ຕາມບົດລາຍງານ “ທ່າອ່ຽງແອັບພຼີເຄຊັນລະດັບໂລກທີ່ບໍ່ກ່ຽວກັບເກມ 2026" (ເວົ້າຫຍໍ້ແມ່ນບົດລາຍງານ) Mintegral ແລະ Insightrackr ຫາກໍ່ປະກາດ, ຕະຫຼາດກໍາລັງເຂົ້າສູ່ການຫັນປ່ຽນຢ່າງແຂງແຮງ. ຂໍ້ມູນຈາກຕະຫຼາດທົ່ວໂລກໃນປີ 2025 ຫຼາຍກວ່າ 100 ແຫ່ງໄດ້ສະແດງໃຫ້ເຫັນວ່ານັກການຕະຫຼາດກໍາລັງປະເຊີນໜ້າກັບຄວາມກົດດັນທີ່ເພີ່ມຂຶ້ນ ແລະການເດີນທາງຂອງລູກຄ້າທີ່ສັບສົນຫຼາຍຂຶ້ນເລື້ອຍໆ.

leftcenterrightdel
ຮູບສະແດງປຽບທຽບການແຈກຢາຍການດາວໂຫຼດຕາມລະບົບບໍລິຫານລະຫວ່າງ Android ແລະ iOS (ຂໍ້ມູນເກັບກຳມາຈາກທົ່ວໂລກ (ຍົກເວັ້ນຈີນ) ແຕ່ວັນທີ 1 ມັງກອນ ຫາວັນທີ 31 ທັນວາ 2025)

ການລະເບີດຂຶ້ນຂອງ AI ແລະຮູບເງົາສັ້ນ

ຈຸດພົ້ນເດັ່ນທີ່ເປັນໜ້າເອົາໃຈໃສ່ທີ່ສຸດແມ່ນການນໍາໜ້າຂອງແອັບພຼີເຄຊັນ AI ແລະຮູບເງົາສັ້ນ ((Short Drama). AI ແມ່ນບໍ່ຈໍາກັດພຽງແຕ່ເຄື່ອງມືພິເສດ, ຄື: ChatGPT ຫຼື Perplexity ແຕ່ໄດ້ປະມວນຢ່າງເລິກເຊິ່ງກວ້າງຂວາງ, ຊຸກຍູ້ການສ້າງລາຍຮັບໃນເຄືອຂ່າຍການສຶກສາ ແລະສິ່ງທີ່ອຳນວຍຄວາມສະດວກ. ຄຽງຄູ່ກັນ, ຮູບເງົາສັ້ນໄດ້ສະທ້ອນໃຫ້ເຫັນການປ່ຽນແປງໃຫຍ່ໃນການລື້ງເຄີຍບໍລິໂພກຄອນເທັ້ນ. ຫົກແອັບພຼີເຄຊັນນໍາໜ້າໃນເຄືອຂ່າຍນີ້ບັນລຸການເຕີບໂຕຂອງລາຍຮັບຢູ່ໃນລະດັບສາມຕົວເລກ.

ຢູ່ພາກພື້ນອາຊີ-ປາຊີຟິກ, ຮູບເງົາສັ້ນໄດ້ສະແດງໃຫ້ເຫັນປະສິດທິຜົນຄ່າໃຊ້ຈ່າຍທີ່ເໜືອກວ່າເມື່ອດັດຊະນີ CPI (ຄ່າໃຊ້ຈ່າຍຕໍ່ການຕິດຕັ້ງແຕ່ລະຄັ້ງ) ຕໍ່າກວ່າຄ່າສະເລ່ຍຂອງພາກພື້ນໃນທັງ iOS ແລະ Android.

ການດຶງດູດຜູ້ໃຊ້: ໃຫ້ບຸລິມະສິດຕໍ່ຜົນກຳໄລ (ROI)

ຄວາມກົດດັນດ້ານການແຂ່ງຂັນໄດ້ບັງຄັບໃຫ້ຜູ້ໂຄສະນາຕ້ອງປ່ຽນແປງຍຸດທະວິທີ. ຈໍານວນຂອງແອັບພຼີເຄຊັນ ສ້າງການດຶງດູດຜູ້ໃຊ້ (UA) ເພີ່ມຂຶ້ນສູງ, ພິເສດແມ່ນໃນຂົງເຂດການເງິນ & ດຳເນີນທຸລະກິດ (+43,5%) ແລະການບໍລິການຊີວິດ (+42%).

