ເຂົ້າຮ່ວມການໂອ້ລົມສົນທະນາມີຜູ້ຕາງໜ້າການນຳກະຊວງການຕ່າງປະເທດ, ຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ (VCCI); ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ແລະຜູ້ຕາງໜ້າປະຊາຄົມວິສາຫະກິດຫວຽດນາມ.

ວິສາຫະກິດຫວຽດນາມ ກັບກາລະໂອກາດທຳມາຫາກິນຢູ່ຕ່າງປະເທດ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ຖືວ່າ ຫວຽດນາມ ພວມຢູ່ໃນໄລຍະພິເສດທີ່ສຸດ. ໂລກພວມຫັນປ່ຽນ, ປະເທດພວມຫັນປ່ຽນ ແລະວິສາຫະກິດພວມປັບຕົວໃຫ້ແທດເໝາະ. ຮອງລັດຖະມົນຕີ ຫງວຽນມິງຫວູ ກໍ່ແບ່ງປັນຄວາມຫຍຸ້ງຍາກຕໍ່ກັບວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະນ້ອຍທີ່ພວມໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ-19 ໃນໄລຍະຜ່ານມາ.

leftcenterrightdel
ບັນດາເອກອັກຄະລັດຖະທູດແບ່ງປັນກາລະໂອກາດ, ທ່າອ່ຽງດຳເນີນທຸລະກິດໃໝ່ກັບວິສາຫະກິດພາຍໃນປະເທດ. ພາບ: ລິງແອັງ.

ການໂອ້ລົມສົນທະນາແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ຍາດແຍ່ງຂຸດຄົ້ນເອົາຂໍ້ມູນການຄາດຄະເນ, ກ່າວເຕື່ອນກ່ຽວກັບທ່າອ່ຽງຕ່າງໆ; ສົ່ງເສີມການຄ້າການລົງທຶນ, ການທ່ອງທ່ຽວອອກສູ່ຕ່າງປະເທດ; ໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກໃນວິວັດທະນາການທຳມາຫາກິນກັບວິສາຫະກິດຕ່າງປະເທດ... ແບ່ງປັນທີ່ການໂອ້ລົມສົນທະນາ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໃຫ້ຮູ້ວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າ ແລະແມ່ນຕະຫຼາດສົ່ງອອກໃຫຍ່ທີີ່ສຸດຂອງຫວຽດນາມ. ໄລມາຮອດເດືອນພະຈິກ ຜ່ານມາ, ວົງເງິນການຄ້າສອງສົ້ນໄດ້ລື່ນກາຍຕົວເລກ 90 ຕື້ໂດລາສະຫະລັດ ແລະທ້າຍປີ 2021 ບັນລຸ 100 ຕື້ໂດລາສະຫະລັດ, ໃນນັ້ນ ຫວຽດນາມ ສົ່ງອອກເກີນດຸນ ແລະຕົວເລກສົ່ງອອກນັບມື້ນັບເພີ່ມຂຶ້ນ. ຕະຫຼາດອາເມລິກາ ເປີດປະຕູ ແລະນີ້ກໍ່ແມ່ນກາລະໂອກາດໃຫຍ່ຂອງວິສາຫະກິດຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ເອກອັກຄະລັດຖະທູດ ກໍ່ຕັກເຕືອນວ່າ ບັນດາຮົ້ວເຕັກນິກຢູ່ຕະຫຼາດອາເມລິກາ ພວມໄດ້ສ້າງຂຶ້ນນັບມື້ນັບຫຼາຍ. ເພາະສະນັ້ນ, ວິສາຫະກິດຫວຽດນາມ ຕ້ອງເອົາໃຈໃສ່ທີ່ສຸດ, ໂດຍສະເພາະແມ່ນປະເພດສິນຄ້າທີ່ເຂົ້າໄປຍັງຕະຫຼາດອາເມລິກາ ເພີ່ມຂຶ້ນໄວຈະເປັນທີ່ “ສົນໃຈຂອງຝ່າຍອາເມລິກາ”.

ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ກໍ່ໃຫ້ຮູ້ວ່າ ຈີນ ແມ່ນຕະຫຼາດໃຫຍ່ ແລະສຳຄັນຕໍ່ກັບຫຼາຍປະເທດໃນໂລກ, ໃນນັ້ນມີຫວຽດ ນາມ ມີທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດກັບຈີນ. ເຖິງຢ່າງໃດກໍ່ຕາມ, ເພື່ອຫັນກາລະໂອກາດດັ່ງກ່າວໃຫ້ກາຍເປັນການລົງທຶນທີ່ມີປະສິດທິຜົນລະອຽດ, ວິສາຫະກິດຫວຽດນາມ ຄວນຊອກຫາມາດຕະການແກ້ໄຂຈຸດອ່ອນ, ຄື: ພາກສ່ວນມູນຄ່າຂອງຫວຽດນາມ ໃນຕ່ອງໂສ້ການສະໜອງຂອງຈີນ ຍັງຕ່ຳຢູ່, ຜະລິດຕະພັນຂອງຫວຽດນາມ ທີ່ສົ່ງອອກໄປຍັງ ຈີນ ບໍ່ມີລະບົບຈຳໜ່າຍສະເພາະ ແລະຂຶ້ນກັບວິສາຫະກິດຂອງປະເທດປະຈຳຖິ່ນ...

ກຳແໜ້ນທ່າອ່ຽງເພື່ອເຂົ້າເຖິງຕະຫຼາດໃຫ້ປະສົບຜົນສຳເລັດ

ແບ່ງປັນທ່າອ່ຽງຢູ່ອັງກິດ ໃນປະຈຸບັນ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ ອັງກິດ ຍູ້ແຮງການຮ່ວມມືກັບປະເທດນອກສະຫະພາບເອີລົບ (ອີຢູ) ພາຍຫຼັງທີ່ອອກຈາກກຸ່ມນີ້. ປະຈຸບັນ, ລອນດອນ ຊຸກຍູ້ການເຈລະຈາ ແລະເຊັນສັນຍາການຄ້າເສລີກັບຫຼາຍຄູ່ຮ່ວມມື. ຄຽງຂ້າງກັນນັ້ນ, ອັງກິິດ ກຳນົດໄລຍະຫຼັງພະຍາດໂຄວິດ-19 ແມ່ນກາລະໂອກາດເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຄື: ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ ແລະຍືນຍົງ, ເສດຖະກິດດີຈີຕອນ ແລະວິທະຍາສາດເຕັກນິກ. ເພາະສະນັ້ນ, ຖ້າວ່າວິສາຫະກິດຫວຽດນາມ ຍູ້ແຮງ ແລະສຸມໃສ່ກຳແໜ້ນທ່າອ່ຽງນີ້ກໍ່ຈະມີກາລະໂອກາດຮ່ວມມືຫຼາຍທີ່ສຸດກັບອັງກິດ.

ໃນຂະນະນັ້ນ, ທ່າອ່ຽງຢູ່ອົດສະຕາລີ ໃນປະຈຸບັນແມ່ນນະໂຍບາຍ “ຫັນເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ”. ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັ່ງ ໃຫ້ຮູ້ວ່າ ໃນສອງປີມານີ້, ອົດສະຕາລີ ພວມເປັນເຈົ້າການຊອກຫາຕະຫຼາດໃໝ່, ໄດ້ເຊື້ອເຊີນເອົານັກລົງທຶນຢູ່ໃນທົ່ວໂລກໂດຍຜ່ານຫຼາຍນະໂຍບາຍມີຄວາມດຶງດູດ. ເພື່ອຍາດແຍ່ງເອົາກາລະໂອກາດເຫຼົ່ານີ້, ເອກອັກຄະລັດຖະທູດ ຫງວຽນເຕີດແທັ່ງ ຖືວ່າ ວິສາຫະກິດຫວຽດນາມ ຕ້ອງສ້າງການພົວພັນ, ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືສຳຄັນຂອງອົດສະຕາລີ, ຄື: ປະຊາຄົມວິສາຫະກິດຫວຽດນາມ-ອົດສະຕາລີ, ປະຊາຄົມວິສາຫະກິດອົດສະຕາລີ ຢູ່ຫວຽດນາມ, ອຳນາດການປົກຄອງທ້ອງຖິ່ນ... ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ກໍ່ສະເໜີໃຫ້ສ້າງກຸ່ມທີ່ປືກສາດ້ານເສດຖະກິດວິສາຫະກິດທີ່ມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ, ວິສາຫະກິດຫວຽດນາມ ແລະບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ປະຈຳ ຕ່າງປະເທດ.

