ພິເສດ, ວິສາຫະກິດຫວຽດນາມ ໄດ້ພາດຫຼາຍໂອກາດ ແລະຍັງບໍ່ທັນໝູນໃຊ້ທ່າໄດ້ປຽບຈາກ EVFTA ເມື່ອຫຼາຍຜະລິດຕະພັນຂອງຫວຽດນາມ ທີ່ນໍາເຂົ້າຕະຫຼາດອີຢູ ພັດມີເຄື່ອງໝາຍການຄ້າຂອງປະເທດອື່ນ. ວິສາຫະກິດຕ້ອງເຂົ້າໃຈວ່າ, ເລື່ອງນໍາສິນຄ້າຂອງຫວຽດນາມ ສົ່ງອອກໄປຍັງໂລກ ດ້ວຍເຄື່ອງໝາຍການຄ້າຂອງຫວຽດນາມ, ຂາຍໃຫ້ປະຊາຊົນປະຈໍາຖິ່ນ ແມ່ນການສົ່ງອອກທີ່ຍືນຍົງ ເຊິ່ງພວກເຮົາຄວນມຸ່ງໄປເຖິງ.

ສິນຄ້າຫວຽດນາມ ກວມເອົາຍັງບໍ່ຮອດ 2% ຂອງຕະຫຼາດອີຢູ

EVFTA ໄດ້ກາຍເປັນເຄື່ອງມືຊ່ວຍຊູກໍາລັງແຮງສໍາຄັນຊຸກຍູ້ການຄ້າສອງສົ້ນລະຫວ່າງຫວຽດນາມ-ອີຢູ ໃຫ້ເຕີບໂຕຢ່າງລຽນຕິດ, ນັບທັງໃນໄລຍະເກີດພະຍາດໂຄວິດ-19. ຍອດວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອີຢູ ນັບແຕ່ເດືອນສິງຫາ 2020 ຮອດເດືອນກໍລະກົດ 2022 ບັນລຸ 83,4 ຕື້ໂດລາສະຫະລັດ (ສະເລ່ຍແມ່ນ 41,7 ຕື້ໂດລາສະຫະລັດ/ປີ), ສູງກວ່າວົງເງິນການສົ່ງອອກສະເລ່ຍປີ ໄລຍະ 2016-2019 ແມ່ນ 24%. ອີຢູ ກາຍເປັນຄູ່ຮ່ວມມືການຄ້າແຖວໜ້າ ແລະກໍ່ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ຂອງຫວຽດນາມ. ແຕ່ວ່າ, ສິ່ງທີ່ຄວນເອົາໃຈໃສ່ແມ່ນຄວາມສາມາດບ່ົມຊ້ອນຂຸດຄົ້ນຕະຫຼາດຍັງໃຫຍ່ຫຼວງຢູ່, ສິນຄ້າຫວຽດນາມ ກວມເອົາຍັງບໍ່ຮອດ 2% ຂອງຕະຫຼາດອີຢູ, ໃນຂະນະນັ້ນ, ນີ້ແມ່ນຕະຫຼາດທີ່ມີກໍາລັງຊື້ສິນຄ້າຢ່າງໃຫຍ່ຫຼວງດ້ວຍມູນຄ່າການນໍາເຂົ້າສິນຄ້າໃນແຕ່ລະປີແມ່ນຂຶ້ນເຖິງ 2.500 ຕື້ໂດລາສະຫະລັດ.

leftcenterrightdel
ການເຄື່ອນໄຫວຜະລິດ ຢູ່ບໍລິສັດຈ່າວີງ Farm ຈໍາກັດ, ຢູ່ແຂວງຈ່າວີງ. ພາບ: ລອງວີງ

