ປີນີ້, ສອງໂຄງການພັດທະນາພອນສະຫວັນ ປະຈຳປີຂອງ Viettel, ພາຍຫຼັງເວລາ 1 ເດືອນ ເປີດໃຫ້ລົງທະບຽນ ແຕ່ວັນທີ 12 ກຸມພາ ຫາວັນທີ 15 ມີນາ, ໄດ້ດຶງດູດສໍາເນົາເອກະສານເກືອບ 12.000 ຊຸດຈາກທົ່ວປະເທດ. ຜ່ານສອງໂຄງການພັດທະນາພອນສະຫວັນຂອງ Viettel, ຜູ້ເຂົ້າຮ່ວມຈະມີໂອກາດເຂົ້າຮ່ວມບັນດາໂຄງການເຕັກໂນໂລຢີ ແລະດໍາເນີນທຸລະກິດຂະໜາດໃຫຍ່, ພ້ອມທັງຖອດຖອນບົດຮຽນໂດຍກົງຈາກບັນດາຊ່ຽວຊານໃນລະບົບນິເວດຂອງ Viettel. ປະສົບການຕົວຈິງເຫຼົ່ານີ້ຈະຊ່ວຍໃຫ້ຜູ້ເຂົ້າຮ່ວມ ສ້າງຈິນຕະນາການເຮັດວຽກເປັນມືອາຊີບ ແລະສ້າງພື້ນຖານອາຊີບອັນໜັກແໜ້ນແຕ່ໄລຍະຕ້ົນ.

leftcenterrightdel
ໂຄງການພັດທະນາພອນສະຫວັນຂອງ Viettel ດຶງດູດນັກສຶກສາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn

Viettel Digital Talent ແມ່ນໂຄງການບໍາລຸງສ້າງ ແລະພັດທະນາພອນສະຫວັນດ້ານເຕັກໂນໂລຢີໜຸ່ມ, ນອນໃນຍຸດທະສາດລົງທຶນໄລຍະຍາວໃຫ້ແກ່ແຫຼ່ງຊັບພະຍາກອນດ້ານເຕັກໂນໂລຢີ ຂອງກຸ່ມບໍລິສັດ Viettel. ປີ 2026, ໂຄງການສຸມໃສ່ 8 ຂົງເຂດເຕັກໂນໂລຢີຍຸດທະສາດ, ຄື: cloud computing, ຄວາມປອດໄພດ້ານຂໍ້ມູນຂ່າວສານ, ວິທະຍາສາດຖານຂໍ້ມູນ ແລະປັນຍາປະດິດ, ເຕັກນິກເຄິ່ງຊັກນໍາໄຟຟ້າ, ເຕັກໂນໂລຢີ 5G, ເຕັກນິກຊອບແວ, ອິນເຕີແນັດສັບພະສິ່ງ ແລະການບິນ-ອາວະກາດ.

Viettel Future Changemakers ແມ່ນໂຄງການບໍາລຸງສ້າງຜູ້ບໍລິຫານຝຶກງານ, ພັດທະນາຖັນແຖວບຸກຄະລາກອນໜຸ່ມ ທີ່ມີຄວາມສາມາດກາຍເປັນນັກຄຸ້ມຄອງ. ເນື້ອໃນການບໍາລຸງສ້າງສຸມໃສ່ຂົງເຂດບໍລິຫານຕິດພັນກັບເຕັກໂນໂລຢີປາຍແຫຼມ, ລວມມີການຄຸ້ມຄອງຜະລິດຕະພັນດີຈີຕອນ, ການຄຸ້ມຄອງໂຄງການເຕັກໂນໂລຢີ ແລະຄຸ້ມຄອງລະບົບຕ່ອງໂສ້ການສະໜອງໂລຈິດສະຕິກ.

ພິທີໄຂຊຸດຮຽນ Viettel Talent 2026, ລວມມີ Viettel Digital Talent ແລະ Viettel Future Change Makers ຈະຈັດຂຶ້ນໃນເດືອນເມສາ ນີ້ ເພື່ອຕ້ອນຮັບບັນດາຜູ້ສະໝັກທີ່ດີເດັ່ນເລີ່ມຕົ້ນການບໍາລຸງສ້າງ ແລະພັດທະນາອາຊີບພ້ອມກັບ Viettel.

ໂດຍ: ທູຈາງ