ວິສາຫະກິດເຂົ້າຮ່ວມການໂອ້ລົມສົນທະນາສ່ວນຫຼາຍລ້ວນແຕ່ມີຄວາມປາດຖະໜາຢາກເຊື່ອມຕໍ່ຂໍ້ມູນຂ່າວສານຢ່າງລຸລ່ວງ, ວ່ອງໄວກັບເອກອັກຄະລັດຖະທູດ, ບັນດາອົງການການທູດເພື່ອຊອກຫາທິດເດີນທີ່ຖືກຕ້ອງໃນ “ແຫຼ່ງ” ຂໍ້ມູນຂ່າວສານ. ທ່ານ ຮ່າເທ໊ເຢືອງ, ຮອງຜູ້ອຳນວຍການ Viettel Global ກໍ່ປາດຖະໜາຢາກໃຫ້ບັນດາທ່ານເອກອັກຄະລັດຖະທູດເອົາໃຈໃສ່ກວ່າອີກເຖິງບັນດາບໍລິເວນທີ່ຍັງບໍ່ທັນມີອົງການຜູ້້ຕາງໜ້າປະຈຳຢ່າງເປັນທາງການ, ໜູນຊ່ວຍວຽກງານພົວພັນແລກປ່ຽນດ້ານການເງິນ, ເຂົ້າເຖິງບັນດາກອງທຶນໃນຂົງເຂດ fintech (ເຕັກໂນໂລຢີການເງິນ), ພິເສດແມ່ນຢູ່່ຕາເວັນອອກກາງ. ໃນຂະນະນັ້ນ, ທ່ານ ອົນຍືບິ່ງ ຜູ້ອຳນວຍການດ້ານຍຸດທະສາດໃນການດຳເນີນທຸລະກິດ VNPay ສະເໜີກ່ຽວກັບການໄດ້ຮັບການຊ່ວຍເຫຼືອ, ຍູ້ແຮງການໂຄສະນາ, ເຊື່ອມຕໍ່, ແນະນຳຮູບພາບກ່ຽວກັບລະບົບນິເວດເຕັກໂນໂລຢີຫວຽດນາມ ໃຫ້ບັນດາຕະຫຼາດລົງທຶນໃຫຍ່ກ່ຽວກັບເຕັກໂນໂລຢີ.

ຮອງລັດຖະມົນຕີ ຫງວຽນມິງຫວູ ຢັ້ງຢືນວ່າ ລັດຖະບານ, ບັນດາກະຊວງ, ຂະແໜງການຍາມໃດກໍ່ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະຮ່ວມເດີນທາງກັບວິສາຫະກິດ, ສ້າງລະບົບນິເວດໃຫ້ດີທີ່ສຸດເພື່ອຊ່ວຍເຫຼືອວິສາຫະກິດພັດທະນາ. ຜ່ານການໂອ້ລົມສົນທະນາ, ບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ຈະມານະພະຍາຍາມໃຫ້ຫຼາຍກວ່າອີກເພື່ອຊ່ວຍວິສາຫະກິດພາຍໃນປະເທດໄດ້ເຊື່ອມຕໍ່ກັບຄູ່ຮ່ວມມືຢູ່ປະເທດປະຈຳຖິ່ນ, ຈາກນັ້ນຍາດໄດ້ຜົນສຳເລັດໃນເສັ້ນທາງເຊື່ອມໂຍງເສດຖະກິດສາກົນຂອງປະເທດ.

ໂດຍ: ສົມເພັດ