ທ່ານ ໂງຈຸງແຄງ, ຮອງຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ, ອີຢູ ແມ່ນຕະຫຼາດ ທີ່ມີກໍາລັງຊື້ສູງ, ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ. ແຕ່ວ່າ, ດ້ວຍປະລິມານວິສາຫະກິດຫວຽດນາມ ສົ່ງອອກສິນຄ້າ ໄປຍັງຕະຫຼາດນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ... ເມື່ອເຕື້ອງເຖິງສາຍເຫດນັ້ນ, ທ່ານ ໂງຈຸງແຄງ ຖືວ່າ, ຍ້ອນຈິນຕະນາການຂອງຊາວເອີລົບ, ພວກເຂົາ ບໍ່ພຽງແຕ່ເອົາໃຈໃສ່ເຖິງລາຄາ, ຄຸນນະພາບ ເທົ່ານັ້ນ,  ຫາກຍັງເອົາໃຈໃສ່ເຖິງແບບວິທີຜະລິດຜະລິດຕະພັນອີກດ້ວຍ; ແບບວິທີ ທີ່ວິສາຫະກິດ ປະພຶດຕໍ່ກັບຊາວຜູ້ອອກແຮງງານ, ສິ່ງແວດລ້ອມ, ສັງຄົມຄືແນວໃດ...

ມີຫຼາຍຄໍາເຫັນຖືວ່າ, ສາຍເຫດເຮັດໃຫ້ຄວາມສາມາດແກ່ງແຍ້ງ ຂອງສິນຄ້າຫວຽດນາມຢູ່ຕະຫຼາດອີຢູ ຍັງບໍ່ທັນສູງນັ້ນ ແມ່ນຍ້ອນວິສາຫະກິດ ຍັງບໍ່ທັນຮັບຮູ້ຄວາມສໍາຄັນຂອງການພັດທະນາເຄື່ອງໝາຍການຄ້າ ຢູ່ຕະຫຼາດສົ່ງອອກ. ຕາມປົກກະຕິແລ້ວ, ບັນດາວິສາຫະກິດ ສຸມໃສ່ການເພີ່ມສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນ, ສ່ວນຄວາມຮັບຮູ້ກ່ຽວກັບບົດບາດຂອງການພັດທະນາເຄື່ອງໝາຍການຄ້າ  ແມ່ນຍັງບໍ່ທັນຄວາມເອົາໃຈໃສ່ເທົ່າທີ່ຄວນ. ຫວຽດນາມ ມີຊື່ສຽງໃນການສົ່ງອອກ ເຂົ້າສານ, ກາເຟ, ເຄື່ອງຕໍ່າແຜ່ນຕັດຫຍິບ... ໄດ້ຢູ່ໃນທອັບແຖວໜ້າໂລກ, ແຕ່ວ່າ ສິນຄ້ານໍາເຂົ້າອີຢູ ພັດມີເຄື່ອງໝາຍການຄ້າຂອງປະເທດອື່ນ.

ຍົກສູງຄວາມຮັບຮູ້ ໃນການພັດທະນາເຄື່ອງໝາຍການຄ້າ

ເລື່ອງສົ່ງອອກ ດ້ວຍເຄື່ອງໝາຍການຄ້າຂອງປະເທດອື່ນ ເຮັດໃຫ້ມູນຄ່າເພີ່ມຂອງສິນຄ້າຫວຽດນາມຖືດຫຼຸດລົງ, ກໍ່ຄືຄວາມສາມາດແກ່ງແຍ້ງຂອງສິນຄ້າ ບໍ່ໄດ້ຮັບການປັບປຸງ. ຍ້ອນເຫດນັ້ນ, ນອກຈາການຮັບປະກັນທາງດ້ານຄຸນນະພາບ, ຕອບສະໜອງມາດຕະຖານ, ມາດຖານຄວາມປອດໄພໃຫ້ຜະລິດຕະພັນແລ້ວ, ບັນດາວິສາຫະກິດຫວຽດນາມ ຄວນປ່ຽນແປງຈິນຕະນາການ ເພື່ອໃຫ້ມີຍຸດທະສາດ ພັດທະນາຕະຫຼາດ ຄື: ຍຸດທະສາດການຕະຫຼາດ (marketing), ການສື່ສານ. ທ່ານນາງ ຫງວຽນທິທູຖຸຍ, ຮອງຜູ້ອໍານວຍການສູນໜູນຊ່ວຍການສົ່ງອອກ, ກົມສ່ົງເສີມການຄ້າ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຖືວ່າ, ໂອກາດຂອງວິສາຫະກິດຫວຽດນາມ ສົ່ງອອກໄປຍັງຕະຫຼາດອີຢູ ແມ່ນໃຫຍ່ຫຼວງ, ພິເສດເມື່ອເຂົ້າເຖິງຕະຫຼາດ ທີ່ມີມາດຕະຖານສູງ, ວິສາຫະກິດກໍ່ມີຄວາມສາມາດ ຍົກສູງຄຸນນະພາບຜະລິດຕະພັນ ແລະຄວາມສາມາດແກ່ງແຍ້ງ. ແຕ່ວ່າ, ຕາມທ່ານນາງ ຖຸຍ ແລ້ວ, ວິສາຫະກິດ ຄວນມີບາດກ້າວເດີນຢ່າງມີແບບມີແຜນ, ມີຍຸດທະສາດ ຈຶ່ງສາມາດນໍາເຄື່ອງໝາຍການຄ້າສະເພາະຂອງຕົນ ເຂົ້າຕະຫຼາດໄດ້. ອີຢູ ແມ່ນຕະຫຼາດມີຄວາມຮຽກຮ້ອງຕ້ອງການ, ການກໍານົດຢ່າງເຄັ່ງຄັດ ດ້ວຍມາດຕະຖານສູງ ທາງດ້ານຄຸນນະພາບ, ສິ່ງແວດລ້ອມ, ແຮງງານ... ພິເສດ, ສິນຄ້າທີ່ສົ່ງອອກ ຕ້ອງການມີຄຸນນະພາບດຽວກັນ ຈຶ່ງຮັກສາ ຊື່ສຽງຂອງວິສາຫະກິດກັບຄູ່ຮ່ວມມືນໍາເຂົ້າ ຢູ່ອີຢູ.

