ສິ່ງຂັດແຍ້ງອັນທີໜຶ່ງ: Go Global ດ້ວຍເຄື່ອງໝາຍການຄ້າທີ່ແຕກຕ່າງກັນ
ເມື່ອເບິ່ງຄືນໃນໄລຍະ 2 ທົດສະວັດ, ຜົນສຳເລັດຂອງ Viettel Global ບໍ່ໄດ້ມາຈາກສູດແຫ່ງການດຳເນີນທຸລະກິດແບບປົກກະຕິ. ເຊິ່ງມັນໄດ້ກໍ່ສ້າງຂຶ້ນຈາກສິ່ງຂັດແຍ້ງ, ຄື: ການປະກົດຕົວຢູ່ທົ່ວໂລກແຕ່ບໍໄດ້ໃຊ້ເຄື່ອງໝາຍການຄ້າ Viettel ຄືກັນ, ການເຕີບໂຕແບບຍືນຍົງຈາກການເລືອກເຟັ້ນບຸກເຂົ້າ “ເຂດທີ່ເປັນຫີນ” ແລະສ້າງເຕັກໂນໂລຢີສູງຈາກພື້ນຖານຂອງທະຫານທີ່ຍ່າງຜ່ານພູຜາປ່າດົງ.
ເຄື່ອງໝາຍການຄ້າແມ່ນຊັບສິນທີ່ສໍາຄັນຂອງກຸ່ມບໍລິສັດທົ່ວໂລກ. Samsung, Apple ຫຼື Coca-Cola ໃຊ້ເງິນຫຼາຍຕື້ໂດລາສະຫະລັດ ເພື່ອຮັກສາຊື່ເຄື່ອງໝາຍການຄ້າອັນດຽວກັນໃນທຸກໆທະວີບ. ແຕ່ວ່າ Viettel Global ແມ່ນກົງກັນຂ້າມ. ຢູ່ໃນແຕ່ລະປະເທດທີ່ Viettel Global ລົງທຶນ, ຄົນທັງຫຼາຍຈະເຫັນຊື່ເຄື່ອງໝາຍການຄ້າຕ່າງ, ຄື: Metfone, Unitel, Mytel, Movitel, Bitel, Natcom, Lumitel, Halotel, Telemor, Nexttel.
ເປັນຫຍັງ Viettel Global ຈຶ່ງມີຄວາມຄາດຫວັງຢາກຢືນຢັນທີ່ຕັ້ງແຫ່ງຊາດ, ຍອມຮັບການ “ປິດບັງຕົນເອງ” ພາຍໃຕ້ຊື່ Viettel? ຍ້ອນວ່າເຂົາເຈົ້າບໍ່ມີຈິນຕະນາການຂອງຜູ້ຢາກຄອບຄອງແຕ່ເລືອກເອົາວິທີການກາຍເປັນ "ລູກຫຼານ" ຂອງປະເທດປະຈຳຖິ່ນ.
ຢູ່ມຽນມາ, ເຄື່ອງໝາຍການຄ້າ Mytel ແມ່ນການສົມທົບລະຫວ່າງ ຄໍາວ່າ "My" ໃນ "ມຽນມາ" ແລະຄໍາວ່າ "Tel" ໃນ "Telecom". Mytel ຍັງສາມາດເຂົ້າໃຈໄດ້ວ່າແມ່ນ "ເຄືອຂ່າຍມືຖືຂອງຂ້າພະເຈົ້າ", ເປັນເຄືອຂ່າຍມືຖືທີ່ສະຫງວນໃຫ້ປະຊາຊົນມຽນມາ. ຢູ່ໂມຊໍາບິກ, Movitel ແມ່ນການປະສົມປະສານຂອງຄໍາວ່າ "Movement" (ຂົນຂວາຍ) "Telecom" - ແຝງຄວາມໝາຍເຖິງບໍລິສັດໂທລະຄົມມະນາຄົມ ຍາມໃດກໍ່ປຸກລະດົມຂົນຂວາຍ, ກ້າວໄປຂ້າງໜ້າ, ຄຽງບ່າຄຽງໄຫຼ່ພ້ອມກັບຊາວໂມຊໍາບິກ ບືນຕົວຂຶ້ນສູ່ອະນາຄົດທີ່ສົດໃສ. ຫຼື Unitel ຢູ່ລາວ, ເອີ່ຍອອກຄວາມຜູກພັນທີ່ໝັ້ນແກ່ນລະຫວ່າງອ້າຍນ້ອງ...
