ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ເຈິ່ນກວກແຄັ໋ງ, ຂໍທ່ານໃຫ້ຮູ້ກ່ຽວກັບຜົນງານພົ້ນເດັ່ນ ກໍ່ຄືທ່າໄດ້ປຽບ ເຊິ່ງພວກເຮົາບັນລຸໄດ້ພາຍຫຼັງ 1 ປີແຫ່ງການປະຕິບັດສັນຍາ UKVFTA ?

ທ່ານ ເຈິ່ນກວກແຄັ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ: ປີ 2021 ແມ່ນປີທໍາອິດທີ່ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະອັງກິດ ມີຜົນສັກສິດ. ຍ້ອນມີສັນຍາດັ່ງກ່າວ, ວົງເງິນການຄ້າສອງຝ່າຍຈຶ່ງບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈ. ຄຽງຂ້າງນັ້ນ, ທັງສອງຝ່າຍລ້ວນແຕ່ໝູນໃຊ້ສັນຍາການຄ້າເສລີດັ່ງກ່າວໄດ້, ລະອຽດແມ່ນການສົ່ງອອກຂອງຫວຽດນາມໄປຍັງອັງກິດ ໄດ້ເຕີບໂຕ 16% ແລະການສົ່ງອອກຂອງອັັກສິດໄປຍັງຫວຽດນາມ ກໍ່ເພີ່ມຂຶ້ນ 24%.

ກ່ຽວກັບການລົງທຶນ, ໃນປີຜ່ານມາ, ການລົງທຶນຈາກອັງກິດເຂົ້າຫວຽດນາມ ເພີ່ມຂຶ້ນ, ສິ່ງດັ່ງກ່າວສະແດງໃຫ້ເຫັນວິສາຫະກິດຂອງອັງກິດ ມີຄວາມເອົາໃຈໃສ່ຫຼາຍກວ່າເຖິງຫວຽດນາມ ພາຍຫຼັງສັນຍາ UKVFTA ມີຜົນສັກສິດ.

leftcenterrightdel
ທ່ານ ເຈິ່ນກວກແຄັ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: doanhnghiepvn.vn.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ,  ທ່ານຮັບຮູ້ຄືແນວໃດກ່ຽວກັບບົດບາດຂອງສັນຍາ UKVFTA ໃນການຊ່ວຍໃຫ້ຫວຽດນາມ ແລະອັງກິດ ສາມາດຟື້ນຟູໄວກວ່າໃນສະພາບທີ່ພະຍາດໂຄວິດ-19 ຍັງມີການຜັນແປສັບສົນ?

ທ່ານ ເຈິ່ນກວກແຄັ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ: ການປະກອບສ່ວນໃຫຍ່ທີ່ສຸດຂອງສັນຍາ UKVFTA ແມ່ນຊ່ວຍໃຫ້ການພົວພັນດ້ານການຄ້າເສລີລະຫວ່າງຫວຽດນາມ ແລະອັງກິດ ບໍ່ຖືກຕັດຂາດ. ສັນຍາໄດ້ຍົກອອກຫຼາຍມາດຕະການເພື່ອສາມາດສົ່ງເສີມການພັດທະນາການຄ້າສອງຝ່າຍ. ພິເສດ, ຈະຍົກເລີກພາສີນໍາເຂົ້າຕະຫຼາດອັງກິດ ເຖິງ 99,2% ໃນໄລຍະ 6 ປີ, ສ້າງຄວາມສະດວກຢ່າງໃຫຍ່ຫຼວງ ໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ. ແລະໃນປີທໍາອິດທີ່ສັນຍາມີຜົນສັກສິດ, ມີຜະລິດຕະພັນຫຼາຍຊະນິດຂອງຫວຽດນາມ ໄດ້ໝູນໃຊ້ທ່າໄດ້ປຽບ, ພິເສດແມ່ນຜະລິດຕະພັນກະເສດ. ຄຽງຂ້າງນັ້ນ, ໃນສັນຍາ UKVFTA, ອັງກິດ ກໍ່ສະຫງວນໂຄຕາພາສີເພີ່ມເຕີມໃຫ້ຫວຽດນາມ  ແລະໄດ້ນໍາເຂົ້າອັງກິດ ສິນຄ້າ 14 ປະເພດໂດຍບໍ່ເສຍພາສີ, ໃນນັ້ນມີເຂົ້າສານ.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີ, ວິສາຫະກິດຫວຽດນາມ ຄວນໃສ່ໃຈສິ່ງໃດແດ່ ເພື່ອສາມາດໝູນໃຊ້ສັນຍາໃຫ້ດີກວ່າເກົ່າໃນໄລຍະຈະມາເຖິງ?

