ສ້າງຄວາມໄວ້ເນື້ອເຊື່ອໃຈກັບປະເທດປະຈໍາຖິ່ນຜ່ານພື້ນຖານໂຄງລ່າງ ແລະວັດທະນະທຳຫວຽດນາມ
ປະຈຸບັນ, Viettel Global ມີໜ້າຢູ່ 11 ປະເທດ, ໃຫ້ບໍລິການລູກຄ້າເກືອບ 90 ລ້ານຄົນ ແລະສ້າງຕຳແໜ່ງນໍາໜ້າໃນສ່ວນແບ່ງການຕະຫຼາດໂທລະສັບມືຖື ໃນ 7 ຕະຫຼາດສາກົນ. ເຖິງຢ່າງໃດກໍຕາມ, ຂະບວນການບືນຕົວອອກສູ່ສາກົນຂອງ Viettel Global ບໍ່ພຽງແຕ່ແມ່ນການດໍາເນີນທຸລະກິດດ້ານໂທລະຄົມມະນາຄົມເທົ່ານັ້ນ, ແຕ່ວິສາຫະກິດນີ້ຍັງສວມບົດບາດເຊື່ອມຕໍ່ທາງການທູດອີກດ້ວຍ ເພື່ອນຳພາບພົບຫວຽດນາມ ອອກສູ່ໂລກ.
    |
 |
|
ຮູບພາບຂອງທຸງຊາດຫວຽດນາມ ປະກົດຢູ່ເທິງຫຼັງຄາຂອງສຳນັກງານໃຫຍ່ Bitel ແລະສະຖານີສົ່ງສັນຍານໂທລະຄົມມະນາຄົມທີ່ໄດ້ກໍ່ສ້າງໃນທ່າມກາງພູຜາປ່າດົງທຸລະກັນດານຂອງປະເທດເປຣູ. ພາບ: qdnd.vn |
Viettel ມີຈຸດພິເສດ ແລະແຕກຕ່າງທີ່ສຸດ ເມື່ອລົງທຶນຢູ່ຕ່າງປະເທດ. ເຂົາເຈົ້າເຂ້ົາເຖິງຕະຫຼາດໂດຍຜ່ານການສ້າງພື້ນຖານໂຄງລ່າງເຄືອຂ່າຍທີ່ກວ້າງຂວາງ, ກວມເອົາທົ່ວປະເທດ, ຈົນໄປຮອດເຂດຫ່າງໄກສອກຫຼີກ, ເຮັດໃຫ້ທຸກຄົນທີ່ບໍ່ເຄີຍຮູ້ຈັກມາກ່ອນໄດ້ເຂົ້າເຖິງໂທລະຄົມມະນາຄົມ ແລະເຕັກໂນໂລຊີ.
ຄຽງຂ້າງນັ້ນ, Viettel ຍັງແຜ່ຂະຫຍາຍວັດທະນະທຳຫວຽດນາມ ຢ່າງແຂງແຮງບໍ່ພຽງແຕ່ຢູ່ບັນດາປະເທດທີ່ Viettel ລົງທຶນເທົ່ານັ້ນ ຫາກຍັງທົ່ວໂລກອີກດ້ວຍ. ຈາກຫໍ່ມັດເຂົ້າຕົ້ມ, ຈານແນມຈືນ ຢູ່ຕີມໍ ແລັດສະເຕ ໃນບຸນປີໃໝ່ປະຈໍາຊາດ, ຈົນເຖິງການເຄື່ອນໄຫວຮູ້ບຸນຄຸນຂອງ Metfone ຢູ່ສຸສານທະຫານອາສາສະໝັກຢູ່ກຳປູເຈຍ, ຫຼື ຮູບພາບຂອງວິສະວະກອນ Bitel ທີ່ເຮັດວຽກຢູ່ໃນອຸ່ນຫະພູມ -9°C ຢູ່ເທິງຈອມພູສູງໃນປະເທດເປຣູ... ທັງໝົດເຫຼົ່ານີ້ໄດ້ສ້າງເປັນສາຍແນນແຫ່ງຄວາມຜູກພັນທີ່ບໍ່ມີຮູບຮ່າງ ແຕ່9ມີຄວາມແໜ້ນແຟ້ນກັບປະຊາຊົນທ້ອງຖິ່ນ.
ເມື່ອທຸງຊາດຫວຽດນາມ ປະກົດຢູ່ໃນປະເທດໜຶ່ງຜ່ານ Viettel, ປະຊາຊົນຢູ່ບ່ອນນັ້ນ ເຂົ້າໃຈວ່າ ເຂົາເຂົ້າຈະສາມາດເຂົ້າເຖິງການໂທລະຄົມມະນາຄົມ ແລະເຕັກໂນໂລຊີ.
