄໝ.

ນອກຈາກນັ້ນ, ວິວັດການສ້າງໂຄງປະກອບອຸດສາຫະກຳຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບການແຮງງານນັບມື້ນັບໄປຕາມທິດມຸ່ງໄປເຖິງການຫັນເປັນອຸດສາຫະກຳ. ຂະແໜງອຸດສາຫະກໍາສໍາຮອງ ກໍໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້, ເພີ່ມທະວີການຮ່ວມສໍາພັນ, ພິເສດແມ່ນໃນຂະແໜງຜະລິດຕົ້ນຕໍຂອງຫວຽດນາມ ຄື: ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເອເລັກໂຕນິກ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ...

ໂຄງປະກອບຜະລິດຕະພັນ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າໃນຂະນະທີ່ອັດຕາສ່ວນໃນຜະລິດຕະພັນເຕັກໂນໂລຢີສູງ ແລະກາງຂອງຫວຽດນາມ ໄດ້ເພີ່ມຂຶ້ນພໍສົມຄວນ, ສ້າງພື້ນຖານເພື່ອໃຫ້ສ້າງຕັ້ງວິສາຫະກິດອຸດສາຫະກຳເອກະຊົນຂະໜາດໃຫຍ່ຈໍານວນໜຶ່ງ, ມີຄວາມສາມາດແກ່ງແຍ້ງໃນຕະຫຼາດສາກົນ.

ຂີດໝາຍໜຶ່ງທີ່ເປັນໜ້າຈົດຈຳ ເມື່ອບົດລາຍງານການແກ່ງແຍ້ງດ້ານອຸດສາຫະກຳຂອງ UNIDO ໄດ້ນໍາປະເທດຫວຽດນາມ ຈາກໃນກຸ່ມ “ບັນດາພື້ນຖານເສດຖະກິດກໍາລັງພັດທະນາ” ເຂົ້າໃນກຸ່ມ “ບັນດາພື້ນຖານເສດຖະກິດອຸດສາຫະກຳທີ່ຫາກໍ່ພົ້ນເດັ່ນ”, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສາມາດແກ່ງແຍ້ງດ້ານອຸດສາຫະກຳຂອງຫວຽດນາມ ໄດ້ຮັບການປັບປຸງພໍສົມຄວນ. ອຸດສາຫະກຳກາຍເປັນຂະແໜງການທີ່ມີອັດຕາປະກອບສ່ວນ  ເຂົ້າງົບປະມານແຫ່ງລັດຫຼາຍ, ກວມກວ່າ 90% ຍອດວົງເງິນສົ່ງອອກຂອງທົ່ວປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂວຽກເຮັດງານທຳ ແລະຫັນປ່ຽນໂຄງປະກອບການແຮງງານ, ເພີ່ມສະມັດຕະພາບແຮງງານ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ບືນຕົວຂຶ້ນເປັນເຈົ້າຕົນເອງ ບໍ່ຄວນເອື່ອຍອີງໃສ່ປະເທດອື່ນ

ຢາກພັດທະນາອຸດສາຫະກຳ, ຍົກສູງຄວາມສາມາດແກ່ງແຍ້ງໃນຕະຫຼາດທົ່ວໂລກ, ຄວນມີລະບົບມາດຕະການແກ້ໄຂ, ນະໂຍບາຍທີ່ຄົບຊຸດເພື່ອລະດົມແຫຼ່ງກຳລັງ, ເສີມຂະຫຍາຍທ່າແຮງຂອງບັນດາຂະແໜງອຸດສາຫະກຳຫວຽດນາມ.

ເພື່ອໃຫ້ມີພື້ນຖານອຸດສາຫະກຳພັດທະນາຢ່າງແທ້ຈິງ, ສວມບົດບາດຫຼັກແຫຼ່ງໃນການຊຸກຍູ້ການເຕີບໂຕເສດຖະກິດ, ຄວນມີວິທີການສໍາຜັດ, ຈິນຕະນາການໃໝ່ກ່ຽວກັບຮູບແບບ, ນະໂຍບາຍຫັນເປັນອຸດສາຫະກຳ ແລະທັນສະໄໝຂອງຫວຽດນາມ ໃນສະພາບການ ແລະເງື່ອນໄຂໃໝ່ຂອງໄລຍະຮອດປີ 2030, ວິໄສທັດຮອດປີ 2045. ໃນນັ້ນ, ແຜນນະໂຍບາຍ ແລະນະໂຍບາຍຫັນເປັນອຸດສາຫະກຳ ແລະທັນສະໄໝ ຄວນໃຫ້ບຸລິມະສິດແກ່ການພັດທະນາອຸດສາຫະກຳພື້ນຖານ; ສົ່ງເສີມການພັດທະນາບັນດາຂະແໜງອຸດສາຫະກໍາປາຍແຫຼມ, ບັນດາຂະແໜງອຸດສາຫະກໍາໃໝ່ຢ່າງກົມກຽວ; ອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະເຕັກໂນໂລຢີຂອງການປະຕິວັດອຸດສາຫະກໍາ 4.0.