ເພື່ອຮັບມືກັບຄ່າໃຊ້ຈ່າຍໃນການຕິດຕັ້ງທີ່ສູງ, ວິທີການແກ້ໄຂ Smart Bidding (ປະມູນອັດສະລິຍະ), ຄື: Target ROAS ແລະ Target CPE ພວມກາຍເປັນມາດຕະຖານໃໝ່. ການໃຊ້ຈ່າຍຄ່າໂຄສະນາຜ່ານວິທີການແກ້ໄຂນີ້ຂອງ Mintegral ໄດ້ເພີ່ມຂຶ້ນຫຼາຍກວ່າ 50%, ພິສູດໃຫ້ເຫັນວ່າວິສາຫະກິດກໍາລັງໃຫ້ບຸລິມະສິດຜົນກຳໄລໃນໄລຍະຍາວແທນທີ່ໃຫ້ແກ່ການໄລ່ຕາມແຕ່ຈໍານວນການຕິດຕັ້ງຢ່າງດຽວ.

ຄວາມແຕກຕ່າງຂອງລະບົບບໍລິຫານ ແລະອຳນາດຂອງວິດີໂອໂຄສະນາ

ບົດລາຍງານຊີ້ໃຫ້ເຫັນຄວາມແຕກຕ່າງຢ່າງຈະແຈ້ງລະຫວ່າງສອງລະບົບບໍລິຫານເຜີຍແຜ່ທີ່ສຸດ Android ແລະ iOS. ຕາມນັ້ນແລ້ວ, Android ຍັງສືບຕໍ່ແມ່ນພື້ນຖານນໍາໜ້າກ່ຽວກັບຂະໜາດຜູ້ໃຊ້ໃໝ່ ແລະຈໍານວນການດາວໂຫຼດໃນຂະນະທີ່ iOS ຄອບຄອງກ່ຽວກັບຄວາມສາມາດໃນການສ້າງລາຍຮັບທີ່ມີມູນຄ່າສູງ, ພິເສດແມ່ນໃນດ້ານການເງິນ ແລະບໍລິການຊີວິດ.

ກ່ຽວກັບຮູບແບບການຫາເງິນ, ການໂຄສະນາໃນແອັບພຼີເຄຊັນ (IAA) ຍັງຄົງເປັນແຫຼ່ງລາຍຮັບຫຼັກໃຫ້ແອັບພຼີເຄຊັນທີ່ອຳນວຍຄວາມສະດວກ, ການສຶກສາ ແລະການບັນເທີງ. ພິເສດຮູບແບບວິດີໂອທີ່ໄດ້ຮັບລາງວັນໄດ້ສະແດງໃຫ້ເຫັນປະສິດທິພາບທີ່ໜ້າຕື່ນຕາຕື່ນໃຈເມື່ອດັດສະນີ eCPM ໃນ iOS ສູງກວ່າປ້າຍໂຄສະນາແບບດັ້ງເດີມທົບ 165 ເທົ່າ. ປະຈຸບັນ ອາເມລິກາເໜືອ ແມ່ນຕະຫຼາດທີ່ມີກໍາໄລຫຼາຍທີ່ສຸດສໍາລັບຮູບແບບນີ້, ໃນຂະນະທີ່ຫວຽດນາມ ພົ້ນເດັ່ນຄືດັ່ງຕະຫຼາດຈຸດສຸມດ້ວຍລະດັບເຕີບໂຕ ແລະອັດຕາການເຂົ້າຊົມວິດີໂອຢູ່ໃນກຸ່ມນໍາໜ້າຂອງພາກພື້ນ.

ວິໄສທັດໃຫ້ອະນາຄົດ

ທ່ານ Erick Fang ຜູ້ອໍານວຍການບໍລິຫານພາກພື້ນຂອງ Mintegral ໃຫ້ຂໍ້ສັງເກດວ່າ: “ເລື່ອງລາວຕ່າງໆຂອງປີ 2026 ແມ່ນຄວາມວ່ອງໄວຂອງນັກການຕະຫຼາດ. ໂດຍການໃຊ້ວິທີການແກ້ໄຂ UA ທີ່ອີງໃສ່ ROI ແລະຮູບແບບວິດີໂອທີ່ມີການເຂົ້າຊົມຫຼາຍ, ນັກພັດທະນາກໍາລັງເຮັດໃຫ້ມີຄວາມດຸ່ນດ່ຽງລະຫວ່າງການເປີດກວ້າງຂະໜາດ ແລະເປົ້າໝາຍສ້າງກໍາໄລທີ່ຍືນຍົງ”. ການແຂ່ງຂັນແອັບພຼີເຄຊັນປີ 2026 ບໍ່ພຽງແຕ່ສໍາລັບຜູ້ທີ່ແກ້ໄຂບັນຫາຂອງຜູ້ຊົມໃຊ້ເທົ່ານັ້ນ, ແຕ່ຍັງສໍາລັບຜູ້ທີ່ປ່ຽນປະສົບການໃຊ້ງານໃຫ້ກາຍເປັນປະສົບການທີ່ມີການກະທົບຊຶ່ງກັນ ແລະກັນທີ່ມີຄວາມດຶງດູດ.

ໂດຍ: ເຈິ່ນຮວ່ຽນ