ຜົນສຳເລັດດັ່ງກ່າວມີການປະກອບສ່ວນຂອງປະຊາຄົມວິສາຫະກິດຊາວຫວຽດນາມ ຢູ່ຕ່າງປະເທດບໍ່ແມ່ນໜ້ອຍ. ບັນດາຜູ້ແທນໄດ້ເນັ້ນໜັກຄືດັ່ງກ່າວທີ່ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ປີ 2022 ໂດຍກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ແລະຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດຫວຽດນາມ) ພ້ອມກັບບັນດາຄູ່ຮ່ວມມືທີ່ຢູ່ພາຍໃນປະເທດ ແລະສາກົນຮ່ວມກັນຈັດຕັ້ງໃນວັນທີ 20 ເມສາ ຢູ່ຮ່າໂນ້ຍ.

ອັນດັບມູນຄ່າຂອງເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

ກ່າວຄຳເຫັນທີ່ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ 2022 ດ້ວຍຫົວຂໍ້: “ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ-ຍົກຖານະບົດບາດ, ຕິດປີກບິນໄປໄກ” ທ່ານ ໂດ໋ຖັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ, ຮອງປະທານສະພາເຄື່ອງໝາຍການຄ້າແຫ່ງຊາດ ໃຫ້ຮູ້ວ່າ: ຜ່ານເວລາເກືອບ 20 ປີແຫ່ງການກຳເນີດ ແລະພັດທະນາ, ໂຄງການເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ຕາມບົດລາຍງານຕີລາຄາຈາກ Brand Finance-ກຸ່ມບໍລິສັດແຖວໜ້າໂລກ ກ່ຽວກັບການຕີລາຄາເຄື່ອງໝາຍການຄ້າບັນດາປະເທດແລ້ວ, ໃນ 3 ປີມໍ່ໆມານີ້, ອັນດັບມູນຄ່າຂອງເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ແລະນອນໃນກຸ່ມເຄື່ອງໝາຍການຄ້າເຂັ້ມແຂງ. ບົດລາຍງານຈາກ Brance Finance ສະແດງໃຫ້ເຫັນວ່າ ປີ 2021, ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ໄດ້ກຳນົດລາຄາເພີ່ມຂຶ້ນອີກ 21,6% ເມື່ອທຽບໃສ່ກັບປີ 2020, ຂຶ້ນເປັນ 388 ຕື້ໂດລາສະຫະລັດ, ຍັງຄົງຮັກສາໄດ້ອັນດັບ 33 ໃນໂລກ, ໃນຂະນະທີ່ພະຍາດໂຄວິດ-19 ຜັນແປສັບສົນ. ທ່ານ ໂດ໋ຖັງຫາຍ ໃຫ້ຮູ້ວ່າ “ປະຈຸບັນຫວຽດນາມ ແມ່ນໜຶ່ງໃນ 10 ພື້ນຖານເສດຖະກິດ ທີ່ມີລະດັບເປີດປະຕູໃຫຍ່ທີ່ສຸດໃນໂລກດ້ວຍອັດຕາສົ່ງອອກ/GDP ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ. ນີ້ແມ່ນ “ຖານຍິງ” ໃຫຍ່ທີ່ສຸດ ເພື່ອເພີ່ມອັນດັບໃຫ້ກຳລັງແກ່ງແຍ້ງຂອງວິສາຫະກິດຫວຽດນາມ ໃນຕາຕະລາງຈັດອັນດັບໂລກ”.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີເປີດສັບປະດາເຄື່ອງໝາຍການຄ້າແຫ່ງຊາດ 2022 ຕອບສະໜອງວັນເຄື່ອງໝາຍການຄ້າຫວຽດນາມ (20 ເມສາ). ພາບ: ຕ໊ວນແອັງ.

ກໍ່ຕາມການນຳກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ຫຼາຍກຸ່ມບໍລິສັດ ແລະວິສາຫະກິດຫວຽດນາມ ຮັບຮູ້ໄດ້ບົດບາດສຳຄັນຂອງເຄື່ອງໝາຍການຄ້າ, ປຽບເໝືອນດັ່ງ: “ລູກກະແຈ” ຊ່ວຍເພີ່ມມູນຄ່າໃຫ້ຜະລິດຕະພັນກໍ່ຄືມູນຄ່າຂອງວິສາຫະກິດ. ໃນທອັບ 50 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຂອງຫວຽດນາມ, ອັດຕາວິສາຫະກິດມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດເພີ່ມຂຶ້ນໃນແຕ່ລະປີແມ່ນແຕ່ 28% ໃນປີ 2018 ຂຶ້ນເປັນ 34% ໃນປີ 2021. ພິເສດ, ໃນທອັບ 10 ເຄື່ອງໝາຍການຄ້າທີ່ມີມູນຄ່າໃຫຍ່ທີ່ສຸດຫວຽດນາມ, ອັດຕາວິສາຫະກິດຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດເພີ່ມຂຶ້ນຈາກ 20% ໃນປີ 2018 ຂຶ້ນເຖິງ 60% ໃນປີ 2021. ຄຽງຂ້າງການເພີ່ມຈຳນວນ, ອັດຕາເພີ່ມຂຶ້ນກ່ຽວກັບມູນຄ່າຂອງບັນດາວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ໃນທອັບ 10 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຫວຽດນາມ, ຕາມການຕີລາຄາຂອງ Brand Finance, ກໍ່ເພີ່ມຂຶ້ນຫຼາຍພໍສົມຄວນ, ແຕ່ 21,9% ໃນປີ 2018 ຂຶ້ນເກືອບຮອດ 68% ໃນປີ 2021.