leftcenterrightdel
ການເຄື່ອນໄຫວຜະລິດ ຢູ່ບໍລິສັດຫຸ້ນສ່ວນຕັດຫຍິບເລກ 10, ຮ່າໂນ້ຍ. ພາບ: ຢາງນາມ

ສ່ວນທ່ານ ຫວູແອັງເຊີນ, ຜູ້ຮັບຜິດຊອບຫ້ອງການການຄ້າຫວຽດນາມ ປະຈໍາ ຝະຣັ່ງ ຖືວ່າ, ກ່ອນອື່ນໝົດແມ່ນບັງຄັບ ແລະແນ່ນອນຕ້ອງຕອບສະໜອງມາດຕະຖານ, ຄວາມຮຽກຮ້ອງຕ້ອງການທັງໝົດຂອງຕະຫຼາດ. ຄຽງຂ້າງນັ້ນ, ວິສາຫະກິດ ຄວນມີນັກຊ່ຽວຊານໃຫ້ຄໍາປຶກສາ ກ່ຽວກັບການສົ່ງອອກ. ດ້ານໜຶ່ງ, ການສ້າງເຄື່ອງໝາຍການຄ້າ ກໍ່ໄປຕາມຂະແໜງສິນຄ້າລະອຽດ, ໃນຕໍ່ໜ້າແມ່ນຂະແໜງສິນຄ້າ  ທີ່ມີທ່າແຮງຂອງຫວຽດນາມ ໃນປັດຈຸບັນຄື:  ໝາກມ່ວງຫິມະພານ, ໝາກພິກໄທ, ເຂົ້າສານ, ກາເຟ... ຄຽງຂ້າງນັ້ນ, ບັນດາວິສາຫະກິດ ຄວນປ່ຽນແປງຈິນຕະນາການ ໃນການດໍາເນີນທຸລະກິດ ສໍາລັບຕະຫຼາດອີຢູ, ຕ້ອງສ້າງຊຸດຮັບຮູ້ເຄື່ອງໝາຍການຄ້າ ໃຫ້ບັນດາຜະລິດຕະພັນ ເພື່ອເຂົ້າເຖິງຕະຫຼາດອີຢູ, ເອົາໃຈໃສ່ເຖິງການຈົດທະບຽນປົກປ້ອງກາໝາຍ ໃຫ້ບັນດາຜະລິດຕະພັນຂອງຫວຽດນາມ ຢູ່ຕະຫຼາດອີຢູ ເພື່ອສາມາດພັດທະນາຍາວນານ ຢູ່ຕະຫຼາດນີ້.

ໂດຍ: ທູຈາງ