ເພີ່ມຄວາມຮັກຕໍ່ວັດທະນະທຳ, ປະຊາຊົນຫວຽດນາມ
ໂຄງການດັ່ງກ່າວ ໄດ້ຈັດຕັ້ງຂຶ້ນໂດຍຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາແສງບິ່ງແທ້ງ ສົມທົບກັບສະຫະພັນແມ່ຍິງ ແລະຄະນະຊາວໜຸ່ມຕາແສງ ໃນວັນທີ 17 ມັງກອນ. ເພື່ອເຂົ້າຮ່ວມໂຄງການ, ໄຊຍະມຸງຄຸນ ອານຸສິນ - ນັກສຶກສາປີທີສອງ ຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທກ - ໄດ້ເປັນເຈົ້າການສັບຊ້ອນເວລາຮຽນແຕ່ສອງມື້ກ່ອນໜ້ານັ້ນ. ລາວ ໃຫ້ຮູ້ວ່າ ນີ້ແມ່ນການເຂົ້າຮ່ວມຄົ້ນຫາທີ່ບໍ່ຢາກພາດໂອກາດ.
ສະຖານທີ່ແຫ່ງທຳອິດຂອງໂຄງການ ແມ່ນອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຕາແສງ ບິ່ງແທ້ງ. ຢູ່ທີ່ນີ້, ອານຸສິນ ພ້ອມກັບຄົນອື່ນໆໄດ້ຖະຫວາຍທູບທຽນເພື່ອອາໄລຫາ. ຫຼັງຈາກນັ້ນ, ຄະນະໄດ້ແວ່ໄປຢ້ຽມຢາມ ສາລາ ເກົາເຊີນ, ສາລາ ບິ່ງຮວ່າ, ຫໍມູນເຊື້ອຂອງຕາແສງ ບິ່ງແທ້ງ...
    |
 |
|
ຢູ່ສາລາ ບິ່ງຮວ່າ, ນັກສຶກສາລາວ ແລະ ກຳປູເຈຍ ໄດ້ແຈກຢາຍອາຫານໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: phunuonline.com.vn |
ອານຸສິນ ໃຫ້ຮູ້ວ່າ ຕົນເອງມີຄວາມປະທັບໃຈທີ່ສຸດເມື່ອໄດ້ໄປແວ່ຢ້ຽມຢາມ ແລະຊອກຮູ້ກ່ຽວກັບສະຖານທີ່ປະຫວັດສາດເຊັ່ນ: ສາລາ ເກົາເຊີນ, ສາລາ ບິ່ງຮວ່າ, ຫໍມູນເຊື້ອຕາແສງ ບິ່ງແທ້ງ... ອານຸສິນ ເວົ້າວ່າ: “ນີ້ແມ່ນສະຖານທີ່ທີ່ຂ້າພະເຈົ້າຈະແນະນຳໃຫ້ໝູ່ເພື່ອນ, ຄອບຄົວເມື່ອມີໂອກາດມາຢ້ຽມຢາມຫວຽດນາມ”.
ຈັນຄົງ ອາມອນ, ນັກສຶກສາປີທີສາມ ຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທກ, ມີຄວາມຈັບໃຈເປັນພິເສດກ່ຽວກັບການປູກດອກໄມ້ ແລະເຂົ້າຮ່ວມການເຄື່ອນໄຫວວຽກງານການກຸສົນ. ໃນການເດີນທາງ, ລາວ ໄດ້ອາສາສະໝັກປູກດອກໄມ້, ໄດ້ຂຸດ, ພູນດິນຢ່າງລະອຽດ, ປູກຕົ້ນໄມ້, ຫົດນ້ຳ ແລະບົວລະບັດດອກໄມ້ແຕ່ລະດອກ. ໃນການເຄື່ອນໄຫວມອບ “ອາຫານແຫ່ງຄວາມຮັກ”, ອາມອນ ໄດ້ສືບຕໍ່ຊ່ວຍເຫຼືອບັນດານ້າສາວ, ເອື້ອຍ.
