ທ້າຍເດືອນຕຸລາ - 2025, ການພົວພັນ ຫວຽດນາມ ແລະອັງກິດ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ເປັນຄັ້ງທໍາອິດໃນປະຫວັດ ສາດ, ຫວຽດນາມ ມີການພົວພັນຢູ່ໃນລະດັບສູງສຸດກັບ 5 ປະເທດກໍາມະການປະຈໍາການ ສະພາຄວາມໝັ້ນຄົງ ສປຊ, ລວມມີ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ ແລະຈີນ - ບັນດາປະເທດທີ່ມີອິດທິພົນຊື່ສຽງ ແລະບົດບາດສໍາຄັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງໂລກ. ມີຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄືແນວນັ້ນ ແມ່ນສິ່ງທີ່ຫຼາຍປະເທດ ບໍ່ສາມາດເຮັດໄດ້.
ໃນຊຸມວັນທ້າຍລະດູໃບໄມ້ຫຼົ່ນທີ່ມີແສງແດດສົດໃສສວຍງາມນັ້ນ, ຮ່າໂນ້ຍ ໄດ້ຈັດພິທີລົງນາມໃນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານ ອາຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ). ເປັນຄັ້ງທຳອິດ, ສົນທິສັນຍາຫຼາຍຝ່າຍທົ່ວໂລກ ໄດ້ຕິດພັນກັບສະຖານທີ່ແຫ່ງໜຶ່ງຂອງ ຫວຽດນາມ - ນັ້ນແມ່ນນະຄອນຫຼວງຮ່າໂນ້ຍ - ເຊິ່ງເປັນຂີດໝາຍແຫ່ງການຫັນປ່ຽນຂອງຫວຽດນາມ ຈາກປະເທດ ທີ່ເຂົ້າຮ່ວມໃນການຈັດຕັ້ງປະຕິບັດສົນທິສັນຍາສາກົນ ໄປສູ່ປະເທດທີ່ສ້າງ, ປະກອບສ່ວນ ແລະຮັກສາບົດບາດນຳໜ້າໃນບັນດາບັນຫາສາກົນ.
ກ່ອນໜ້ານັ້ນ, ຢູ່ສໍານັກງານ ສປຊ ທີ່ນິວຢອກ (ອາເມລິກາ), ຫວຽດນາມ ແລະ Tuvalu ໄດ້ສ້າງຕັ້ງການພົວພັນທາງການທູດ. ເກືອບເຄິ່ງສະຕະວັດ ພາຍຫຼັງເຂົ້າຮ່ວມ ສປຊ, ຫວຽດນາມ ໄດ້ສໍາເລັດຂັ້ນຕອນການສ້າງການພົວພັນຮ່ວມມືທາງການກັບບັນດາປະເທດ, ກາຍເປັນໜຶ່ງໃນບັນດາປະເທດຈໍານວນບໍ່ໜ້ອຍໃນໂລກ ທີ່ມີການພົວພັນທາງການທູດກັບ 193 ປະເທດສະມາຊິກຂອງ ສປຊ ທັງໝົດ.
