ພື້ນຖານສ້າງນະຄອນປະດິດສ້າງ

ໃນຊຸມປີທີ່ຜ່ານມາ, ຮ່າໂນ້ຍ ໄດ້ ແລະພວມຍູ້ແຮງ, ຜັນຂະຫຍາຍການກໍ່ສ້າງຫຼາຍໂຄງການທີ່ມີການປ່ຽນແປງໃໝ່, ປະດິດສ້າງ, ປະກອບສ່ວນເຂົ້າໃນການສ້າງພື້ນຖານໂຄງລ່າງທີ່ທັນສະໄໝ. ຫຼາຍສະຖານທີ່ໄດ້ສ້າງຂຶ້ນໃນບໍລິເວນນະຄອນຢ່າງມີຫົວຄິດປະດິດສ້າງ, ຄື: ລະບົບສະຖານທີ່ເຮັດວຽກຮ່ວມກັນ Toong, iHouse; ເຂດ Creative Lab, 60s ໂຖກວານ... ຄຽງຂ້າງນັ້ນ, ຮ່າໂນ້ຍ ພວມຍູ້ແຮງການສ້າງອົງປະກອບຂອງນະຄອນອັດສະລິຍະໂດຍອີງໃສ່ຂໍ້ລິເລີ່ມປ່ຽນແປງໃໝ່, ປະດິດສ້າງ ແລະລະດົມ “ເຄືອຂ່າຍຂໍ້​ລິ​ເລີ່ມຮ່າໂນ້ຍ”, ສ້າງ “ໄວໜຸ່ມ ປະດິດສ້າງ", ລໍ່ລ້ຽງຄວາມໃຝ່ຝັນເລີ່ມທຸລະກິດ, ປ່ຽນແປງໃໝ່. ບັນດານະໂຍບາຍຂອງນະຄອນທີ່ກຳລັງຜັນຂະຫຍາຍນັ້ນຈະຄ່ອຍໆສ້າງສະພາບແວດລ້ອມທີ່ສະດວກ, ສ້າງຄວາມເຊື່ອໝັ້ນເພື່ອໃຫ້ວິສາຫະກິດເລີ່ມທຸລະກິດປະດິດສ້າງໄດ້ຮັບການສ້າງຕັ້ງຂຶ້ນ ແລະພັດທະນາ.

ທີ່ການໂອ້ລົມສົນທະນາຂັ້ນສູງ “ປຶກສາຫາລືກ່ຽວກັບຂໍ້ລິເລີ່ມ: ຮ່າໂນ້ຍ-ນະຄອນປະດິດສ້າງ” ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 2 ຕຸລາ 2020, ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງທີ່ຮ່າໂນ້ຍ ໄດ້ຮັບຮອງເປັນສະມາຊິກຂອງເຄືອຂ່າຍນະຄອນປະດິດສ້າງ, ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງຊາດ UNESCO ປະຈຳ ຫວຽດນາມ ໄດ້ ແລະພວມຮ່ວມເດີນທາງກັບນະຄອນໃນການໂຄສະນາ ແລະເສີມຂະຫຍາຍນາມມະຍົດ, ສ້າງແຜນການລາຍລະອຽດ ແລະລະດົມການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ບຸກຄົນຕ່າງໆໃນສັງຄົມເພື່ອແນໃສ່ພັດທະນານະຄອນຢ່າງມີຫົວຄິດປະດິດສ້າງ.

leftcenterrightdel
ເຂດຕົວເມືອງນະຄອນຮ່າໂນ້ຍ ພັດທະນາດ້ວຍຕຶກອາຄານຫຼາຍຊັ້ນທີ່ທັນສະໄໝ. ພາບ: ງວຽນຫວູ

