ການລົງທຶນຢູ່ຕ່າງປະເທດ - ປາຍແຫຼມຍຸດທະສາດ
ເດືອນມີນາ ຜ່ານມາ, ກົງກັບໂອກາດສະເຫຼີມສະຫຼອງ 20 ປີແຫ່ງການດຳເນີນທຸລະກິດທົ່ວໂລກ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ສ້າງສະຖິຕິ 3 ຢ່າງກ່ຽວກັບການລົງທຶນສາກົນ, ຄື: ລາຍຮັບ, ກຳໄລຫຼັງເສຍພາສີອາກອນ ແລະອັດຕາກຳໄລລວມ.
ລາຍຮັບ ແລະຜົນກຳໄລສະແດງໃຫ້ເຫັນວ່າຂະໜາດ ແລະການມີໜ້າຢູ່ຕ່າງປະເທດຂອງວິສາຫະກິດນັບມື້ນັບໃຫຍ່ຂຶ້ນ - ຄວາມຈິງ Viettel ກຳລັງຄອງອັນດັບໜຶ່ງກ່ຽວກັບອັດຕາສ່ວນຕະຫຼາດຢູ່ 7 ຕະຫຼາດ. ໃນຂະນະນັ້ນ, ອັດຕາກຳໄລລວມຍັງເພີ່ມຂຶ້ນໃນສອງປີລຽນຕິດ, ບັນລຸກວ່າ 51%, ສະແດງໃຫ້ເຫັນປະສິດທິຜົນ ແລະທ່າໄດ້ປຽບໃນການແກ່ງແຍ້ງ.
    |
 |
|
Metfone ແມ່ນເຄື່ອງໝາຍການຄ້າຕ່າງປະເທດທຳອິດຂອງ Viettel ຢືນອັນດັບໜຶ່ງ ຍ້ອນຈິດໃຈຮັບໃຊ້ປະຊາຊົນປະເທດປະຈໍາຖິ່ນ. ພາບ: qdnd.vn |
ທ່ານພົນຕີ ຕ່າວດຶກຖັງ ປະທານ ທັງເປັນຜູ້ອຳນວຍການໃຫຍ່ Viettel ໃຫ້ຮູ້ທີ່ກອງປະຊຸມວ່າວິສາຫະກິດໄດ້ປະກອບສ່ວນເຂົ້າໃນການເຕີບໂຕສອງຕົວເລກໂດຍທ່ານນາຍົກລັດຖະມົນຕີ ເປັນປະທານດໍາເນີນໃນວັນທີ 27 ມີນາ: “ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຕິດແທດຂອງພັກ ແລະລັດ, ການທູດເສດຖະກິດໄດ້ກາຍເປັນປາຍແຫຼມຍຸດທະສາດ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ວິສາຫະກິດຫວຽດນາມ ກ້າວໄປທົ່ວໂລກດ້ວຍຄວາມໝັ້ນໃຈ”.
ທ່ານພົນຕີ ຕ່າວດຶກຖັງ ກໍ່ໃຫ້ຮູ້ຕື່ມອີກວ່າໃນຕົ້ນປີ 2026, Viettel ໄດ້ເຕີບໂຕ 19% ເມື່ອທຽບໃສ່ໄລຍະດຽວກັນ, ໃນນັ້ນຂົງເຂດລົງທຶນຢູ່ຕ່າງປະເທດ ໄດ້ປະກອບສ່ວນເຂົ້າໃນການເຕີບໂຕລວມເກືອບ 60%.
ເລື່ອງລາວເບື້ອງຫຼັງການເດີນທາງ 20 ປີທີ່ບໍ່ຄ່ອຍມີໃຜຮູ້ຈັກ
98 ພັນໂດລາສະຫະລັດ ແມ່ນຈຳນວນເງິນທີ່ເປີດຊ່ອງຫວ່າງການເຕີບໂຕນັບຕື້ໂດລາໃຫ້ Viettel - ລາຍລະອຽດຫາກໍ່ໄດ້ເປີດເຜີຍໃນ series 20 ປີແຫ່ງການດຳເນີນທຸລະກິດທົ່ວໂລກຂອງ Viettel ໄດ້ສາຍຢູ່ສະຖານີໂທລະພາບຫວຽດນາມ (VTV).