ລາວ ໄດ້ແບ່ງປັນວ່າ ໃນສາມປີທີ່ອາໄສ ແລະຮຽນຢູ່ນະຄອນໂຮ່ຈີມິນ, ລາວມັກຈະເຫັນກຸ່ມເຮັດການກຸສົນປູກດອກໄມ້ ແລະແຈກຢາຍອາຫານໃນຂະນະທີ່ກຳລັງໄປໂຮງຮຽນ ແລະຫວັງວ່າຈະມີໂອກາດປະກອບສ່ວນ. ດັ່ງນັ້ນ, ການເຂົ້າຮ່ວມໃນການເຄື່ອນໄຫວທີ່ມີຄວາມໝາຍນີ້ໄດ້ເຮັດໃຫ້ລາວຮູ້ສຶກມີຄວາມສຸກ ແລະເບີກບານມ່ວນຊື່ນຫຼາຍ. ອາມອນ ເວົ້າວ່າ: “ເມື່ອເຫັນບ້ານໃກ້ເຮືອນຄຽງມີສີຂຽວຫຼາຍຂຶ້ນ, ສວຍງາມຂຶ້ນ ແລະມີຊີວິດຊີວາດ້ວຍສີສັນ, ຫຼື ເຫັນຜູ້ສູງອາຍຸໄດ້ຮັບອາຫານດ້ວຍຮອຍຍິ້ມທີ່ສົດໃສ, ຂ້ອຍຮູ້ສຶກຕື້ນຕັນໃຈຢ່າງແທ້ຈິງ ແລະຮັກການກະທຳເຫຼົ່ານີ້ຫຼາຍຂຶ້ນ”.
ຕາມ ອາມອນ ແລ້ວ, ປະຊາຊົນທີ່ຢູ່ຕາແສງ ບິ່ງແທ້ງ ມີຄວາມໃກ້ຊິດສະໜິດສະໜົມທີ່ສຸດ, ເປັນມິດ ແລະຍາມໃດກໍ່ມີຫຼາຍວິທີເຮັດທີ່ດີໃນການສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດມີຄວາມສົດໃສຂຶ້ນຕື່ມ ແລະອົບອຸ່ນຂຶ້ນດ້ວຍຄວາມຮັກ. ນັ້ນແມ່ນການກະທຳທີ່ສວຍງາມ, ສົມຄວນໄດ້ຮັບຄວາມເຄົາລົບນັບຖືທີ່ຊາວໜຸ່ມຄື ລາວ ຄວນຮຽນຮູ້.
ພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈມິດຕະພາບ
ຮ່ວມເດີນທາງພ້ອມກັບນັກສຶກສາລາວ ແລະກຳປູເຈຍ ໃນຕະຫຼອດໄລຍະເດີນທາງ, ເອື້ອຍ ຫງວຽນທິງອກເຮິນ - ຫົວໜ້າສະຫະພັນແມ່ຍິງ ຄຸ້ມ 14 ໄດ້ໃຫ້ຂໍ້ສັງເກດວ່າ ນັກຮຽນທຸກຄົນມີຄວາມເປັນມິດ, ສຸດອົກສຸດໃຈ ແລະເປັນເຈົ້າການຫຼາຍ. ໂຄງການດັ່ງກ່າວແມ່ນເພື່ອໃຫ້ເອື້ອຍນ້ອງສະມາຊິກແມ່ຍິງຂອງສະຫະພັນ, ປະຊາຊົນ ແລະນັກສຶກສາສາກົນໄດ້ພ້ອມກັນແບ່ງປັນ, ແລກປ່ຽນ ແລະຮຽນຮູ້ກ່ຽວກັບທັກສະການພົບປະສື່ສານ, ຄວາມຮູ້ດ້ານວັດທະນະທຳ, ຮີດຄອງປະເພນີ ກໍ່ຄືລັກສະນະພິເສດຂອງປະຊາຊົນ, ສະຖານທີ່ທ່ອງທ່ຽວ ແລະອາຫານການກິນຂອງແຕ່ລະປະເທດ.
ທ່ານນາງ ລ້າຍທິກິມຕຸຍ, ຫົວໜ້າຄະນະຄຸ້ມຄອງສາລາເກົາເຊີນ ມີຄວາມຍິນດີທີ່ໄດ້ຕ້ອນຮັບນັກສຶກສາສາກົນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະສະມາຊິກສະຫະພັນແມ່ຍິງຂອງຕາແສງ ທີ່ມາຢ້ຽມຢາມສະຖານທີ່ປະຫວັດສາດແຫ່ງນີ້. ທ່ານນາງ ໄດ້ແນະນຳຢ່າງສຸດໃຈກ່ຽວກັບຂົງເຂດການດຳເນີນຊີວິດ, ປະຫວັດແຫ່ງການສ້າງຕັ້ງ ແລະຂະບວນການພັດທະນາຂອງສາລາ. ສາລາ ເກົາເຊີນ ຖືກສ້າງຂຶ້ນໃນສະຕະວັດທີ XIX ແລະຕັ້ງຢູ່ທີ່ 218 ຖະໜົນ ໂຊວຽດເງະຕິ້ງ, ຕາແສງ ບິ່ງແທ້ງ.