ດັ່ງນັ້ນ, ເມື່ອປະຊາຊົນຈາກປະເທດອື່ນຖືຊິມຂອງ Viettel ຢູ່ໃນກຳມື, ເຂົາເຈົ້າບໍ່ຮູ້ສຶກວ່າພວມນຳໃຊ້ການບໍລິການຂອງກຸ່ມບໍລິສັດຕ່າງປະເທດ. ເຂົາເຈົ້າພວມນຳໃຊ້ຜະລິດຕະພັນຈາກປະເທດຕົນ, ໂດຍປະຊາຊົນຕົນ ແລະຊາວຫວຽດນາມ ພ້ອມກັນກໍ່ສ້າງ.
ສິ່ງຂັດແຍ້ງອັນທີສອງ: “ບໍ່ຄໍາ" ຢູ່ໃນ “ເຂດທີ່ເປັນຫີນ”
ນັກລົງທຶນສາກົນສ່ວນຫຼາຍລ້ວນແຕ່ມີມາດຕະຖານອັນດຽວກັນ, ຄື: ການເມືອງມີສະຖຽນລະພາບ, ພື້ນຖານໂຄງລ່າງທີ່ມີຢູ່ແລ້ວ, ລາຍຮັບພົນລະເມືອງສູງ. Viettel ໄດ້ເຮັດໃນສິ່ງທີ່ກົງກັນຂ້າມ. ບັນຊີລາຍຊື່ຕະຫຼາດຂອງ Viettel Global ປຽບດັ່ງບັນຊີລາຍຊື່ “ດິນແດນທີ່ຍັງບໍ່ທັນໄດ້ພັດທະນາ”, ບ່ອນທີ່ບໍ່ມີຕາຂ່າຍໄຟຟ້າ, ຂາດນໍ້າສະອາດ, ປະຊາຊົນບາງຄາບກໍ່ຂາດເຂີນ, ບາງຄາບກໍ່ກິນອື່ມກິນເຕັມ.
    |
 |
|
ຢູ່ແຕ່ລະປະເທດທີ່ Viettel Global ລົງທຶນ, ເຂົາເຈົ້າເລືອກທີ່ຈະກາຍເປັນ “ລູກຫຼານ” ຂອງປະເທດປະຈຳຖິ່ນ. ພາບ: qdnd.vn |
ສິ່ງທີ່ Viettel Global ເຫັນຢູ່ບັນດາປະເທດທີ່ຕົນລົງທຶນແມ່ນ: ຢູ່ບ່ອນໃດຍາກທີ່ສຸດ, ແມ່ນບ່ອນນັ້ນມີກາລະໂອກາດ. ໃນເວລານັ້ນ, ພະນັກງານ Viettel ມີຈຸດດີອັນໃຫຍ່ຫຼວງນັ້ນແມ່ນຄຸນທາດຂອງທະຫານລຸງໂຮ່ ຕ້ອງວ່ອງໄວມີພິບໄຫວ, ບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກ, ບໍ່ຢ້ານທຸກຍາກລໍາບາກ, ເຮັດຫຍັງກໍ່ໄວ ແລະຍາມໃດກໍ່ກ້າວໄປຂ້າງໜ້າ. ເມື່ອບັນດາບໍລິສັດໂທລະຄົມມະນາຄົມຍັກໃຫຍ່ຂອງທະວີບເອີລົບ ແລະທະວີບອາເມລິກາ ບໍ່ສົນໃຈບັນດາຕະຫຼາດ “ອັນແຂງແກ່ນ” ນີ້ຍ້ອນອັດຕາກໍາໄລຕໍ່າ ແລະຄວາມສ່ຽງສູງ, Viettel Global ພັດຄິດແຕກຕ່າງ. ເຂົາເຈົ້າບໍ່ໄດ້ຊອກຫາບໍ່ຄຳຢູ່ກາງແຈ້ງ, ແຕ່ເຂົາເຈົ້າໄດ້ຂຸດຄົ້ນບໍ່ແຮ່ເລິກລົງໃຕ້ດິນດ້ວຍລະບຽບວິໄນ, ຄວາມໄວ ແລະຄວາມອົດທົນຂອງທະຫານ.
ສິ່ງຂັດແຍ້ງອັນທີສາມ: "ກອງຫຼອນ" ເຄື່ອນໄຫວ High-tech
Viettel ຂອງປີ 2026 ແມ່ນກຸ່ມບໍລິສັດເຕັກໂນໂລຢີດີຈີຕອນ, ເປັນເຈົ້າຂອງ 5G, AI ແລະມາດຕະການລັດຖະບານເອເລັກໂຕນິກ. ແຕ່ວິທີທີ່ເຂົາເຈົ້າຜັນຂະຫຍາຍພື້ນຖານໂຄງລ່າງຢູ່ບັນດາປະເທດແມ່ນມີຄວາມພິເສດ ແລະແຕກຕ່າງກັນ. ເຂົາເຈົ້າເຂົ້າເຖິງຕະຫຼາດຜ່ານການກໍ່ສ້າງພື້ນຖານໂຄງລ່າງເຄືອຂ່າຍທີ່ກວ້າງຂວາງ, ສົ່ງສັນຍານໄປທົ່ວປະເທດ, ຈົນຮອດເຂດຫ່າງໄກສອກຫຼີກ, ເຮັດໃຫ້ຜູ້ທີ່ບໍ່ເຄີຍຮູ້ຈັກມາກ່ອນໄດ້ເຂົ້າເຖິງໂທລະຄົມມະນາຄົມ ແລະເຕັກໂນໂລຢີ.
