ການສັບຊ້ອນກົງຈັກການຈັດຕັ້ງຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນໄດ້ສົ່ງຜົນກະທົບເຖິງການສັບຊ້ອນກົງຈັກການບໍລິຫານຂອງອົງການສາສະໜາ, ອົງການຈັດຕັ້ງສາສະໜາທີ່ກ່ຽວຂ້ອງ.

ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍໃນການເຄົາລົບ, ຮັບປະກັນສິດເສລີພາບໃນການເຫຼື້ອມໃສ, ເຊື່ອຖືສາສະໜາ

ໃນສະພາບການນີ້, ອົງການທີ່ກ່ຽວຂ້ອງໄດ້ເປັນເຈົ້າການໂຄສະນາເຜີຍແຜ່ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດຢ່າງຕັ້ງໜ້າ, ເປັນຕົ້ນແມ່ນແຜນນະໂຍບາຍການປັບປຸງເຂດແດນບໍລິຫານ ແລະການປະຕິບັດອໍານາດການປົກຄອງທ້ອງຖິ່ນສອງຂັ້ນໃຫ້ແກ່ບັນດາພະນັກງານທີ່ເຮັດວຽກກ່ຽວກັບຊົນເຜົ່າ ແລະສາສະໜາ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ອົງການຄຸ້ມຄອງລັດກ່ຽວກັບສາສະໜາທຸກຂັ້ນໄດ້ແນະນຳບັນດາອົງການສາສະໜາປະຕິບັດການສັບຊ້ອນກົງຈັກການຈັດຕັ້ງ ເພື່ອຮັບປະກັນຂໍ້ກຳນົດ ແລະຈັດຕັ້ງບັນດາການເຄື່ອນໄຫວສາສະໜາຢ່າງເໝາະສົມໃນສະພາບການໃໝ່.

ເຖິງວ່າມີຄວາມຫຍຸ້ງຍາກໃດໜຶ່ງກໍ່ຕາມ, ແຕ່ອົງການສາສະໜາໄດ້ເຫັນດີເປັນເອກະພາບສູງຕໍ່ກັບແຜນນະໂຍບາຍຂອງພັກ, ລັດ. ເພື່ອຮັບປະກັນບັນດາການເຄື່ອນໄຫວທາງສາສະໜາໄດ້ດໍາເນີນຕາມປົກກະຕິ, ກະຊວງຊົນເຜົ່າ ແລະສາສະໜາ ໄດ້ເປັນເສນາທິການໃຫ້ລັດຖະບານປະກາດໃຊ້ມະຕິທີ່ກຳນົດການແບ່ງຂັ້ນຄຸ້ມຄອງ, ການແບ່ງສິດອຳນາດຂອງອໍານາດການປົກຄອງທ້ອງຖິ່ນສອງຂັ້ນໃນຂົງເຂດວຽກງານຊົນເຜົ່າ, ການເຫຼື້ອມໃສ, ເຊື່ອຖືສາສະໜາ.

leftcenterrightdel
ພາບປະກອບຈາກ baoquocte.vn

ໃນປີ 2025, ນອກຈາກການເຄື່ອນໄຫວປະຈຳວັນນັ້ນ, ວັນບຸນທີ່ສໍາຄັນ, ວັນບຸນທີ່ເປັນມູນເຂື້ອຂອງສາສະໜາຕ່າງໆ ກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງທຸກຂັ້ນ, ສ້າງເງື່ອນໄຂໃຫ້ແກ່ອົງການຈັດຕັ້ງສາສະໜາໄດ້ຈັດຕັ້ງພິທີຢ່າງສະຫງ່າຜ່າເຜີຍ, ເຊິ່ງດຶງດູດບໍ່ພຽງແຕ່ສາສະນິກະຊົນເທົ່ານັ້ນແຕ່ຍັງລວມທັງປະຊາຊົນເຂົ້າຮ່ວມອີກດ້ວຍ. ອໍານາດການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ແນະນໍາບັນດາອົງການຈັດຕັ້ງສາສະໜາໃຫ້ຈັດກອງປະຊຸມໃຫຍ່, ກອງປະຊຸມປະຈຳປີ ໃຫ້ປະສົບຜົນສຳເລັດຕາມຂໍ້ກໍານົດຂອງກົດໝາຍ. ຜ່ານກອງປະຊຸມໃຫຍ່, ອົງການຈັດຕັ້ງທາງສາສະໜາໄດ້ຄັດເລືອກເອົາການນຳທີ່ມີຄວາມສາມາດ ແລະມີອິດທິພົນຊື່ສຽງ; ສືບຕໍ່ປະຕິບັດຕາມການກໍານົດທິດການເຄື່ອນໄຫວຢ່າງສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ. ວຽກງານການພົວພັນຕ່າງປະເທດຂອງຂະແໜງສາສະໜາກໍ່ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ຮັບປະກັນສິດທິມະນຸດ.

