ປີນີ້ແມ່ນປີທີ 4 ທີ່ທົ່ວປະເທດປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ (2021 – 2025). ເພື່ອປະຕິບັດເປົ້າໝາຍນີ້ໃຫ້ສຳເລັດ, ນັບແຕ່ຕົ້ນປີ, ຫຼາຍທ້ອງຖິ່ນໄດ້ຕັດສິນໃຈຜັນຂະຫຍາຍບັນດາມາດຕະການເພື່ອເສີມຂະຫຍາຍທ່່າແຮງຂອງທ້ອງຖິ່ນ. ສິ່ງນີ້ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງລັດຖະບານເພື່ອຊຸກຍູ້ເສດຖະກິດປະເທດພັດທະນາ.

ປີ 2024, ຫວຽດນາມ ຕັ້ງເປົ້າໝາຍການເຕີບໂຕເສດຖະກິດແມ່ນ 6-6,5%. ເພື່ອປະກອບສ່ວນບັນລຸໄດ້ເປົ້າໝາຍນີ້, ບັນດາທ້ອງຖິ່ນຕ້ອງຍູ້ແຮງການປ່ອຍເງິນລົງທຶນສາທາລະນະ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດໍາເນີນທຸລະກິດ; ຍົກສູງລັກສະນະກຸ້ມຕົນເອງ, ເປັນເຈົ້າຕົນເອງ, ປະດິດສ້າງ... ໃນການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ.

ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ

ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາບໍລິເວນມີທີ່ຕັ້ງສຳຄັນພິເສດໃນກິດຈະການຫັນເປັນປະເທດອຸດສາຫະກຳ, ທັນສະໄໝ, ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ. ປີ 2024, ນະຄອນວາງເປົ້າໝາຍການເຕີບໂຕແມ່ນ 7,5-8%. ນີ້ແມ່ນເປົ້າໝາຍໜຶ່ງທີ່ມີຄວາມທ້າທາຍທີ່ສຸດ. ດ້ວຍເປົ້າໝາຍນີ້, ນະຄອນໄດ້ກຳນົດແຜນການເຕີບໂຕເປັນງວດ ແລະໄດ້ຜັນຂະຫຍາຍ, ປະຕິບັດແຕ່ຕົ້ນປີ.

leftcenterrightdel
ທ່ານ ຟານວັນໝາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ. ພາບ: ຮ່າແຄ໊ງ.

ທ່ານ ຟານວັນໝາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ສຸມໃສ່ຊຸກຍູ້ບັນດາກຳລັງໜູນການເຕີບໂຕດ້ານການລົງທຶນ, ການອຸປະໂພກ-ບໍລິໂພກ, ການສົ່ງອອກ ກໍ່ຄືຊອກຫາບັນດາກຳລັງໜູນການເຕີບໂຕໃໝ່, ທ່າອ່ຽງພັດທະນາໃໝ່, ບັນດາຮູບແບບດຳເນີນທຸລະກິດໃໝ່ເພື່ອດຶງດູດແຫຼ່ງກຳລັງການລົງທຶນຈາກສັງຄົມ, ເປີດກວ້າງຕະຫຼາດ ແລະຫັນບັນດາຮູບການການຄ້າເປັນຫຼາຍຮູບແບບ. ພວກຂ້າພະເຈົ້າ ກໍ່ຈະສືບຕໍ່ປັບປຸງບັນດາກຳລັງໜູນການເຕີບໂຕທີ່ມີຢູ່ແລ້ວ, ພ້ອມທັງພັດທະນາບັນດາກຳລັງໜູນໃໝ່ຕື່ມອີກ, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ພັດທະນາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ ແລະລົງທຶນຍຸດທະສາດ”.

ສຳລັບແຂວງບັກຢາງ, ປີ 2024 ແມ່ນປີທີ່ເພີ່ມຄວາມໄວ ແລະບຸກທະລຸໃນການພັດທະນາດ້ວຍຜົນງານທີ່ເປັນໜ້າປະທັບໃຈໃນທຸກດ້ານໃນປີ 2023. ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນໃຫ້ໄດ້, ແຂວງບັກຢາງ ໄດ້ວາງອອກ 12 ກຸ່ມໜ້າທີ່, ມາດຕະການລະອຽດ, ໃນນັ້ນ, ແກ້ໄຂ 3 ກຸ່ມບັນຫາໃຫຍ່ໄດ້ເປັນຢ່າງດີ, ລວມມີ: ປັບປຸງພື້ນຖານໂຄງລ່າງ, ກໍ່ສ້າງພື້ນຖານອຸດສາຫະກຳ, ປັບປຸງລະບອບລະບຽບການ.