ຕາມນັ້ນແລ້ວ, ບັນດານະໂຍບາຍມະຫາພາກຕ້ອງໄດ້ຮັບການປັບປຸງຕາມທິດສ້າງຄວາມອຳນວຍຄວາມສະດວກໃຫ້ບັນດາແຫຼ່ງກຳລັງສັງຄົມ ມຸ່ງໄປເຖິງຂະແໜງການຜະລິດເວົ້າລວມ ແລະບັນດາຂະແໜງອຸດສາຫະກຳພື້ນຖານເວົ້າສະເພາະ. ພ້ອມກັນນັ້ນ, ນະໂຍບາຍຫັນເປັນອຸດສາຫະກຳ ແລະທັນສະໄໝກໍ່ຕ້ອງການກໍານົດທິດເປີດກວ້າງຈາກກົນໄກ ແລະ ນະໂຍບາຍຄືໃຫ້ບຸລິມະສິດດ້ານສິນເຊື່ອ ແລະຍົກເວັ້ນ, ຫຼຸດຜ່ອນພາສີອາກອນ ໄປສູ່ກົນໄກ, ນະໂຍບາຍໃໝ່ ຄືໜູນຊ່ວຍງົບປະມານ. ກໍານົດທິດສ້າງມາດຖານ, ເງື່ອນໄຂ, ກົນໄກເພື່ອກຳນົດ ແລະພັດທະນາຮູບແບບກຸ່ມຮ່ວມສໍາພັນລະຫວ່າງຂະແໜງການ, ເຂດອຸດສາຫະກຳສໍາຮອງ, ເຂດອຸດສາຫະກຳຈໍາເພາະສຳລັບບາງຂະແໜງການພື້ນຖານ, ອີງໃສ່ລະດັບການເຕົ້າໂຮມອຸດສາຫະກຳ ແລະ ລັກສະນະເຊື່ອມຕໍ່ຕາມຕ່ອງໂສ້ການຜະລິດເພື່ອໃຫ້ສ້າງເປັນລະບົບນິເວດສັງລວມແກ່ຂະແໜງອຸດສາຫະກໍາພື້ນຖານພັດທະນາ, ຈາກນັ້ນສ້າງການກະທົບຂະຫຍາຍໄປໃສ່ຂະແໜງຕ່າງໆທີ່ກ່ຽວຂ້ອງ.

ຄຽງຂ້າງນັ້ນ, ສຸມໃສ່ການສ້າງກໍາລັງໜູນໃຫ້ການເຕີບໂຕໃໝ່ຂອງຂະແໜງອຸດສາຫະກຳຫວຽດນາມ ຕາມທັດສະນະພັດທະນາແບບຍືນຍົງ: ເພີ່ມທະວີກໍາລັງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກ້າວໄປເຖິງການເປັນເຈົ້າຕົນເອງສູງ ໂດຍຜ່ານການກໍາແໜ້ນຂັ້ນຕອນ ທີ່ມີຄຸນຄ່າເພີ່ມຂຶ້ນສູງ ໃນຕ່ອງໂສ້ການຜະລິດທ່ົວໂລກ, ໄປຄຽງຄູ່ກັບການອະນຸລັກຮັກສາຊັບພະຍາກອນ ແລະປົກປັກຮັກສາສິ່ງແວດລ້ອມໃນການດໍາລົງຊີວິດ ແມ່ນໜຶ່ງໃນບັນດາປັດໄຈສຳຄັນຊ່ວຍໃຫ້ຂະແໜງອຸດສາຫະກຳຫວຽດນາມ ຜ່ານຜ່າສິ່ງຄົງຄ້າງ ແລະຄວາມສ່ຽງ, ສືບຕໍ່ຊັກນໍາການພັດທະນາຂອງພື້ນຖານເສດຖະກິດ.

ນອກຈາກນັ້ນ, ກະຊວງອຸດສາຫະກຳ ແລະການຄ້າ ຍັງສະເໜີໃຫ້ລັດຖະບານກໍ່ສ້າງບັນດາເຂດ, ກຸ່ມຮ່ວມສໍາພັນລະຫວ່າງຂະແໜງການທີ່ມີຂະໜາດໃຫຍ່ເພື່ອດຶງດູດການລົງທຶນ ກໍຄືກໍ່ສ້າງຕ່ອງໂສ້ການຜະລິດອຸດສາຫະກຳ; ຄວນມີນະໂຍບາຍສ້າງກຸ່ມບໍລິສັດໃຫຍ່ເພື່ອຊັກນໍາຂະແໜງອຸດສາຫະກໍາອື່ນໃຫ້ເດີນຕາມ. ປະຈຸບັນ, ກະຊວງອຸດສາຫະກຳ ແລະການຄ້າ ພວມສ້າງ ແລະຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ປະກາດໃຊ້ກົດໝາຍວ່າດ້ວຍອຸດສາຫະກຳຈຸດໜັກ, ກົດໝາຍດັ່ງກ່າວ ຈະສຸມໃສ່ປັບປຸງການເຄື່ອນໄຫວພັດທະນາຂອງບາງຂະແໜງອຸດສາຫະກໍາພື້ນຖານ, ບຸລິມະສິດ, ມີຜົນກະທົບຊຸກຍູ້ໃຫ້ບັນດາຂະແໜງອຸດສາຫະກຳ ແລະເສດຖະກິດອື່ນໆ.

ນອກຈາກນີ້, ຍຸດທະສາດພັດທະນາອຸດສາຫະກຳຫວຽດນາມ ຮອດປີ 2025, ວິໄສທັດຮອດປີ 2035 ແລະແຜນຜັງສັງລວມພັດທະນາບັນດາຂະແໜງອຸດສາຫະກຳຫວຽດນາມ ຮອດປີ 2030 ໄດ້ຕັ້ງຄວາມຫວັງວ່າ ຈະແມ່ນພື້ນຖານອັນໜັກແໜ້ນເພື່ອໃຫ້ຫວຽດນາມ ປະຕິບັດສຳເລັດເປົ້າໝາຍຫັນເປັນອຸດສາຫະກຳ ແລະທັນສະໄໝ, ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນປີ 2030.

ໂດຍ: ທູຈາງ