ນີ້ແມ່ນຍຸດທະສາດຂອງ "ການຫັນການບໍລິການແບບຫຼູຫຼາມາເປັນແບບກັນເອງ". ເມື່ອຄື້ນມືຖືໄປຮອດສະຖານທີ່ຫ່າງໄກສອກຫຼີກທີ່ສຸດ, ໂທລະສັບຈາກເຄື່ອງທີ່ຫຼູຫຼາໄດ້ປ່ຽນມາເປັນເຄື່ອງມືຫາເງິນລ້ຽງຊີບຂອງຄົນທຸກຍາກ. ຢູ່ໂມຊໍາບິກ, ປະຊາຊົນໃຊ້ E-wallets ເພື່ອແລກປ່ຽນການຄ້າທັງໃນເວລາທີ່ເຂົາເຈົ້າບໍ່ມີບັນຊີທະນາຄານ. ຢູ່ກໍາປູເຈຍ, Metfone ບໍ່ພຽງແຕ່ເປັນບໍລິສັດເຄືອຂ່າຍເທົ່ານັ້ນ, ແຕ່ມັນແມ່ນພື້ນຖານໂຄງລ່າງໃຫ້ທັງພື້ນຖານເສດຖະກິດດີຈີຕອນທີ່ກໍາລັງພັດທະນາ.
ການສົມທົບລະຫວ່າງເຕັກໂນໂລຢີທີ່ທັນສະໄໝ ແລະແບບວິທີຜັນຂະຫຍາຍປະຖົມປະຖານ, ທົນທານແມ່ນອາວຸດທີ່ຊ່ວຍ Viettel ເອົາຊະນະບັນດາປະເທດຍັກໃຫຍ່ຝ່າຍຕາເວັນຕົກ. ຄູ່ແຂ່ງທີ່ມີທ່າແຮງກ່ຽວກັບຕົ້ນທຶນ, ແຕ່ເຂົາເຈົ້າບໍ່ມີນັກຊ່ຽວຊານທີ່ເຕັມໃຈຍ່າງຜ່ານພູຜາປ່າດົງ ຫຼືນອນຢູ່ໃນຕູບພ້ອມກັບຊາວບ້ານຄືທະຫານ Viettel.
ບັນຫາການ “ລອກຄາບ” ແລະມູນຄ່າ 10 ຕື້ໂດລາສະຫະລັດ
ເປັນຫຍັງ Viettel ຕ້ອງລົງທຶນຢູ່ຕ່າງປະເທດ? ທ່ານພົນຕີ ຕ່າວດຶກຖັງ, ກໍາມະການສູນກາງພັກ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ເຄີຍເວົ້າວ່າ: “ການເຄື່ອນໄຫວລົງທຶນຢູ່ຕ່າງປະເທດຂອງ Viettel ແມ່ນຕິດພັນກັບໜ້າທີ່ການເມືອງ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜ່ານນັ້ນຊຸກຍູ້ການທູດດ້ານວັດທະນະທໍາ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ປະກອບສ່ວນແຜ່ຂະຫຍາຍຮູບພາບປະເທດຊາດ, ຊາວຫວຽດນາມ ກໍ່ຄືຜົນງານຂອງຫວຽດນາມ ໃຫ້ເພື່ອນມິດສາກົນ”.