ຊຸກຍູ້ສິດເສລີພາບໃນການເຊື່ອຖືສາສະໜາໃນສະພາບການໃໝ່

ການເຄື່ອນໄຫວຂອງອໍານາດການປົກຄອງທ້ອງຖິ່ນສອງຂັ້ນ ແລະການໂຮມເຂດແດນບໍລິຫານເຂົ້າກັນໄດ້ສົ່ງຜົນກະທົບເຖິງກົງຈັກການຈັດຕັ້ງ ແລະຖັນແຖວພະນັກງານທີ່ເຮັດວຽກກ່ຽວກັບສາສະໜາໃນໄລຍະຕົ້ນ. ຂໍ້ກຳນົດຈຳນວນໜຶ່ງໃນນະໂຍບາຍກົດໝາຍ, ເປັນຕົ້ນແມ່ນການແບ່ງຂັ້ນຄຸ້ມຄອງອຳນາດພວມຢູ່ໃນຂະບວນການປັບປຸງ, ເຊິ່ງນຳໄປສູ່ຄວາມຫຍຸ້ງຍາກໃນການດຳເນີນງານ, ການຜັນຂະຫຍາຍໜ້າທີ່.

ຄຽງຂ້າງນັ້ນ, ບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການໄດ້ສຸມໃສ່ການສວຍໃຊ້ສະພາບການທີ່ປ່ຽນແປງຂອງປະເທດເພື່ອບິດເບືອນ, ເສກສັນປັ້ນແຕ່ງແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດກ່ຽວກັບສາສະໜາ.

ໃນສະພາບການນີ້, ຕ້ອງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດເພື່ອປະຕິບັດນະໂຍບາຍການເຄົາລົບ ແລະຮັບປະກັນສິດເສລີພາບໃນການເຊື່ອຖືສາສະໜາໃຫ້ດີຂຶ້ນກວ່າເກົ່າຕາມທັດສະນະທີ່ສະເໝີຕົ້ນສະເໝີປາຍ, ໂລ່ງລ່ຽນຂອງພັກ, ລັດ.

ກ່ອນອື່ນໝົດ, ແມ່ນປະຕິບັດວຽກງານໂຄສະນາເຜີຍແຜ່ແຜນນະໂຍບາຍ, ນະໂຍບາຍໃໝ່ຂອງພັກ, ລັດເປັນຢ່າງດີ ເພື່ອເປົ້າໝາຍພັດທະນາປະເທດ ແລະເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນມີພໍ່ແມ່ປະຊາຊົນທີ່ເຊື່ອຖືສາສະໜາ. ໂຄສະນາເຜີຍແຜ່ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການຮັບປະກັນສິດເສລີພາບໃນການເຊື່ອຖືສາສະໜາຢ່າງເລິກເຊິ່ງກວ້າງຂວາງ ເພື່ອໃຫ້ພໍ່ແມ່ປະຊາຊົນທີ່ເຊື່ອຖືສາສະໜາມີຄວາມອຸ່ນອ່ຽນໃຈໄວ້ເນື້ອເຊື່ອໃຈ ແລະປະຕິບັດສາສະໜາເປັນປົກກະຕິຕາມຂໍ້ກໍານົດ. ເປັນເຈົ້າການແນະນໍາໃຫ້ສ່ວນບຸກຄົນ, ອົງການສາສະໜາເພື່ອໃຫ້ໂຄງສ້າງບໍລິຫານມີສະຖຽນລະພາບອຳນວຍຄວາມສະດວກໃນວຽກງານບໍລິຫານ, ຄຸ້ມຄອງ ແລະຈັດຕັ້ງການເຄື່ອນໄຫວສາສະໜາຕາມຂໍ້ກໍານົດ.