Series ເປັນຄັ້ງທຳອິດທີ່ໄດ້ເຜີຍ “ຄວາມລັບ” ແລະສູດການລົງທຶນຢູ່ຕ່າງປະເທດຂອງ Viettel - ວິທີທີ່ບໍລິສັດຍັງໜຸ່ມນ້ອຍ ແລະບໍ່ມີປະສົບການໃນການດຳເນີນທຸລະກິດສາກົນສາມາດຄອບຄອງຕະຫຼາດແກ່ງແຍ້ງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນເວລານັ້ນ, ເປັນແປ້ນຢັນເພື່ອສືບຕໍ່ບືນຕົວອອກສູ່ຕະຫຼາດຕ່າງປະເທດ 8 ແຫ່ງ.
    |
 |
|
Natcom, ເຄື່ອງໝາຍການຄ້າ Viettel ຢູ່ໄຮຕີ, ແມ່ນບໍລິສັດເຄືອຂ່າຍອິນເຕີແນັດທີ່ສະໜິດຕິດພັນກັບປະເທດນີ້ໃນຈຸດເວລາທີ່ຫຍຸ້ງຍາກທີ່ສຸດ. ພາບ: qdnd.vn |
Series ນີ້ແມ່ນເລີ່ມຕົ້ນຈາກຕະຫຼາດກໍາປູເຈຍ, ຕິດຕາມລຳດັບເວລາທີ່ Viettel ພິຊິດບັນດາຕະຫຼາດ, ຄື: ລາວ, ໄຮຕີ, ໂມຊຳບິກ, ຕີມໍຕາເວັນອອກ, ບູຣຸນດີ, ເປຣູ, ທານຊາເນຍ ແລະມຽນມາ.
ຢູ່ແຕ່ລະຕະຫຼາດແມ່ນເລື່ອງລາວທີ່ບໍ່ເຄີຍຮູ້ມາກ່ອນ, ລວມທັງການດໍາເນີນທຸລະກິດສາກົນ. ຕະຫຼາດແຕ່ລະແຫ່ງແມ່ນບໍ່ຄືກັນ, ແຕ່ຈຸດລວມແມ່ນຄຸນຄ່າຂອງຫວຽດນາມ ຖືກນຳອອກໄປສູ່ທົ່ວໂລກ. ພື້ນຖານໂຄງລ່າງດີຈີຕອນ, ການບໍລິການດີຈີຕອນໂດຍ Viettel ພັດທະນາໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ສຸດ, ຄື: ນະຄອນສູງທີ່ສຸດໃນໂລກຢູ່ສາຍພູ Andes (ເປຣູ), ປ່າ Amazon ຫຼືສະຖານທີ່ທີ່ບໍ່ໝັ້ນຄົງທີ່ສຸດຄື ໄຮຕີ ແລະມຽນມາ.
ທ່ານພົນຈັດຕະວາ ເລດັງຢຸງ, ອະດີດປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: “ເມື່ອພວກຂ້າພະເຈົ້າໄປໄຮຕີ, ເງື່ອນໄຂແມ່ນຫຍຸ້ງຍາກຫຼາຍ, ເຖິງຢ່າງໃດກໍ່ຕາມພວກຂ້າພະເຈົ້າກໍ່ເຫັນທ່າໄດ້ປຽບ, ກາລະໂອກາດຫຼາຍຢ່າງເພື່ອສ້າງຄວາມສໍາເລັດ. ຍິ່ງໄປກວ່ານັ້ນ, ສິ່ງສຳຄັນທີ່ສຸດແມ່ນພວກຂ້າພະເຈົ້າຢາກໜູນຊ່ວຍລັດຖະບານໄຮຕີ ແທ້ໆ.”
ໂທລະຄົມມະນາຄົມຢູ່ທີ່ນີ້ບໍ່ແມ່ນເລື່ອງລາວຂອງການກໍ່ສ້າງສະຖານີສົ່ງຮັບ-ສົ່ງສັນຍານ ຫຼືດຶງສາຍ, ແຕ່ແມ່ນການກໍ່ສ້າງໂຄງສ້າງພື້ນຖານທີ່ຍືນຍົງໃນເວລາທີ່ບໍລິສັດເຄືອຂ່າຍອິນເຕີແນັດ ສາມາດຊ່ວຍປະຊາຊົນໂທຫາພີ່ນ້ອງຫຼັງຈາກພາຍຸ ຫຼື ໂທຂໍຄວາມຊ່ວຍເຫຼືອທ່າມກາງຄວາມຮຸນແຮງ ແລະການທໍາລາຍ. ຈິດໃຈ Viettel ບໍ່ຍອມແພ້ຢູ່ບ່ອນທີ່ຫຍຸ້ງຍາກທີ່ສຸດຍັງຊ່ວຍໃຫ້ໂລກເຂົ້າໃຈຊາວຫວຽດນາມ ກວ່າອີກ.