    |
 |
|
ທ່ານພົນຕີ ຕ່າວດຶກຖັງ, ກໍາມະການສູນກາງພັກ, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel (ຜູ້ທີສອງຈາກຂວາ) ໄດ້ແນະນໍາຜະລິດຕະພັນເຕັກໂນໂລຢີສູງຂອງ Viettel ຄົ້ນຄວ້າດ້ວຍຕົນເອງ ແລະຜະລິດໃຫ້ແກ່ຄູ່ຮ່ວມມືຕ່າງປະເທດ. ພາບ: qdnd.vn |
ການລົງທຶນຢູ່ຕ່າງປະເທດບໍ່ພຽງແຕ່ເປັນການຫາຜົນກຳໄລມາໃຫ້ Viettel Global ເທົ່ານັ້ນ, ຫາກຍັງແມ່ນວິທີຈັດວາງຕົນເອງເຂົ້າໃນສິ່ງທ້າທາຍ, ບັງຄັບຕົນເອງຕ້ອງມີການເຄື່ອນໄຫວເພື່ອຫຼີກລ້ຽງການຖືກ “ແກ່ດຶງໄປ” ຢູ່ໃນເຂດປອດໄພ. 20 ປີຜ່ານມາແມ່ນການ "ລອກຄາບ" ທີ່ໜ້າປະທັບໃຈຈາກບໍລິສັດເຄືອຂ່າຍຂະໜາດນ້ອຍທີ່ໄປລົງທຶນຢູ່ຕ່າງປະເທດ, ຈົນກາຍເປັນບໍລິສັດ “ຍັກໃຫຍ່” ຢູ່ຫຼາຍປະເທດ ແລະຫັນໄປສູ່ບໍລິສັດເຕັກໂນໂລຢີ.
ການຫັນໄປສູ່ Techco ໄດ້ປະຕິບັດຕາມຍຸດທະສາດ: ນໍາໃຊ້ໂທລະຄົມນາຄົມເປັນພື້ນຖານເພື່ອຂາຍການບໍລິການດີຈີຕອນ.
ຢູ່ຕະຫຼາດທີ່ມີຄວາມຕ້ອງການຄື ເປຣູ, Bitel ໄດ້ປ່ຽນຈຸດສຸມຈາກ 4ຈີ ໄປສູ່ການສະໜອງໂຄງສ້າງພື້ນຖານການເຊື່ອມຕໍ່ຄວາມໄວສູງໃຫ້ແກ່ວິສາຫະກິດ ແລະໂຄງການຫັນເປັນດີຈີຕອນພາກລັດ. Viettel Global ບໍ່ໄດ້ “ຂາຍຍ່ອຍຊິມ” ອີກຕໍ່ໄປແລ້ວ, ແຕ່ຈະຂາຍ “ລະບົບບໍລິຫານ” ໃຫ້ທົ່ວສັງຄົມ.
ການເປັນເຈົ້າຂອງເຕັກໂນໂລຢີຫຼັກ, ຄື: 5G, AI ແລະ Big Data ບໍ່ພຽງແຕ່ຊ່ວຍໃຫ້ Viettel Global ຫັນການເຄື່ອນໄຫວໃຫ້ປະກົດຜົນເປັນຈິງເທົ່ານັ້ນ, ຫາກຍັງຫັນວິສາຫະກິດນີ້ໃຫ້ກາຍເປັນຄູ່ຮ່ວມມືຍຸດທະສາດດ້ານເຕັກໂນໂລຢີຂອງລັດຖະບານປະເທດປະຈຳຖິ່ນອີກດ້ວຍ.
ມາຮອດປະຈຸບັນ, ບໍ່ພຽງແຕ່ມີມູນຄ່າຕະຫຼາດ 10 ຕື້ໂດລາສະຫະລັດ ແລະອັດຕາສ່ວນຕະຫຼາດອັນດັບ 1 ຢູ່ 7 ປະເທດເທົ່ານັ້ນ, ແຕ່ລະສະຖານີສົ່ງສັນຍານຂອງ Viettel ໃນໂລກແມ່ນຂີດໝາຍທີ່ຢືນຢັນພູມປັນຍາຫວຽດນາມ ໃນເວທີສາກົນ.
ບໍ່ວ່າ Viettel ໄປບ່ອນໃດ, ຮູບພາບຫວຽດນາມ - ເປັນປະເທດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັກຫອມສັນຕິພາບ ແລະພ້ອມແລ້ວທີ່ຈະແບ່ງປັນເຕັກໂນໂລຢີກໍ່ໄດ້ແຜ່ຂະຫຍາຍຢູ່ບ່ອນນັ້ນ. ພື້ນຖານໂຄງລ່າງຂອງ Viettel ຢູ່ບັນດາປະເທດປະຈຳຖິ່ນຍັງສວມບົດບາດເປັນຂົວຕໍ່ການທູດເສດຖະກິດ, ໜູນຊ່ວຍການເຄື່ອນໄຫວການເມືອງຂັ້ນສູງຂອງພັກ ແລະລັດ. ນັ້ນແມ່ນວິທີທີ່ Viettel ປະຕິບັດ - ຜ່ານ Viettel Global - ປົກປັກຮັກສາປະເທດຊາດ “ແຕ່ຫົວທີ, ແຕ່ໄກ” ດ້ວຍກຳລັງແຮງດ້ານເສດຖະກິດ ແລະຄວາມເຊື່ອໝັ້ນຂອງເພື່ອນມິດສາກົນ.
ໂດຍ: ເຈິ່ນຮວ່ຽນ