AI ພວມໄດ້ນໍາໃຊ້ໃນຂົງເຂດເຕັກໂນໂລຢີຍຸດທະສາດນັບມື້ນັບກວ້າງຂວາງ, ຄື: ອຸດສາຫະກໍາປະດິດທີ່ກ້າວໜ້າ, ການບິນອາວະກາດ, ເຊມີຄອນດັກເຕີ, ພະລັງງານ, ໂຮງງານອັດສະລິຍະ ແລະຕົວເມືອງອັດສະລິຍະ.

ເຕັກໂນໂລຢີເຫຼົ່ານີ້ ໄດ້ອຳນວຍຄວາມສະດວກໃຫ້ແກ່ການສ້າງຮູບຈຳລອງ, ເພີ່ມປະສິດທິພາບ ແລະການດຳເນີນງານລະບົບສັບສົນຢ່າງມີປະສິດທິພາບ, ຊ່ວຍຫຼຸດເວລາໃນຂັ້ນຕອນການຄົ້ນຄວ້າ-ພັດທະນາ, ຫຼຸດຜ່ອນລາຍຈ່າຍ ແລະຫຼຸດຄວາມສ່ຽງໃນລະຫວ່າງການຈັດຕັ້ງຜັນຂະຫຍາຍ. ເພາະສະນັ້ນ, ເຫດການກຸ່ມບໍລິສັດ Dassault Systèmes - ໜຶ່ງໃນບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກ ຫາກໍ່ເປີດນຳໃຊ້ສູນຄົ້ນຄວ້າ ແລະພັດທະນາ (R&D) ແລະສູນດີເລີດ (Center of Excellence-COE) ກ່ຽວກັບ AI ຢູ່ສູນນະວັດຕະກໍາແຫ່ງຊາດ (NIC) ມີຄວາມໝາຍຍຸດທະສາດໃນການຍົກສູງກໍາລັງຄວາມສາມາດເຕັກໂນໂລຢີຂອງຫວຽດນາມ.

leftcenterrightdel
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນຮັບຟັງການແນະນຳກ່ຽວກັບສູນຄົ້ນຄວ້າ-ພັດທະນາ ແລະສູນດີເລີດ ກ່ຽວກັບປັນຍາປະດິດ. ພາບ: qdnd.vn

ວົງການນັກຊ່ຽວຊານເຕັກໂນໂລຢີ ຮັບຮູ້ວ່າ ການຮ່ວມມືລະຫວ່າງ NIC ແລະ Dassault Systèmes ບໍ່ພຽງແຕ່ແມ່ນຂີດໝາຍສໍາຄັນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະກຸ່ມບໍລິສັດເຕັກໂນໂລຢີໂລກແຫ່ງໜຶ່ງເທົ່ານັ້ນ ຫາກຍັງເປັນພະຍານຫຼັກຖານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ການຫັນປ່ຽນທີ່ສຳຄັນ: ຫວຽດນາມ ບໍ່ພຽງແຕ່ແມ່ນບ່ອນຮັບເອົາເຕັກໂນໂລຢີເທົ່ານັ້ນ ຫາກຍັງກຳລັງເປັນຈຸດນັດພົບຂອງການເຄື່ອນໄຫວຄົ້ນຄວ້າ, ພັດທະນາ ແລະປະດິດສ້າງເຕັກໂນໂລຢີສູງໃນຕ່ອງໂສ້ມູນຄ່າທົ່ວໂລກເທື່ອລະກ້າວ ອີກດ້ວຍ. ນີ້ກໍ່ແມ່ນບາດກ້າວເດີນ ເພື່ອຫັນບັນດາແຜນນະໂຍບາຍໃຫຍ່ຂອງພັກ ແລະລັດ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະຫັນເປັນດີຈີຕອນແຫ່ງຊາດ ໃຫ້ເປັນລະອຽດ.

