ຜູ້ວ່າການທະນາຄານແຫ່ງ ສສ ຫວຽດນາມ ໄດ້ສາກົນຈັດເປັນລະດັບ +

leftcenterrightdel
ການເຄື່ອນໄຫວຜະລິດ Vonfram ຢູ່ Masan High-Tech Materials (ບໍລິສັດລູກຂອງກຸ່ມບໍລິສັດ Masan). ພາບ: ງອັກມີ.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ເສດຖະກິດໂລກສືຶບຕໍ່ມີການເຕີບໂຕຊ້າລົງ, ການເຄື່ອນໄຫວຜະລິດ ແລະການຄ້າທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຜົນກະທົບຈາກການຜັນແປຂອງພູມສາດການເມືອງຢ່າງສັບສົນ, ອາກາດຮ້າຍແຮງ.

ຢູ່ຫຼາຍປະເທດ, ໄພເງິນເຟີ້ໄດ້ຮັບການຄວບຄຸມແຕ່ວ່າຍັງສູງຢູ່, ການຄວບຄຸມໄພເງິນເຟີ້ປະສົບສິ່ງທ້າທາຍເມື່ອສິນຄ້າໂລກມີການຜັນແປທີ່ຄາດເດົາລ່ວງໜ້າໄດ້ ຍາກ, ເພີ່ມແຮງໃນຫຼາຍໄລຍະ. ຕໍ່ໜ້າສະພາບການດັ່ງກ່າວ, ບັນດາທະນາຄານກາງໃຫຍ່ຂອງຫຼາຍປະເທດໃນໂລກສືບຕໍ່ປະຕິບັດການຮັດແໜ້ນນະໂຍບາຍການເງິນ, ເພີ່ມດອກເບ້ຍເພື່ອຄວບຄຸມໄພເງິນເຟີ້.

ໂດຍປະຕິບັດແຜນນະໂຍບາຍຂອງສະພາແຫ່ງຊາດ, ການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບການຫຼຸດດອກເບ້ຍກູ້ຢືນເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ພື້ນຖານເສດຖະກິດ, ວິສາຫະກິດ ແລະປະຊາຊົນ, ທະນາຄານແຫ່ງ ສສ ຫວຽດນາມ ໄດ້ດັດປັບໃຫ້ຫຼຸດລົງຢ່າງລຽນຕິດ 4 ເທື່ອດ້ວຍລະດັບດອກເບ້ຍກັບລະດັບຫຼຸດລົງ 0,5-2,0%/ປີ, ໃນສະພາບການດອກເບ້ຍໂລກສືບຕໍ່ເພີ່ມຂຶ້ນ ແລະຢູ່ລະດັບສູງ.

ຄຽງຂ້າງກັນນັ້ນ, ທະນາຄານແຫ່ງ ສສ ຫວຽດນາມ ກໍ່ສົມທົບກັບສະຫະພັນທະນາຄານຫວຽດນາມ ເພື່ອຂົນຂວາຍຄວາມເຫັນດີເປັນເອກະພາບຂອງບັນດາອົງການຈັດຕັ້ງສະມາຊິກສືບຕໍ່ຫຼຸດດອກເບ້ຍເງິນກູ້ຢືມລົງ. ສູ້ຊົນຫຼຸດດອກເບ້ຍໜ້ອຍສຸດ 1,5-2%/ປີ ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ປະຊາຊົນເພື່ອຮັບໃຊ້ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດໃຫ້ຖືກຕາມແຜນນະໂຍບາຍ, ການຊີ້ນຳຂອງສະພາແຫ່ງຊາດ, ລັດຖະບານ, ທະນາຄານແຫ່ງ ສສຫວຽດນາມ.

ກ່ຽວຂ້ອງເຖິງອັດຕາແລກປ່ຽນເງິນຕາ, ທະນາຄານແຫ່ງ ສສ ຫວຽດນາມ ສືບຕໍ່ບໍລິຫານອັດຕາແລກປ່ຽນຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງຕະຫຼາດ ພາຍໃນ ແລະຕ່າງປະເທດເພື່ອຮັກສາຄວາມໝັ້ນຄົງຂອງຕະຫຼາດເງິນຕາຕ່າງປະເທດ. ທີ່ການຢ້ຽມຢາມ, ເຮັດວຽກຂອງກະຊວງການເງິນອາເມລິກາ ມາຫວຽດນາມ ໃນວັນທີ 3 ຕຸລາ 2022, ກະຊວງການເງິນອາເມລິກາ ຕີລາຄາສູງວຽກງານບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນເງິນຕາຂອງທະນາຄານ ແຫ່ງ ສສ ຫວຽດນາມ ໃນສະພາບການເສດຖະກິດທົ່ວໂລກຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ. ເພາະສະນັ້ນ, ໃນບົດລາຍງານຂອງ ກະຊວງການເງິນອາເມລິກາ ເດືອນພະຈິກ 2022, ຫວຽດນາມ ໄດ້ຍົກອອກຈາກບັນຊີລາຍຊື່ຕິດຕາມການຄອບງຳເງິນຕາ.