ທ່ານ ມາຍເຊີນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງບັກຢາງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ພວມສຸມໃສ່ສະເໜີຕໍ່ລັດຖະບານໃຫ້ແຜນນະໂຍບາຍສ້າງຕັ້ງເຂດອຸດສາຫະກຳໃໝ່ ເພື່ອຮັບໃຊ້ໃຫ້ແກ່ການດຶງດູດການລົງທຶນ, ຕັ້ງໜ້າກະຕຸກຊຸກຍູ້ບັນດາເຈົ້າຂອງໂຄງການສ້າງຕັ້ງເຂດອຸດສາຫະກຳ, ກຸ່ມອຸດສາຫະກຳເພື່ອດຶງດູດການລົງທຶນ. ພວກຂ້າພະເຈົ້າ ກໍ່ສຸມໃສ່ການຍົກສູງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນມີກຸ່ມບຸກຄະລາກອນຮັບໃຊ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ພວກຂ້າພະເຈົ້າ ສູ້ຊົນເພື່ອໃຫ້ໄດ້ກາຍເປັນໜຶ່ງໃນບັນດາສູນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າໃນອະນາຄົດ”.

ໄປລັດໜ້າທ່າອ່ຽງໃໝ່

ພ້ອມກັບການພັດທະນາຕາມຮູບການເສດຖະກິດທີ່ເປັນມູນເຊື້ອ, ນະຄອນໂຮ່ຈີມິນ ກຳນົດວ່າ ຕ້ອງຫັນໄປສູ່ທ່າອ່ຽງເສດຖະກິດໝູນວຽນ ແລະເພີ່ມຄວາມໄວໃຫ້ໄລຍະໃໝ່, ໄລຍະເຕີບໂຕສີຂຽວ ເພື່ອມຸ່ງໄປເຖິງອະນາຄົດແບບຍືນຍົງ.

ປະຈຸບັນ, ນະຄອນໄດ້ປັບປຸງກອບຍຸດທະສາດເສດຖະກິດສີຂຽວ ເພື່ອຫັນເສດຖະກິດນະຄອນເຖິງປີ 2030 ຕາມທິດສີຂຽວ, ຍືນຍົງ, ພ້ອມທັງຍົກສູງລັກສະນະແກ່ງແຍ້ງຂອງພື້ນຖານເສດຖະກິດ, ເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະໃນໂລກ. ນະຄອນ ກໍ່ປະກາດໃຊ້ແຜນການລວມມີ 56 ລາຍການ ແລະ 30 ໂຄງການເພື່ອປະຕິບັດເປົ້າໝາຍນີ້, ມຸ່ງໄປເຖິງການຫຼຸດຜ່ອນການປ່ອຍອາຍພິດຂອງນະຄອນ.

leftcenterrightdel
ກອງປະຊຸມທົ່ວປະເທດສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງລັດຖະບານ ແລະອຳນາດການປົກຄອງທ້ອງຖິ່ນໄດ້ດຳເນີນໃນຕົ້ນເດືອນມັງກອນ 2024 ຜ່ານທາງອອນລາຍ. ພາບ: baochinhphu.vn

ທ່ານ ຟານວັນໝາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແບ່ງປັນວ່າ: “ພວກຂ້າພະເຈົ້າ ຈະສຸມໃສ່ການຫຼຸດຜ່ອນການປ່ອຍອາຍພິດຜ່ານການຄົມມະນາຄົມ, ໝາຍຄວາມວ່າ ສົ່ງເສີມການນຳໃຊ້ການຄົມມະນາຄົມສາທາລະນະ, ຫັນປ່ຽນບັນດາພາຫະນະຄົມມະນາຄົມທີ່ປ່ອຍມົນລະພິດອອກສູ່ສະພາບແວດລ້ອມ. ພວກຂ້າພະເຈົ້າ ຈະຫຼຸດຜ່ອນການປ່ອຍອາຍພິດຜ່ານການຜະລິດ, ຫັນປ່ຽນເຕັກໂນໂລຢີການຜະລິດດ້ວຍວິທີໝູນໃຊ້ເສດຖະກິດໝູນວຽນ. ຫຼຸດຜ່ອນການປ່ອຍອາຍພິດຜ່ານບັນດາພຶດຕິກຳ, ຄື: ການກໍ່ສ້າງສີຂຽວ, ການທ່ອງທ່ຽວສີຂຽວ, ການອຸປະໂພກ-ບໍລິໂພກສີຂຽວ ແລະນະຄອນກໍ່ຈະສຸມໃສ່ການຫັນປ່ຽນພະລັງງານມຸ່ງໄປສູ່ການນຳໃຊ້ພະລັງງານທີ່ສະອາດ ແລະນຳໃຊ້ພະລັງງານຢ່າງປະ ຢັດ”.

