ການປະຕິຮູບລະບອບລະບຽບການຢ່າງແຂງແຮງ
ວັນທີ 30 ເມສາ 2025, ກົມການເມືອງ ໄດ້ປະກາດໃຊ້ມະຕິສະບັບເລກທີ 66-NQ/TW ກ່ຽວກັບການປ່ຽນແປງໃໝ່ວຽກງານສ້າງ ແລະປະຕິບັດຕາມກົດໝາຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດໃນສັງກາດໃໝ່. ຫຼັງຈາກນັ້ນ, ເນື້ອໃນຈິດໃຈການປະຕິຮູບໄດ້ແຜ່ຂະຫຍາຍໄປໃນທົ່ວລະບົບການເມືອງ, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນລ້ວນແຕ່ປະກາດໃຊ້ຫຼາຍລາຍການ, ແຜນການກະທຳຢ່າງລະອຽດ; ຫຼາຍບ່ອນໄດ້ສ້າງຕັ້ງຄະນະຊີ້ນຳການຈັດຕັ້ງປະຕິບັດມະຕິສະບັບເລກທີ 66-NQ/TW.
ທ່ານ ຫງວຽນຫາຍນິງ ລັດຖະມົນຕີກະຊວງຍຸຕິທຳ ຖືວ່າ ມະຕິສະບັບເລກທີ 66-NQ/TW ໄດ້ກາຍເປັນພື້ນຖານດ້ານການເມືອງທີ່ມີຄວາມສໍາຄັນພິເສດ ເພື່ອໃຫ້ບັນດາອົງການກ່ຽວຂ້ອງທີ່ມີສິດອຳນາດປະກາດໃຊ້ລັດຖະນະໂຍບາຍຍຸດທະສາດຫຼາຍສະບັບ, ມີລັກສະນະບຸກທະລຸ, ບໍ່ເຄີຍມີມາກ່ອນໃນວຽກງານສ້າງກົດໝາຍ.
ໜຶ່ງໃນຈຸດພົ້ນເດັ່ນທີ່ສຸດຂອງວຽກງານບຸກທະລຸໃນລະບອບລະບຽບການໃນປີ 2025 ແມ່ນປະລິມານວຽກງານສ້າງນິຕິກຳໄດ້ສຳເລັດຈຳນວນຫຼາຍໃນເງື່ອນໄຂຄວາມຮຽກຮ້ອງຕ້ອງການສູງກ່ຽວກັບຄວາມຄືບໜ້າ, ຄຸນນະພາບ ແລະລັກສະນະຄົບຊຸດ.
ສະເພາະໃນປີ 2025, ລັດຖະບານ ໄດ້ຍື່ນສະເໜີສະພາແຫ່ງຊາດ ຮັບຮອງເອົາມະຕິສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ປີ 2013; ມີກົດໝາຍ, ມະຕິດ້ານກົດໝາຍ 99 ສະບັບ. ນີ້ແມ່ນຕົວເລກບັນລຸສະຖິຕິໃນປີໜຶ່ງຂອງທົ່ວອາຍຸການ. ພ້ອມກັນນັ້ນ, ລັດຖະບານ ໄດ້ປະກາດໃຊ້ດຳລັດ, ມະຕິ 377 ສະບັບ; ບັນດາກະຊວງ, ຂະແໜງການ ໄດ້ປະກາດໃຊ້ ຫຼື ຍື່ນສະເໜີປະກາດໃຊ້ເອກະສານ 1.404 ສະບັບ; ບັນດາທ້ອງຖິ່ນໄດ້ປະກາດໃຊ້ເອກະສານດ້ານກົດໝາຍປະມານ 13.000 ສະບັບ.
ຕາມທ່ານ ຫງວຽນຫາຍນິງ ແລ້ວ, ມະຕິສະບັບເລກທີ 66-NQ/TW ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ວຽກງານປະຕິບັດກົດໝາຍ. ຄວາມຮຽກຮ້ອງຕ້ອງການນີ້ໄດ້ຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ກວດກາຄືນ, ແກ້ໄຂບັນດາ “ຈຸດອຸດຕັນ” ດ້ານກົດໝາຍ, ປະຕິຮູບລະບຽບການບໍລິຫານ, ໂດຍສະເພາະແມ່ນໃນຂົງເຂດທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນໂດຍກົງ, ຄື: ທີ່ດິນ, ສິ່ງແວດລ້ອມ, ສາທາລະນະສຸກ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ການຮັບປະກັນຊີວິດສັງຄົມ...
