ຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງ ຫວຽດນາມ ໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າທີ່ສຸດ ເຊິ່ງບັນດາຄະນະກວດກາຂອງ EC ລ້ວນແຕ່ຮັບຮູ້ການກວດກາຄັ້ງຕ່າງໆກ່ອນໜ້ານີ້. ປະຈຸບັນ, ຄະນະກວດກາຂອງ EC ພວມມີໜ້າຢູ່ຫວຽດນາມ ເພື່ອຕີລາຄາຜົນຂອງການປະຕິບັດຄຳສະເໜີຂອງ EC ກ່ຽວກັບ IUU.

ຜັນຂະຫຍາຍຫຼາຍມາດຕະການຢ່າງຂ້ຽວຂາດ, ຄົບຊຸດ

ດ້ວຍເປົ້າໝາຍສ້າງອາຊີບຫາປາແບບຍືນຍົງ, ມີຄວາມຮັບຜິດຊອບ, ເຊື່ອມໂຍງເຂົ້າກັບສາກົນ ແລະໃນສະເພາະໜ້າແມ່ນຍົກເລີກບັດເຫຼືອງຂອງ EC, ທົ່ວລະບົບການເມືອງໄດ້ຕັ້ງໜ້າເຂົ້າຮ່ວມ. ລາຍລະອຽດ, ຜູ້ປະຈຳການຄະນະເລຂາທິການ ໄດ້ປະກາດໃຊ້ເອກະສານສະບັບເລກທີ 81-CV/TW  ລົງວັນທີ 20 ມີນາ 2020 ກ່ຽວກັບການເພີ່ມທະວີການຊີ້ນຳ, ນຳພາການປະຕິບັດວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ຢ່າງມີປະສິດທິຜົນ; ຖືນີ້ແມ່ນໜ້າທີ່ບຸລິມະສິດ, ຮີບດ່ວນຢູ່ທ້ອງຖິ່ນ. ພ້ອມດຽວກັນນັ້ນການນຳຂັ້ນສູງຂອງລັດ, ສະພາແຫ່ງຊາດ, ລັດຖະບານ ໄດ້ມີການພົບປະ, ແລກປ່ຽນກັບການນຳຂັ້ນສູງຂອງສະຫະພາບເອີລົບ ກ່ຽວກັບຄຳໝັ້ນສັນຍາ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈດ້ານການເມືອງຂອງຫວຽດນາມ ກ່ຽວກັບການຕ້ານການຂຸດຄົ້ນ IUU.  ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຄຳສັ່ງ 3 ສະບັບ, ໂທລະສານ 4 ສະບັບ, ຂໍ້ຕົກລົງ 3 ສະບັບ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມທາງໄກ 2 ຄັ້ງ ກັບບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນທີ່ກ່ຽວຂ້ອງ; ລົງຊີ້ນຳຮອດຕາແສງ, ເມືອງ, ເທດສະບານເມືອງ,  ເທດສະບານແຂວງ ທີ່ມີທະເລຂອງ 28 ແຂວງ, ນະຄອນແຄມທະເລຂຶ້ນກັບສູນກາງໂດຍກົງ...

leftcenterrightdel
ເຮືອຫາປາຂຸດຄົ້ນສິນໃນນ້ຳຜິດກົດໝາຍ ທີ່ຖືກທະຫານຊາຍແດນແຂວງກວາງນິງ ຈັບ. ພາບ: ຫງວຽນກຽມ

ຫວຽດນາມ ໄດ້ຫັນບັນດາຂໍ້ກຳນົດຂອງ EC ກ່ຽວກັບການຕ້ານການຂຸດຄົ້ນ IUU ເຂົ້າໃນກົດໝາຍວ່າດ້ວຍສິນໃນນໍ້າປີ 2017, ລັດຖະບານ ໄດ້ປະກາດໃຊ້ດໍາລັດ 2 ສະບັບ, ກະຊວງກະສິກຳ ແລະພັດທະນາຊົນນະບົດ ໄດ້ປະກາດໃຊ້ຄຳແນະນຳ 8 ສະບັບ. ມາຮອດປີ 2019, ຂອບນິຕິກຳໄດ້ຮັບການປັບປຸງໂດຍພື້ນຖານ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ານການຂຸດຄົ້ນ IUU. ພ້ອມດຽວກັນນັ້ນກະຊວງກະສິກໍາ-ພັດທະນາຊົນນະບົດ ໄດ້ສ້າງ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ໃຫ້ປະກາດໃຊ້ບັນດາລາຍການ, ແຜນຮ່າງ, ການວາງແຜນຜັງ ເພື່ອພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ມີຄວາມຮັບຜິດຊອບ, ເຊື່ອມໂຍງສາກົນ ແລະຕ້ານການຂຸດຄົ້ນ IUU ເພື່ອປະຕິບັດຍຸດທະສາດພັດທະນາສິນໃນນ້ຳຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ທີ່ທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດໃນຂໍ້ຕົກລົງສະບັບເລກທີ 339/QĐ-TTg  ລົງວັນທີ 11 ມີນາ 2021 ຢ່າງມີປະສິດທິຜົນ.

