ໜຶ່ງໃນບັນດາການໄປປະຕິບັດງານທີ່ສ້າງຄວາມປະທັບໃຈພິເສດໃຫ້ແກ່ຂ້າພະເຈົ້າ ແມ່ນຄັ້ງໜຶ່ງທີ່ພ້ອມກັບກໍາປັ່ນຕໍາຫຼວດທະເລ 8002 (ຕໍາຫຼວດທະ ເລເຂດ 2) ໄປຢ້ຽມຢາມ, ພົບປະແລກປ່ຽນກັບກໍາລັງປ້ອງກັນຝັ່ງທະເລຟີ ລິບປິນ, ເດືອນຕຸລາ 2025. ຕາມແຜນການທີ່ສອງຝ່າຍ ໄດ້ສ້າງຂຶ້ນແມ່ນມີ ການເຄື່ອນໄຫວເຂົ້າຢ້ຽມຂໍ່ານັບ, ກອງປະຊຸມສອງຝ່າຍ, ຝຶກແອບຮ່ວມ ແລະແຂ່ງຂັນກິລາມິດຕະພາບ, ແລກປ່ຽນວັດທະນະທໍາ...

ເຖິງຢ່າງໃດກໍ່ຕາມ, ໃນຊ່ວງເວລາທີ່ກຳປັ່ນຕຳຫຼວດທະເລ 8002 ອາໄສຢູ່ ຟີລິບປິນ, ພາຍຫຼັງລາຍງານຂັ້ນເທິງ, ທ່ານ ພົນຈັດຕະວາ ເຈິ່ນກວາງຕ໊ວນ, ຜູ້ບັນຊາການຕໍາຫຼວດທະເລເຂດ 2, ຫົວໜ້າຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ໄດ້ຕັດສິນໃຈຍົກເລີກກິດຈະກຳເຄື່ອນໄຫວຈໍານວນໜຶ່ງ ໃນຂອບເຂດການຢ້ຽມຢາມ ເພື່ອເຂົ້າຮ່ວມການໜູນຊ່ວຍອໍານາດການປົກຄອງ ແລະປະຊາຊົນຟີລິບປິນ ທີ່ຖືກເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸໄຕ້ຝຸ່ນ ບົວລອຍ ແລະແຜ່ນດິນໄຫວ.

ດັ່ງນັ້ນ, ບັນດາສະມາຊິກຂອງກໍາປັ່ນຕໍາຫຼວດທະເລ 8002 ໄດ້ຊ່ວຍເພື່ອນເຮັດອະນາໄມສິ່ງແວດລ້ອມ, ພະນັກງານແພດທະຫານຂອງຕໍາຫຼວດທະເລ ຫວຽດນາມ ເຂົ້າຮ່ວມການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນສະທ້ອນຍ້ອນພາຍຸໃຕ້ຝຸ່ນ ແລະແຜ່ນດິນໄຫວຢູ່ ແຂວງ Cebu, ປະເທດຟີລິບປິນ ຢ່າງສຸດໃຈ. ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ກໍຕັດສິນໃຈແບ່ງເຂົ້າສານ 1 ໂຕນ ພ້ອມອາຫານແຫ້ງ, ນໍ້າດື່ມບໍລິສຸດຈາກຄັງແຮຂອງກໍາປັ່ນຕໍາຫຼວດທະເລ 8002 ຈໍານວນ 20 ແກັດ ເພື່ອໜູນຊ່ວຍປະຊາຊົນຢູ່ເຂດທີ່ໄດ້ຮັບຜົນສະທ້ອນຈາກໄພທໍາມະ ຊາດຂອງຟີລິບປິນ. ບັນດາການກະທໍາອັນດີງາມຂອງພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ໄດ້ເຮັດໃຫ້ທ່ານ ນາງ Pamela Baricuatro, ຜູ້ວ່າ ການແຂວງ Cebu ຕື້ນຕັນໃຈ: “ອໍານາດການປົກຄອງ ແລະ ປະຊາຊົນແຂວງ Cebu ພວກຂ້າພະເຈົ້າ ຈະຈົດຈໍາການກະທໍາອັນດີງາມ ຂອງພວກສະຫາຍ. ພວກສະຫາຍ ຄ້າຍຄືນັກການທູດ ປະກອບສ່ວນເຊື່ອມຕໍ່ໃຫ້ແກ່ນໍ້າໃຈມິດຕະພາບລະຫວ່າງອໍານາດການປົກຄອງ ແລະປະຊາຊົນສອງປະເທດ ຟີລິບປິນ-ຫວຽດນາມ...”.

