ເຖິງຢ່າງໃດກໍ່ຕາມ, ການປະທະກັນຢູ່ຕາເວັນອອກກາງກຳລັງສ້າງຜົນກະທົບຕໍ່ເສດຖະກິດທົ່ວໂລກ ແລະຫວຽດນາມ ຜ່ານລາຄາພະລັງງານ, ການຄ້າ ແລະກະແສເງິນລົງທຶນ, ເຮັດໃຫ້ແງ່ຫວັງການເຕີບໂຕປີ 2026 ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

ໃນຕອນເຊົ້າວັນທີ 4 ເມສາ, ທີ່ຮ່າໂນ້ຍ, ກົມສະຖິຕິ (ກະຊວງການເງິນຫວຽດນາມ) ໄດ້ຈັດກອງປະຊຸມຂ່າວເພື່ອແຈ້ງຂ່າວໃຫ້ຊາບກ່ຽວກັບສະຖານະການເສດຖະກິດ-ສັງຄົມໃນໄຕມາດ 1 ປີ 2026. ຂໍ້ມູນທີ່ກອງປະຊຸມຂ່າວໄດ້ສະແດງໃຫ້ເຫັນວ່າເສດຖະກິດຂອງຫວຽດນາມໃນໄຕມາດ 1 ຈະເລີນເຕີບໂຕດີ, ຄາດວ່າ ຈະເພີ່ມ 7,83% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ (ໄຕມາດທີ 1 ປີ 2025 ເພີ່ມ 7,07%). ຕາມທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິແລ້ວ, ນີ້ຖືວ່າເປັນໝາກຜົນທີ່ຕັ້ງໜ້າໃນສະພາບການທີ່ເສດຖະກິດໃນໂລກຍັງສືບຕໍ່ບໍ່ໝັ້ນຄົງ ແລະມີຄວາມສ່ຽງເພີ່ມຂຶ້ນ. ສິ່ງທີ່ໜ້າໃສ່ໃຈ ແມ່ນມີການເຕີບໂຕທີ່ດີໃນທັງສາມຂະແໜງການ ຄື: ກະສິກຳ, ປ່າໄມ້ ແລະສິນໃນນໍ້າເພີ່ມຂຶ້ນ 3,8%; ອຸດສາຫະກຳ ແລະການກໍ່ສ້າງ ເພີ່ມຂຶ້ນ 8,92%; ການບໍລິການ ເພີ່ມຂຶ້ນ 8,18%. ໝາກຜົນນີ້ໄດ້ສະແດງໃຫ້ເຫັນວ່າພື້ນຖານເສດຖະກິດໄດ້ຟື້ນຕົວໃນລະດັບໜຶ່ງ ແລະຮັກສາອັດຕາການເຕີບໂຕທີ່ໝັ້ນຄົງພໍສົມຄວນ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມມານະພະຍາຍາມອັນໃຫຍ່ຫຼວງໃນການບໍລິຫານເສດຖະກິດ ແລະຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງທົ່ວປະເທດ.

leftcenterrightdel
ການສົ່ງອອກເຫຼັກກ້າຢູ່ບໍລິສັດຫຸ້ນສ່ວນ Hoa Phat Group. ພາບ: ເຈິ່ນງີ

