ຫວຽດນາມ ແລະຈີນ ເປີດນໍາໃຊ້ເສັ້ນທາງຂົນສົ່ງຂ້າມຊາຍແດນເຂົ້າເລິກພາຍໃນຫວຽດນາມ
ກປ.ອອນໄລ - ວັນທີ 15 ພຶດສະພາ, ຢູ່ສູນໂລຈິດສະຕິກ ICD ລອງບຽນ (ຮ່າໂນ້ຍ), ກະຊວງກໍ່ສ້າງຫວຽດນາມ, ກະຊວງຄົມມະນາຄົມຂົນສົ່ງຈີນ ພ້ອມກັບທະນາຄານພັດທະນາອາຊີ (ADB) ສົມທົບກັນຈັດພິທີເປີດນໍາໃຊ້ເສັ້ນທາງຂົນສົ່ງທາງບົກສາກົນເຂົ້າເລິກພາຍໃນຫວຽດນາມ, ໃນຂອບເຂດສັນຍາອໍານວຍຄວາມສະດວກດ້ານການຂົນສົ່ງຂ້າມຊາຍແດນອະນຸພາກພື້ນແມ່ນໍ້າຂອງ (GMS-CBTA).
ເຫດການດັ່ງກ່າວໄດ້ສ້າງຂີດໝາຍບາດລ້ຽວໃນການຮ່ວມມືດ້ານຂົນສົ່ງລະຫວ່າງຫວຽດນາມ-ຈີນ, ປະກອບສ່ວນຫັນຄຳໝັ້ນສັນຍາຊຸກຍູ້ການແລກປ່ຽນສິນຄ້າ, ການໄປມາຂອງພາຫະນະ ແລະປະຊາຊົນລະຫວ່າງບັນດາປະເທດສະມາຊິກ GMS-CBTA ລວມມີ: ຫວຽດນາມ, ຈີນ, ລາວ, ກຳປູເຈຍ, ໄທ ແລະມຽນມາ ໃຫ້ປະກົດຜົນເປັນຈິງ.
    |
 |
ຜູ້ຕາງໜ້າສອງປະເທດຫວຽດນາມ ແລະຈີນ ຕ້ອນຮັບລົດຂົນສົ່ງຂອງຈີນ ຢູ່ ICD ລອງບຽນ. ພາບ: nhandan.vn |
2 ເສັ້ນທາງຂົນສົ່ງຕົ້ນຕໍໄດ້ເປີດນໍາໃຊ້ແມ່ນ: ຄຸນໝິງ-Hekou (ຈີນ)-ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ; Nanning-Youyi Guan (ຈີນ) -ມິດຕະພາບ-ຮ່າໂນ້ຍ.
ນີ້ແມ່ນເສັ້ນທາງສຳຄັນທີ່ມີສິນຄ້ານຳເຂົ້າ ແລະສົ່ງອອກເປັນຈຳນວນຫຼວງຫຼາຍ, ສວມບົດບາດສຳຄັນໃນການຄ້າສອງຝ່າຍ ຫວຽດນາມ - ຈີນ.
ກ່າວຄຳເຫັນທີ່ພິທີເປີດນໍາໃຊ້, ທ່ານ ບຸ່ຍກວາງຖ໊າຍ, ຫົວໜ້າກົມທາງບົກຫວຽດນາມ ເນັ້ນໜັກວ່າ: ເລື່ອງເປີດນໍາໃຊ້ເສັ້ນທາງຂົນສົ່ງນີ້ບໍ່ພຽງແຕ່ຊ່ວຍຫຼຸດຄ່າໃຊ້ຈ່າຍ, ເວລາ ແລະລະບຽບການໃຫ້ແກ່ວິສາຫະກິດເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການຄ້າ, ການລົງທຶນ ແລະໂລຈິດສະຕິກຂອງເຂດອີກດ້ວຍ. ທ່ານ ບຸ່ຍກວາງຖ໊າຍ ຢືນຢັນວ່າ: “ເຫດການໃນມື້ນີ້ບໍ່ພຽງແຕ່ມີຄວາມໝາຍດ້ານເຕັກໂນໂລຊີ ແລະພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາແຫ່ງການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນລະຫວ່າງສອງປະເທດອີກດ້ວຍ”.
    |
 |
ທ່ານ ບຸ່ຍກວາງຖ໊າຍ, ຫົວໜ້າກົມທາງບົກຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: nhandan.vn |
ທ່ານ Zhangjie, ຮອງຫົວໜ້າກົມບໍລິການຂົນສົ່ງ, ກະຊວງຄົມມະນາຄົມຂົນສົ່ງຈີນ ຢືນຢັນວ່າ ຫວຽດນາມ ແລະຈີນ ແມ່ນຄູ່ຮ່ວມມືຍຸດທະສາດໃນຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ”. ເສັ້ນທາງຂົນສົ່ງໃໝ່ຫຼຸດໄລຍະທາງການຂົນສົ່ງໃຫ້ສັ້ນລົງ, ເລັ່ງລັດລະບົບຕ່ອງໂສ້ການສະໜອງຂ້າມຊາຍແດນ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງແລວເສດຖະກິດ ຈີນ-ອາຊຽນ ດ້ວຍຍຸດທະສາດ "ສອງແລວທາງໜຶ່ງເສັ້ນທາງ" ຂອງຫວຽດນາມ.
    |
 |
ຍານພາຫະນະຂົນສົ່ງຈີນ ໄປຮອດຫວຽດນາມ ເພື່ອປະຕິບັດສັນຍາ GMS-CBTA ທີ່ພິທີ. ພາບ: nhandan.vn |
ທີ່ພິທີ, ຜູ້ຕາງໜ້າສອງປະເທດໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການເຈົ້າໜ້າທີ່, ອຳນາດການປົກຄອງທ້ອງຖິ່ນ ແລະວິສາຫະກິດຂົນສົ່ງ ເພື່ອບໍລິຫານເສັ້ນທາງຂົນສົ່ງໃໝ່ຢ່າງມີປະສິດທິຜົນ ແລະຍືນຍົງ. ພ້ອມກັນນັ້ນ, ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍດ້ານເຕັກນິກ ແລະນະໂຍບາຍຈາກ ADB ເພື່ອເປີດກວ້າງ ແລະຍົກສູງປະສິດທິຜົນການເຄື່ອນໄຫວຂົນສົ່ງ GMS-CBTA ໃນໄລຍະຈະມາເຖິງ.
ການຈັດຕັ້ງປະຕິບັດເສັ້ນທາງຂົນສົ່ງຂ້າມຊາຍແດນເຂົ້າເລິກພາຍໃນປະສົບຜົນສຳເລັດ ໄດ້ຮັບການຄາດວ່າຈະອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ, ເປີດກວ້າງລະບົບຕ່ອງໂສ້ການສະໜອງ, ເພີ່ມທະວີການເຊື່ອມຈອດເສດຖະກິດພາຍໃນ-ສາກົນ, ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດເຂດຊາຍແດນຢ່າງຮອບດ້ານ ແລະຍືນຍົງ.
ໂດຍ: ທະນາພອນ