ພື້ນຖານພັດທະນາແບບຍືນຍົງ ແລະສິ່ງທ້າທາຍວາງອອກ
ທີ່ພິທີປຸກລະດົມການຕອບສະໜອງວັນນ້ຳໂລກ (22 ມີນາ), ວັນອຸຕຸນິຍົມໂລກ (23-3), ບັ້ນຊົ່ວໂມງມອດໄຟທົ່ວໂລກ ປີ 2026 ແລະເລີ່ມດຳເນີນລາຍການ “ເດັກນ້ອຍ ແລະຊາວໜຸ່ມກະທຳເພື່ອອາກາດປອດໃສ ແລະອະນາຄົດຍືນຍົງ”, ທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ, ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດຂອງ 3 ປັດໄຈຫຼັກແຫຼ່ງ: ນ້ຳ, ອາກາດ ແລະພະລັງງານຕໍ່ກັບການພັດທະນາແບບຍືນຍົງຂອງແຕ່ລະປະເທດ. ສໍາລັບຫວຽດນາມ, ຊັບພະຍາກອນນ້ຳ ພ້ອມກັບເງື່ອນໄຂດ້ານອຸຕຸນິຍົມອຸທົກກະສາດບໍ່ພຽງແຕ່ກ່ຽວຂ້ອງໂດຍກົງເຖິງການຮັບປະກັນຄວາມໝັ້ນຄົງຂອງແຫຼ່ງນ້ຳ, ຄວາມໝັ້ນຄົງດ້ານສະບຽງອາຫານເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງການຫາເງິນລ້ຽງຊີບຂອງປະຊາຊົນ, ຄວາມໝັ້ນຄົງຂອງລະບົບນິເວດ ແລະຂະບວນການພັດທະນາເສດຖະກິດຢ່າງເລິກເຊິ່ງອີກດ້ວຍ.
    |
 |
|
ທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງກະສິກໍາ ແລະສິ່ງແວດລ້ອມ ກ່າວຄຳເຫັນທີ່ິພິທີ. ພາບ: ຕຸ່ງດິງ |
ເຖິງຢ່າງໃດກໍ່ຕາມ, ພຶດຕິກໍາຕົວຈິງໃນປັດຈຸບັນໄດ້ສະແດງອອກໃຫ້ເຫັນວ່າ ບັນດາປັດໄຈພື້ນຖານນີ້ພວມໄດ້ຮັບຄວາມກົດດັນນັບມື້ນັບໃຫຍ່ຂຶ້ນ. ຄວາມຕ້ອງການຂຸດຄົ້ນ, ການນຳໃຊ້ຊັບພະຍາກອນນ້ຳນັບມື້ນັບເພີ່ມຂຶ້ນຢ່າງວ່ອງໄວ, ໃນຂະນະນັ້ນສະພາບມົນລະພິດສິ່ງແວດລ້ອມ ແລະການເສື່ອມໂຊມຂອງລະບົບນິເວດໄດ້ເກີດຂຶ້ນຢູ່ຫຼາຍພາກພື້ນ. ບັນດາປະກົດການດິນຟ້າອາກາດຮ້າຍແຮງ, ຄື: ພາຍຸແຮງ, ຝົນຕົກໜັກ, ໄພແຫ້ງແລ້ງ, ນ້ຳເຄັມຊຶມ, ດິນເຊາະເຈື່ອນ... ເກີດຂຶ້ນເລື້ອຍໆ ແລະມີລະດັບແຮງກວ່າ, ສ້າງຜົນສະທ້ອນຫຼາຍຢ່າງຕໍ່ກັບຊີວິດການເປັນຢູ່ດ້ານເສດຖະກິດ-ສັງຄົມ. ສິ່ງທ້າທາຍເຫຼົ່ານີ້ບໍ່ພຽງແຕ່ເປັນການເຕືອນໄພເທົ່ານັ້ນ ຫາກຍັງວາງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຕໍ່ກັບວຽກງານຄຸ້ມຄອງຊັບພະຍາກອນ, ຍົກສູງກຳລັງຄວາມສາມາດໃນການພະຍາກອນອຸຕຸນິຍົມອຸທົກກະສາດ ກໍ່ຄືການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມດຽວກັນນັ້ນ, ສິ່ງເຫຼົ່ານີ້ກໍ່ແມ່ນກຳລັງແຮງຂັບເຄື່ອນຊຸກຍູ້ການຫັນປ່ຽນໄປສູ່ຮູບແບບພັດທະນາສີຂຽວ, ຍືນຍົງ.
