ວິສາຫະກິດການເງິນ ສ.ເກົາຫຼີ ເພີ່ມຄວາມໄວໃນການຂະຫຍາຍຕະຫຼາດຢູ່ຫວຽດນາມ
ກປ.ອອນໄລ - ບໍລິສັດການເງິນ ສ.ເກົາຫຼີ ຫຼາຍແຫ່ງກໍາລັງຍູ້ແຮງການມີໜ້າຢູ່ຫວຽດນາມ, ຖືນີ້ແມ່ນຕະຫຼາດຍຸດທະສາດຍ້ອນການເຕີບໂຕເສດຖະກິດສູງ, ປະຊາກອນເກືອບ 100 ລ້ານຄົນ ແລະມີຄວາມສາມາດບົ່ມຊ້ອນເພີ່ມຊັບສິນຢ່າງມະຫາສານ.
ແຫຼ່ງຂໍ້ມູນໃນຂະແໜງການຫາກໍ່ໃຫ້ຮູ້ວ່າ ຫວຽດນາມ ກຳລັງກາຍເປັນຕະຫຼາດຍຸດທະສາດສຳລັບບັນດາວິສາຫະກິດການເງິນ ສ.ເກົາຫຼີ, ເມື່ອບໍລິສັດຫຼັກຊັບ ແລະການຄຸ້ມຄອງຊັບສິນຫຼາຍແຫ່ງຂອງ ສ.ເກົາຫຼີ ພ້ອມກັນເປີດກວ້າງການເຄື່ອນໄຫວເພື່ອແນໃສ່ໄປລັດໜ້າທ່າການເຕີບໂຕເສດຖະກິດສູງ ແລະຂະໜາດປະຊາກອນເກືອບ 100 ລ້ານຄົນ.
    |
 |
|
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ນັບແຕ່ Mirae Asset Securities ເປັນວິສາຫະກິດ ສ.ເກົາຫຼີ ແຫ່ງທຳອິດທີ່ເຂົ້າສູ່ຕະຫຼາດຫວຽດນາມ ໃນປີ 2007, ບໍລິສັດທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ Korea Investment & Securities, Shinhan Securities, KB Securities ກໍ່ໄດ້ສ້າງຕັ້ງບໍລິສັດລູກ ຫຼື ສາຂາຍ່ອຍຢ່າງຕໍ່ເນື່ອງຢູ່ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ. ເປົ້າໝາຍຂອງບັນດາວິສາຫະກິດເຫຼົ່ານີ້ແມ່ນເພື່ອຊອກຫາກໍາລັງໜູນການເຕີບໂຕໃໝ່, ໃນສະພາບການທີ່ຕະຫຼາດຂາຍຍ່ອຍພາຍໃນປະເທດນັບມື້ນັບອີ່ມຕົວ.
ຄຽງຂ້າງນັ້ນ, ບັນດາບໍລິສັດຄຸ້ມຄອງກອງທຶນ ສ.ເກົາຫຼີ ກໍ່ຊຸກຍູ້ການແຊກຊຶມເຂົ້າຕະຫຼາດຫວຽດນາມ ຢ່າງແຂງແຮງ. Korea Investment Management ໄດ້ເປີດຫ້ອງການຄຸ້ມຄອງຊັບສິນແຫ່ງທຳອິດໃນປີ 2006 ແລະໄດ້ຫັນປ່ຽນເປັນບໍລິສັດລູກໃນປີ 2020 ປະສົບຜົນສໍາເລັດ; ບັນດາວິສາຫະກິດອື່ນໆ ເຊັ່ນ KB Asset Management, Mirae Asset Global Investments ແລະ Kiwoom Investment Asset Management ກໍ່ມີໜ້າມາລົງທຶນຢູ່ຫວຽດນາມ.
ຍຸດທະສາດລວມແມ່ນຂຸດຄົ້ນກະແສເງິນລົງທຶນທີ່ມາຈາກບັນດາອົງການພາຍໃນປະເທດ ແລະກຸ່ມລູກຄ້າທີ່ຮັ່ງມີຜ່ານຜະລິດຕະພັນການລົງທຶນທາງອ້ອມ ເຊັ່ນ ກອງທຶນ ແລະ ETF, ເຊິ່ງສອດຄ່ອງກັບຊ່ວງໄລຍະເວລາການເຕີບໂຕຂອງຊັບສິນຢູ່ຫວຽດນາມ.
ໃນບັນດາວິສາຫະກິດຕ່າງປະເທດ, ບໍລິສັດລູກຂອງ Mirae Asset Securities ພວມກວມເອົາອັດຕາສ່ວນຕະຫຼາດໃຫຍ່ທີ່ສຸດໃນກຸ່ມບໍລິສັດຫຼັກຊັບຕ່າງປະເທດ, ບັນລຸ 2,93% ໃນໄຕມາດ III ຂອງປີກາຍ. ວິສາຫະກິດນີ້ໄດ້ແຕ່ງຕັ້ງຜູ້ອໍານວຍການຊາວຫວຽດນາມ, ເຊິ່ງເປັນການກະທໍາທີ່ໄດ້ຮັບການຕີລາຄາວ່າ ເປັນບາດກ້າວຍຸດທະສາດເພື່ອແນໃສ່ເພີ່ມຄວາມສາມາດປັບຕົວກັບຕະຫຼາດ ແລະເປີດກວ້າງການດໍາເນີນທຸລະກິດຂາຍຍ່ອຍ, ພັນທະບັດຂອງວິສາຫະກິດທີ່ມີຄຸນນະພາບສູງ ແລະການເງິນສີຂຽວ.
ໃນຂົງເຂດການຄຸ້ມຄອງກອງທຶນ, Korea Investment Management ກຳລັງກະກຽມທີ່ຈະເປີດຕົວກອງທຶນພັນທະບັດ, IPO ແລະ ETF ໃໝ່ຕື່ມອີກ, ໃນນັ້ນມີຜະລິດຕະພັນທີ່ສົມທົບກັບຄຳ ແລະຊັບສິນດີຈີຕອນ, ໂດຍນຳໃຊ້ທ່າອ່ຽງການລົງທຶນໃໝ່ ແລະບັນດາແຜນການທົດລອງຂອງລັດຖະບານຫວຽດນາມ.
ໂດຍ: ຈາງຫງວຽນ