ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ວັດທະນາຖາວອນ - ຕ້ອນຮັບລະດູບານໃໝ່ທີ່ສະຫງ່າລາສີ”, ນີ້ແມ່ນເຫດການສົ່ງເສີມການຄ້າລະດັບຊາດ, ເປັນການເປີດສາກໃຫ້ແກ່ລະບົບງານຕະຫຼາດນັດປະຈຳປີ, ໄດ້ຈັດຕັ້ງຕາມການຊີ້ນຳຂອງນາຍົກລັດຖະມົນຕີ.
ງານຕະຫຼາດນັດທີ່ດຳເນີນໄປໃນເວລາ 12 ວັນນັ້ນແມ່ນເພື່ອໃຫ້ພໍ່ແມ່ປະຊາຊົນມາຊື້ເຄື່ອງຂອງເພື່ອກະກຽມຕ້ອນຮັບບຸນເຕັດ, ໄດ້ຮັບຄວາມຫວັງວ່າຈະສ້າງກຳລັງພັກດັນທີ່ແຂງແຮງດ້ານການຄ້າ; ຜ່ານນັ້ນ, ປຸກລຸກການຂົນຂວາຍ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ຢ່າງແຂງແຮງ, ຕິດພັນກັບຄວາມເອກອ້າງທະນົງໃຈຂອງຊາດ.
    |
 |
|
ປະຊາຊົນຊື້ສິນຄ້າທີ່ງານຕະຫຼາດນັດລະດູບານໃໝ່ ປີ 2026. ພາບ: qdnd.vn |
ງານຕະຫຼາດນັດລະດູບານໃໝ່ປີ 2026 ໄດ້ເຕົ້າໂຮມວິສາຫະກິດຫຼາຍກວ່າ 2,500 ແຫ່ງ ດ້ວຍຂະໜາດຮ້ານວາງສະແດງຂາຍສິນຄ້າ 3,000 ຮ້ານ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ໂຄສະນາບັນດາຜະລິດຕະພັນ, ເຄື່ອງໝາຍການຄ້າຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ແນະນໍາວັດທະນະທຳແຫ່ງຊາດທີ່ມີຊີວິດຊີວາ, ສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນໃຫ້ປະຊາຊົນໃນໂອກາດບຸນເຕັດ. ງານຕະຫຼາດນັດໄດ້ຈັດເປັນ 8 ເຂດ ດ້ວຍເນື້ອໃນພົ້ນເດັ່ນ, ລວມມີ: ເຂດທ້ອງຖິ່ນດ້ວຍຫົວຂໍ້-ນະຄອນໂຮ່ຈີມິນ; ເຂດ "ທ່ຽວຊົມທິວທັດບ້ານເກີດເມືອງນອນຍາມລະດູບານໃໝ່-ວັດຖຸສິ່ງຂອງທ່ົວທຸກແຫ່ງ”, ເຂດ “ຜະລິດຕະພັນກະເສດຫວຽດນາມ-ແຜ່ຂະຫຍາຍສີສັນລະດູບານໃໝ່”; ເຂດ "ລະດູບານໃໝ່ທີ່ວັດທະນາຖາວອນ"; ງານວາງສະແດງລະບົບຄຸນຄ່າຂະແໜງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເຄື່ອງສິລະປະຫັດຖະກຳ (VIVC 2026); ເຂດ "ບຸນເຕັດແຫ່ງການເຕົາໂຮມ"; ເຂດ “ຄວາມຍອດຍິ່ງຂອງວັດທະນະທຳຫວຽດນາມ” ແລະເຂດກາງແຈ້ງ "ລົດຊາດລະດູບານໃໝ່ແຫ່ງການເຊື່ອມຈອດ".
ຕີລາຄາປະສິດທິຜົນຂອງໂຄງການກະຕຸ້ນການຊົມໃຊ້ຜະລິດຕະພັນ ທີ່ງານຕະຫຼາດນັດລະດູບານໃໝ່ປີ 2026, ທ່ານ ຫວູບ໋າຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເນັ້ນໜັກວ່າ: “ໃນສະພາບເສດຖະກິດປະຈຸບັນ, ກະຊວງອຸດສາຫະກຳ ແລະການຄ້າໄດ້ເອົາໃຈໃສ່ເຖິງລັກສະນະທີ່ແທດຈິງ ແລະມີປະສິດທິຜົນຂອງບັນດາໂຄງການດັ່ງກ່າວ, ເພື່ອໃຫ້ປະຊາຊົນບໍ່ພຽງແຕ່ຊື້ເຄື່ອງຂອງຢ່າງພຽງພໍເທົ່ານັ້ນ ຫາກຍັງມີຄວາມອຸ່ນອ່ຽນໃຈ”. ຕາມນັ້ນແລ້ວ, ສິນຄ້າທັງໝົດທີ່ມາວາງຂາຍໃນງານຕະຫຼາດນັດລ້ວນແຕ່ແມ່ນສິນຄ້າຂອງຫວຽດນາມ ທີ່ມີຕົ້ນກຳເນີດຈະແຈ້ງ, ຕອບສະໜອງມາດຕະຖານດ້ານຄຸນນະພາບ, ຄວາມປອດໄພທາງທັນຍາຫານ, ລາຄາເໝາະສົມ.
