ຈິນຕະນາການ ແລະການກະທຳກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ ໄດ້ສ້າງຂີດໝາຍບາດກ້າວຫັນປ່ຽນອັນສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ທີ່ດໍາເນີນປີ 2006. ໜຶ່ງໃນຫຼາຍເປົ້າໝາຍທີ່ກອງປະຊຸມໃຫຍ່ໄດ້ວາງອອກແມ່ນເປີດກວ້າງການພົວພັນຕ່າງປະເທດ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຖືວ່ານີ້ແມ່ນເສັ້ນທາງທີ່ຫຼີກລ້ຽງບໍ່ໄດ້ ເພື່ອນຳປະເທດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ບືນຕົວຂຶ້ນກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ.

ລະດັບການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ

ວັນທີ 11 ມັງກອນ ປີ 2007, ສິດ ແລະພັນທະຂອງຫວຽດນາມ ໃນຖານະທີ່ເປັນສະມາຊິກ WTO ໄດ້ມີຜົນສັກສິດຢ່າງເປັນທາງການ. ຂີດໝາຍນີ້ບໍ່ພຽງແຕ່ເປັນການສິ້ນສຸດໄລຍະເຈລະຈາທີ່ຍາວນານ ແລະສັບສົນເທົ່ານັ້ນ, ຫາກຍັງເປີດໄລຍະພັດທະນາໃໝ່ຢ່າງຄົບຖ້ວນຂອງພື້ນຖານເສດຖະກິດຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບທົ່ວໂລກ.

ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າສອງຝ່າຍ 90 ກວ່າສະບັບ, ສັນຍາການສົ່ງເສີມ ແລະປົກປ້ອງການລົງທຶນເກືອບ 60 ສະບັບ; ເຈລະຈາ, ລົງນາມ ແລະປະຕິບັດສັນຍາ FTA ສອງຝ່າຍ ແລະຫຼາຍຝ່າຍກັບບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ 20 ສະບັບ. ໃນນັ້ນ, ສັນຍາ FTA 16 ສະບັບໄດ້ມີຜົນສັກສິດແລ້ວກັບຄູ່ຮ່ວມມືກວ່າ 60 ຄູ່, ກວມເອົາຕະຫຼາດເກືອບ 90% GDP ທົ່ວໂລກ-ຕົວເລກນີ້ໄດ້ສະແດງໃຫ້ເຫັນການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຂອງຫວຽດນາມ.

leftcenterrightdel
ພື້ນຖານເສດຖະກິດຫວຽດນາມ ພວມເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຢ່າງຕັ້ງໜ້າ ແລະມີປະສິດທິຜົນ. ພາບ: vov.vn

ຕີລາຄາຄວາມສຳຄັນຂອງການເຊື່ອມໂຍງເຂົ້າກັບສາກົນໃນຂະບວນການພັດທະນາຂອງຫວຽດນາມ, ທ່ານ ຕະຮວ່າງລີງ ຫົວໜ້າຫ້ອງການຄະນະຊີ້ນຳລະຫວ່າງຂະແໜງການເຊື່ອມໂຍງເຂົ້າກັບສາກົນດ້ານເສດຖະກິດ ຖືວ່າ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຫວ່າງແລ້ວນີ້ໄດ້ວາງແຜນນະໂຍບາຍເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ ແລະມີປະສິດທິຜົນນັ້ນໄດ້ສະແດງໃຫ້ເຫັນບາດກ້າວພັດທະນາໃໝ່ໃນຈິນຕະນາການ ແລະວິໄສທັດຍຸດທະສາດຂອງພັກ ຕໍ່ກັບວຽກງານພົວພັນຕ່າງປະເທດ ແລະການເຊື່ອມໂຍງໃນໄລຍະພັດທະນາໃໝ່ຂອງປະເທດ.

ມະຕິໄດ້ຢືນຢັນວ່າການເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນມີການເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນໜ້າທີ່ສຳຄັນ, ເປັນປະຈໍາ ແລະຍາວນານ, ຕິດພັນກັບເປົ້າໝາຍປົກປັກຮັກສາຜົນປະໂຫຍດຂອງຊາດ, ຂອງປະເທດ ແລະຮັບໃຊ້ການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງຂອງປະເທດ.

ທ່ານ ຕະຮວ່າງລີງ ຊີ້ອອກວ່າ: “ມະຕິໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຂອງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນເພື່ອໄປຄຽງຄູ່ກັບການພັດທະນາກຳລັງແຮງພາຍໃນ, ຍົກສູງກໍາລັງຄວາມສາມາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພື້ນຖານເສດຖະກິດ. ວາງອອກໜ້າທີ່ໃຫ້ແກ່ວຽກງານເຊື່ອມໂຍງບໍ່ພຽງແຕ່ໄດ້ສຸມໃສ່ການເຈລະຈາ ແລະລົງນາມໃນສັນຍາການຄ້າເສລີສະບັບໃໝ່ເທົ່ານັ້ນ, ສິ່ງສຳຄັນກວ່ານັ້ນແມ່ນຍົກສູງປະສິດທິຜົນການປະຕິບັດຄຳໝັ້ນສັນຍາທີ່ໄດ້ລົງນາມ, ນຳໃຊ້ສັນຍາ FTA ໃຫ້ດີເພື່ອຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ, ພັດທະນາອຸດສາຫະກໍາ, ການຄ້າ, ການບໍລິການ ແລະຍົກສູງກໍາລັງຄວາມສາມາດແກ່ງແຍ້ງຂອງວິສາຫະກິດຢູ່ພາຍໃນປະເທດ”.

ປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໂດຍໄວ

ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຍັງວາງອອກຄວາມຮຽກຮ້ອງຕ້ອງການສືບຕໍ່ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ທີ່ໝາະສົມກັບມາດຕະຖານສາກົນ, ຜ່ານນັ້ນຮຽກຮ້ອງໃຫ້ຍົກສູງກໍາລັງຄວາມສາມາດຈັດຕັ້ງ, ປະຕິບັດ ແລະສົມທົບກັນລະຫວ່າງຂະແໜງການຢ່າງມີປະສິດທິຜົນໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

leftcenterrightdel
ວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ຕອບສະໜອງຂອງພາກພື້ນ ແລະທົ່ວໂລກນັບມື້ນັບເລິກເຊິ່ງກວ່າອີກ. ພາບ: vov.vn

ບັນຫາສຳຄັນທີ່ທ່ານ ຕະຮວ່າງລີງ ເຕື້ອງເຖິງນັ້ນແມ່ນມະຕິຍັງໄດ້ວາງຄວາມຮຽກຮ້ອງຕ້ອງການລົງທຶນໃຫ້ແກ່ມະນຸດ, ພິເສດແມ່ນຖັນແຖວພະນັກງານທີ່ເຮັດວຽກງານເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ເພື່ອໃຫ້ມີຄຸນທາດ, ມີລະດັບວິຊາສະເພາະ ແລະຄວາມຮູ້ຄວາມສາມາດຢ່າງພຽງພໍເພື່ອປັບຕົວເຂົ້າກັບສະພາບແວດລ້ອມແຫ່ງການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ທ່ານ ລີງ ຢືນຢັນວ່າ: “ນີ້ແມ່ນເງື່ອນໄຂສໍາຄັນເພື່ອໃຫ້ແຜນນະໂຍບາຍ, ການກໍານົດທິດໃຫຍ່ກ່ຽວກັບການເຊື່ອມໂຍງໄດ້ຮັບການຜັນຂະຫຍາຍໃນພຶດຕິກຳຕົວຈິງຢ່າງມີປະສິດທິຜົນ. ຄວາມຮຽກຮ້ອງຕ້ອງການ ແລະແຜນນະໂຍບາຍດັ່ງກ່າວແມ່ນພື້ນຖານອັນສຳຄັນເພື່ອໃຫ້ຫ້ອງການຄະນະຊີ້ນຳລະຫວ່າງຂະແໜງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນສືບຕໍ່ເສີມຂະຫຍາຍບົດບາດເປັນເສນາທິການ, ປະສານງານ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV  ຂອງພັກ ໃນຂົງເຂດເຊື່ອມໂຍງເຂົ້າກັບເສດຖະກິດສາກົນໃນໄລຍະຈະມາເຖິງໃຫ້ມີປະສິດຕິຜົນ”.

ຕາມທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ແລ້ວ, ໃນໄລຍະຈະມາເຖິງ, ຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ ນັບມື້ນັບສູງຂຶ້ນ, ບໍ່ພຽງແຕ່ຢຸດຢູ່ທີ່ການເປີດປະຕູຕະຫຼາດເທົ່ານັ້ນ, ຫາກຍັງມຸ່ງໄປເຖິງການຍົກສູງກໍາລັງຄວາມສາມາດປັບຕົວ, ຄວາມທົນທານ ແລະກໍາລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ.

ໃນສະພາບການນັ້ນ, ຫ້ອງການຄະນະຊີ້ນຳລະຫວ່າງຂະແໜງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຄວນສືບຕໍ່ເສີມຂະຫຍາຍບົດບາດເປັນອົງການປະສານງານ, ຊ່ວຍວຽກຂອງຄະນະຊີ້ນຳລະຫວ່າງຂະແໜງການ ແລະຄະນະເຈລະຈາລັດຖະບານ; ຈັດຕັ້ງການເຈລະຈາ ແລະໜ້າທີ່ໃຫຍ່ໃນປີ 2026 ເປັນຢ່າງດີ; ຍົກສູງຄຸນນະພາບຂອງການເປັນເສນາທິການຍຸດທະສາດ, ເປັນເຈົ້າການຄົ້ນຄວ້າ, ຄາດຄະເນ ແລະສະເໜີມາດຕະການຮັບມືກັບສິ່ງທ້າທາຍໃໝ່ໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງທັນການ.

ທ່ານ ຫງວຽນຊິງເຍິດເຕິນ ຢືນຢັນວ່າ: “ວຽກງານເຊື່ອມໂຍງເຂົ້າກັບເສດຖະກິດສາກົນຄວນເພີ່ມທະວີວຽກງານສົມທົບລະຫວ່າງຂະແໜງການ ແລະທ້ອງຖິ່ນ, ໃກ້ຊິດຕິດແທດກັບມະຕິ,  ໂຄງການດຳເນີນງານຂອງພັກ, ສະພາແຫ່ງຊາດ ແລະລັດຖະບານກວ່າອີກ; ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການໜູນຊ່ວຍບັນດາວິສາຫະກິດ, ທ້ອງຖິ່ນຍາດແຍ່ງເອົາທ່າໄດ້ປຽບຈາກສັນຍາ FTA ຢ່າງມີປະສິດທິຜົນ, ເຂົ້າຮ່ວມລະບົບຕ່ອງໂສ້ຕອບສະໜອງຂອງພາກພື້ນ ແລະທົ່ວໂລກຢ່າງເລິກເຊິ່ງກວ່າອີກ.  ຜ່ານນັ້ນປະກອບສ່ວນຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ປະກອບສ່ວນແທດຈິງເຂົ້າໃນເປົ້າໝາຍການເຕີບໂຕເສດຖະກິດສອງຕົວເລກໃນໄລຍະຈະມາເຖິງ”.

ໂດຍ: ເຈິ່ນຮວ່ຽນ