ທູດໂຄສະນາສິນຄ້າ ແລະເຄື່ອງໝາຍການຄ້າຫວຽດນາມ ອອກສູ່ໂລກ

ເມື່ອເນັ້ນໜັກເຖິງບັນດາຜົນງານພັດທະນາອັນໃຫຍ່ຫຼວງຂອງປະເທດເຮົາໃນຊຸມປີຜ່ານມາແມ່ນໝາກຜົນຂອງການເສີມຂະຫຍາຍປະສິດທິຜົນຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ໃນນັ້ນມີການປະກອບສ່ວນ ແລະບົດບາດສຳຄັນທີ່ສຸດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 5,3 ລ້ານຄົນ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢັ້ງຢືນວ່າ ບັນດານັກທຸລະກິດແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດບໍ່ພຽງແຕ່ຈຳກັດທາງດ້ານແຫຼ່ງການເງິນທີ່ສົ່ງເມືອປະເທດພາຍໃຕ້ຮູບການລົງທຶນ ແລະການແລກປ່ຽນເງິນຕາຢູ່ຕ່າງປະເທດທີ່ສົ່ງເມືອປະເທດໃນທຸກປີເທົ່ານັ້ນ ແຕ່ຍັງມີບົດບາດອັນໃຫຍ່ຫຼວງໃນການຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນໃນການເຄື່ອນໄຫວເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດຫວຽດນາມ ຢູ່ພາຍໃນ ແລະຕ່າງປະເທດ, ລະຫວ່າງບັນດາວິສາຫະກິດຫວຽດນາມ ກັບວິສາຫະກິດຂອງຫຼາຍປະເທດໃນໂລກ.

ຕາມທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ແລ້ວ ປະຊາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍຄວາມຮູ້, ບົດຮຽນຢູ່ປະເທດປະຈຳຖິ່ນ ແລະຄວາມຮັກບ້ານເກີດເມືອງນອນໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ ເພື່ອນຳສິນຄ້າຫວຽດນາມ ໄປສູ່ປະເທດຕ່າງໆ. ບັນດາຮາກຖານຈຳໜ່າຍ, ໂຄສະນາສິນຄ້າຫວຽດນາມ ຢູ່ຕ່າງປະເທດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຖິງວ່າຂອບຂະໜາດຍັງຈຳກັດຢູ່ກໍ່ຕາມແຕ່ກໍ່ໄດ້ເຜີຍແຜ່ໄປຫຼາຍປະເທດ ແລະເຂດແຄວ້ນ, ປະກອບສ່ວນໂຄສະນາເຜີຍແຜ່ຜະລິດຕະພັນຂອງຫວຽດນາມ ໃຫ້ເພື່ອນມິດສາກົນ.

ມີທັດສະນະຄ້າຍຄືດັ່ງຂ້າງເທິງ, ທ່ານ ຮວ່າງແມ້ງເຫ້ວ, ປະທານສະຫະພັນບັນດາສະມາຄົມນັກທຸລະກິດຫວຽດນາມ ຢູ່ເອີລົບ ໃຫ້ຮູ້ວ່າ ເພື່ອນຳສິນຄ້າເຂົ້າບັນດາຕະຫຼາດ “ຄຸນນະພາບສູງ”, ນອກຈາກຍົກສູງຄຸນນະພາບ, ສິນຄ້າຂອງຫວຽດນາມ ໄດ້ປະສົບຜົນສຳເລັດໃນການກໍ່ສ້າງເຄື່ອງໝາຍການຄ້າ, ເພີ່ມຄວາມແຕກຕ່າງກັບຜະລິດຕະພັນຄ້າຍຄືກັນຂອງປະເທດຕ່າງໆ... ດ້ວຍບົດບາດແມ່ນຂົວເຊື່ອມຕໍ່ລະຫວ່າງຫວຽດນາມ ກັບບັນດາປະເທດ, ບັນດາວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ ແລະມີການປະກອບສ່ວນຫຼາຍຢ່າງໃນການນຳສິນຄ້າຫວຽດນາມ ເຂົ້າຕະຫຼາດອາເມລິກາ, ຝລັ່ງ, ສະຫະພາບເອີລົບ (ອີຢູ) ແລະຫຼາຍປະເທດໃນໂລກ.

ທີ່ເວທີປາໄສ, ທ່ານນາງ ເຈິ່ນເຕ້ວຈີ, ຮອງປະທານເຄື່ອງໝາຍການຄ້າທົ່ວໂລກຂອງ Unilever, ໄດ້ຍົກອອກຂໍ້ສະເໜີແນະຈໍານວນໜຶ່ງ ເພື່ອຍົກສູງເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ກວ່າອີກ, ລວມມີ: ຍົກສູງຄຸນນະພາບຊີວິດການເປັນຢູ່, ໃນນັ້ນສຸມໃສ່ການສຶກສາ ແລະການແພດ; ປັບປຸງລັກສະນະຍືນຍົງ; ຟ້ື້ນຟູການທ່ອງທ່ຽວຫຼັງພະຍາດໂຄວິດ-19 ແລະກໍ່ສ້າງບັນດາເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ອອກສູ່ໂລກ.

ໂດຍ: ສົມເພັດ