ປະຈຸບັນ ຫວຽດນາມ ແລະອົດສະຕາລີ ແມ່ນສະມາຊິກຮ່ວມຂອງສັນຍາການຄ້າເສລີຢ່າງໜ້ອຍສຸດ 3 ສະບັບລວມມີ: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA). ຖ້າສັນຍາ CPTPP ແລະ AANZFTA ຊ່ວຍຫຼຸດຜ່ອນອັດຕາພາສີແລ້ວ  ເຊິ່ງສັນຍາ RCEP ຈະຊ່ວຍໃຫ້ວິສາຫະກິດໝູນໃຊ້ບັນດາຄໍາຮຽກຮ້ອງກ່ຽວກັບຫຼັກການວ່າດ້ວຍຕົ້ນກຳເນີດ. ບັນດາອົງການການຄ້າຂອງຫວຽດນາມ ພວມຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະອົດສະຕາລີ.

leftcenterrightdel
ໂຄສະນາຜະລິດຕະພັນກະເສດຂອງຫວຽດນາມ ທີ່ງານຕະຫຼາດນັດສາກົນ Foodservice ປີ 2023 - ງານຕະຫຼາດນັດສາກົນທີ່ໃຫຍ່ທີ່ສຸດຂອງອົດສະຕາລີ.  ພາບ: ວັນກົງ

ຫວຽດນາມ ແລະອົດສະຕາລີ ມີທ່າແຮງບົ່ມຊ້ອນຫຼາຍຢ່າງ ເພື່ອເພີ່ມທະວີການຄ້າສອງຝ່າຍ, ຍູ້ແຮງບັນດາການເຄື່ອນໄຫວນຳເຂົ້າ ແລະສົ່ງອອກບັນດາຜະລິດຕະພັນຍຸດທະສາດເຂົ້າສູ່ຕະຫຼາດຂອງກັນ. ກ່ຽວກັບການຮ່ວມມືດ້ານການຄ້າ, ຕາມຕົວເລກສະຖິຕິແລ້ວ, ໃນໄລຍະ 2010-2023, ວົງເງິນນຳເຂົ້າ-ສົ່ງອອກລະຫວ່າງຫວຽດນາມ ແລະອົດສະຕາລີ ເພີ່ມຂຶ້ນສະເລ່ຍ 12%/ປີ. ໃນປີ 2023, ຍອດວົງເງິນນໍາເຂົ້າ-ສົ່ງອອກລະຫວ່າງຫວຽດນາມ - ອົດສະຕາລີ ບັນລຸ 13,8 ຕື້ໂດລາສະຫະລັດ, ຫຼຸດລົງ 12% ເມື່ອທຽບໃສ່ປີ 2022. ໃນເດືອນມັງກອນ 2024, ວົງເງິນນໍາເຂົ້າ-ສົ່ງອອກຂອງຫວຽດນາມ ກັບອົດສະຕາລີ ບັນລຸ 1,3 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 37,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງອົດສະຕາລີ ບັນລຸ 521,9 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 27,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ວົງເງິນນໍາເຂົ້າຂອງຫວຽດນາມ ຈາກອົດສະຕາລີ ບັນລຸ 729,2 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 46,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ພິເສດ, ໃນເດືອນມັງກອນ 2024, ຜະລິດຕະພັນທີ່ມີທ່າແຮງຂອງຫວຽດນາມຫຼາຍປະເພດ ເຖິງວ່າວົງເງິນການສົ່ງອອກໄປຍັງອົດສະຕາລີ ຍັງໜ້ອຍກໍ່ຕາມ ແຕ່ໄດ້ມີການເຕີບໂຕຢ່າງແຮງ, ເຊັ່ນ: ກາເຟ (ເພີ່ມຂຶ້ນ 483,3%), ເຫຼັກ ແລະເຫຼັກກ້າທຸກປະເພດ (ເພີ່ມຂຶ້ນ 386,7%), ເຈ້ຍ ແລະຜະລິດຕະພັນເຈ້ຍ (ເພີ່ມຂຶ້ນ 165,9%), ເຂົ້າສານ (ເພີ່ມຂຶ້ນ 84,9%)...

ຕາມທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ໝາກຜົນການຮ່ວມມືດ້ານການລົງທຶນ - ການຄ້າລະຫວ່າງຫວຽດນາມ ແລະ ອົດສະຕາລີ ແມ່ນໜ້ານັບຖື, ແຕ່ຍັງໜ້ອຍຢູ່ເມື່ອທຽບໃສ່ທ່າແຮງບົ່ມຊ້ອນ ແລະການຮ່ວມມືລະຫວ່າງສອງປະເທດ. ຫວຽດນາມ ແລະອົດສະຕາລີ ມີທ່າແຮງບົ່ມຊ້ອນຫຼາຍຢ່າງ ເພື່ອເພີ່ມທະວີການຄ້າສອງຝ່າຍ, ຍູ້ແຮງບັນດາການເຄື່ອນໄຫວນຳເຂົ້າ ແລະສົ່ງອອກບັນດາຜະລິດຕະພັນຍຸດທະສາດເຂົ້າຕະຫຼາດຂອງກັນ. ຍ້ອນເຫດນັ້ນ, ວິສາຫະກິດຫວຽດນາມ ຕ້ອງຂຸດຄົ້ນຜົນປະໂຫຍດຈາກບັນດາສັນຍາການຄ້າເສລີ ເພື່ອສ້າງຄວາມສົມດຸນດ້ານການຄ້າຄືນໃໝ່.