leftcenterrightdel
ຕໍາຫຼວດທະເລຫວຽດນາມໜູນຊ່ວຍເຄື່ອງກິນ, ນໍ້າດຶື່ມ ແລະຢາປົວພະຍາດໃຫ້ແກ່ປະຊາຊົນແຂວງ Cebu, ຟີລິບປິນ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸ ແລະ ແຜ່ນດິນໄຫວ, ເດືອນຕຸລາ 2025.

ໃນເດືອນພະຈິກ 2024, ຄະນະປະຕິບັດງານຂອງຕໍາຫຼວດທະເລຫວຽດນາມ ໄດ້ຜ່ານຜ່າໄລຍະທາງທີ່ປະສົບກັບຄວາມຫຍຸ້ງຍາກລໍາບາກໃນກໍາປັ່ນຕໍາຫຼວດທະເລ 8004 (ຕໍາຫຼວດທະເລ ເຂດ 1) ຍ້ອນປະສົບກັບພາຍຸລົມແດງ, ທະເລຄະນອງແຮງຢ່າງຕໍ່ເນື່ອງ, ຕ້ອງຫຼີກລ້ຽງພາຍຸ ເພື່ອໄປຢ້ຽມຢາມ ແລະເຂົ້າຮ່ວມການຝຶກແອບຮ່ວມກັນຢູ່ ສ.ເກົາຫຼີ. ເຖິງຢ່າງນັ້ນກໍ່ຕາມ, ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ຍັງປະຕິບັດສໍາເລັດໜ້າທີ່, ສ້າງຄວາມປະທັບໃຈອັນເລິກເຊິ່ງ ຕໍ່ກັບຄູ່ຮ່ວມ.

ພົນຈັດຕະວາ Han Sang Chul ຫົວໜ້າວິທະຍາຄານກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ເມື່ອກ່າວຄໍາເຫັນກັບຄະນະຕໍາຫຼວດທະເລຫວຽດນາມ ໄດ້ເນັ້ນໜັກເປັນພິເສດວ່າ “ຕໍາຫຼວດທະເລຫວຽດນາມ ໃຫ້ຄວາມສໍາຄັນຕໍ່ຄໍາໝັ້ນສັນຍາທີ່ສຸດ. ພວກສະຫາຍ ໄດ້ບັນຊາກໍາປັ່ນຜ່ານຜ່າພາຍຸຂະໜາດໃຫຍ່ 5 ລູກ ຕໍ່ເນື່ອງ ໃນໄລຍະທາງ 2.500 ກວ່າໄມທະເລ ຢ່າງພິລະອາດຫານ ເພື່ອມາປະເທດ ສ.ເກົາຫຼີ ຂອງພວກຂ້າພະເຈົ້າ. ຍິ່ງໄປກວ່ານັ້ນ, ພວກສະຫາຍເກັ່ງຫຼາຍ, ທັງເກັ່ງດ້ານວິຊາສະເພາະ ເມື່ອເຂົ້າຮ່ວມການຝຶກຊ້ອມຮ່ວມກັບພວກຂ້າພະເຈົ້າ, ທັງຮ້ອງເພງ, ເຕັ້ນລຳຢ່າງເບີກບານມ່ວນຊື່ນ ແລະແຕ່ງກິນແຊບໆ. ງານລ້ຽງພົບປະຢູ່ເທິງກໍາປັ່ນຕໍາຫຼວດທະເລ 8004 ຂອງພວກສະຫາຍ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ເຂົ້າໃຈກວ່າກ່ຽວກັບຮີດຄອງປະເພນີ, ວັດທະນະທຳ, ອາຫານການກິນ ແລະ ການຕ້ອນຮັບຂອງຫວຽດນາມ…”.

