ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວ ຢູ່ຫວຽດນາມ ຢ່າງເປັນທາງການ
ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນ ຢູ່ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.
ກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໄດ້ອອກໃບອະນຸຍາດນຳໃຊ້ຄວາມຖີ່ ແລະອຸປະກອນສັນຍານວິທະຍຸໂທລະພາບເອກເລັກໂຕນິກໃຫ້ແກ່ບໍລິສັດ Starlink Services ຫວຽດນາມ ຈຳກັດ.
    |
 |
|
ພາບປະກອບ: ສໍານັກຂ່າວສານຫວຽດນາມ |
ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນ ຢູ່ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.
ຢູ່ ຫວຽດນາມ, SpaceX ໄດ້ທົດລອງລົງທຶນ, ດຳເນີນທຸລະກິດການບໍລິການໂທລະຄົມມະນາຄົມມີພື້ນຖານໂຄງລ່າງອິນເຕີແນັດ, ຮູບແບບໂທລະຄົມມະນາຄົມດາວທຽມວົງໂຄຈອນໄລຍະຕ່ຳ ບົນຫຼັກການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເລື່ອງທົດລອງດຳເນີນການບໍລິການໂທລະຄົມມະນາຄົມໄດ້ປະຕິບັດໃນໄລຍະ 5 ປີ ແລະ ຈະສິ້ນສຸດກ່ອນວັນທີ 1 ມັງກອນ 2031.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