ທ່ານ Michael Croft ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈໍາ ຫວຽດນາມ ກໍ່ຖືວ່າ ຮ່າໂນ້ຍ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງຕົນຕໍ່ການພັດທະນາຖືມະນຸດເປັນໃຈກາງ, ສ້າງພື້ນຖານເສດຖະກິດທີ່ດຸ່ນດ່ຽງ, ມີຫຼາຍຮູບຫຼາຍແບບ ແລະປ່ຽນແປງໃໝ່. ໜ້າທີ່ຂອງພວກເຮົາແມ່ນຊອກຫາວິທີການຮ່ວມມື ແລະສະໜັບສະໜູນເປົ້າໝາຍຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງນະຄອນໃນໄລຍະຈະມາເຖິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືກັບບັນດານະຄອນປະດິດສ້າງອື່ນໆໃນທົ່ວໂລກ, ຄື: ເຊອຸນ, ສິງກະໂປ, ໂກເບ, ຊຽງໄຮ້, ແບັກແລງ... ໃນໃບຍື່ນສະເໜີຕໍ່ອົງການ UNESCO, ຮ່າໂນ້ຍ ໄດ້ເນັ້ນໜັກເຖິງຄວາມຄາດຫວັງຢາກສ້າງຖານະທີ່ຕັ້ງຂອງນະຄອນປະດິດສ້າງກ່ຽວກັບການອອກແບບດ້ວຍການນຳພາຂອງໄວໜຸ່ມ-ພົນລະເມືອງທີ່ຂະຫຍັນຂັນເຄື່ອນຂອງນະຄອນ. ໃນຂະນະນັ້ນ, ເຊິ່ງເປັນປະເທດທີ່ມີສອງນະຄອນເຂົ້າຮ່ວມເຄືອຂ່າຍນະຄອນປະດິດສ້າງຂອງ UNESCO (Utrecht ແລະ Leeuwarden), ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ປະຈຳ ຫວຽດນາມ  ຖືວ່າ ເພື່ອກໍານົດທິດທາງພັດທະນາແບບຍືນຍົງ, ຮ່າໂນ້ຍ ຄວນມຸ່ງໄປເຖິງການອອກແບບທີ່ມີຫົວຄິດປະດິດສ້າງ, ອັດສະລິຍະ, ອອກແບບສະຖາປັດຕະຍະກຳທີ່ມີຫຼາຍຮູບແບບ, ເຕັກໂນໂລຢີສີຂຽວ, ທັນສະໄໝ, ລະບົບຄົມມະນາຄົມ-ຂົນສົ່ງທີ່ອັດສະລິຍະ.

ແຫຼ່ງກໍາລັງສຳຄັນ ເພື່ອພັດທະນານະຄອນຫຼວງ

ກໍ່ໃນການໂອ້ລົມສົນທະນາ, ທ່ານ ເວືອງດິ່ງເຫວ້ ເລຂາພັກນະຄອນຮ່າໂນ້ຍ ໄດ້ເນັ້ນໜັກວ່າ ໃນປະຈຸບັນນະຄອນຮ່າໂນ້ຍ ໄດ້ເປີດກວ້າງ, ດ້ວຍປະຊາກອນເກືອບ 10 ລ້ານຄົນ, ພວມຢູ່ໃນໄລຍະໂຄງປະກອບປະຊາກອນຢູ່ໃນເກນອາຍຸອອກແຮງງານ (ປະຊາກອນໜຸ່ມກວມເອົາຫຼາຍກວ່າ 51,7%); ມີສາງມໍລະດົກວັດທະນະທຳອັນໃຫຍ່ຫຼວງ, ແມ່ນສະຖານທີ່ເຕົ້າໂຮມຜູ້ເກັ່ງກ້າສາມາດ ແລະປັນຍາຊົນຂອງທົ່ວປະເທດ. ສືບຕໍ່ມູນເຊື້ອອະລິຍະທຳ, ວິລະຊົນ, ເພື່ອສັນຕິພາບ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະແຫຼ່ງກໍາລັງປະດິດສ້າງ, ຮ່າໂນ້ຍ ເຊື່ອໝັ້ນວ່າ ຖ້າເສີມຂະຫຍາຍກໍາລັງຄວາມສາມາດໃນການປະດິດສ້າງໃນສະພາບແວດລ້ອມເຊື່ອມໂຍງເຂົ້າກັບສາກົນຢ່າງສຸດຂີດ, ນະຄອນຈະຫັນວິໄສທັດ ແລະຄວາມຄາດຫວັງປະດິດສ້າງທີ່ມີຊື່ວ່າທັງລອງໃຫ້ປະກົດຜົນເປັນຈິງອີກເທື່ອໜຶ່ງ, ສົມເປັນນະຄອນຫຼວງ, ເປັນຈຸດໃຈກາງຂອງປະເທດ. ຮ່າໂນ້ຍ ກຳນົດຍຸດທະສາດ ແລະແຜນການໄລຍະຍາວແມ່ນເພື່ອແນໃສ່ເສີມຂະຫຍາຍບົດບາດເປັນນະຄອນປະດິດສ້າງຂອງ UNESCO ຢ່າງມີປະສິດທິຜົນ. ນີ້ກໍ່ແມ່ນກາລະໂອກາດໂຄສະນາພາບພົດຂອງຊາວຮ່າໂນ້ຍ ແລະຊາວຫວຽດນາມ; ດຶງດູດຄວາມສົນໃຈ ແລະການສະໜັບສະໜູນຈາກປະຊາຄົມທັງພາຍໃນ ແລະຕ່າງປະເທດ.