ປະຈຸບັນ, ສາລາ ບໍ່ພຽງແຕ່ເປັນສະຖານທີ່ສັກສິດສຳລັບປະຊາຊົນທ້ອງຖິ່ນເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ປະຫວັດສາດລະດັບນະຄອນ, ໄດ້ຕ້ອນຮັບອົງການຈັດຕັ້ງມະຫາຊົນ, ກົມກອງຕ່າງໆເປັນປະຈຳ, ພິເສດແມ່ນນັກຮຽນ, ນັກສຶກສາທີ່ມາຢ້ຽມຢາມ ແລະຮຽນຮູ້ກ່ຽວກັບຄຸນຄ່າທາງປະຫວັດສາດ ແລະວັດທະນະທຳທີ່ເປັນມູນເຊື້ອອີກດ້ວຍ. ທ່ານນາງ ກິມຕຸຍ ຫວັງວ່າ ໃນອະນາຄົດ, ນັກສຶກສາສາກົນຈະມາຢ້ຽມຢາມຫຼາຍຂຶ້ນ, ປະກອບສ່ວນເຜີຍແຜ່ຄວາມງາມຂອງສະຖານທີ່ປະຫວັດສາດນີ້ໃຫ້ປະຊາຊົນທັງຢູ່ພາຍໃນ ແລະຕ່າງປະເທດ ຢ່າງກວ້າງຂວາງ.
ທ່ານນາງ ຫງວຽນທິເຕີ, ເລຂາໜ່ວຍພັກ ຄຸ້ມ 13, ຕາແສງ ບິ່ງແທ້ງ ໃຫ້ຮູ້ວ່າ ເມື່ອໄດ້ຍິນວ່າ ມີນັກສຶກສາສາກົນເຂົ້າຮ່ວມກິດຈະກຳຕ່າງໆໃນທ້ອງຖິ່ນ, ລາວ ພູມໃຈຫຼາຍ ແລະໄດ້ເປັນເຈົ້າການກະກຽມວຽກຕ່າງໆ ຢ່າງຫ້າວຫັນເພື່ອໃຫ້ພວກເຂົາມີການເຂົ້າຮ່ວມຄົ້ນຫາຫຼາຍຂຶ້ນ. ຕາມນັ້ນແລ້ວ, ລາວ ພ້ອມກັບນັກສຶກສາ ແລະແມ່ຍິງໃນເຂດບ້ານໃກ້ເຮືອນຄຽງໄດ້ກະກຽມວັດຖຸດິບ ແລະປຸງແຕ່ງອາຫານຈໍານວນ 160 ກ່ອງ ເພື່ອແຈກໃຫ້ແກ່ຄອບຄົວທຸກຍາກ ແລະຜູ້ອາຍຸສູງທີ່ອາໄສຢູ່ຄົນດຽວ; ແລະໄດ້ມອບຂອງຂວັນ 8 ພູດໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ເຊິ່ງສະແດງໃຫ້ເຫັນເຖິງນ້ຳໃຈແຫ່ງການແບ່ງປັນ ແລະຄວາມເມດຕາ.
ທ່ານນາງ ຫງວຽນທິເຕີ ຫວັງວ່າ ນັກສຶກສາລາວ ແລະ ກຳປູເຈຍ, ເຖິງວ່າຈະຮຽນ ແລະດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນຂອງເຂົາເຈົ້າກໍ່ຕາມ, ແຕ່ກໍ່ຍັງຈະຮູ້ສຶກໄດ້ເຖິງຄວາມໃກ້ຊິດສະໜິດສະໜົມ ແລະອົບອຸ່ນຄືກັບຢູ່ເຮືອນຂອງເຂົາເຈົ້າເອງ, ຜ່ານນັ້ນປະກອບສ່ວນເຂົ້າໃນການຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງບັນດາປະເທດ.
ທ່ານນາງ ກາວທິຮ່ຽນ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາແສງ ບິ່ງແທ້ງ, ປະທານສະຫະພັນແມ່ຍິງ ຕາແສງ ບິ່ງແທ້ງ ໃຫ້ຮູ້ວ່າ ໂຄງການດັ່ງກ່າວມີນັກສຶກສາລາວ ແລະກຳປູເຈຍ 10 ຄົນ ທີ່ພວມຮ່ຳຮຽນ, ດຳລົງຊີວິດຢູ່ນະຄອນໂຮ່ຈີມິນ. ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມສາມັກຄີທີ່ເປັນມູນເຊື້ອ, ນໍ້າໃຈມິດຕະພາບ ແລະການຮ່ວມມືລະຫວ່າງສາມປະເທດຫວຽດນາມ, ລາວ ແລະ ກຳປູເຈຍ ເວົ້າລວມ, ພ້ອມທັງສ້າງສະພາບແວດລ້ອມແຫ່ງການພົບປະແລກປ່ຽນທີ່ເປັນມິດລະຫວ່າງນັກສຶກສາສາກົນກັບປະຊາຊົນທ້ອງຖິ່ນ.
ໂດຍ: ຈາງຫງວຽນ