ຍັງມີຂໍ້ຈຳກັດຕ້ອງໄດ້ແກ້ໄຂໂດຍໄວ
ຄຽງຂ້າງບັນດາໝາກຜົນທີ່ພົ້ນເດັ່ນ, ທ່ານລັດຖະມົນຕີກະຊວງຍຸຕິທຳ ກໍ່ຍົກອອກຂໍ້ຈຳກັດຕ້ອງໄດ້ແກ້ໄຂໂດຍໄວ ເພື່ອເຮັດໃຫ້ລະບອບລະບຽບການເຂົ້າສູ່ລວງເລິກ ແລະຍືນຍົງ.
ຢູ່ບາງກະຊວງ, ຂະແໜງການ, ທ້ອງຖິ່ນ, ເລື່ອງສ້າງລາຍການ, ແຜນການຈັດຕັ້ງປະຕິບັດມະຕິສະບັບເລກທີ 140/NQ-CP ຂອງລັດຖະບານຍັງຊັກຊ້າຢູ່. ສະພາບການປະກາດໃຊ້ເອກະສານກຳນົດລາຍລະອຽດໃນການຈັດຕັ້ງປະຕິບັດກົດໝາຍຍັງຊັກຊ້າຫຼາຍ.
    |
 |
|
ການກໍ່ສ້າງຂົວ ດົ໊ງກາວ ຂຶ້ນກັບໂຄງການກໍ່ສ້າງເສັ້ນທາງພັດທະນາເຊື່ອມຕໍ່ເຂດເສດຖະກິດທະເລ ນາມດິ້ງ ກັບເສັ້ນທາງດ່ວນ ເກົ່າແຢ-ນິງບິ່ງ (ໄລຍະ 2). ພາບ: ນາມຈຶ້ກ. |
ປະຈຸບັນ, ລະບົບກົດໝາຍຍັງຂາດການອອກແບບສັງລວມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຈາກການພັດທະນາເສດຖະກິດ-ສັງຄົມ, ການຫັນປ່ຽນດີຈີຕອນ, ການເຊື່ອມໂຍງສາກົນ ແລະປ່ຽນແປງໃໝ່ຮູບການບໍລິຫານແຫ່ງຊາດ.
ວຽກງານຈັດຕັ້ງປະຕິບັດກົດໝາຍຍັງຄົງແມ່ນຂັ້ນຕອນອ່ອນ. ວຽກງານເຜີຍແຜ່, ສຶກສາກົດໝາຍ ແລະສື່ສານນະໂຍບາຍຢູ່ບາງບ່ອນຍັງເປັນພຽງຮູບການ. ການຫັນປ່ຽນດີຈີຕອນໃນຂົງເຂດກົດໝາຍຍັງບໍ່ທັນຄົບຊຸດ; ພື້ນຖານໂຄງລ່າງເຕັກໂນໂລຢີ ແລະພື້ນຖານຂໍ້ມູນຂ່າວສານດ້ານກົດໝາຍຢູ່ບາງທ້ອງຖິ່ນຍັງປັບປຸງບໍ່ທັນສຳເລັດ...
ປີ 2026: ຫັນແຜນນະໂຍບາຍໃຫຍ່ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ເປັນລະບອບລະບຽບການໂດຍໄວ
ປີ 2026 ແມ່ນປີທຳອິດທີ່ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ແມ່ນປີບານພັບໃນວິວັດທະນາການປະຕິຮູບລະບອບລະບຽບການ. ເພາະສະນັ້ນ, ຕາມທ່ານລັດຖະມົນຕີ ແລ້ວ, ຈຸດສຸມບຸລິມະສິດແຖວໜ້າແມ່ນກວດກາຄືນ, ຫັນທັດສະນະ, ແຜນນະໂຍບາຍໃຫຍ່ໃນເອກະສານກອງປະຊຸມໃຫຍ່ຂອງພັກ ແລະມະຕິຍຸດທະສາດ 9 ສະບັບຂອງກົມການເມືອງ ໃຫ້ເປັນລະບອບລະບຽບການໂດຍໄວ, ຕິດແທດກັບລາຍການວຽກງານປີ 2026 ຂອງຄະນະຊີ້ນຳສູນກາງ ກ່ຽວກັບການປັບປຸງລະບອບລະບຽບການ, ກົດໝາຍ.
