ຄຽງຂ້າງກັນນັ້ນແມ່ນຂຸດຄົ້ນບັນດານະໂຍບາຍລວມ ແລະປ່ຽນໄປຕາມຈຸດພິເສດຂອງທ້ອງຖິ່ນຢ່າງມີປະສິດທິຜົນ, ມາຮອດປະຈຸບັນ, ບັນດາບ້ານ, ກຸ່ມບ້ານຢູ່ເຂດຕາເວັນຕົກທາງພາກໃຕ້, ມີຊາວເຜົ່າຂະແມດຳລົງຊີວິດກວ່າ 1,2 ລ້ານຄົນ, ພວມຄ່ອຍໆ “ປ່ຽນເນື້ອແປງຕົວ”, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜໍາສໍາລານ.

ຊີວິດການເປັນຢູ່ປ່ຽນແປງ

ກັບເມືອບັນດາບ້ານ, ກຸ່ມບ້ານກົງກັບໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າຂະແມພາກໃຕ້, ພວກຂ້າພະເຈົ້າ ຮູ້ສຶກໄດ້ພະລັງຊີວິດໃໝ່, ການຫັນປ່ຽນຢ່າງແຮງຂອງເຂດຊົນນະບົດ. ເຮືອນແໜ້ນໜາຖາວອນພ້ອມກັບເດີ່ນບ້ານສະອາດ, ງາມຕາ, ຫໍວັດທະນະທຳ-ກິລາ ໃຫຍ່ໂຕສວຍງາມ, ເສັ້ນທາງເທເບຕົງໃໝ່ເຂົ້າໄປເຖິງບັນດາບ້ານ, ກຸ່ມບ້ານ; ຊາວເຜົ່າຂະແມດຸໝັ່ນຂະຫຍັນພຽນ, ເຂົ້າພວມສຸກເຫຼືອງ, ໄຮ່ສີຂຽວສົດໃສ... ທຸກສິ່ງທຸກຢ່າງສ້າງເປັນຮູບພາບທີ່ມີຊີວິດຊີວາ. ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນ, ພວກຂ້າພະເຈົ້າ ຍັງຮູ້ສຶກໄດ້ແນວຄິດ, ການດຳລົງຊີວິດແບບສີວິໄລ, ຕັ້ງໜ້າຂອງພໍ່ແມ່ປະຊາຊົນ.

leftcenterrightdel
ໂສມໜ້າຊົນນະບົດໃໝ່ຢູ່ບ້ານ, ກຸ່ມບ້ານຂະແມຢູ່ເມືອງຫວິງເລີ້ຍ, ແຂວງບາກລຽວ. ພາບ: ຖຸຍອານ.

ຫຼາຍຄອບຄົວຊາວເຜົ່າຂະແມ ໃຫ້ຮູ້ວ່າ ບໍ່ພຽງແຕ່ດຸໝັ່ນຂະຫຍັນພຽນທຳມາຫາກິນ, ປະຕິບັດການປະຢັດເທົ່ານັ້ນ, ຊາວນາຍັງປ່ຽນແປງຄວາມຊິນເຄີຍໃນການປູກຝັງແບບປະເພນີດ້ັງເດີມ, ປ່ຽນແປງໂຄງປະກອບການປູກຕົ້ນໄມ້, ສັດລ້ຽງ ແລະໝູນໃຊ້ຄວາມກ້າວໜ້າຂອງວິທະຍາສາດ-ເຕັກນິກເຂົ້າໃນການຜະລິດ... ຈາກນັ້ນ, ຫຼາຍຄອບຄົວໄດ້ບືນຕົວຂຶ້ນໃນຊີວິດ.