ຕາມທ່ານ ເຈິ່ນດິ່ງລວນ, ຫົວໜ້າກົມສິນໃນນ້ຳ (ກະຊວງກະສິກຳ-ພັດທະນາຊົນນະບົດຫວຽດນາມ) ແລ້ວ, ໃນ 6 ປີຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມປະຕິບັດຕາມຂໍ້ສະເໜີແນະ, ຄຳຮຽກຮ້ອງຂອງ EC ຕໍ່ກັບການຕ້ານການຂຸດຄົ້ນ IUU. ຈົນມາຮອດປະຈຸບັນ, ບັນດາຂໍ້ກຳນົດຂອງກົດໝາຍໄດ້ຮັບການປັບປຸງ, ສອດຄ່ອງກັບກົດໝາຍຂອງຫວຽດນາມ. ຢູ່ບັນດາແຂວງ, ນະຄອນແຄມທະເລໄດ້ມີບັນດາຮູບແບບທ້ອງຖິ່ນ, ຊາວປະມົງເຮັດໄດ້ດີ ແລະຕ້ອງຜັນຂະຫຍາຍໃຫ້ກວ້າງຂວາງ ເພື່ອໃຫ້ບັນດາທ້ອງຖິ່ນປະຕິບັດຕາມ.

ພິເສດ, ສຳລັບວຽກງານຕໍ່ສູ້, ສະກັດກັ້ນ, ແກ້ໄຂເຮືອຫາປາຂອງຫວຽດນາມ ຂຸດຄົ້ນສິນໃນນ້ຳຜິດກົດໝາຍຢູ່ເຂດທະເລຕ່າງປະເທດ, ບັນດາກຳລັງປະຕິບັດກົດໝາຍຢູ່ທະເລ (ທະຫານເຮືອ, ຕຳຫຼວດທະເລ, ກຳລັງກວດກາການປະມົງ) ໄດ້ລາດຕະເວນ, ກວດກາ, ຕິດຕາມກວດກາຢູ່ບັນດາເຂດທະເລທີ່ຕິດຈອດກັນ, ທັບຊ້ອນກັນ, ບັນດາເຂດຈຸດສຸມເພື່ອສະກັດກັ້ນ, ແກ້ໄຂເຮືອຫາປາທີ່ມີການກະທຳຜິດກົດໝາຍ. ໄລ່ສະເພາະແຕ່ປີ 2022, ຫວຽດນາມ ໄດ້ປັບໄໝລົງໂທດເກືອບ 1.000 ກໍລະນີທີ່ລະເມີດດ້ານບໍລິຫານ ສໍາລັບການກະທຳລະເມີດການຂຸດຄົ້ນ IUU ດ້ວຍຈໍານວນເງິນກວ່າ 16 ຕື້ດົ່ງ. ແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ໄດ້ປັບໄໝລົງໂທດ 2.111  ກໍລະນີ ດ້ວຍຈໍານວນເງິນແມ່ນ 44,477 ຕື້ດົ່ງ.

ຍ້ອນສິ່ງດັ່ງກ່າວນັ້ນ, ໃນແຕ່ລະປີຈຳນວນເຮືອຫາປາລະເມີດກົດໝາຍຢູ່ເຂດທະເລຕ່າງປະເທດຈຶ່ງຫຼຸດລົງຢ່າງແຮງ. ພິເສດແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ເຮືອຫາປາຂຸດຄົ້ນຜິດກົດໝາຍຢູ່ເຂດທະເລຕ່າງປະເທດຖືກຈັບ, ປັບໄໝລົງໂທດໄດ້ຫຼຸດລົງ 84,35%  ເມື່ອທຽບໃສ່ກັບປີ 2016.