ບູຣຸນດີ ເປັນປະເທດທີ່ທຸກຍາກຖືກຂະແໜງໂທລະຄົມມະນາຄົມເກືອບປ່ອຍປະລະເລີຍ - 98% ຂອງປະຊາກອນບໍ່ເຄີຍໃຊ້ອິນເຕີເນັດ, ຕາຂ່າຍໄຟຟ້າກວມເອົາໜ້ອຍກວ່າ 10% ຂອງປະຊາກອນ. ເມື່ອເກີດການຜັນແປດ້ານການເມືອງໃນປີ 2015, ນັກລົງທຶນຫຼາຍຄົນໄດ້ຖອນຕົວ, ແຕ່ Viettel ດ້ວຍເຄື່ອງໝາຍການຄ້າ Lumitel - ດ້ວຍຄວາມໝາຍແຫ່ງການນໍາເອົາຄວາມສະຫວ່າງມາໃຫ້-ຕັດສິນໃຈຢູ່ຕໍ່. ຫຼັງຈາກ, Lumitel ໄດ້ບືນຕົວຂຶ້ນເປັນອັນດັບໜຶ່ງຫຼັງຈາກເຄື່ອນໄຫວໄດ້ແຕ່ 6 ເດືອນ ແລະເປັນວິສາຫະກິດດຽວທີ່ເຊື່ອມຕໍ່ເຂດພິເສດ, ຄື: ສູນອົບພະຍົບ Kamuvu.
ທ່ານພົນຕີ ຕ່າວດຶກຖັງ ຢືນຢັນວ່າ: “ຄຸນທາດທະຫານລຸງໂຮ່ ແມ່ນກໍາລັງແຮງທີ່ຊ່ວຍໃຫ້ພະນັກງານ, ພາລະກອນ Viettel ລຸ້ນຫຼັງຜ່ານຜ່າທຸກສິ່ງທ້າທາຍບົນເສັ້ນທາງກ້າວໄປເຖິງໂລກ ແລະສືບຕໍ່ກ້າວໄປໜ້າກວ່າອີກໃນອະນາຄົດ. ຄຸນທາດທີ່ແຂງແກ່ນນີ້ເອງໄດ້ຊ່ວຍໃຫ້ Viettel ຢືນຢູ່ຢ່າງໝັ້ນທ່ຽງໃນຕະຫຼາດທີ່ຫຍຸ້ງຍາກ ແລະເຕັມໄປດ້ວຍຄວາມບໍ່ແນ່ນອນ, ໃນສະພາບທີ່ບັນດາວິສາຫະກິດຫຼາຍແຫ່ງບໍ່ກ້າສ່ຽງ”.
ການເຄື່ອນໄຫວສາກົນຂອງ Viettel ສາມາດສ້າງລາຍຮັບໄດ້ກວ່າ 3 ຕື້ໂດລາສະຫະລັດໃນແຕ່ລະປີ ແລະພວມຮັກສາລະດັບເຕີບໂຕປະມານ 20% ໃນຫຼາຍປີລຽນຕິດ. ເຖິງຢ່າງໃດກໍ່ຕາມ, ໄລຍະທາງ 20 ປີບໍ່ພຽງແຕ່ສາມາດວັດແທກດ້ວຍລາຍໄດ້, ການຈັດອັນດັບ ຫຼືຈໍານວນຕະຫຼາດໃນປະຈຸບັນ. ນັ້້ນຍັງແມ່ນການເດີນທາງຂອງເຄື່ອງໝາຍການຄ້າຫວຽດນາມ ທີ່ນຳມາເຊິ່ງຄວາມກ້າຫານ, ຈິດໃຈຮັບໃຊ້ ແລະຄວາມຮັບຜິດຊອບແຫ່ງຊາດອອກສູ່ໂລກ.
ໂດຍ: ເຈິ່ນຮວ່ຽນ