ຕາມການສະຖິຕິ, ໃນໄລຍະ 2016-2020, ອັດຕາທຸກຍາກຂອງພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຫຼຸດລົງ 3,79%/ປີ. ເມື່ອທຽບໃສ່ກັບເຂດອື່ນ (ຍົກເວັ້ນເຂດທົ່ງພຽງແມ່ນ້ໍາແດງ), ເຂດທົ່ງພຽງແມ່ນ້ໍາຂອງທາງພາກໃຕ້ຫວຽດນາມ ມີອັດຕາຄອບຄົວທຸກຍາກຂອງຊາວເຜົ່າສ່ວນໜ້ອຍ/ອັດຕາຄອບຄົວທຸກຍາກລວມຂອງເຂດຕ່ຳທີ່ສຸດໃນທົ່ວປະເທດ, ແມ່ນ 16,61% (ສະເລ່ຍເຂດຊາວເຜົ່າສ່ວນໜ້ອຍ ແລະເຂດພູດອຍແມ່ນ 61,29%). ອັດຕານັກຮຽນເຂດຊາວເຜົ່າສ່ວນໜ້ອຍໄປຮຽນຖືກເກນອາຍຸ ນັບມື້ນັບສູງຂຶ້ນ. ຮອດປະຈຸບັນ, ອັດຕານັກຮຽນຮູ້ອ່ານ, ຮູ້ຂຽນໜັງສືຂອງຊາວເຜົ່າສ່ວນໜ້ອຍທີ່ມີອາຍຸ 15 ປີ ຂຶ້ນໄປແມ່ນ 81,49%, ເພີ່ມຂຶ້ນ 2,29% ເມື່ອທຽບໃສ່ກັບປີ 2015. ສ່ວນອັດຕາຕາແສງທີ່ມີສຸກສາລາບັນລຸມາດຕະຖານຂອງປະເທດ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ມີອັດຕາສູງທີສອງໃນທົ່ວປະເທດດ້ວຍ 435/463 ສູງກວ່າ 10,7% ເມື່ອທຽບກັບອັດຕາສະເລ່ຍລວມຂອງທ່ົວປະເທດ.

ຫຼາຍແຜນນະໂຍບາຍເບິ່ງແຍງດູແລຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ

ໃນໄລຍະຜ່ານມາ, ພັກ, ລັດ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ຄື: ຄຳສັ່ງສະບັບເລກທີ 68-CT/TW ລົງວັນທີ 14 ເມສາ 1991 ຂອງຄະນະເລຂາທິການສູນກາງພັກ ຊຸດທີ VI ແລະແຈ້ງການສະບັບເລກທີ 67-TB/TW ລົງວັນທີ 14 ມີນາ 2007 ຂອງຄະນະເລຂາທິການສູນກາງພັກ ຊຸດທີ X ກ່ຽວກັບວຽກງານຢູ່ເຂດຊາວເຜົ່າຂະແມ... ຫຼືບັນດານະໂຍບາຍພັດທະນາໃນໄລຍະຍາວໃຫ້ໄລຍະພັດທະນາແມ່ນມະຕິສະບັບເລກທີ 21-NQ/TW ຂອງກົມການເມືອງ “ກ່ຽວກັບທິດທາງ, ໜ້າທີ່, ມາດຕະການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄລຍະ 2001-2010” ແລະບົດສະຫຼຸບສະບັບເລກທີ 28-KL/TW ລົງວັນທີ 14 ສິງຫາ 2012 ຂອງກົມການເມືອງ “ກ່ຽວກັບທິດທາງ, ໜ້າທີ່, ມາດຕະການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄລຍະ 2011-2020” ເພື່ອແນໃສ່ກໍ່ສ້າງບັນດານະໂຍບາຍບູລິມະສິດສັງລວມສະເພາະສຳລັບຊາວເຜົ່າສ່ວນໜ້ອຍຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ...

ພ້ອມກັບບັນດານະໂຍບາຍລວມ, ດ້ວຍທິດນຳທີ່ວ່າ “ເອົາຄັນເບັດໃຫ້ຍັງດີກວ່າເອົາປາໃຫ້”, ບັນດາທ້ອງຖິ່ນທີ່ມີຊາວເຜົ່າຂະແມດຳລົງຊີວິດຢູ່ຫຼາຍໄດ້ຫັນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ເປັນອັນລະອຽດເພື່ອໃຫ້ເໝາະສົມກັບສະພາບຕົວຈິງຂອງທ້ອງຖິ່ນຕົນ ເພື່ອນຳມາເຊິ່ງ “ຄັນເບັດ”, ເປີດກາລະໂອກາດຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ຊາວເຜົ່າຂະແມ.