ສາມາດເຫັນໄດ້ວ່າການເຕີບໂຕ GDP ໃນໄຕມາດ 1 ບັນລຸ 7,83%, ເຊິ່ງເປັນລະດັບເພີ່ມຂຶ້ນທີ່ຕັ້ງໜ້າພໍສົມຄວນ, ແຕ່ວ່າຍັງບໍ່ທັນບັນລຸເປົ້າໝາຍ 9,1% ຕາມມະຕິຂອງລັດຖະບານ ສະບັບເລກທີ 01/NQ-CP. ກົມສະຖິຕິຊີ້ໃຫ້ເຫັນວ່າສາເຫດຫຼັກ ແມ່ນຜົນກະທົບຈາກການຜັນແປທາງດ້ານພູມສາດການເມືອງ ແລະຂໍ້ຈຳກັດພາຍໃນຂອງພື້ນເສດຖະກິດ, ເຊັ່ນ: ສະມັດຕະພາບແຮງງານບໍ່ທັນສູງ, ກໍາລັງໜູນການແກ່ງແຍ້ງຂອງວິສາຫະກິດຍັງອ່ອນແອ ແລະລະດັບການເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າທົ່ວໂລກບໍ່ທັນສູງ; ກຳລັງຊື້ພາຍໃນປະເທດຟື້ນຕົວຊ້າກວ່າທີ່ຄາດໄວ້. ນອກຈາກນັ້ນ, ອຸປະສັກທາງດ້ານການຄ້າ, ການຜັນແປຂອງອັດຕາແລກປ່ຽນ, ອັດຕາດອກເບ້ຍທົ່ວໂລກກຳລັງເຮັດໃຫ້ເພີ່ມຕົ້ນທຶນນໍາເຂົ້າ, ເຮັດໃຫ້ອັດຕາກຳໄລຂອງວິສາຫະກິດສົ່ງອອກຫຼຸດລົງ, ໃນຂະນະທີ່ໂຄງການລົງທຶນພາກລັດຍັງຢູ່ໃນໄລຍະເລີ່ມຕົ້ນ, ຍັງບໍ່ທັນໄດ້ສ້າງຜົນກະທົບຢ່າງແຂງແຮງ.

ຢຶດໝັ້ນເປົ້າໝາຍການເຕີບໂຕສູງກວ່າ 10%: ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ

ພື້ນຖານເສດຖະກິດຄາດວ່າ ຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນການພັດທະນາທີ່ບໍ່ສາມາດຄາດເດົາໄດ້ໃນສະຖານະການທາງພູມສາດການເມືອງທົ່ວໂລກ, ແຕ່ລັດຖະບານຍັງຄົງມຸ່ງໝັ້ນທີ່ຈະບັນລຸເປົ້າໝາຍການເຕີບໂຕຂອງ GDP 10% ຫຼື ສູງກວ່າໃນປີ 2026. ສິ່ງນີ້ຮຽກຮ້ອງໃຫ້ມີຄວາມພະຍາຍາມຢ່າງຄົບຊຸດໃນຫຼາຍຂະແໜງການ, ນັບແຕ່ສະຖຽນລະພາບທາງເສດຖະກິດມະຫາພາກ, ການດຶງດູດການລົງທຶນ, ການພັດທະນາພື້ນຖານໂຄງລ່າງຈົນເຖິງການປ່ຽນແປງໃໝ່ເຕັກໂນໂລຢີ ແລະການຍົກສູງສະມັດຕະພາບແຮງງານ. ກົມສະຖິຕິ ກໍ່ຊີ້ໃຫ້ເຫັນວ່າ, ດ້ວຍສະພາບຕົວຈິງຂອງພື້ນຖານເສດຖະກິດໃນໄຕມາດ 1, ເພື່ອໃຫ້ບັນລຸການເຕີບໂຕສອງຕົວເລກໃນປີ 2026, GDP ໃນໄຕມາດທີ່ຍັງເຫຼືອຕ້ອງບັນລຸສູງກວ່າ 10,5%: ໄຕມາດ 2 ຄາດຄະເນໄວ້ທີ່ 10,5%, ໄຕມາດ 3 ຢູ່ທີ່ 10,6%, ແລະ ໄຕມາດ 4 ແມ່ນ 10,74%.

ສິ່ງທ້າທາຍສໍາລັບເສດຖະກິດທີ່ໄດ້ກຳນົດແລ້ວ, ແຕ່ນັກຊ່ຽວຊານດ້ານເສດຖະກິດໃຫ້ຂໍສັງເກດວ່າ ຖ້າກໍາລັງໜູນການເຕີບໂຕໄດ້ຮັບການກະຕຸ້ນຢ່າງແຂງແຮງ ແລະຄົບຊຸດ ໃນໄຕມາດທີ່ຍັງເຫຼືອ, ຫວຽດນາມຍັງມີພື້ນຖານເພື່ອຕິດແທດກັບເປົ້າໝາຍການເຕີບໂຕທີ່ໄດ້ວາງອອກ. ຕາມນັ້ນແລ້ວ, ກໍາລັງໜູນຕົ້ນຕໍເພື່ອບັນລຸເປົ້າໝາຍການເຕີບໂຕໃນໄຕມາດ 2 ແລະ ຕະຫຼອດປີ ຕ້ອງໄດ້ສຸມໃສ່, ລວມມີ: ການລົງທຶນພາກລັດ, ສຸມໃສ່ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ເຊັ່ນ: ເສັ້ນທາງວົງແຫວນ, ການສ້າງຜົນກະທົບຢ່າງແຂງແຮງ, ການຫຼຸດຜ່ອນລາຄາ logistics, ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການລົງທຶນຂອງພາກເອກະຊົນ. ຕໍ່ຈາກນັ້ນແມ່ນການບໍລິໂພກຢູ່ພາຍໃນປະເທດ, ນະໂຍບາຍການເງິນ ແລະ ການເງິນຕາ, ເຕັກໂນໂລຊີດິຈິຕອນ ແລະ AI, ການນຳໃຊ້ຂໍ້ຕົກລົງການຄ້າເສລີ ແລະລະບົບຕ່ອງໂສ້ມູນຄ່າທົ່ວໂລກ.