ພົນຕີ ບຸ່ຍກວກອວາຍ, ຫົວໜ້າການເມືອງຕໍາຫຼວດທະເລຫວຽດນາມ ແບ່ງປັນວ່າ: ໜ້າທີ່ການພົວພັນຕ່າງປະເທດ, ການຮ່ວມມືສາກົນ ເພື່ອເຂດທະເລ ຫວຽດນາມ ສັນຕິພາບ, ມິດຕະພາບ ແລະພັດທະນາ ແມ່ນມີຄວາມສໍາຄັນຍິ່ງ. ໂດຍຮັບຮູ້ສິ່ງນີ້ຢ່າງຈະແຈ້ງ, ຄະນະພັກ, ກອງບັນຊາການຕໍາຫຼວດທະ ເລ ຍາມໃດກໍຊາບຊຶມຢ່າງເລິກເຊິ່ງຕໍ່ກັບແນວທາງ, ແຜນນະໂຍບາຍຂອງພັກ, ລັດ, ຄະນະພັກການທະຫານສູນກາງ ແລະການຊີ້ນໍາຂອງການນໍາກະຊວງປ້ອງກັນປະເທດ, ການເອົາໃຈໃສ່ນໍາພາ, ຊີ້ນໍາຢ່າງເປັນປະຈໍາ, ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດ, ການຮ່ວມມື ສາກົນ ຮັບປະກັນຄວາມໜັກແໜ້ນ, ມີປະສິດທິພາບ. ຕໍາຫຼວດທະເລຫວຽດນາມ ໄດ້ຈັດຕັ້ງການໄປຢ້ຽມຢາມ, ຮຽນຮູ້ຮູບແບບການຈັດຕັ້ງກໍາລັງຕໍາຫຼວດທະເລຂອງບາງປະເທດ; ສົ່ງຄະນະປະຕິບັດງານ, ບັນດາກໍາປັ່ນໄປແລກປ່ຽນບົດຮຽນປະສົບການ, ຝຶກຊ້ອມ, ລາດຕະເວນຮ່ວມ... ບັນດາກົມກອງຂອງຕໍາຫຼວດທະເລຫວຽດນາມ ກໍ່ໄດ້ຕ້ອນຮັບກໍາປັ່ນປະຕິບັດກົດໝາຍຢູ່ ທະເລຂອງບັນດາປະເທດ ມາຢ້ຽມຢາມ, ພົບປະແລກປ່ຽນ.

ມາຮອດປັດຈຸບັນ, ຕໍາຫຼວດທະເລຫວຽດນາມ ໄດ້ລົງນາມການຮ່ວມມືກັບກໍາລັງປະຕິບັດກົດໝາຍຢູ່ທະເລຂອງ 9 ປະເທດ ແລະພວມສືບຕໍ່ຊຸກຍູ້ການລົງນາມການຮ່ວມມືກັບບາງປະເທດອື່ນ. ຜ່ານການເຄື່ອນໄຫວເຫຼົ່ານີ້ ໄດ້ຢັ້ງຢືນບົດບາດ ແລະອິດທິພົນຂອງຕໍາຫຼວດທະເລຫວຽດນາມ ບົນເວທີສາກົນ ເທື່ອລະກ້າວ, ສະແດງໃຫ້ເຫັນການເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະຮ່ວມມືເພື່ອເຂດທະເລສັນຕິພາບ, ສະຖຽນລະພາບ, ປອດໄພ ແລະພັດທະນາແບບຍືນຍົງ...

ໂດຍ: ໄຊຊະນະ