ບໍ່ພຽງແຕ່ໄດ້ຮັບຖືວ່າເປັນວິສາຫະກິດອຸດສາຫະກໍາເທົ່ານັ້ນ, ແຕ່ Viettel Global ໃນສາຍຕາປະຊາຊົນປະເທດປະຈຳຖິ່ນກໍຖືວ່າເປັນວິສາຫະກິດທີ່ມີຄວາມເມດຕາໂດຍຜ່ານໂຄງການຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນ. Viettel Peru ສະໜອງອິນເຕີເນັດຟຣີໃຫ້ແກ່ໂຮງຮຽນເກືອບ 5.000 ແຫ່ງ, ຮາກຖານສາທາລະນະສຸກ 112 ແຫ່ງ ແລະອົງການອໍານາດການປົກຄອງ 166 ແຫ່ງ. Viettel Mozambique ສະໜອງເຄືອຂ່າຍອິນເຕີເນັດຟຣີໃຫ້ແກ່ໂຮງຮຽນຫຼາຍກວ່າ 2.500 ແຫ່ງໃນທົ່ວປະເທດ.
ການເດີນທາງໄປຊອກຫາສິ່ງທ້າທາຍແຕ່ 20 ປີກ່ອນນີ້
ໃນປີ 2006, ໂດຍໄດ້ເປີດຕົວເຄືອຂ່າຍໂທລະສັບມືຖືໄດ້ແຕ່ສອງປີ, ດ້ວຍກຳໄລຍັງບໍ່ຮອດ 1% ຂອງປະຈຸບັນ, ເປັນຫຍັງ Viettel ຈຶ່ງເລືອກເອົາເສັ້ນທາງ "go global"? ຄືດັ່ງ ທ່ານພົນຕີ ຕ່າວດຶກທັງ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ຂອງກຸ່ມບໍລິສັດ Viettel ເຄີຍເວົ້າວ່າ: "ການເຄື່ອນໄຫວລົງທຶນອອກສູ່ຕ່າງປະເທດຂອງ Viettel ແມ່ນການຕິດພັນຢ່າງແໜ້ນແຟ້ນກັບໜ້າທີ່ທາງດ້ານການເມືອງ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜ່ານນັ້ນຊຸກຍູ້ການທູດວັດທະນະທຳ, ການທູດປ້ອງກັນຊາດ, ປະກອບສ່ວນເຂົ້າໃນການແຜ່ຂະຫຍາຍພາບພົດຂອງປະເທດ ແລະປະຊາຊົນ ກໍ່ຄື ຜົນສຳເລັດຂອງຫວຽດນາມ ອອກສູ່ເພື່ອນມິດສາກົນ."
    |
 |
|
ທຸງຊາດຫວຽດນາມ ແລະ ທຸງຊາດ ຕານຊາເນຍ ປະກົດຢູ່ພື້ນຫຼັງຂອງເຫດການຄວາມຮັບຜິດຊອບຕໍ່ສັງຄົມ ໂດຍ Halotel ສົມທົບກັບສະຖານທູດຫວຽດນາມຈັດຂຶ້ນ ເພື່ອມອບຂອງຂວັນໃຫ້ເດັກນ້ອຍ. ພາບ: qdnd.vn |
ຄວາມໄວຂອງການຜັນຂະຫຍາຍເຄືອຂ່າຍຂອງ Viettel ຍັງເຮັດໃຫ້ຄູ່ແຂ່ງຂອງຕົນປະຫຼາດໃຈ, ໂດຍໃຊ້ເວລາພຽງແຕ່ປີໜຶ່ງ ຫາ ປີເຄິ່ງເທົ່ານັ້ນ, ແທນທີ່ຈະເປັນ 3-5 ປີຄືກັບຫຼາຍບໍລິສັດອິນເຕີແນັດສາກົນ. ຍ້ອນອັດຕາການສົ່ງສັນຍານປົກຄຸມສູງ, ບໍລິສັດໄດ້ບືນຕົວຂຶ້ນສູ່ອັນດັບໜຶ່ງ ໃນສ່ວນແບ່ງການຕະຫຼາດໃນເວລາສັ້ນໆ: Viettel Burundi ໃຊ້ເວລາພຽງແຕ່ 6 ເດືອນ, Viettel Timor ໃຊ້ເວລາພຽງແຕ່ 1 ປີ, Viettel Cambodia ແລະ Viettel Laos ໃຊ້ເວລາປະມານ 2 ປີ, ແລະ Viettel Myanmar ບັນລຸອັນດັບໜຶ່ງພາຍຫຼັງທີ່ດຳເນີນທຸລະກິດມາໄດ້ 3 ປີ.
ນັກຊ່ຽວຊານສາກົນ ໃຫ້ຂໍ້ສັງເກດວ່າ Viettel Global ມີຄວາມໄວໃນການເຕີບໂຕ ແລະການເປີດກວ້າງຕະຫຼາດສູງເມື່ອທຽບກັບ Singtel (ສິງກະໂປ) ຫຼື SK Telecom (ສ. ເກົາຫຼີ). ລາຍຮັບສຸດທິຂອງ Viettel Global ໃນປີ 2025 ບັນລຸ 44.000 ຕື້ດົ່ງ, ສາມາດຮັກສາຄວາມໄວໃນການເຕີບໂຕປະມານ 20% ໃນເວລາຫຼາຍປີຕິດຕໍ່ກັນ, ສູງກວ່າລະດັບສະເລ່ຍຂອງຂະແໜງໂທລະຄົມມະນາຄົມທົ່ວໂລກ 5-6 ເທົ່າ.
