ຕາມທ່ານພັນເອກພິເສດ ເຈົາຈັກ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງອານຢາງ ແລ້ວ, ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍປະຕິບັດຄໍາສັ່ງເລກທີ 572-CT/QUTW ຂອງຄະນະປະຈໍາຄະນະພັກການທະຫານສູນກາງ ວ່າດ້ວຍກອງທັບປະຕິບັດວຽກງານຊົນເຜົ່າໃນສະພາບການໃໝ່ຢ່າງເຂັ້ມງວດ; ພ້ອມທັງສົມທົບກັນຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ທຸກຂັ້ນ, ບັນດາຄະນະ, ຂະແໜງການ ແລະອົງການຈັດຕັ້ງມະຫາຊົນ, ໂດຍສະເພາະແມ່ນຫ້ອງຊົນເຜົ່າ ເມືອງອານຝູ ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນບັນດາເຜົ່າ, ໂດຍສະເພາະແມ່ນຜູ້ມີຍົດຖາບັນດາສັກ, ຜູ້ມີຖານະຕຳແໜ່ງ ແລະຜູ້ທີ່ມີອິດທິພົນຊື່ສຽງ ຍົກສູງສະຕິລະວັງຕົວຕໍ່ການເຄື່ອນໄຫວໂຄສະນາບິດເບືອນ, ຍຸແຫຍ່ຂອງອິດທິກໍາລັງເປັນປໍລະປັກ... ບັນດາກິດຈະກໍາເຄື່ອນໄຫວດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນ ເຜົ່າຈໍາ ມີຄວາມຮັບຮູ້ຢ່າງຖືກຕ້ອງ ແລະປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ເປັນຢ່າງດີ; ຕັ້ງໜ້າພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ ແລະເຂົ້າຮ່ວມຂະບວນການ, ບັ້ນປຸກລະດົມຕ່າງໆຢູ່ທ້ອງຖິ່ນ, ລົບລ້າງຮີດຄອງປະເພດນີທີ່ຫຼ້າຫຼັງ.

leftcenterrightdel
ການນໍາກອງບັນຊາການທະຫານແຂວງອານຢາງ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນ ເຜົ່າຈໍາ. ພາບ: ກວາງດຶກ.

ແຕ່ປີ 2012 ມາຮອດປັດຈຸບັນ, ກໍາລັງປະກອບອາວຸດແຂວງອານຢາງ ໄດ້ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ຫໍທຳມະສະພາ ຈໍານວນ 280 ພູດ, ລວມມູນຄ່າ 240 ລ້ານດົ່ງ ເນື່ອງໃນໂອກາດເດືອນກິນເຈ ຣາມາດານ, ບຸນເຕັດ Roya Haji; ເຂົ້າຮ່ວມປຸກລະດົມຂົນຂວາຍນັກຮຽນທີ່ໄດ້ປະຮຽນກັບຄືນໂຮງຮຽນ ຈໍານວນ 152 ຄົນ; ມອບອຸປະກອນການຮຽນ ແລະທຶນການສຶກສາໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ ດ້ວຍຈໍານວນເງິນ 400 ກວ່າລ້ານດົ່ງ; ກວດພະຍາດ, ແຈກຢາຍຢາ, ມອບຂອງຂວັນ ໃຫ້ບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກ ຈໍານວນ 2.000 ກວ່າພູດດ້ວຍຈໍານວນເງິນ 690 ລ້ານດົ່ງ; ປຸກລະດົມຂົນຂວາຍການສ້ອມແປງ, ກໍ່ສ້າງເຮືອນແຫ່ງ “ມະຫາສາມັກຄີ”, “ເຮືອນສົງເຄາະ” ຈໍານວນ 25 ຫຼັງ... ທ່ານນາງ Sity Hara ຫົວໜ້າ ສະໂມສອນແມ່ຍິງຈໍາ ແຂວງອານຢາງ ໃຫ້ຮູ້ວ່າ “ເຖິງແມ່ນວ່າເປັນວົງຄະນາຍາດນ້ອຍ ກໍຕາມ ແຕ່ປະຊາຊົນເຜົ່າຈໍາ ຍາມໃດກໍໄດ້ຮັບຄວາມເອົາໃຈເປັນພິເສດ ຈາກອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ, ໂດຍສະເພາະແມ່ນຂອງກໍາລັງປະກອບອາວຸດແຂວງອານຢາງ. ຍ້ອນການຊ່ວຍເຫຼືອນັ້ນ, ໃນໄລຍະຜ່ານມາ, ປະຊາຊົນເຜົ່າຈໍາ ໄດ້ພ້ອມກັບອໍານາດການປົກຄອງທ້ອງຖິ່ນ ຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີກັນ, ພັດທະນາເສດຖະກິດ-ສັງຄົມ”.

ທ່ານພັນເອກພິເສດ ເຈົາຈັກ ໃຫ້ຮູ້ຕື່ມອີກວ່າ “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຈະສືບຕໍ່ຊາບຊຶມບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບວຽກງານຊົນເຜົ່າ ແລະນະໂຍບາຍຊົນເຜົ່າ ເພື່ອເປັນເສນາທິການ, ສະເໜີມາດຕະການໃຫ້ເໝາະສົມ; ຕັ້ງໜ້າເຂົ້າຮ່ວມການໜູນຊ່ວຍຄະນະພັກ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ ໃຫ້ແກ່ປະຊາຊົນເຜົ່າຈໍາ. ກໍາລັງປະກອບອາວຸດແຂວງ ກໍສຸມໃສ່ຍົກສູງລະດັບສີມືການຊ່າງ ແລະສ້າງວຽກເຮັດງານທໍາໃຫ້ພໍ່ແມ່ປະຊາຊົນ, ປະກອບສ່ວນພ້ອມກັບ ທ້ອງຖິ່ນພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ; ປະຕິບັດວຽກງານອົບຮົມຫັດແອບ, ເຄື່ອນທັບອອກນອກເມືອງສົມທົບກັບວຽກງານຂົນຂວາຍປະຊາຊົນເຂດປະຊາຊົນເຜົ່າສ່ວນໜ້ອຍ ເພື່ອເພີ່ມທະວີຄວາມເຊື່ອໝັ້ນ ແລະສ້າງສາຍພົວພັນສາມັກຄີລະຫວ່າງທະຫານ ແລະປະຊາຊົນ”.

ໂດຍ: ໄຊຊະນະ