ADB: ຫວຽດນາມ ພວມມີຄວາມສະດວກຫຼາຍຢ່າງ ເພື່ອບຸກທະລຸ ແລະບືນຕົວຂຶ້ນ
ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈໍາຢູ່ຫວຽດນາມ ຖືວ່າ ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມທີ່ສຸດເພື່ອຜັນຂະຫຍາຍຫຼາຍການປະຕິຮູບທີ່ສຳຄັນເພື່ອແນໃສ່ປັບປຸງ ແລະຊຸກຍູ້ການເຕີບໂຕເສດຖະກິດ.
    |
 |
|
ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈໍາຢູ່ຫວຽດນາມ. ພາບ: ADB |
ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ພວມດຳເນີນຢູ່ຮ່າໂນ້ຍ, ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ຢູ່ຫວຽດນາມ ເນັ້ນໜັກວ່າບັນດາການປະຕິຮູບ ເຊິ່ງຫວຽດນາມ ພວມຜັນຂະຫຍາຍແມ່ນການປະຕິຮູບໃຫຍ່ທີ່ສຸດນັບແຕ່ໄລຍະປ່ຽນແປງໃໝ່ມາຮອດປັດຈຸບັນ ແລະຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດເພື່ອບຸກທະລຸຢ່າງແຮງ. ທ່ານ Shantanu Chakraborty ຖືວ່າ ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມທີ່ສຸດເພື່ອຜັນຂະຫຍາຍຫຼາຍການປະຕິຮູບທີ່ສຳຄັນເພື່ອແນໃສ່ປັບປຸງ ແລະຊຸກຍູ້ການເຕີບໂຕເສດຖະກິດ.
ທ່ານເນັ້ນໜັກວ່າ ຫວຽດນາມ ຍັງມີຫຼາຍໂອກາດໃນປີ 2026, ພິເສດເມື່ອແຜນການພັດທະນາໄລຍະ 5 ປີຕໍ່ໄປຄາດວ່າຈະຜັນຂະຫຍາຍນັບແຕ່ເວລານີ້. ປີ 2026 ມີຄວາມໝາຍສຳຄັນພິເສດ, ເມື່ອຫວຽດນາມ ກ້າວເຂົ້າສູ່ສະໄໝການເມືອງທີ່ຟົດຟື້ນ, ດ້ວຍກອງປະຊຸມໃຫຍ່ຂອງພັກ ແລະການປັບປຸງກົງຈັກສະພາແຫ່ງຊາດໃໝ່. ພວກເຮົາ ພວມກ້າວເຂົ້າສູ່ໄລຍະຂະຫຍັນຂັນເຄື່ອນທີ່ສຸດຂອງສະໄໝການເມືອງ ແລະສິ່ງນັ້ນກໍ່ຈະປະກອບສ່ວນຊຸກຍູ້ການເຄື່ອນໄຫວດ້ານເສດຖະກິດ ກໍ່ຄືກຳລັງໜູນບໍລິຫານຂອງລັດຖະບານ. ຂ້າພະເຈົ້າ ຫວັງວ່າ ທ່າປະຕິຮູບ ແລະການພັດທະນາຢ່າງຕັ້ງໜ້ານີ້ຈະສືບຕໍ່ໄດ້ຮັກສາໄວ້ໃນປີ 2026 ແລະໃນຊຸມປີຕໍ່ໄປ, ເມື່ອຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