ສານຂອງປີ 2026 ໄດ້ກຳນົດຢ່າງຈະແຈ້ງດ້ວຍການຕິດພັນກັບແຕ່ລະຂົງເຂດຈຸດສຸມ. ວັນນ້ຳໂລກດ້ວຍຫົວຂໍ້ “ນ້ຳ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ” ເຊິ່ງໄດ້ເນັ້ນໜັກເຖິງບົດບາດຂອງແມ່ຍິງ ແລະເດັກນ້ອຍ ໃນການບໍລິຫານ, ປົກປັກຮັກສາແຫຼ່ງນ້ຳ, ພ້ອມທັງຢືນຢັນວ່າ ນ້ຳແມ່ນປັດໄຈຈຳເປັນສຳລັບຄວາມໝັ້ນຄົງ ແລະວັດທະນາຖາວອນ. ວັນອຸຕຸນິຍົມໂລກດ້ວຍສານທີ່ວ່າ “ຕິດຕາມສະພາບອາກາດໃນມື້ນີ້, ປົກປ້ອງໃນມື້ອື່ນ”, ເຊີດຊູບົດບາດດ້ານວິທະຍາສາດ-ເຕັກໂນໂລຢີ ແລະລະບົບຕິດຕາມອາກາດໃນການປ້ອງກັນ ແລະຕ້ານໄພທຳມະຊາດ ແລະປົກປ້ອງຊີວິດ. ໃນຂະນະນັ້ນ, ບັ້ນຊົ່ວໂມງມອດໄຟທົ່ວໂລກດ້ວຍຫົວຂໍ້ “ປະດິດສ້າງສີຂຽວ-ອະນາຄົດສີຂຽວ” ໄດ້ຮຽກຮ້ອງໃຫ້ວົງຄະນາຍາດປະຢັດພະລັງງານ, ຊຸກຍູ້ການຫັນປ່ຽນພະລັງງານ, ພັດທະນາເສດຖະກິດສີຂຽວ.
ດໍາເນີນຫຼາຍມາດຕະການຢ່າງຄົບຊຸດ, ແຜ່ຂະຫຍາຍຫຼາຍການກະທໍາເພື່ອສິ່ງແວດລ້ອມ
ຈາກພຶດຕິກຳຕົວຈິງ ແລະຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ທ່ານ ເລກົງແທັ່ງ ໃຫ້ຮູ້ວ່າ ກະຊວງກະສິກຳ ແລະສິ່ງແວດລ້ອມ ໄດ້ວາງອອກຫຼາຍກຸ່ມມາດຕະການຈຸດສຸມ ເພື່ອຫັນສານທີ່ໄດ້ປຸກລະດົມສະບັບຕ່າງໆນັ້ນໃຫ້ປະກົດຜົນເປັນຈິງ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.
ກ່ອນອື່ນໝົດ, ແມ່ນສຸມໃສ່ກໍ່ສ້າງ ແລະປັບປຸງລະບົບພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບຊັບພະຍາກອນ ແລະສິ່ງແວດລ້ອມ; ຍູ້ແຮງການໝູນໃຊ້ບັນດາມາດຕະການເຕັກໂນໂລຢີອັດສະລິຍະໃນການຕິດຕາມສະພາບອາກາດ, ຕິດຕາມກວດກາຊັບພະຍາກອນ, ສິ່ງແວດລ້ອມ ແລະດິນຟ້າອາກາດ.
    |
 |
|
ໄວໜຸ່ມຢູ່ບໍລິເວນນະຄອນຫຼວງຮ່າໂນ້ຍ ລົງທະບຽນເຂົ້າຮ່ວມເຄື່ອນໄຫວກິດຈະກຳປົກປັກຮັກສາສິ່ງແວດລ້ອມ. ພາບ: ຕຸ່ງຢິງ. |
ການປະມວນເນື້ອໃນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຂົ້າໃນຍຸດທະສາດພັດທະນາຂອງຂະແໜງການ, ຂົງເຂດ, ທ້ອງຖິ່ນຕ່າງໆນັ້ນ ຈະປະກອບສ່ວນຍົກສູງປະສິດທິຜົນການນຳໃຊ້ແຫຼ່ງກຳລັງລົງທຶນ. ຄຽງຂ້າງນັ້ນ, ວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຕ້ອງໄດ້ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນທົ່ວສັງຄົມ. ການນຳໃຊ້ພະລັງງານແບບປະຢັດ, ປົກປັກຮັກສາຊັບພະຍາກອນນ້ຳ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການຄຸ້ມຄອງ ແລະນຳໃຊ້ນ້ຳ ກໍ່ຄືການຂຸດຄົ້ນຂໍ້ມູນພະຍາກອນອາກາດ, ເຕືອນໄພທຳມະຊາດ, ມົນລະພິດອາກາດຢ່າງມີປະສິດທິຜົນ... ຕ້ອງກາຍເປັນພຶດຕິກໍາທີ່ເປັນປົກກະຕິຂອງແຕ່ລະອົງການຈັດຕັ້ງ, ສ່ວນບຸກຄົນ.