ເພື່ອເພີ່ມທະວີການແລກປ່ຽນການຄ້າລະຫວ່າງສອງປະເທດ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ແລະອົງການການຄ້າ ແລະການລົງທຶນຂອງລັດຖະບານອົດສະຕາລີ ປະຈຳ ຫວຽດນາມ (Austrade) ຫາກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສົ່ງເສີມການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. ຕາມນັ້ນແລ້ວ, ຫວຽດນາມ ແລະ ອົດສະຕາລີ ເພີ່ມທະວີການຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການສົ່ງອອກ, ສ້າງກາລະໂອກາດ ແລະເຊື່ອມຕໍ່ບັນດາວິສາຫະກິດສອງຝ່າຍຊອກຮູ້ຕະຫຼາດ ແລະຊອກຫາຄູ່ຮ່ວມມືຜ່ານບັນດາການເຄື່ອນໄຫວສົ່ງເສີມການຄ້າ, ສົ່ງເສີມການສົ່ງອອກ; ແລກປ່ຽນຄະນະຜູ້ແທນການຄ້າ; ຊຸກຍູ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການຫັນເປັນດີຈີຕອນ... ຕາມຂໍ້ມູນຂອງກົມສົ່ງເສີມການຄ້າແລ້ວ, ໃນປີ 2024, ໂຄງການສົ່ງເສີມການຄ້າແຫ່ງຊາດຈະຜັນຂະຫຍາຍ 2 ໂຄງຮ່າງຢູ່ຕະຫຼາດອົດສະຕາລີ, ລວມມີ: ແຜນຮ່າງ “ຈັດຕັ້ງເຂົ້າຮ່ວມງານຕະຫຼາດນັດ International Sourcing Expo Australia ສົມທົບກັບການສຳຫຼວດຕະຫຼາດຕ່ຳແຜ່ນຕັດຫຍິບອົດສະຕາລີ” ໂດຍສະຫະສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ເປັນເຈົ້າພາບ, ຄາດວ່າຈະຜັນຂະຫຍາຍໃນເດືອນ ພະຈິກ 2024 ຢູ່ນະຄອນ Melbourne ປະເທດ ອົດສະຕາລີ; ແຜນຮ່າງ “ຈັດຕັ້ງຄະນະທຸລະກຳການຄ້າຢູ່ ອົດສະຕາລີ ແລະ ນິວຊີແລນ” ໂດຍສະຫະສະມາຄົມຢາງພາລາຫວຽດນາມ ເປັນເຈົ້າພາບ ແລະຄາດວ່າຈະຜັນຂະຫຍາຍໃນໄຕມາດທີ 4 ປີ 2024 ຢູ່ ອົດສະຕາລີ ແລະນິວຊີແລນ. ເພື່ອຊຸດຍູ້ການເຄື່ອນໄຫວສົ່ງເສີມການຄ້າ ແລະສົ່ງເສີມການສົ່ງອອກໄປຍັງຕະຫຼາດ ອົດສະຕາລີ, ກົມສົ່ງເສີມການຄ້າ ຈະສົມທົບກັບຫ້ອງການການຄ້າຫວຽດນາມ ປະຈຳ ອົດສະຕາລີ ໃນວິວັດການສະໜອງຂໍ້ມູນຂ່າວກ່ຽວກັບສະພາບຕະຫຼາດ ອົດສະຕາລີ; ກາລະໂອກາດ ແລະສິ່ງທ້າທາຍເມື່ອສົ່ງອອກໄປຍັງ ຕະຫຼາດນີ້. ພ້ອມທັງສະເໜີແນະໜູນຊ່ວຍບັນດາວິສາຫະກິດຫວຽດນາມ ເພີ່ມທະວີຄວາມສາມາດ, ກໍາລັງແກ່ງແຍ້ງ, ເຄື່ອງໝາຍການຄ້າ ເພື່ອແນໃສ່ຊຸກຍູ້ການສົ່ງອອກຜະລິດຕະພັນ ແລະສິນຄ້າຂອງປະເທດຫວຽດນາມໄປຍັງຕະຫຼາດ ອົດສະຕາລີ.

ໂດຍ: ທະນາພອນ