    |
 |
|
ປະຊາຊົນຊື້ສິນຄ້າທີ່ງານຕະຫຼາດນັດລະດູບານໃໝ່ປີ 2026. ພາບ: qdnd.vn |
ວິສາຫະກິດຫຼາຍແຫ່ງພວມນໍາໃຊ້ໂຄງການສົ່ງເສີມການຊື້ເຄື່ອງຂອງ, ຂາຍສິນຄ້າດ້ວຍລາຄາເໝາະສົມ, ຜ່ານນັ້ນຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການຊື້ເຄື່ອງຂອງໃຫ້ປະຊາຊົນ. ໄປຄຽງຄູ່ກັນນັ້ນ, ງານຕະຫຼາດນັດຍັງໄດ້ຕັດຂອດຕ່າງໆ, ເຊື່ອມຕໍ່ຜູ້ຜະລິດ, ຜູ້ຈຳໜ່າຍກັບຜູ້ບໍລິໂພກໂດຍກົງ. ຍ້ອນເຫດນັ້ນ, ວິສາຫະກິດສາມາດຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ ແລະຄ່າຂົນສົ່ງລົງແຕ່ 15% ຫາ 20%, ເຊິ່ງມີຜົນດີຕໍ່ລາຄາຂາຍໂດຍກົງ. ການເຄື່ອນໄຫວດ້ານການສື່ສານ, ໃຫ້ຄໍາປຶກສາ, ແລະປະສົບການຂອງຜູ້ບໍລິໂພກຍັງໄດ້ຮັບຄວາມເອົາໃຈໃສ່, ປະກອບສ່ວນເຮັດໃຫ້ຈິດໃຈຂອງຕະຫຼາດເປັນປົກກະຕິ ໃນສະພາບເສດຖະກິດຍັງປະສົບກັບສິ່ງທ້າທາຍ. ທ່ານ ຫວູບ໋າຝູ ໃຫ້ຮູ້ວ່າ: “ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍເຮັດໃຫ້ລາຄາສິນຄ້າໃນງານຕະຫຼາດນັດມີຄວາມສາມາດແກ່ງແຍ້ງກວ່າເມື່ອທຽບໃສ່ຕະຫຼາດເທົ່ານັ້ນ ຫາກຍັງເພີ່ມຄວາມໂປ່ງໃສ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກຕໍ່ກັບສິນຄ້າຂອງຫວຽດນາມ ອີກດ້ວຍ”.
ໃນໄລຍະຍາວ, ກະຊວງອຸດສາຫະກຳ ແລະການຄ້າ ໄດ້ກຳນົດການສ້າງລະບົບງານວາງສະແດງ, ງານຕະຫຼາດນັດແຫ່ງຊາດໃຫ້ເປັນມືອາຊີບ ແລະທັນສະໄໝແມ່ນໜ້າທີ່ຈຸດສຸມ, ຕິດພັນກັບການຫັນເປັນດີຈີຕອນ, ຮ່ວມສໍາພັນບັນດາໂຄງການສົ່ງເສີມການຄ້າ ແລະພັດທະນາຕະຫຼາດພາຍໃນປະເທດ. ຜ່ານນັ້ນງານຕະຫຼາດນັດບໍ່ພຽງແຕ່ເປັນບ່ອນຊື້ຂາຍເທົ່ານັ້ນ ຫາກຍັງກາຍເປັນພື້ນຖານໂຄງລ່າງສົ່ງເສີມການຄ້າທີ່ສຳຄັນ, ປະກອບສ່ວນໜູນຊ່ວຍວິສາຫະກິດ, ຊຸກຍູ້ການເຕີບໂຕ ແລະການພັດທະນາເສດຖະກິດແບບຍືນຍົງ.
ໂດຍ: ທູຈາງ