ພິເສດ, ການສຶກສາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປະຢັດພະລັງງານຕ້ອງໄດ້ເອົາໃຈໃສ່ໃນໂຮງຮຽນ ແລະວົງຄະນາຍາດ, ເພື່ອສ້າງເປັນສະຕິ, ພຶດຕິກໍາ, ການກະທຳແບບຍືນຍົງແຕ່ຫົວທີໃຫ້ໄວໜຸ່ມ. ທ່ານ ເລກົງແທັ່ງ ຮຽກຮ້ອງມາຍັງປະຊາຄົມວິສາຫະກິດຍູ້ແຮງການປ່ຽນແປງໃໝ່ເຕັກໂນໂລຢີ, ພັດທະນາເສດຖະກິດໝູນວຽນ, ຫຼຸດຜ່ອນການປ່ອຍອາຍພິດ, ນຳໃຊ້ຊັບພະຍາກອນປະຢັດ, ມີປະສິດທິຜົນ, ປົກປັກຮັກສາສິ່ງແວດລ້ອມ.
ທີ່ເຫດການ, ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າກອງທຶນສະຫະປະຊາຊາດ ເພື່ອເດັກນ້ອຍ (UNICEF) ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ບົດບາດຂອງຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໃນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ພິເສດແມ່ນການປັບປຸງຄຸນນະພາບອາກາດ. ທ່ານນາງ ເນັ້ນໜັກວ່າ ເດັກນ້ອຍບໍ່ພຽງແຕ່ແມ່ນເປົ້າໝາຍທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກມົນລະພິດສິ່ງແວດລ້ອມເທົ່ານັ້ນ ຫາກຍັງແມ່ນກຳລັງສຳຄັນໃນການຊຸກຍູ້ການປ່ຽນແປງຄວາມຮັບຮູ້, ພຶດຕິກໍາຂອງສັງຄົມອີກດ້ວຍ.
ສາມາດເຫັນໄດ້ວ່າ ສານສະບັບຕ່າງໆ ແລະມາດຕະການທີ່ໄດ້ຍົກອອກມານັ້ນບໍ່ພຽງແຕ່ມີຄວາມໝາຍກໍານົດທິດເທົ່ານັ້ນ ຫາກຍັງແມ່ນຄຳຮຽກຮ້ອງຕ້ອງການໃຫ້ມີການກະທຳຢ່າງແຂງແຮງອີກດ້ວຍ. ຈາກການຄຸ້ມຄອງຊັບພະຍາກອນ, ການໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ ຈົນຮອດການປ່ຽນແປງພຶດຕິກຳໃນການບໍລິໂພກ, ການຜະລິດ, ທຸກສິ່ງດັ່ງກ່າວຕ້ອງມີການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ ແລະທົ່ວສັງຄົມຢ່າງຄົບຊຸດ. ໃນສະພາບການທີ່ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍເປົ້າໝາຍກໍ່ສ້າງພື້ນຖານເສດຖະກິດສີຂຽວ, ຍືນຍົງ, ການປົກປັກຮັກສາຊັບພະຍາກອນທຳມະຊາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປັບປຸງຄຸນນະພາບສິ່ງແວດລ້ອມບໍ່ພຽງແຕ່ແມ່ນໜ້າທີ່ໃນສະເພາະໜ້າເທົ່ານັ້ນ ຫາກຍັງແມ່ນຍຸດທະສາດຍາວນານ, ມຸ່ງໄປເຖິງອະນາຄົດສີຂຽວກວ່າ, ປອດໄພກວ່າໃຫ້ຄົນລຸ້ນປັດຈຸບັນ ແລະອະນາຄົດ.
ໂດຍ: ແສງເດືອນ