ວັນທີ 4 ພຶດສະພາ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ລົງນາມປະກາດໃຊ້ມະຕິຕົກລົງ ເລກທີ 368/QD-TTg ອະນຸມັດຜ່ານແຜນຜັງເຂດທົ່ງພຽງແມ່ນ້ຳແດງໄລຍະ 2021-2030, ວິໄສທັດຮອດປີ 2050.

ກ່ອນທີ່ຈະດໍາເນີນກອງປະຊຸມ, ທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການແບ່ງປັນກ່ຽວກັບຈຸດພົ້ນເດັ່ນຂອງແຜນຜັງເຂດທົ່ງພຽງແມ່ນ້ຳແດງ ໄລຍະ 2021-2030, ວິໄສທັດຮອດປີ 2050.

ເຂດທົ່ງພຽງແມ່ນ້ຳແດງ ປະກອບເຂົ້າ GDP ເກືອບ 30,4%

ເຂດທົ່ງພຽງແມ່ນ້ຳແດງແມ່ນເຂດຫຼັກ, ມີຄວາມໝາຍຍຸດທະສາດ, ສໍາຄັນຂອງທົ່ວປະເທດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ. ເຂດທົ່ງພຽງແມ່ນ້ຳແດງ ໄດ້ຮັບຖືວ່າແມ່ນປະຕູທາງພາກເໜືອຂອງປະເທດ ແລະອາຊຽນ ໃນການເຊື່ອມຕໍ່ພັດທະນາເສດຖະກິດ ແລະການຄ້າ; ມີລະບົບພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ຄົບຊຸດ ທັງທາງບົກ, ທາງທະເລ, ທາງນ້ຳ, ທາງອາກາດ, ທາງລົດໄຟ ດ້ວຍສາມແລວທາງເສດຖະກິດໄປຜ່ານ.

leftcenterrightdel
ທ່ານ ຫງວຽນຈີ໋ຢຸງ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ  ແບ່ງປັນກ່ຽວກັບວິໄສທັດ ເພື່ອໃຫ້ເຂດທົ່ງພຽງແມ່ນໍ້າແດງ ພັດທະນາກ້າວກະໂດດ. ພາບ: ກົງນາມ

ໄລ່ຮອດປີ 2023, ເຂດທົ່ງພຽງແມ່ນ້ຳແດງ ໄດ້ປະກອບເຂົ້າ GDP ເກືອບ 30,4%, ປະມານ 36% ວົງເງິນການສົ່ງອອກ ແລະ 38% ລາຍຮັບງົບປະມານຂອງທົ່ວປະເທດ. GRDP ສະເລ່ຍໃສ່ຫົວຄົນຂອງເຂດໃນປີ 2023 ແມ່ນປະມານ 131,9 ລ້ານດົ່ງ, ຢືນອັນດັບທີ 2 ຂອງທ່ົວປະເທດ. ເຂດທົ່ງພຽງແມ່ນ້ຳແດງ ມີພື້ນຖານໂຄງລ່າງພັດທະນາທີ່ສຸດ, ມີລະບົບຕົວເມືອງ ແລະຮາກຖານເສດຖະກິດເຂັ້ມແຂງພໍສົມຄວນ, ໃນນັ້ນ ນະຄອນຫຼວງຮ່າໂນ້ຍ ຖືກຈັດອັນດັບເປັນຕົວເມືອງພິເສດຂອງປະເທດ...

ເຖິງຢ່າງໃດກໍຕາມ, ການເຕີບໂຕດ້ານເສດຖະກິດຂອງເຂດທົ່ງພຽງແມ່ນໍ້າແດງ ໃນໄລຍະຜ່ານມາຍັງບໍ່ທັນໝັ້ນທ່ຽງ ແລະບໍ່ສະໝໍ່າສະເໝີລະຫວ່າງບັນດາທ້ອງຖິ່ນຢູ່ໃນເຂດ. ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ການຂຸດຄົ້ນ, ນໍາໃຊ້ຊັບພະຍາກອນດ້ວຍລະດັບສູງ ແລະຂາດຄວາມຍືນຍົງ, ເຮັດໃຫ້ສິ່ງແວດລ້ອມຖືກມົນລະພິດ... ກໍແມ່ນຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຕໍ່ເຂດທົ່ງພຽງແມ່ນ້ໍາແດງ.

ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ກາລະໂອກາດໂດດເດັ່ນ ແລະທ່າໄດ້ປຽບໃນການແກ່ງແຍ້ງ

ຕາມທ່ານ ຫງວຽນຈີ໋ຢຸງ ແລ້ວ, ແຜນຜັງເຂດທົ່ງພຽງແມ່ນ້ໍາແດງ ມີຄວາມໝາຍສຳຄັນ, ດ້ວຍຈິນຕະນາການໃໝ່ ແລະວິໄສທັດໃໝ່ ເພື່ອແນໃສ່ເລັ່ງລັດ ແລະບຸກທະລຸຢ່າງແຮງ  ເພື່ອເສີມຂະຫຍາຍບັນດາຄຸນຄ່າພື້ນເມືອງຂອງເຂດຢ່າງໄວ ແລະມີປະສິດທິຜົນ ສົມທົບກັບການຂຸດຄົ້ນໂອກາດໃໝ່, ທ່ວງທັນກັບທ່າອ່ຽງຂອງໂລກ ຜ່ານການສຸມໃສ່ກໍານົດ ແລະແກ້ໄຂບັນດາບັນຫາໃຫຍ່, ມີລັກສະນະລະຫວ່າງຂະແໜງການ, ລະຫວ່າງເຂດ, ລະຫວ່າງແຂວງ; ກ້າສ້າງໂຄງປະກອບເສດຖະກິດຄືນໃໝ່, ຈັດສະຖານທີ່ພັດທະນາເຂດຄືນໃໝ່, ຂຸດຄົ້ນ ແລະ ເສີມຂະຫຍາຍທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ.

ຕາມນັ້ນແລ້ວ, ທ່ານ ຫງວຽນຈີ໋ຢຸງ ໄດ້ເນັ້ນໜັກເຖິງ “ມູນເຊື້ອ-ການຮ່ວມສໍາພັນ-ການບຸກທະລຸ” ເພື່ອສະແດງໃຫ້ເຫັນເນື້ອໃນຂອງແຜນຜັງເຂດທົ່ງພຽງແມ່ນ້ຳແດງ ໄລຍະ 2021-2030, ວິໄສທັດຮອດປີ 2050.

ກ່ຽວກັບມູນເຊື້ອ, ຕາມທ່ານ ຫງວຽນຈີ໋ຢຸງ ແລ້ວ, ເຂດທົ່ງພຽງແມ່ນ້ຳແດງ ມີຫຼາຍຄຸນຄ່າທີ່ເປັນມູນເຊື້ອໃນທຸກດ້ານ, ແມ່ນທ່າໄດ້ປຽບໃຫຍ່, ແຕ່ກໍ່ແມ່ນສິ່ງທ້າທາຍໃຫຍ່ໃນການຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າດັ່ງກ່າວ. ແຜນຜັງເຂດທົ່ງພຽງແມ່ນ້ຳແດງ ໄດ້ເນັ້ນໜັກເຖິງການພັດທະນາເສດຖະກິດຢ່າງກົມກຽວ ຕິດພັນກັບການພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳໃນສັງຄົມ; ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳ ແລະ ຄຸນຄ່າປະຫວັດສາດ, ເປັນຕົ້ນແມ່ນວັດທະນະທຳເຂດທົ່ງພຽງພາກເໜືອ.

leftcenterrightdel
ຂົວ ເຍິດເຕິນ ຂ້າມຜ່ານແມ່ນໍ້າແດງ ແມ່ນຂົວທີ່ສວຍງາມ, ທັນສະໄໝຂອງຮ່າໂນ້ຍ. ພາບ: ຫາຍຮຸຍ