ຕີລາຄາສູງກ່ຽວກັບການຮ່ວມມືທີ່ດີລະຫວ່າງພາກລັດ ແລະພາກເອກະຊົນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຖືວ່າ ເຫດການນີ້ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈນັບມື້ນັບເພີ່ມຂຶ້ນຂອງບັນດາຄູ່ຮ່ວມມືຝລັ່ງ ແລະເອີລົບ ຕໍ່ກັບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ກໍ່ຄືວິໄສທັດພັດທະນາໄລຍະຍາວຂອງຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ. ສູນ R&D ແລະ ສູນດີເລີດ ກ່ຽວກັບ AI ບໍ່ພຽງແຕ່ເປັນບ່ອນຄົ້ນຄວ້າ, ພັດທະນາເຕັກໂນໂລຢີເທົ່ານັ້ນ ຫາກຍັງແມ່ນບ່ອນບຳລຸງສ້າງອີກດ້ວຍ.

ໃນແງ່ມູມຂອງວິສາຫະກິດ, ທ່ານ Samson Khaou, ຮອງປະທານຜູ້ປະຈໍາການກຸ່ມບໍລິສັດ Dassault Systèmes, ຮັບຜິດຊອບພາກພື້ນອາຊີປາຊີຟິກ ໃຫ້ຮູ້ວ່າ AI ພວມກາຍເປັນພື້ນຖານຫຼັກແຫຼ່ງຊ່ວຍບັນດາປະເທດ ແລະວິສາຫະກິດອອກແບບ ແລະດຳເນີນລະບົບທີ່ມີຄວາມສັບສົນຕາມທິດຍືນຍົງ. ເລື່ອງກໍ່ສ້າງສູນ  R&D ແລະສູນດີເລີດ ຢູ່ຫວຽດນາມ ບໍ່ພຽງແຕ່ເພື່ອແນໃສ່ພັດທະນາບັນດາມາດຕະການເຕັກໂນໂລຢີກ້າວໜ້າເທົ່ານັ້ນ ຫາກຍັງມຸ່ງໄປສູ່ການຖ່າຍທອດຄວາມຮູ້, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະໜູນຊ່ວຍວິສາຫະກິດຫວຽດນາມ ຍົກສູງກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກຜ່ານການຮ່ວມມືກັບ NIC ຢ່າງແໜ້ນແຟ້ນ.

ຕາມແຜນການ, ໃນໄລຍະທຳອິດ, ທາງສູນ ຈະສຸມໃສ່ຂົງເຂດການບິນອາວະກາດ, ຕໍ່ຈາກນັ້ນຈະເປີດກວ້າງໄປສູ່ຂົງເຂດເຊມີຄອນດັກເຕີ, ຂົນສົ່ງ. ສູນ ກໍ່ສ້າງເງື່ອນໄຂ, ອຳນວຍຄວາມສະດວກ ເພື່ອໃຫ້ນັກສຶກສາ ແລະນັກຊ່ຽວຊານໃນຂະແໜງໄດ້ຮັບການບຳລຸງສ້າງ.

ເລື່ອງເປີດນຳໃຊ້ສູນ R&D ແລະສູນດີເລີດກ່ຽວກັບ AI ຢູ່ NIC ບໍ່ພຽງແຕ່ແມ່ນເຫດການຮ່ວມມືສອງຝ່າຍເທົ່ານັ້ນ, ຫາກຍັງແມ່ນບາດກ້າວເດີນ ເພື່ອຫັນຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ໃນການຮ່ວມເດີນທາງກັບກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກ ໃຫ້ເປັນລະອຽດ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄົ້ນຄວ້າ, ນະວັດຕະກຳ ແລະພັດທະນາຊັບພະຍາກອນມະນຸດ, ມຸ່ງໄປເຖິງເປົ້າໝາຍກໍ່ສ້າງຫວຽດນາມ ໃຫ້ກາຍເປັນສູນນະວັດຕະກຳ ແລະເຕັກໂນໂລຢີສູງໃນພາກພື້ນ.

ຄືດັ່ງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກ: ລັດຖະບານ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍາມໃດກໍ່ຮ່ວມເດີນທາງ, ສ້າງເງື່ອນໄຂ, ອຳນວຍຄວາມສະດວກໃຫ້ນັກລົງທຶນທັງຢູ່ພາຍໃນ ແລະຕ່າງປະເທດ ໄດ້ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ຍືນຍົງ ແລະຍາວນານ.

ໂດຍ: ແສງເດືອນ