ທ່ານ ຟ້າມກວາງວິງ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳສະຫະລັດອາເມລິກາ ໄດ້ເຕືອນວ່າ ສະຖານະການທີ່ຮ້າຍແຮງທີ່ສຸດສຳລັບເສດຖະກິດ, ເປັນຕົ້ນແມ່ນຂຶ້ນກັບຄວາມຮຸນແຮງ ແລະໄລຍະເວລາຂອງການປະທະກັນ. ຖ້າມີການອຸດຕັນເກີດຂຶ້ນຢູ່ຊ່ອງແຄບຮໍມຸສ, ຜົນຕາມມາຈະແຜ່ລາມໄປສູ່ພະລັງງານ, ການຂົນສົ່ງ ແລະ logistics ທົ່ວໂລກ. ໃນໄລຍະສັ້ນ, ບັນດາຝ່າຍອາດຈະຟື້ນຟູການຄ້າເທື່ອລະກ້າວ, ແຕ່ຍັງບໍ່ສາມາດຄາດເດົາສະຖານະການໄດ້. ທ່ານເນັ້ນໜັກວ່າ ມາດຕະການແມ່ນຍົກສູງກຳລັງຄວາມສາມາດຮັບປະກັນແຫຼ່ງສະໜອງ, ສ້າງແຜນການສຳຮອງ, ແລະ ເພີ່ມຄັງສຳຮອງຍຸດທະສາດ, ໂດຍສະເພາະແມ່ນພະລັງງານ.

ກ່ຽວກັບການກໍານົດທິດບໍລິຫານນະໂຍບາຍອັດຕາດອກເບ້ຍ ນັບແຕ່ນີ້ຈົນຮອດທ້າຍປີ ແລະ ມາດຕະການແກ້ໄຂລະອຽດເພື່ອສະໜັບສະໜູນອັດຕາດອກເບ້ຍກໍ່ຄື ການເຕີບໂຕທາງເສດຖະກິດ, ທ່ານ ຟ້າມແທງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ໃຫ້ຮູ້ວ່າໃນໄລຍະຜ່ານມາ, ໂດຍປະຕິບັດຕາມຄຳຊີ້ນຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີຢ່າງໃກ້ຊິດ, ທະນາຄານແຫ່ງລັດຫວຽດນາມຈະຕິດຕາມການຜັນແປເສດຖະກິດພາຍໃນ, ສາກົນ ແລະອັດຕາດອກເບ້ຍຕະຫຼາດເພື່ອບໍລິຫານອັດຕາດອກເບ້ຍໃຫ້ສອດຄ່ອງກັບການຜັນແປເສດຖະກິດມະຫາພາກ, ອັດຕາເງິນເຟີ້, ແລະເປົ້າໝາຍນະໂຍບາຍເງິນຕາ; ໃຊ້ເຄື່ອງມື ແລະ ມາດຕະການແກ້ໄຂຢ່າງມີໄຫວພິບເພື່ອສະໜັບສະໜູນການຊຳລະສະສາງເງິນໃຫ້ແກ່ອົງການຈັດຕັ້ງສິນເຊື່ອ ສືບຕໍ່ຮຽກຮ້ອງໃຫ້ອົງການຈັດຕັ້ງສິນເຊື່ອປະຕິບັດການເປີດເຜີຍອັດຕາດອກເບ້ຍເງິນກູ້ຢືມຕໍ່ສາທາລະນະຢ່າງເຂັ້ມງວດ.

ໂດຍ: ຈາງຫງວຽນ