ທີສອງ, ສືບຕໍ່ປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍສາສະໜາ ແລະກ່ຽວຂ້ອງເຖິງສາສະໜາ, ການເຫຼື້ອມໃສເຊື່ອຖືເພື່ອແນໃສ່ສ້າງຄວາມຄົບຊຸດລະຫວ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ ແລະບັນດາກົດໝາຍລົງເລິກຂະແໜງການໃນຂະບວນການປັບປຸງເພີ່ມເຕີມ, ສ້າງພື້ນຖານທາງນິຕິກໍາໃຫ້ແກ່ການເຄື່ອນໄຫວທາງສາສະໜາ ແລະການເຄື່ອນໄຫວສັງຄົມຂອງສາສະໜາ.

ທີສາມ, ປະຕິບັດຫັນລະບຽບການບໍລິຫານເປັນງ່າຍດາຍ ແລະຊຸກຍູ້ການຫັນປ່ຽນດີຈີຕອນໃນຂົງເຂດການເຫຼື້ອມໃສ, ເຊື່ອຖືສາສະໜາ, ສ້າງເງື່ອນໄຂໃຫ້ສ່ວນບຸກຄົນ, ອົງການຈັດຕັ້ງສາສະໜາຫຼຸດຜ່ອນການໄປມາ, ເປັນຕົ້ນແມ່ນໃນບໍລິເວນທີ່ຢູ່ໄກ, ເຂດແດນບໍລິຫານກວ້າງ.

ທີສີ່, ເພີ່ມທະວີວຽກງານນໍາພາ, ຊີ້ນໍາວຽກງານສາສະໜາໃນການປະຕິບັດອໍານາດການປົກຄອງທ້ອງຖິ່ນສອງຂັ້ນ. ເປັນເຈົ້າການແກ້ໄຂຄວາມຕ້ອງການທີ່ຖືກຕ້ອງ, ເປັນທຳຂອງພໍ່ແມ່ປະຊາຊົນທີ່ເຊື່ອຖືສາສະໜາຕ່າງໆ ແລະແກ້ໄຂບັນດາກໍລະນີສັບສົນທີ່ກ່ຽວຂ້ອງເຖິງສາສະໜາໃຫ້ທັນການ ແລະເດັດຂາດ.

ທີຫ້າ, ເອົາໃຈໃສ່ປັບປຸງລະບົບການເມືອງຂັ້ນຮາກຖານ ແລະຖັນແຖວພະນັກງານທີ່ເຮັດວຽກງານກ່ຽວກັບສາສະໜາ, ຮັບປະກັນປະລິມານ ແລະຄຸນນະພາບທີ່ພຽງພໍເພື່ອຮັບປະກັນກໍາລັງຄວາມສາມາດໃນການປະຕິບັດໜ້າທີ່ໃນສະພາບການໃໝ່.

ການຮັບປະກັນສິດເສລີພາບໃນການເຊື່ອຖືສາສະໜາຂອງປະຊາຊົນແມ່ນນະໂຍບາຍທີ່ລຸໂລ່ງ, ສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ, ພິເສດແມ່ນໃນສະພາບການທີ່ປະເທດກຳລັງກ້າວເຂົ້າສູ່ສັງກາດແຫ່ງການພັດທະນາໃຫ້ຮັ່ງມີ, ເຂັ້ມແຂງ, ໃນນັ້ນປະຊາຊົນເປັນໃຈກາງ, ເຂົ້າຮ່ວມ ແລະໄດ້ຊົມໃຊ້ຜົນງານຂອງການພັດທະນາ.

ໂດຍ: ຈາງຫງວຽນ