ສິ່ງທ້າທາຍຫຼາຍຢ່າງ

ຜ່ານ 25 ປີ ແຫ່ງວັນສ້າງຕັ້ງ ແລະປະຕິບັດໂຄງການ “ນ້ຳຕານລ້ານໂຕນ”, ຂະແໜງນ້ຳຕານຫວຽດນາມ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ສ້າງວຽກເຮັດງານທຳໃຫ້ກວ່າ 350.000 ຄອບຄົວ, ເປັນເຈົ້າການແຫຼ່ງນ້ຳຕານຜະລິດພາຍໃນປະເທດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ປະຕິບັດການລຶບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ.

ເຖິງຢ່າງໃດກໍ່ຕາມ, ພາຍຫຼັງຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າ, ພິເສດແມ່ນພາຍຫຼັງສັນຍາການຄ້າອາຊຽນ (ATIGA) ມີຜົນສັກສິດຢ່າງເປັນທາງການ, ພາສີນໍາເຂົ້ານ້ຳຕານເຂົ້າຫວຽດນາມ ໄດ້ຫຼຸດສະເລ່ຍແຕ່ 85% ລົງເຫຼືອ 5% ແຕ່ວັນທີ 1 ມັງກອນ 2020. ສິ່ງນີ້ໄດ້ເຮັດໃຫ້ປະລິມານນ້ໍາຕານນໍາເຂົ້າຈາກພາກພື້ນອາຊຽນ ເພີ່ມຂຶ້ນ.

leftcenterrightdel
ເກັບກ່ຽວອອ້ຍຢູ່ຕາແສງມິງທ້ວນ, ເມືອງ ອູມິງເທື້ອງ, ແຂວງກຽນຢາງ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມສະຫະພັນນ້ຳຕານຫວຽດນາມ (VSSA), ປະລິມານນ້ໍາຕານນໍາເຂົ້າຫວຽດນາມ ໄດ້ເພີ່ມຂຶ້ນໄວ, ບັນລຸເກືອບ 1,5 ລ້ານໂຕນ, ທົບສອງເທົ່າເມື່ອທຽບໃສ່ປະລິມານນ້ຳຕານພາຍໃນປະເທດ. ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນຂະແໜງນ້ຳຕານຂອງບັນດາປະເທດໃນພາກພື້ນໄດ້ອຸດໜູນລາຄາຈາກລັດຖະບານ. ທ່ານ ຫງວຽນວັນລົກ, ຜູ້ຮັກສາການເລຂາທິການໃຫຍ່ສະຫະພັນນໍ້າຕານຫວຽດນາມ ໃຫ້ຮູ້ວ່າ ລັດຖະບານໄທ ໄດ້ອຸປະຖຳໃຫ້ຂະແໜງນ້ຳຕານໄທ  ຈຳນວນເງິນ 10 ຕື້ບາດ ເທົ່າກັບ 317 ລ້ານໂດລາສະຫະລັດ. ຈຳນວນເງິນອຸປະຖຳນີ້ໄດ້ຊ່ວຍໃຫ້ລາຄານ້ຳຕານຂອງໄທ ຢູ່ໃນລະດັບແກ່ງແຍ້ງທີ່ສຸດ.

ນ້ຳຕານໄທ ນ້ຳເຂົ້າຫວຽດນາມດ້ວຍປະລິມານຫຼາຍ ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດຜະລິດນ້ຳຕານ ກໍ່ຄືບັນດາຄອບຄົວປູກອ້ອຍ ໃນທົ່ວປະເທດ. ຖ້າຫາກວ່າໃນເມື່ອກ່ອນ, ກຳລັງຄວາມສາມາດຜະລິດນ້ຳຕານຂອງວິສາຫະກິດພາຍໃນປະເທດແມ່ນປະມານ  1,5-1,6 ລ້ານໂຕນ,  ປະຈຸບັນຫຼຸດລົງເຄິ່ງໜຶ່ງແລ້ວ.

ປະຈຸບັນ, ຫວຽດນາມ ມີພຽງ 29/40 ໂຮງງານນ້ຳຕານພວມເຄື່ອນໄຫວ, ປະລິມານອອ້ຍທັງໝົດບັນລຸພຽງ 5.290.000 ໂຕນ, ເທົ່າກັບນ້ຳຕານ 530.000 ໂຕນ.

ບັນດາສັນຍານຕັ້ງໜ້າ

ກ້າວເຂົ້າສູ່ປິ 2021, ຂະແໜງນ້ຳຕານຫວຽດນາມ ມີຫຼາຍຂ່າວດີິ. ລາຄານ້ຳຕານພາຍໃນປະເທດມີທ່າອ່ຽງເພີ່ມຂຶ້ນຍ້ອນການກະທົບທີ່ຕ້ັງໜ້າຈາກການເພີ່ມລາຄານ້ຳຕານຢູ່ໂລກ. ຕາມນັ້ນແລ້ວ, ນັບແຕ່ຕົ້ນປີ 2021, ລາຄານ້ຳຕານໂລກເພີ່ມຂຶ້ນຢ່າງລຽນຕິດ ແລະຊ້ຳບໍ່ໜຳເພີ່ມຂຶ້ນລະດັບສະຖິຕິພາຍຫຼັງ 3,5 ປີ.