ທ່ານ ເຈິ່ນກວກແຄັ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ: ລັດຖະບານ ໄດ້ປະກາດໃຊ້ໂຄງການດໍາເນີນງານເພື່ອໃຫ້ ບັນດາກະຊວງ, ຂະແໜງການອີງຕາມນັ້ນເພື່ອປະຕິບັດສັນຍາ UKVFTA, ໃນນັ້ນມີການໜູນຊ່ວຍວິສາຫະກິດ ກໍາແໜ້ນກາລະໂອກາດ. ສ່ວນທາງວິສາຫະກິດ, ຂ້າພະເຈົ້າ ກໍ່ສະເໜີບັນດາວິສາຫະກິດເປັນເຈົ້າການ, ກ່ອນອື່ນໝົດແມ່ນເປັນເຈົ້າການຄົ້ນຄວ້າເນື້ອໃນຂອງສັນຍາ; ຊອກຫາກາລະໂອກາດໃຫ້ວິສາຫະກິດຂອງຕົນ, ຫຼັງຈາກນັ້ນຄວນຊອກຮູ້ບັນດາຂໍ້ກໍານົດ, ກົດໝາຍຂອງອັງກິດ ສໍາລັບສິນຄ້ານໍາເຂົ້າ; ຍົກສູງຄຸນນະພາບຜະລິດຕະພັນ, ສິນຄ້າ ກໍ່ຄືຍົກສູງກໍາລັງແກ່ງແຍ້ງໃຫ້ວິສາຫະກິດຂອງຕົນເປັນປະຈໍາ.

ອັງກິດ ແມ່ນປະເທດທີ່ເປີດພໍສົມຄວນ. ພາຍຫຼັງອັງກິດອອກຈາກອີຢູ, ໃນປັດຈຸບັນ, ອັງກິດ ພວມຕັ້ງໜ້າດໍາເນີນການເຈລະຈາບັນດາສັນຍາການຄ້າເສລີກັບຫຼາຍຄູ່ຮ່ວມມືຢູ່ໃນໂລກ. ຍ້ອນເຫດນັ້ນ, ປັດຈຸບັນ, ພວກເຮົາພວມມີທ່າໄດ້ປຽບໃນການແກ່ງແຍ້ງ, ພວກເຮົາພວມໄດ້ຊົມໃຊ້ອັດຕາພາສີພິເສດເມື່ອສົ່ງອອກສິນຄ້າໄປຍັງຕະຫຼາດອັງກິດ. ບັນດາວິສາຫະກິດຄວນກໍາແໜ້ນກາລະໂອກາດ ເພື່ອຍູ້ໄວການສົ່ງອອກໄປຍັງອັງກິດ.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີ, ພວກເຮົາຄວນເຮັດຫຍັງແດ່ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແນໃສ່ດຶງດູດແຫຼ່ງເງິນລົງທຶນຈາກອັງກິດ?

ທ່ານ ເຈິ່ນກວກແຄັ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ: ສັນຍາ UKVFTA ແມ່ນສັນຍາການຄ້າເສລີລຸ້ນໃໝ່,  ເຊິ່ງບໍ່ພຽງແຕ່ມີບັນຫາເປີດປະຕູຕະຫຼາດ, ຫຼຸດຜ່ອນພາສີ, ເປີດປະຕູຕະຫຼາດບໍລິການເທົ່ານັ້ນ, ຫາກຍັງຍົກອອກບັນດາຂໍ້ກໍານົດກ່ຽວກັບການຈັດຊື້ຂອງລັດຖະບານ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ກໍ່ຄືປັບປຸງການປົກປ້ອງຊັບສິນທາງປັນຍາ. ພວກເຮົາຫວັງວ່າ ດ້ວຍບັນດາຂໍ້ກໍານົດໃໝ່ນັ້ນຈະຊ່ວຍຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການຄ້າຢູ່ພາຍໃນປະເທດກວ່າອີກ, ຈາກນັ້ນຊ່ວຍດຶງດູດບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນຈາກອັງກິດເຂົ້າຫວຽດນາມ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ !

ໂດຍ: ທູຈາງ