ບັນດາຜູ້ວ່າການທະນາຄານກາງທີ່ໄດ້ຮັບການຈັດລະດັບຈາກ A ຮອດ    F ໂດຍອີງຕາມມາດຕະຖານຜົນສຳເລັດຂອງການຄວບຄຸມໄພເງິນເຟີ້, ບັນລຸໄດ້ບັນດາເປົ້າໝາຍການເຕີບໂຕເສດຖະກິດ, ເງິນຕາມີຄວາມໝັ້ນຄົງ ແລະບໍລິຫານດອກເບ້ຍ (ຈັດລະດັບ A ທຽບເທົ່າກັບການບໍລິຫານດີເລີດ, ຈັດລະດັບ F ທຽບເທົ່າກັບການບໍລິຫານບໍ່ບັນລຸໄດ້ເປົ້າໝາຍ.

ບັນດາຜູ້ວ່າການທະນາຄານກາງ ໄດ້ຈັດລະດັບ A+ (ລະດັບສູງສຸດ) ທີ່ບົດລາຍງານການຕີລາຄາ ແລະການຈັດລະດັບບັນດາຜູ້ວ່າການທະນາຄາກາງ ປີ 2023 ຂອງວາລະສານການເງິນທົ່ວໂລກແມ່ນ Shri Shaktikanta Das (ອິນເດຍ), ), Thomas J. Jordan (ສະວິດ) ແລະຫງວຽນທິຮົ່ງ (ຫວຽດນາມ). ສິ່ງນັ້ນພິສູດ ໃຫ້ເຫັນວ່າການເຄື່ອນໄຫວບໍລິຫານນະໂຍບາຍເງິນຕາຂອງທະນາຄານ ສສ ຫວຽດນາມ ໄດ້ປະຊາຄົມສາກົນຮັບຮູ້ ແລະຕີລາຄາສູງ.

ນຳໃຊ້ສິນເຊື່ອເຂົ້າບັນດາຂົງເຂດບຸລິມະສິດ

ຕາມກອງທຶນເງິນຕາສາກົນ (IMF), ການຊຸກຍູ້ການເຕີບໂຕໃນໄລຍະສັ້ນໃນໄລຍະຈະມາເຖິງຂອງບັນດາປະເທດຕ້ອງອີງໃສ່ນະໂຍບາຍປີການເງິນ, ໃນຂະນະ ນະໂຍບາຍເງິນຕາໄດ້ນຳໃຊ້ຫຼາຍເກີນໄປໃນໄລຍະຜ່ານມາ ແລະຄວາມສາມາດບົ່ມຊ້ອນບໍ່ຫຼາຍ. ຄຽງຂ້າງກັນນັ້ນ, ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດມີ ລາຍຮັບປານກາງສູງໃນປີ 2030 ແລະປະເທດພັດທະນາໃນປີ 2045, ຫວຽດນາມ ຕ້ອງຍູ້ແຮງການປະຕິບັດບັນດາມາດຕະການເພື່ອຊຸກຍູ້ກຳລັງໜູນການເຕີບໂຕເສດຖະກິດໃນໄລຍະຍາວ, ຄື: ການລົງທຶນພື້ນຖານໂຄງລ່າງ, ການເຕີບໂຕຂຽວ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ປັບປຸງສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດ.

ສຳລັບການກຳນົດທິດການເຄື່ອນໄຫວໃນໄລຍະຈະມາເຖິງ, ທະນາຄານແຫ່ງສສຫວຽດນາມ ຕ້ອງສືບຕໍ່ບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ຄົບຊຸດເພື່ອ ຄວບຄຸມໄພເງິນເຟີ້, ປະກອບສ່ວນຮັກສາຄວາມໝັ້ນຄົງເສດຖະກິດມະຫາພາກ, ຕະຫຼາດເງິນຕາ ແລະເງິນຕ່າງປະເທດມີຄວາມໝັ້ນຄົງ, ຄວບຄຸມລະດັບການເຕີບໂຕສິນເຊື່ອຕາມທິດວາງອອກ. ບໍລິຫານການເຕີບໂຕປະລິມານ ແລະໂຄງປະກອບສິນເຊື່ອເໝາະສົມ, ຕອບສະໜອງຄວາມຕ້ອງການທຶນສິນເຊື່ອໃຫ້ພື້ນຖານເສດຖະກິດເພື່ອປະກອບສ່ວນຄວບຄຸມໄພເງິນເຟີ້, ໜູນຊ່ວຍການເຕີບໂຕເສດຖະກິດ.

ສືບຕໍ່ຊີ້ນຳບັນດາອົງການຈັດຕັ້ງສິນເຊື່ອນຳໃຊ້ແຫຼ່ງທຶນສິນເຊື່ອເຂົ້າບັນດາຂົງເຂດຜະລິດ, ດຳເນີນທຸລະກິດ, ໂດຍສະເພາະແມ່ນຂົງເຂດບຸລິມະສິດ ແລະບັນດາກຳລັງໜູນການເຕີບໂຕຂອງພື້ນຖານເສດຖະກິດຕາມແຜນນະໂຍບາຍຂອງລັດຖະບານ; ຮັບປະກັນການເຄື່ອນໄຫວສິນເຊື່ອຢ່າງປອດໄພ, ມີປະສິດທິຜົນ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ແລະປະຊາຊົນມີໂອກາດຊົມໃຊ້ສິນເຊື່ອທະນາຄານ.

ໂດຍ: ແສງເດືອນ