ລະອຽດ, ຢູ່ແຂວງອານຢາງ, ນອກຈາກບັນດານະໂຍບາຍລວມແລ້ວ, ຊາວເຜົ່າສ່ວນໜ້ອຍຢູ່ເຂດທຸກຍາກໄດ້ຊົມໃຊ້ບັນດານະໂຍບາຍໜູນຊ່ວຍສະເພາະ, ຄື: ເຮືອນຢູ່, ສອນວິຊາຊີບ, ຮຽນວິຊາຊີບໃນໄລຍະສັ້ນ, ກູ້ຢືມທຶນຫຼຸດພົ້ນອອກຈາກຄວາມທຸກຍາກ, ໜູນຊ່ວຍສັດລ້ຽງ/ຕົ້ນໄມ້ ເພື່ອປັບປຸງການຫາເງິນລ້ຽງຊີບ...

ໄປຄຽງຄູ່ກັບການລົງທຶນໃສ່ພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ການຜະລິດ, ທຸກຂັ້ນ, ທຸກຂະແໜງການໄດ້ເອົາໃຈໃສ່ຊີ້ນຳ, ຜັນຂະຫຍາຍປະຕິບັດບັນດານະໂຍບາຍໜູນຊ່ວຍເຮືອນຢູ່, ດິນປຸກສ້າງ, ດິນຜະລິດ, ສອນວິຊາຊີບ, ສ້າງວຽກເຮັດງານທຳ, ຂົນຂວາຍພໍ່ແມ່ປະຊາຊົນປ່ຽນແປງໂຄງປະກອບໃນການຜະລິດກະສິກຳ, ໝູນໃຊ້ຄວາມກ້າວໜ້າວິທະຍາສາດເຕັກນິກ, ໜູນຊ່ວຍທຶນຮອນ, ເບ້ຍໄມ້, ແນວພັນສັດລ້ຽງ ເພື່ອໃຫ້ເໝາະສົມກັບເງື່ອນໄຂຜະລິດຢູ່ເຂດຊາວເຜົ່າສ່ວນໜ້ອຍ. “ດ້ວຍບັນດາມາດຕະການທີ່ໄດ້ປະຕິບັດ, ໃນໄລຍະ 2016-2020, ອັດຕາຄອບຄົວທຸກຍາກແມ່ນຊາວເຜົ່າຂະແມໃນບໍລິເວນແຂວງໄດ້ຫຼຸດລົງ 19,9%, ບັນລຸລະດັບສະເລ່ຍ 4%/ປີ.

ປະຈຸບັນບໍ່ມີບັນດາບ້ານ, ກຸ່ມບ້ານທຸກຍາກ, ປ່ຽນແທນນັ້ນແມ່ນເຂດຊາວເຜົ່າຂະແມພາກໃຕ້ນັບມ້ືນັບໃຫຍ່ໂຕກວ້າງຂວາງ, ທັນສະໄໝກວ່າ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບໍ່ພຽງແຕ່ຫຼຸດພ້ົນອອກຈາກຄວາມທຸກຍາກເທົ່ານັ້ນ ຫາກຍັງບືນຕົວຂຶ້ນ ເພື່ອສ້າງຊີວິດໃຫ້ມີຢູ່ມີກິນ. ນະໂຍບາຍຂອງພັກ ແລະລັດ ກ່ຽວກັບການເບິ່ງແຍງດູແລຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພ້ອມກັບການສູ້ຊົນບືນຕົວຂຶ້ນຂອງຊາວເຜົ່າຂະແມຢູ່ທິດຕາເວັນຕົກທາງພາກໃຕ້ໄດ້ເສີມຂະຫຍາຍປະສິດທິຜົນ. ຈາກນັ້ນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດນັບມື້ນັບສະໜິດແໜ້ນຂຶ້ນຕື່ມ, ຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ການນຳພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງລັດ ນັບມື້ນັບໄດ້ຮັບການປັບປຸງ...

ໂດຍ: ແສງເດືອນ