ໜ້າທີ່ທີ່ມີລັກສະນະພື້ນຖານໜຶ່ງອີກແມ່ນວຽກງານກໍ່ສ້າງ “ຍຸດທະສາດປັບປຸງລະບົບກົດໝາຍໃນສັງກາດໃໝ່”, ມຸ່ງໄປເຖິງລະບົບກົດໝາຍທີ່ມີໂຄງສ້າງເໝາະສົມ, ຄົບຊຸດ, ໂປ່ງໃສ, ໝັ້ນຄົງ ແລະມີຄວາມເປັນໄປໄດ້, ເປັນພື້ນຖານໃຫ້ແກ່ການກຳນົດທິດສ້າງກົດໝາຍຂອງທົ່ວອາຍຸການ.
ໄປຄຽງຄູ່ກັນນັ້ນແມ່ນການປັບປຸງ, ເພີ່ມເຕີມບັນດາເອກະສານທີ່ກ່ຽວຂ້ອງເຖິງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ; ປັບປຸງແກ້ໄຂບັນດາເອກະສານຕາມກົນໄກພິເສດກ່ອນວັນທີ 1 ມີນາ 2027 ຕາມມະຕິຕົກລົງຂອງສະພາແຫ່ງຊາດ, ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ.
ໜຶ່ງໃນບັນດາໜ້າທີ່ສຳຄັນໃນປີ 2026, ຕາມທ່ານ ຫງວຽນຫາຍນິງ ແລ້ວ ແມ່ນການລົງທຶນໃສ່ເຕັກນິກການສ້າງກົດໝາຍຢ່າງແຂງແຮງ. ລະອຽດແມ່ນສຸມໃສ່ສ້າງຄູ່ມືຮຽບຮຽງກົດໝາຍແຫ່ງຊາດ, ບັນດາມາດຕະຖານ ແລະແນະນຳດ້ານເຕັກນິກ, ຮັບໃຊ້ວຽກງານບຳລຸງສ້າງ, ກໍ່ສ້າງພະນັກງານເຮັດວຽກງານສ້າງກົດໝາຍຕາມທິດເປັນມືອາຊີບ.
ພິເສດ, ທ່ານ ຫງວຽນຫາຍນິງ ໄດ້ເນັ້ນໜັກເຖິງວຽກງານຫັນປ່ຽນດີຈີຕອນໃນຂົງເຂດກົດໝາຍ. ຕາມນັ້ນແລ້ວຕ້ອງປັບປຸງພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ; ສ້າງແຜນຮ່າງຂໍ້ມູນໃຫຍ່ກ່ຽວກັບກົດໝາຍ; ໝູນໃຊ້ປັນຍາປະດິດເຂົ້າໃນການອະພິປາຍກົດໝາຍ...
ຄືແນວນັ້ນ, ພາຍຫຼັງຈັດຕັ້ງປະຕິບັດມະຕິສະບັບເລກທີ 66-NQ/TW ມາເປັນເວລາ 1 ປີ, ໄດ້ກາຍເປັນພື້ນຖານໃຫ້ແກ່ການປະຕິຮູບລະບອບລະບຽບການຢ່າງເລິກເຊິ່ງ, ແທ້ຈິງ. ໃນໄລຍະຈະມາເຖິງຍັງມີຫຼາຍວຽກຕ້ອງເຮັດ, ແຕ່ວ່າການເຄື່ອນໄຫວຢ່າງແຂງແຮງໃນ ປີ 2025 ໄດ້ສ້າງພື້ນຖານເພື່ອໃຫ້ກົດໝາຍທັງເປັນເຄື່ອງມືຄຸ້ມຄອງ, ທັງແມ່ນກຳລັງແຮງແກ່ງແຍ້ງແຫ່ງຊາດ.
ໂດຍ: ແສງເດືອນ