ຢູ່ຫາຍຟ່ອງ, ກ້າວເຂົ້າສູ່ປີ 2024, ການນຳນະຄອນ ໄດ້ກຳນົດປີນີ້ວ່າ ແມ່ນປີທີ່ນະຄອນຢືນຢູ່ຕໍ່ໜ້າກາລະໂອກາດຮັບທ່າອ່ຽງການຍົກຍ້າຍເງິນທຶນ ແລະຮັບເອົາເຕັກໂນໂລຢີຈາກບັນດາປະເທດໃນໂລກ. ເພາະສະນັ້ນ, ນະຄອນໄດ້ວາງອອກບັນດາເປົ້າໝາຍ, ໜ້າທີ່ລະອຽດເພື່ອສ້າງຄວາມບຸກທະລຸໃນປີນີ້.

ທ່ານ ເລຕ໊ຽນເຈົາ ເລຂາພັກນະຄອນຫາຍຟ່ອງ ໃຫ້ຮູ້ວ່າ: “ສຸມໃສ່ບຸລິມະສິດຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ, ຈຳເປັນຕ້ອງໃຫ້ສຳເລັດແຕ່ນີ້ຈົນຮອດໝົດອາຍຸການ, ຈຸດສຸມແມ່ນ: ນະຄອນສ້າງຕັ້ງເຂດເສດຖະກິດທີ 2 ແລະເຂດການຄ້າເສລີຢູ່ເຂດທິດໃຕ້ຂອງນະຄອນ, ເພື່ອເສີມຂະຫຍາຍທ່າແຮງກ່ຽວກັບຄວາມສາມາດບົ່ມຊ້ອນການພັດທະນາ, ທີ່ດິນ, ເສັ້ນທາງດ່ວນແຄມທະເລ. ພວກຂ້າພະເຈົ້າ ສູ້ຊົນເພື່ອເຮັດໃຫ້ຫາຍຟ່ອງ ກາຍເປັນທ້ອງຖິ່ນນຳໜ້າໃນທົ່ວປະເທດດ້ວຍ 3 ລັກສະນະສະເພາະດີທີ່ສຸດທາງດ້ານ “ທີ່ຕັ້ງ, ຄຸນນະພາບ, ລາຄາ”.

ທີ່ກອງປະຊຸມທົ່ວປະເທດສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງລັດຖະບານ ແລະອຳນາດການປົກຄອງທ້ອງຖິ່ນໄດ້ດຳເນີນໃນຕົ້ນເດືອນມັງກອນ 2024 ຜ່ານທາງອອນລາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ໜ້າທີ່ວາງອອກສຳລັບປີ 2024 ແມ່ນໜັກໜ່ວງທີ່ສຸດ, ແຕ່ວ່າກໍ່ມີຄວາມໝາຍສຳຄັນຕໍ່ກັບການປະຕິບັດບັນດາເປົ້າໝາຍ, ໜ້າທີ່ວາງອອກຕາມມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII.

ລັດຖະບານ, ນາຍົກລັດຖະມົນຕີ ພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມເດີນທາງພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ. ການຮ່ວມເດີນທາງ, ຊີ້ນຳຢ່າງໃກ້ຊິດຂອງລັດຖະບານ, ການເປັນເຈົ້າການຂອງແຕ່ລະທ້ອງຖິ່ນແມ່ນປັດໄຈຕັດສິນເຖິງການພັດທະນາເສດຖະກິດຈາກນັ້ນປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍພັດທະນາຂອງປະເທດໃນໄລຍະຈະມາເຖິງໃຫ້ສຳເລັດ.

ໂດຍ: ແສງເດືອນ