ການເຄື່ອນໄຫວຕ່າງໆ ມີຜູ້ຕາງໜ້າລັດຖະບານ, ນັກຊ່ຽວຊານ, ນັກທຸລະກິດ, ແລະວົງຄະນາຍາດຊຸມຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ແນໃສ່ໂຄສະນາເຜີຍແຜ່ການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ, ເພີ່ມທະວີຄວາມເຂົ້າໃຈ ແລະນ້ຳໃຈມິດຕະພາບລະຫວ່າງປະຊາຊົນຂອງບັນດາປະເທດສະມາຊິກ. ຢູ່ຫວຽດນາມ, ກະຊວງການຕ່າງປະເທດ ໄດ້ສົມທົບກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດກັບສະຖານທູດຈີນ ປະຈໍາ ຫວຽດນາມ, ຈັດການແຂ່ງຂັນຊອກຮູ້ກ່ຽວກັບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ລະຫວ່າງບັນດານັກສຶກສາທີ່ມາຈາກບາງມະຫາວິທະຍາໄລຢູ່ຮ່າໂນ້ຍ.

ປີ 2026 ເປັນປີທີ່ຂີດໝາຍ 10 ປີຂອງການສ້າງຕັ້ງ ແລະການພັດທະນາກົນໄກການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ, ເປັນໜຶ່ງເສັ້ນທາງຈາກຂໍ້ລິເລີ່ມຮ່ວມມືອະນຸພາກພື້ນທີ່ຫາກໍ່ເລີ່ມຕົ້ນ, ແມ່ນໍ້າຂອງ-ລ້ານຊ້າງໄດ້ຢັ້ງຢືນທີ່ຕັ້ງ, ກາຍເປັນໜຶ່ງໃນກົນໄກການຮ່ວມມືທີ່ຂະຫຍັນຂັນເຂື່ອນ, ພົ້ນເດັ່ນໃນຂະບວນການຮ່ວມສຳພັນເສດຖະກິດພາກພື້ນ.

leftcenterrightdel
ພາບປະກອບ: nhandan.vn

ຕາມກະຊວງການຕ່າງປະເທດຫວຽດນາມ ແລ້ວ, ບັນຫາແຫຼ່ງນ້ຳ, ເຊິ່ງເປັນການເອົາໃຈໃສ່ອັນດັບຕົ້ນໆສຳລັບບັນດາປະເທດແຄມແມ່ນ້ຳ, ມີຄວາມຄືບໜ້າຢ່າງແທດຈິງ. ຂໍ້ມູນດ້ານອຸທົກກະສາດໄດ້ແບ່ງປັນຢ່າງຕໍ່ເນື່ອງໃນຕະຫຼອດປີ, ຊ່ວຍໃຫ້ບັນດາປະເທດເປັນເຈົ້າການປ້ອງກັນນ້ຳຖ້ວມ ແລະໄພແຫ້ງແລ້ງກວ່າເກົ່າ. ການເຊື່ອມຕໍ່ການຄົມມະນາຄົມ ແລະlogistics ພາຍໃນອະນຸພາກພື້ນມີຄວາມກ້າວໜ້າຫຼາຍ, ມີໂຄງການທາງລົດໄຟ, ຖະໜົນຫົນທາງຂ້າມຊາຍແດນໄດ້ ແລະ ກຳລັງດຳເນີນການກໍ່ສ້າງຢູ່ ຫຼື ໄດ້ວາງແຜນຜັນຂະຫຍາຍແລ້ວ. ສິ່ງທີ່ໜ້າໃສ່ໃຈແມ່ນ, ມີໂຄງການຮັບໃຊ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນປະມານ 1.000 ໂຄງການໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນ້ຳຂອງ-ລ້ານຊ້າງ, ເຊິ່ງນຳເອົາໄຟຟ້າ, ນ້ຳສະອາດ, ໂຮງຮຽນ, ໂຮງໝໍໄປສູ່ເຂດທີ່ຍັງຫຍຸ້ງຍາກຂອງຫວຽດນາມ.

ຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະປະກອບສ່ວນຢ່າງຫຼວງຫຼາຍຕໍ່ກົນໄກການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ; ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະລະບົບຕ່ອງໂສ້ການສະໜອງຢ່າງຕໍ່ເນື່ອງ; ເອົາໃຈໃສ່ຕິດພັນການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ ກັບກົນໄກພາກພື້ນເຊັ່ນ: ອາຊຽນ, ຄະນະກຳມະການແມ່ນ້ຳຂອງ ຫຼື ອະນຸພາກພື້ນແມ່ນ້ຳຂອງ (GMS). ການຊຸກຍູ້ສ້າງຕັ້ງກົນໄກແບ່ງປັນຂໍ້ມູນດ້ານອຸທົກກະສາດລະຫວ່າງອົງການຄຸ້ມຄອງແຫຼ່ງນ້ຳໃນອະນຸພາກພື້ນຊ່ວຍໃຫ້ຫວຽດນາມປົກປ້ອງແຫຼ່ງນ້ຳໄດ້ດີກວ່າເກົ່າ ແລະ ຮັບປະກັນການພັດທະນາແບບຍືນຍົງຂອງເຂດທົ່ງພຽງແມ່ນ້ຳຂອງ.

ເນື່ອງໃນໂອກາດນີ້, ທ່ານ Wang Yi ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ຂຽນບົດຄວາມທີ່ມີຫົວຂໍ້ວ່າ “10 ປີ ທີ່ແມ່ນໍ້າຂອງ-ລ້ານຊ້າງ ພ້ອມກັນສູ້ຊົນ, ຮ່ວມແຮງຮ່ວມໃຈມຸ່ງໄປເຖິງອະນາຄົດ”. ບົດຂຽນໄດ້ຢືນຢັນວ່າ ກົນໄກການຮ່ວມມືນີ້ໄດ້ພັດທະນາຈາກ “ແນວພັນ” ໄປສູ່ການເປັນ “ຕົ້ນໄມ້ໃຫຍ່”, ກາຍເປັນແບບຢ່າງສຳລັບການສ້າງປະຊາຄົມແບ່ງປັນອະນາຄົດຢູ່ພາກພື້ນແມ່ນ້ຳຂອງ-ລ້ານຊ້າງ ແລະປະກອບສ່ວນເຂົ້າໃນການບໍລິຫານທົ່ວໂລກ.

ໃນໄລຍະ 10 ປີຜ່ານມາ, 6 ປະເທດໄດ້ມີຄວາມໃກ້ຊິດ, ຜູກພັນກັນຫຼາຍຂຶ້ນ, ກາຍເປັນບ້ານໃກ້ເຮືອນຄຽງ, ເພື່ອນມິດ ແລະ ຄູ່ຮ່ວມມືທີ່ດີ. ວົງເງິນການຄ້າລະຫວ່າງຈີນ ແລະ 5 ປະເທດແມ່ນ້ຳຂອງ ໄດ້ລື່ນກາຍ 500 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 150% ເມື່ອທຽບກັບສິບປີກ່ອນນີ້. ບັນດາປະເທດໄດ້ເພີ່ມທະວີການແບ່ງປັນຂໍ້ມູນດ້ານອຸທົກກະສາດ, ພ້ອມທັງເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງແບບໃໝ່ ແລະຈັດຕັ້ງປະຕິບັດການຮ່ວມມືໃນການປ້ອງກັນອາຊະຍາກຳ, ໄພພິບັດ, ໂລກລະບາດ.

ທ່ານລັດຖະມົນຕີ Wang Yi ຢືນຢັນວ່າ ຈີນ ຈະສືບຕໍ່ຍຶດໝັ້ນແນວຄວາມຄິດຂອງການທູດແບບບ້ານໃກ້ເຮືອນຄຽງໂດຍອີງໃສ່ "ມິດຕະພາບ, ຄວາມຈິງໃຈ, ຄວາມເມດຕາ ແລະຄວາມອົດທົນ," ພ້ອມກັບບັນດາປະເທດແມ່ນ້ຳຂອງ, ເປີດ "ທົດສະວັດຄຳ" ໃໝ່ໃຫ້ແກ່ກົນໄກການຮ່ວມມື, ສ້າງຊາຍຄາລວມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີສັນຕິພາບ, ໝັ້ນຄົງ, ຈະເລີນຮຸ່ງເຮືອງ, ສວຍງາມ, ມິດຕະພາບ, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກ.

ໂດຍ: ຈາງຫງວຽນ