ພິເສດຢືນຢູ່ຕໍ່ໜ້າບັນດາຄວາມຫຍຸ້ງຍາກຂອງຂະແໜງນ້ຳຕານ, ວັນທີ 9 ກຸມພາ 2021, ກະຊວງອຸດສາຫະກຳ ແລະການຄ້າໄດ້ເຊັນ ແລະປະກາດໃຊ້ຂ້ໍຕົກລົງສະບັບເລກທີ 477/QĐ-BCT ວ່າດ້ວຍການໝູນໃຊ້ພາສີຕ້ານການຂາຍບຸບລາຄາ, ຕ້ານການອຸດໜູນລາຄາສຳລັບນ້ຳຕານນຳເຂົ້າຈາກໄທ ດ້ວຍລະດັບ 48,88% ສໍາລັບນ້ໍາຕານສໍາເລັດຮູບ ແລະ33,88% ສຳລັບນ້ຳຕານດິບ.

ຂ່າວນີ້, ໄດ້ຮັບການສະໜັບສະໜູນຈາກຊາວກະສິກຳ, ວິສາຫະກິດໃນຕ່ອງໂສ້ຜະລິດນ້ຳຕານ, ນຳມາເຊິ່ງຄວາມຫວັງເຕີບໂຕຂະແໜງນ້ຳຕານຫວຽດນາມ ໃນປີໜ້າ. ລະດັບພາສີ 44,88% ສໍາລັບນ້ໍາຕານສໍາເລັດຮູບ ແລະ 33,88% ສໍາລັບນ້ໍາຕານດິບໂດຍກະຊວງອຸດສາຫະກຳ ແລະການຄ້າໝູນໃຊ້ແມ່ນເໝາະສົມຍ້ອນລະດັບຜິດດ່ຽງລາຄານ້ຳຕານພາຍໃນປະເທດທຽບໃສ່ກັບນ້ຳຕານໄທ ແມ່ນເທົ່າທຽມກັບລະດັບພາສີນີ້.

ເພາະສະນັ້ນ, ຂ້ໍຕົກລົງນີ້ຈະສ້າງສະພາບແວດລ້ອມແກ່ງແຍ້ງສະເໝີພາບໃຫ້ນ້ຳຕານຂອງຫວຽດນາມ ຢູ່ຕະຫຼາດພາຍໃນປະເທດ. ດ້ວຍບັນດາສັນຍານຕັ້ງໜ້າຈາກຕະຫຼາດ ແລະນະໂຍບາຍ, ພ້ອມກັບບັນດາຄວາມມານະພະຍາຍາມບືນຕົວຂຶ້ນຈາກວິສາຫະກິດ ແລະຊາວກະສິກອນ, ຂະແໜງນ້ຳຕານຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະຄ່ອຍໆຟື້ນຟູການຜະລິດພາຍໃນປະເທດໃນປີ 2021 ແລະເປີດແງ່ຫວັງຍົກສູງຖານະບົດບາດແກ່ງແຍ້ງໃນແຜນທີ່ນ້ຳຕານສາກົນຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ຂະແໜງນ້ຳຕານຫວຽດນາມ ສາມາດຟື້ນຟູການຜະລິດ ແລະພັດທະນາໄດ້. ຕາມທ່ານ ເຈິ່ນກົງຖັ໊ງ, ຫົວໜ້າສະຖາບັນນະໂຍບາຍກະສິກຳແລ້ວ, ຄຽງຂ້າງການປະຕິບັດບັນດາມາດຕະການຕ້ານການຂາຍບຸບລາຄາ, ຕ້ານການອຸດໜູນ; ໃນໄລຍະຍາວຕ້ອງປະຕິບັດຢ່າງຄົບຊຸດ ແລະຂ້ຽວຂາດບັນດາມາດຕະການຍຸດທະສາດ, ຄື: ສ້າງໂຄງປະກອບຄືນໃໝ່ ແລະສຸມໃສ່ການລົງທຶນໃຫ້ເຂດວັດຖຸດິບ ແລະໂຮງງານຜະລິດເຄື່ອນໄຫວໃຫ້ມີປະສິດທິຜົນ, ສະມັດຕະພາບ ແລະເຕັກໂນໂລຢີເພື່ອຍົກສູງຄຸນນະພາບຜະລິດຕະພັນ.

ນອກຈາກນັ້ນ, ຕາມທ່ານ ຟານວັນຈິງ, ຫົວໜ້າກົມສົ່ງອອກ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ວິສາຫະກິດນ້ຳຕານຕ້ອງໝູນໃຊ້ບັນດາຜະລິດຕະພັນສຳຮອງຈາກຂະແໜງນ້ຳຕານໃຫ້ດີກວ່າ. ລະອຽດແມ່ນ, ນອກຈາກບັນດາຜະລິດຕະພັນນ້ຳຕານ, ຂະແໜງນ້ຳຕານຍັງມີສອງຜະລິດຕະພັນສຳຮອງແມ່ນນ້ຳຕານເສດ ແລະເງື່ອນອ້ອຍ.ຈາກນ້ຳຕານເສດສາມາດປຸງແຕ່ງເປັນເຫຼ້ົາເກົ້າສິບ ຫຼືແອັດຊັງ. ເງື່ອນອອ້ຍສາມາດນຳໃຊ້ເປັນເຊື້ອເພີງສ້າງເປັນພະລັງງານໄຟຟ້າ...

ໂດຍ: ແສງເດືອນ