ກິດຈະກໍາຫຼິ້ນກິລາພື້ນເມືອງໃນຊຸມວັນບຸນເຕັດ ດໍາເນີນຢ່າງຟົດຟື້ນມ່ວນຊື່ນ
ກປ.ອອນໄລ - ໃນມື້ທຳອິດຂອງປີໃໝ່, ບໍລິເວນກອງພົນນ້ອຍ 368, ກອງພົນໃຫຍ່ 12, ເຕັມໄປດ້ວຍສຽງຫົວຂອງພະນັກງານ, ນັກຮົບ ເມື່ອເຂົ້າຮ່ວມການລະຫຼິ້ນພື້ນເມືອງ, ຫຼິ້ນບຸນປີໃໝ່ ເຊັ່ນ: ການຍູ້ໄມ້, ເຕັ້ນກະສອບ, ໂຍນໝາກຄອນ, ໂຍນແຫວນໃສ່ຄໍຂວດ, ການດຶງເຊືອກ...
ພັນເອກພິເສດ ເຈືອງຮວ່າຍນາມ, ຫົວໜ້າການເມືອງກອງພົນນ້ອຍ 368, ໃຫ້ຮູ້ວ່າ: “ໄປຄຽງຄູ່ກັບໜ້າທີ່ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ການຝຶກແອບແຜນການຕ່າງໆ ແລະພ້ອມແລ້ວທີ່ຈະຮັບມືກັບທຸກສະຖານະການຢ່າງມີປະສິດທິພາບ, ຊຸມວັນໃນບຸນເຕັດ, ບັນດາກົມກອງໄດ້ຈັດກິດຈະກຳທາງວັດທະນະທຳ, ສິລະປະ, ກິລາກາຍຍະກໍາຕ່າງໆ, ພິເສດແມ່ນການຫຼິ້ນກິລາພື້ນເມືອງ, ເຊິ່ງໄດ້ສ້າງບັນຍາກາດອັນເບີກບານມ່ວນຊື່ນ, ເພີ່ມຄວາມສາມັກຄີ, ສະໜິດຕິດພັນລະຫວ່າງພະນັກງານ ແລະນັກຮົບໃນກົມກອງ”.
ເຂົ້າຮ່ວມການແຂ່ງຂັນໂດຍກົງ, ສິບໂທ ຫງວຽນຢຸຍດາດ, ຫົວໜ້າໝູ່ປືນທີ 2, ໝວດທີ 1, ກອງຮ້ອຍທີ 4, ກອງພັນທີ 2, ໄດ້ແບ່ງປັນວ່າ: “ນີ້ແມ່ນບຸນເຕັດຄັ້ງທຳອິດຂອງຂ້າພະເຈົ້າ ໃນກອງທັບ. ໃນຊຸມວັນໃກ້ຈະຮອດບຸນເຕັດ, ຂ້າພະເຈົ້າ ຄິດຮອດບັນຍາກາດປີໃໝ່ກັບຄອບຄົວຫຼາຍ! ແຕ່ເມື່ອພ້ອມກັບເພື່ອນຮ່ວມກອງ ໄດ້ຕົບແຕ່ງປະດັບປະກາຄ້າຍທະຫານ, ຫໍ່ເຂົ້າຕົ້ມ, ແລະຝຶກຊ້ອມສະແດງສິລະປະ, ຄວາມຄິດຮອດບ້ານຂອງຂ້າພະເຈົ້າ ກໍ່ຫາຍໄປ. ໃນມື້ທຳອິດຂອງປີໃໝ່, ເຂົ້າຮ່ວມການຫຼິ້ນກິລາພື້ນເມືອງກັບ ເພື່ອນຮ່ວມກອງ, ມັນແມ່ນປີໃໝ່ທີ່ມີຄວາມໝາຍແທ້ໆສຳລັບຂ້າພະເຈົ້າ.”
ໜັງສືພິມກອງທັບປະຊາຊົນຫວຽດນາມ ນໍາສະເໜີບາງຮູບພາບການຫຼິ້ນກິລາພື້ນເມືອງ ຢູ່ກອງພົນນ້ອຍ 368:
    |
 |
|
ນັກຮົບ ເຂົ້າຮ່ວມການແຂ່ງຂັນຍູ້ໄມ້. ພາບ: qdnd.vn |
    |
 |
|
ການແຂ່ງຂັນດຶງເຊືອກ ດຶງດູດການເຂົ້າຮ່ວມຂອງພະນັກງານ, ນັກຮົບບັນດາກອງພັນຂຶ້ນກັບກອງພົນນ້ອຍ 368 ເຂົ້າຮ່ວມເປັນຈໍານວນຫຼາຍ. ພາບ: qdnd.vn |
    |
 |
|
ການໂຍນໝາກຄອນໃນວັນບຸນເຕັດ ທັງເປັນຈຸດຄວາມງາມທາງດ້ານວັດທະນະທໍາ, ທັງສະແດງໃຫ້ເຫັນຄວາມຄ່ອງແຄ້ວຂອງນັກຮົບ. ພາບ: qdnd.vn |
    |
 |
|
ນັກຮົບ ເຂົ້າຮ່ວມການເຕັ້ນກະສອບ ດ້ວຍການໃຫ້ກໍາລັງໃຈຢ່າງຟົດຟື້ນຂອງພະນັກງານ, ນັກຮົບກົມກອງ. ພາບ: qdnd.vn |
ໂດຍ: ໄຊຊະນະ