leftcenterrightdel
ໄວໜຸ່ມເຮັດວຽກໃນເຂດປະດິດສ້າງ Creative Lab by UP (ເລກທີ 1 ເລືອງອຽນ, ເມືອງຮາຍບ່າຈືງ, ນະຄອນຮ່າໂນ້ຍ). ພາບ: ຮວ່າງເຮືອງ

ຮ່າໂນ້ຍ ວາງຄາດໝາຍຍຸດທະສາດຮອດປີ 2025 ສ້າງສາ ແລະພັດທະນານະຄອນຫຼວງຢ່າງໄວວາ ແລະຍືນຍົງຕາມທິດຕົວເມືອງສີຂຽວ-ອັດສະລິຍະ-ທັນສະໄໝ, ມີກຳລັງແກ່ງແຍ້ງສູງຢູ່ພາຍໃນປະເທດ ແລະພາກພື້ນ; ທິດທາງຮອດປີ 2030, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ ແລະມີຄວາມສາມາດແກ່ງແຍ້ງໃນພາກພື້ນ ແລະສາກົນ. ທ່ານ ເວືອງດິ່ງເຫວ້ ຢືນຢັນວ່າ ເພື່ອຫັນນາມມະຍົດນະຄອນປະດິດສ້າງໃຫ້ປະກົດຜົນເປັນຈິງ, ນະຄອນຕ້ອງສ້າງຄວາມດຸ່ນດ່ຽງລະຫວ່າງບັນດາຜົນປະໂຫຍດໃນຕໍ່ໜ້າ ແລະຍາວນານ, ລະຫວ່າງຄຸນຄ່າພື້ນເມືອງ ແລະທັນສະໄໝ; ອອກແບບລະບົບຊີວະພາບໃຫ້ແກ່ການເຄື່ອນໄຫວປ່ຽນແປງໃໝ່, ປະດິດສ້າງ; ບໍາລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ລະບົບນະໂຍບາຍເສດຖະກິດ. ຄວນສ້າງກົນໄກການບໍລິຫານດ້ວຍການສ້າງຕັ້ງອົງການປະສານງານ, ອົງການປະທານຂອງນະຄອນເພື່ອເສີມຂະຫຍາຍການປະດິດສ້າງທີ່ອຸດົມສົມບູນຂອງວິສາຫລະກິດ ແລະປະຊາຊົນໃຫ້ແກ່ການກໍານົດທິດພັດທະນາລວມຂອງນະຄອນຫຼວງ. ມີການສື່ສານຢ່າງເປີດເຜີຍ ແລະມີຄວາມກະຈ່າງແຈ້ງໃນທຸກຂັ້ນຕອນໃນວິວັດການພັດທະນາໄວ. ພ້ອມກັນນັ້ນແມ່ນການຮ່ວມແຮງຮ່ວມໃຈຂອງອໍານາດການປົກຄອງ, ວິສາຫະກິດ, ປະຊາຊົນ, ຄູ່ຮ່ວມມືສາກົນ...

ໂດຍ: ທະນາພອນ