“ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຂະຫຍັນຂັນເຄື່ອນທີ່ສຸດຢູ່ອາຊີ”. “ລັດຖະບານຫວຽດນາມ ພວມເດີນຖືກທິດໃນການເຕີບໂຕ ແລະຮັບປະກັນຊີວິດຂອງປະຊາຊົນ”. “ໃນສະພາບການທີ່ຫວຽດນາມ ພວມຍູ້ແຮງການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນ, ຖານະບົດບາດ ແລະທີ່ຕັ້ງຂອງປະເທດໃນເວທີສາກົນນັບມື້ນັບໄດ້ຮັບການຢືນຢັນຢ່າງຈະແຈ້ງ”. ນີ້ແມ່ນຂໍ້ສັງເກດຂອງເອກອັກຄະລັດຖະທູດປະເທດຕ່າງໆ ປະຈຳຫວຽດນາມ ເມື່ອເວົ້າເຖິງຂະບວນການປ່ຽນແປງໃໝ່ຢ່າງເລິກເຊິ່ງກວ້າງຂວາງຂອງຫວຽດນາມ ໃນສັງກາດໃໝ່. ດ້ວຍແຜນນະໂຍບາຍ, ລັດຖະນະໂຍບາຍໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຊິ່ງ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຮັບຮອງເອົາ, ປະຊາຄົມສາກົນໄດ້ຕັ້ງຄວາມຫວັງຕໍ່ການພັດທະນາຢ່າງແຂງແຮງຂອງຫວຽດນາມໃນໄລຍະຈະມາເຖິງ.
ຕາມທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ແລ້ວ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີການພັດທະນາໄວ ແລະຂະຫຍັນຂັນເຄື່ອນທີ່ສຸດຢູ່ ອາຊີ. ຮ່າໂນ້ຍ ກໍ່ແມ່ນໜຶ່ງໃນບັນດານະຄອນທີ່ຟົດຟື້ນແຖວໜ້າໃນໂລກ. ທ່ານ Ito Naoki ເນັ້ນໜັກວ່າ, ພັກ ແລະລັດຖະບານຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບບຸລິມະສິດຍຸດທະສາດ, ນໍາປະເທດເດີນຕາມວົງໂຄຈອນການເຕີບໂຕ, ພັດທະນາເຂດເສດຖະກິດເອກະຊົນ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະປັບປຸງລະບອບລະບຽບການ: “ການກໍານົດທິດເຫຼົ່ານີ້ໄດ້ສະແດງໃຫ້ເຫັນວິໄສທັດທີ່ຈະແຈ້ງ, ໂດຍໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຂອງການເຕີບໂຕໄວ ແລະຍືນຍົງ, ດ້ວຍເປົ້າໝາຍການເຕີບໂຕສອງຕົວເລກແມ່ນ 10% ຂຶ້ນໄປນັບແຕ່ປີ 2026 ເປັນຕົ້ນໄປ. ຍີ່ປຸ່ນ ຊົມເຊີຍການກໍານົດທິດນະໂຍບາຍນີ້ ແລະຍາມໃດກໍ່ສະໜັບສະໜູນຄວາມມານະພະຍາຍາມປະຕິຮູບຂອງຫວຽດນາມ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າການປະຕິຮູບເຫຼົ່ານັ້ນຈະນຳຫວຽດນາມ ກ້າວຂຶ້ນສູ່ລະດັບການພັດທະນາເສດຖະກິດທີ່ສູງກວ່າ, ມຸ່ງໄປເຖິງເປົ້າໝາຍຮ້ອຍປີໃນປີ 2030 ແລະປີ 2045”.
ຫວຽດນາມ, ຈາກປະເທດທີ່ເປັນຫົວເມືອງຂຶ້ນທຸກຍາກໄດ້ບືນຕົວຂຶ້ນກາຍເປັນປະເທດພັດທະນາທີ່ຂະຫຍັນຂັນເຄື່ອນ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໄດ້ກາຍເປັນສັນຍາລັກກ່ຽວກັບເຈດຈໍານົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເສັ້ນທາງແຫ່ງການພັດທະນາເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ. ເມື່ອເບິ່ງຄືນໃນທົດສະວັດຜ່ານມາ, ຫວຽດນາມ ໄດ້ມີການປັບປຸງຄຸນນະພາບການດຳລົງຊີວິດຂອງປະຊາຊົນຢ່າງໜ້າເຫຼືອເຊື່ອ, ປະຊາຊົນໄດ້ເຂົ້າເຖິງການດູແລສຸຂະພາບ, ການສຶກສາ ແລະມີໂອກາດດ້ານເສດຖະກິດ.
ຕາມທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ແລ້ວ, ສິ່ງເຫຼົ່ານີ້ບໍ່ແມ່ນຄວາມແປກໃຈສຳລັບຜູ້ທີ່ມາດຳລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ, ເມື່ອໄດ້ເຫັນຄວາມຂະຫຍັນຂັນເຄື່ອນ ແລະຄວາມປະເອີບໃຈຢູ່ທີ່ນີ້: “ປະຊາຊົນນັບລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ເຂັ້ມແຂງ ແລະພັດທະນາໄວໃນແຖວໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້. ອົດສະຕາລີ ມີຄວາມເອກອ້າງທະນົງໃຈທີ່ສຸດທີ່ໄດ້ຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະເວລາ 50 ປີຜ່ານມາ ແລະພວກຂ້າພະເຈົ້າຫວັງວ່າຈະສືບຕໍ່ຮ່ວມມືກັບຫວຽດນາມ”.
ສ່ວນທ່ານນາງ Courtney Beale ອຸປະທູດຊົ່ວຄາວ ອາເມລິກາ ປະຈຳຫວຽດນາມ ໃຫ້ຮູ້ວ່າ, ການຢ້ຽມຢາມຫວຽດນາມ ຄັ້ງທຳອິດແມ່ນປະມານ 10 ປີກ່ອນນີ້ ແລະໃນເວລານັ້ນ, ທ່ານນາງ ມີຄວາມປະທັບໃຈຫຼາຍກ່ຽວກັບແຫຼ່ງພະລັງງານ ແລະຄວາມຂະຫຍັນຂັນເຄື່ອນໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ. ນັບແຕ່ນັ້ນມາ, ພື້ນຖານເສດຖະກິດຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ບັນດາວິສາຫະກິດອາເມລິກາ ກໍ່ຮັບຮູ້ການປ່ຽນແປງນີ້ຢ່າງຈະແຈ້ງ ແລະປາດຖະໜາຢາກຊອກຫາໂອກາດຮ່ວມມືກັບບັນດາວິສາຫະກິດຫວຽດນາມ ກວ່າອີກ.
ດ້ວຍຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ພວມນັບມື້ນັບໄດ້ຮັບການຢືນຢັນໃນເວທີສາກົນ. ທ່ານນາງ Courtney Beale ແບ່ງປັນວ່າ: “ເມື່ອເວົ້າເຖິງອິດທິພົນຊື່ສຽງຂອງຫວຽດນາມ ຢູ່ພາກພື້ນ ແລະເວທີສາກົນໃນຊຸມປີມໍ່ໆມານີ້ ສາມາດເຫັນໄດ້ວ່າຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໄດ້ຮັບການເປີດກວ້າງພໍສົມຄວນ. ຂ້າພະເຈົ້າ ຂໍຍົກຕົວຢ່າງ ຄື: ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2 ຄັ້ງ; ຫວຽດນາມ ກໍ່ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC ປີ 2027 ຢູ່ ຟູກວ໊ກ, ເປັນຂີດໝາຍຄັ້ງທີ 3 ທີ່ຫວຽດນາມ ຮັກສາບົດບາດເປັນປະເທດເຈົ້າພາບ. ນີ້ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນບົດບາດນັບມື້ນັບສູງຂອງຫວຽດນາມ ຢູ່ເວທີສາກົນ”.
ການຕີລາຄາຢ່າງຕັ້ງໜ້າຂອງເພື່ອນມິດສາກົນ ກ່ຽວກັບບັນດາຜົນງານຂອງຫວຽດນາມ ບັນລຸໄດ້, ກໍ່ຄືສິ່ງທີ່ຫວຽດນາມ ໄດ້ ແລະພວມມຸ່ງໄປເຖິງ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດອັນໃຫຍ່ຫຼວງເພື່ອພັດທະນາ, ບືນຕົວຂຶ້ນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ດ້ວຍບາດກ້າວບຸກທະລຸ ແລະຄວາມຕັດສິນໃຈສູງສຸດ, ເພື່ອນມິດສາກົນຫວັງວ່າ ຫວຽດນາມ ຈະສືບຕໍ່ແມ່ນສະຖານທີ່ທີ່ມີຄວາມໝັ້ນຄົງ, ເປັນໜ້າໄວ້ເນື້ອເຊື່ອໃຈໃນສັງກາດໃໝ່.
ທ່ານນາງ Vuyiswa Tulelo ເອກອັກຄະລັດຖະທູດ ອາຟະລິກາໃຕ້ ປະຈຳ ຫວຽດນາມ ສະແດງວ່າ: “ຮູບໂຕມ້າທີ່ມີຄວາມອົດທົນ, ແຂງແຮງ ແຕ່ກໍ່ຍັງອ່ອນນ້ອມໄດ້ເຮັດໃຫ້ຂ້າພະເຈົ້າ ຄິດເຖິງຈິດໃຈຂອງຊາວຫວຽດນາມ. ພວກຂ້າພະເຈົ້າ ຫວັງວ່າ ຫວຽດນາມ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງໝັ້ນຄົງໃນປີໃໝ່ນີ້, ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ ແລະອາຟະລິກາໃຕ້ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບພວກສະຫາຍ ໃນໄລຍະຕໍ່ໜ້າ”.
ໂດຍ: ເຈິ່ນຮວ່ຽນ