ສໍາລັບການຮ່ວມສໍາພັນ, ຕາມທ່ານ ຫງວຽນຈີ໋ຢຸງ ແລ້ວ, ຕ້ອງສ້າງຄວາມເຫັນດີເປັນເອກະພາບສູງໃນຄວາມຮັບຮູ້ໃນທຸກຂັ້ນ, ທຸກຂະແໜງການກ່ຽວກັບບົດບາດ, ທີ່ຕັ້ງ ແລະຄວາມສຳຄັນຂອງເຂດ ແລະ ການຮ່ວມສໍາພັນໃນເຂດ. ການຮ່ວມສໍາພັນໃນເຂດ ຕ້ອງກາຍເປັນຈິນຕະນາການຫຼັກເພື່ອຊັກນຳການພັດທະນາໃນທົ່ວເຂດ ແລະ ແຕ່ລະທ້ອງຖິ່ນໃນເຂດ. ເນື້ອໃນຂອງການຮ່ວມສໍາພັນລະຫວ່າງເຂດໃນແຜນຜັງ ໄດ້ສຸມໃສ່ການພັດທະນາພື້ນຖານໂຄງລ່າງການເຊື່ອມຕໍ່ເຂດ; ແກ້ໄຂບັນຫາສິ່ງແວດລ້ອມ, ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳລະຫວ່າງແຂວງ; ການພັດທະນາຊັບພະຍາກອນມະນຸດ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ເພີ່ມທະວີການຮ່ວມສໍາພັນເຄືອຂ່າຍບັນດາສູນນະວັດຕະກໍາ, ຮາກຖານນະວັດຕະກໍາຕ່າງໆ; ປັບປຸງກົນໄກ ແລະ ນະໂຍບາຍພັດທະນາເຂດໃຫ້ສົມບູນແບບ, ຮ່ວມສໍາພັນ ແລະລົງທຶນເຂົ້າບັນດາໂຄງການໃນເຂດ ແລະລະຫວ່າງເຂດຕ່າງໆ...

ກ່ຽວກັບການບຸກທະລຸ, ຕາມທ່ານ ຫງວຽນຈີ໋ຢຸງ ແລ້ວ, ໃນສະພາບການປະຈຸບັນ, ແຜນຜັງເຂດ ຕ້ອງມີການບຸກທະລຸໃນການສ້າງລະບົບນິເວດໃຫ້ພັດທະນາເປັນຢ່າງດີ, ເວົ້າແນວອື່ນແມ່ນການປະຕິບັດບັນດາໜ້າທີ່ຈຸດສຸມ ແລະ ການບຸກທະລຸໃນການພັດທະນາຕ້ອງຕິດພັນກັບລັກສະນະຈຳເພາະຂອງເຂດ, ເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອ, ແຕ່ຕ້ອງປ່ຽນແປງໃໝ່ຢ່າງແຮງ, ມຸ່ງໄປເຖິງເປັນເຈົ້າການພັດທະນາ. ຕາມນັ້ນແລ້ວ ຕ້ອງກໍານົດຈຸດສຸມ ແລະບຸກທະລຸໃນການພັດທະນາຕົ້ນຕໍ, ລວມມີພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ, ເຊື່ອມຕໍ່ພາຍໃນເຂດ, ລະຫວ່າງເຂດ ແລະສາກົນ; ສຸມໃສ່ກໍ່ສ້າງ ແລະຍົກສູງປະສິດທິຜົນການເຄື່ອນໄຫວຂອງສູນນະວັດຕະກໍາ, ວິທະຍາສາດ-ເຕັກໂນໂລຢີ, ລະບົບນິເວດເລີ່ມທຸລະກິດ. ພ້ອມກັນນັ້ນ, ສຸມໃສ່ອະນຸລັກຮັກສາ, ຂຸດຄົ້ນ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງພື້ນຖານສີວິໄລແມ່ນ້ຳແດງ, ສ້າງບັນດາສູນ, ກຸ່ມມໍລະດົກ ຄື: ກວາງນິງ, ຫາຍເຢືອງ, ຮືງອຽນ, ບັກນິງ, ຮ່າໂນ້ຍ, ນິງບິ່ງ, ພິເສດແມ່ນກຸ່ມວັດທະນະທຳແມ່ນ້ຳແດງຂອງເຂດພາກເຫນືອ; ພັດທະນາການບໍລິການວັດທະນະທໍາ ຕິດພັນກັບພັດທະນາການທ່ອງທ່ຽວ; ພັດທະນາອຸດສາຫະກຳວັດທະນະທຳຢ່າງແຮງ...

ໂດຍ: ທູຈາງ