ສ້າງອາຊີບຫາປາແບບຍືນຍົງ, ມີຄວາມຮັບຜິດຊອບ

ເລື່ອງຕັ້ງໜ້າຜັນຂະຫຍາຍຫຼາຍມາດຕະການຢ່າງຂ້ຽວຂາດ, ຄົບຊຸດໃນໄລຍະຜ່ານມາ, ບໍ່ພຽງແຕ່ເພື່ອແນໃສ່ຍົກເລີກ "ບັດເຫຼືອງ" ຂອງ EC ເທົ່ານັ້ນແຕ່ຫວຽດນາມ ຍັງຢາກສ້າງອາຊີບຫາປາທີ່ມີຄວາມຮັບຜິດຊອບ ແລະພັດທະນາແບບຍືນຍົງ. ການນຳກະຊວງກະສິກຳ ແລະພັດທະນາຊົນນະບົດ ກັບທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ-ພັດທະນາຊົນນະບົດໄດ້ຢັ້ງຢືນຫຼາຍເທື່ອແລ້ວຢູ່ເວທີປາໄສສະພາແຫ່ງຊາດ, ທີ່ບັນດາກອງປະຊຸມ, ພິເສດແມ່ນໃນການຢ້ຽມຢາມ ແລະເຮັດວຽກກັບບັນດາອົງການຂອງຄະນະກຳມະການເອີລົບ ຢູ່ Brussel (ແບນຊິກ) ກາງເດືອນກັນຍາ ຜ່ານມາ ກ່ຽວກັບສິ່ງດັ່ງກ່າວ.

ຫວ່າງມໍ່ໆມານີ້, ວັນທີ 7 ຕຸລາ, ກ່າວຄຳເຫັນທີ່ກອງປະຊຸມຊຸກຍູ້ບັນດາມາດຕະການຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ, ກະກຽມຕ້ອນຮັບ ແລະເຮັດວຽກກັບຄະນະກວດກາຂອງ EC  ຄັ້ງທີ 4, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ: ການຕ້ານການຂຸດຄົ້ນ IUU ຕົ້ນຕໍແມ່ນເພື່ອຜົນປະໂຫຍດຂອງປະເທດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນພວກເຮົາ, ບໍ່ແມ່ນເພື່ອການກວດການ, ກວດກາຂອງ EC.  ສະນັ້ນ, ຕ້ອງຍົກສູງສະຕິຂອງປະຊາຊົນໃນການປະຕິບັດກົດໝາຍ ແລະປົກປັກຮັກສາສິ່ງແວດລ້ອມ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການແກ້ໄຂກໍລະນີລະເມີດ, ໂຄສະນາ, ຂົນຂວາຍປະຊາຊົນ, ສຶກສາອົບຮົມ ແລະເບິ່ງແຍງດູແລປະຊາຊົນໃຫ້ຖືກຕາມທິດເພີ່ມທະວີການລ້ຽງປູກ, ປຸງແຕ່ງ ແລະຫຼຸດຜ່ອນການຫາປາໄກຝັ່ງ.

ທຸກສິ່ງທຸກຢ່າງໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ປາດຖະໜາ ແລະມານະພະຍາຍາມເພື່ອຕ້ານການຂຸດຄົ້ນ IUU ຢ່າງຂ້ຽວຂາດ, ມີຄວາມລະອຽດ. ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບຫຼາຍທ້ອງຖິ່ນທີ່ເຮັດດີ, ປະຕິບັດຂໍ້ກຳນົດຕ້ານການຂຸດຄົ້ນຢ່າງເຂັ້ມງວດ, ຍັງມີບາງທ້ອງຖິ່ນປະຕິບັດບໍ່ໄດ້ດີປານໃດ. ສຳລັບກໍລະນີນີ້, ຕາມທ່ານ ເຈິ່ນດິ່ງລວນ ແລ້ວ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນເພີ່ມທະວີວຽກງານໂຄສະນາ, ຂົນຂວາຍ ເພື່ອໃຫ້ຊາວປະມົງບໍ່ລະເມີດກົດໝາຍ, ສ່ວນກໍລະນີທີ່ລະເມີດເມື່ອພົບເຫັນຕ້ອງແກ້ໄຂຢ່າງເຂັ້ມງວດ. ຄືແນວນັ້ນ, ຈຶ່ງບໍ່ມີປະກົດການລະເມີດກົດໝາຍ ຫຼືລະເມີດຂໍ້ກຳນົດຕ້ານການຂຸດຄົ້ນ IUU, ປະກອບສ່ວນສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ.

ທ່ານ ຟຸ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກຳ-ພັດທະນາຊົນນະບົດຫວຽດນາມ ແບ່ງປັນວ່າ "ສຳລັບບັນດາບັນຫາ ເຊິ່ງຄະນະກວດກາຂອງ EC ຄັ້ງທີ 3 ໄດ້ຍົກອອກມານັ້ນ ພວກເຮົາໄດ້ປະຕິບັດຢ່າງເຂັ້ມງວດ, ຜັນຂະຫຍາຍຢ່າງຂ້ຽວຂາດ. ຝ່າຍ EC ກໍ່ໄດ້ຮັບຮູ້ເຖິງຄວາມຕັດສິນໃຈ, ມານະພະຍາຍາມ ແລະການຫັນປ່ຽນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການຕ້ານການຂຸດຄົ້ນ IUU.  ພວກຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງພວກເຮົາຈະຍົກເລີກ "ບັດເຫຼືອງ" ໄດ້.

ໂດຍ: ແສງເດືອນ