"ການເຊື່ອມຕໍ່ທີ່ກວ້າງອອກ" ໃນການທູດປ້ອງກັນຊາດ ແລະການປົກປ້ອງຜົນປະໂຫຍດແຫ່ງຊາດ
ລື່ນກາຍເປົ້າໝາຍກຳໄລທີ່ໄດ້ກຳນົດໄວ້, ແຕ່ລະພື້ນທີ່ ທີ່ Viettel ໃຫ້ບໍລິການ ຢູ່ 11 ປະເທດ ໃນ 3 ທະວີບ ຍັງເປັນຂີດໝາຍສຳຄັນຕໍ່ການມີໜ້າຂອງຫວຽດນາມ ໃນແຜນທີ່ຍຸດທະສາດຂອງໂລກ.
ເວົ້າອີກຢ່າງໜຶ່ງ, ໄລຍະທາງນີ້ສວມບົດບາດໃນການຊຸກຍູ້ການທູດປ້ອງກັນຊາດ, ປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ. Viettel ກ້າວອອກສູ່ໂລກ ບໍ່ພຽງແຕ່ເພື່ອດໍາເນີນທຸລະກິດເທົ່ານັ້ນ, ຫາກຍັງເພື່ອຢືນຢັນຖານະບົດບາດຂອງຫວຽດນາມ ຜ່ານຄຸນຄ່າຕົວຈິງ ແລະການປະກອບສ່ວນຢ່າງຕໍ່ເນື່ອງລຽນຕິດ.
    |
 |
|
ວິສະວະກອນ Lumitel ຢູ່ສະຖານທີ່ກໍ່ສ້າງສະຖານີສົ່ງສັນຍານໃນປະເທດບູຣຸນດີ. ພາບ: qdnd.vn |
ການປະກອບສ່ວນເຫຼົ່ານີ້ ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບຮູ້ໃນການຢ້ຽມຢາມ ແລະເຮັດວຽກກັບ Viettel Cambodia ໃນເດືອນກໍລະກົດ 2024, ໃນເວລາທີ່ທ່ານຍັງເປັນປະທານປະເທດ: “ຖ້າວິສາຫະກິດຫວຽດນາມໃດລົງທຶນຢູ່ຕ່າງປະເທດຄືກັບ Viettel, ຈະບໍ່ມີຫຍັງຕ້ອງເປັນຫ່ວງກັງວົນ. ບັນດາສະຫາຍໄດ້ຍົກສູງພາບພົດ, ຍົກສູງທີ່ຕັ້ງຂອງຫວຽດນາມ, ບໍ່ພຽງແຕ່ໃນບັນຫາເສດຖະກິດ, ດໍາເນີນທຸລະກິດເທົ່ານັ້ນ. ພວກຂ້າພະເຈົ້າ ຕີລາຄາສູງ ແລະຍ້ອງຍໍຊົມເຊີຍການປະກອບສ່ວນຂອງ Viettel…ຢ່າງສຸດໃຈ”
ໃນລະຫວ່າງການຢ້ຽມຢາມ Viettel Peru ໃນເດືອນພະຈິກ 2024, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກໍ່ໄດ້ຕີລາຄາບັນດາວິສາຫະກິດ ຂອງກອງທັບວ່າ ເປັນກົມກອງນໍາໜ້າໃນການເປີດກວ້າງການຮ່ວມມືດ້ານເສດຖະກິດ - ເຕັກໂນໂລຊີ. ໃນການເຄື່ອນໄຫວຕົວຈິງຂອງ Bitel ບໍ່ພຽງແຕ່ສ້າງລາຍຮັບເຂົ້າງົບປະມານຂອງ ເປຣູ ເທົ່ານັ້ນ ຫາກຍັງສວມບົດບາດຮັດແໜ້ນການພົວພັນມິດຕະພາບສອງຝ່າຍລະຫວ່າງສອງປະເທດອີກດ້ວຍ.
ພາຍຫຼັງ 20 ປີ, ໄລຍະທາງແຫ່ງການເຕີບໃຫຍ່ເຂັ້ມແຂງຂອງ Viettel Global ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາທີ່ສຸດໃຫ້ແກ່ວິສາຫະກິດ ຈາກປະເທດກຳລັງພັດທະນາ ສາມາດສ້າງເຄືອຂ່າຍເຕັກໂນໂລຢີທົ່ວໂລກ, ຍົກສູງທີ່ຕັ້ງຂອງປະເທດຊາດ ແລະເປີດເສັ້ນທາງໃຫ້ແກ່ວິວັດທະນາການເຊື່ອມໂຍງທີ່ເລິກເຊິ່ງກວ້າງຂວາງຂອງຫວຽດນາມ.
ໂດຍ: ຈາງຫງວຽນ