    |
 |
|
ບັນຍາກາດກອງປະຊຸມຄົບຄະນະ ການເລືອກຕັ້ງສະມາຊິກສະພາສິດທິມະນຸດ ສປຊ ໄລຍະ 2026-2028, ໃນນັ້ນມີ ຫວຽດນາມ, ເດືອນຕຸລາ 2025. ພາບ: ສໍານັກຂ່າວສານຫວຽດນາມ. |
ນີ້ແມ່ນບັນດາຂີດໝາຍທາງການທູດທີ່ມີລັກສະນະຍຸດທະສາດ, ສະແດງໃຫ້ເຫັນອິດທິພົນຊື່ສຽງ ແລະຖານະບົດບາດຂອງປະເທດ, ແມ່ນຜົນທີ່ໄດ້ມາຈາກແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຂອງຫວຽດນາມ ໃນການພົວພັນກັບບັນດາປະເທດ. ສາມາດເວົ້າໄດ້ວ່າ, ນັບແຕ່ສ້າງຕັ້ງປະເທດມາຮອດປັດຈຸບັນ, ແນວຄິດເອກະລາດ, ເປັນເຈົ້າຕົນເອງ ຍາມໃດກໍແມ່ນ “ເສັ້ນດ້າຍສີແດງ” ທີ່ລຸລ່ວງໃນການເຄື່ອນໄຫວພົວພັນຕ່າງປະເທດ. ນັ້ນທັງແມ່ນແນວທາງ, ທັງແມ່ນຫຼັກການທີ່ບໍ່ສາມາດປ່ຽນແປງໄດ້ເພື່ອໃຫ້ພວກເຮົາປົກປ້ອງຜົນປະໂຫຍດຂອງຕົນໃຫ້ດີທີ່ສຸດ. ເອກະລາດ, ເປັນເຈົ້າຕົນເອງ ຢູ່ທີ່ນີ້ແມ່ນຄວາມສາມາດຕັດສິນດ້ວຍຕົນເອງໃນການວາງແຜນ ແລະຜັນຂະຫຍາຍປະຕິບັດນະໂຍບາຍ, ຍຸດທະສາດ ແລະການກະທໍາຂອງຕົນ ໂດຍບໍ່ຖືກກົດດັນ ຫຼື ໄດ້ຮັບຜົນກະທົບ, ການບັງຄັບຈາກພາຍນອກ; ມັນແມ່ນຄວາມສາມາດໃນການຢືນຢູ່ຢ່າງໝັ້ນຄົງ ແລະຕ້ານທານກັບທຸກການຜັນແປຂອງຍຸກສະໄໝ; ແມ່ນຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອີງໃສ່ຕົນເອງເພື່ອປົກປ້ອງຜົນ ປະໂຫຍດຂອງປະເທດ ແລະຂອງຊາດ.
ກ້າວສູ່ໄລຍະປ່ຽນແປງໃໝ່, ໂດຍໝູນໃຊ້ທັດສະນະເອກະລາດ, ເປັນເຈົ້າຕົນເອງໃນສະພາບແວດລ້ອມໃໝ່ ຢ່າງມີຫົວຄິດປະດິດສ້າງ, ຫວຽດນາມ ໄດ້ປະຕິບັດນະໂຍບາຍຫັນການພົວພັນຕ່າງປະເທດ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຫຼີກລ້ຽງການເພິ່ງພາອາໄສປະເທດໃຫຍ່ ຫຼື ກຸ່ມປະເທດໃດໜຶ່ງ. ພວກເຮົາ ຕ້ອງເປັນເຈົ້າການໃນການຄັດເລືອກເຂົ້າຮ່ວມບັນດາກົນໄກ, ເວທີປາໄສພາກພື້ນ ແລະທົ່ວໂລກ ເພື່ອທັງຮັບມືກັບກະແສຟອງ, ທ່າອ່ຽງລວມ ຂອງໂລກ ທັງຮັບໃຊ້ຜົນປະໂຫຍດຂອງປະເທດ, ຂອງຊາດ ໃຫ້ດີທີ່ສຸດຜ່ານລັດຖະນະໂຍບາຍໃຫຍ່ ກ່ຽວກັບການພົວພັນຕ່າງປະເທດ ຄື ຫັນການພົວພັນກັບຈີນ, ອາເມລິກາ ເປັນປົກກະຕິ; ເຂົ້າຮ່ວມອາຊຽນ, ອົງການການຄ້າໂລກ (WTO)... “ກໍາປັ່ນ” ຫວຽດນາມ ຄ່ອຍໆຜ່ານຜ່າ “ພາຍຸລົມແດງ” ຂອງການປິດລ້ອມ, ຂວໍ້າບາດ, ເຊື່ອມໂຍງເຂົ້າກັບກະແສລວມຂອງມະນຸດຊາດ ເທື່ອລະກ້າວ.
ໃນເວທີປາໄສສາກົນ, ຫວຽດນາມ ໄດ້ກາຍເປັນສະມາຊິກຂອງກົນໄກຮ່ວມມື, ການຮ່ວມສໍາພັນຫຼາຍຝ່າຍທັງໝົດ, ຈາກລະດັບທົ່ວໂລກ ຈົນຮອດພາກພື້ນ, ມີເຄືອຂ່າຍສັນຍາການຄ້າເສລີ (FTA) ກັບສູນເສດຖະກິດ-ການຄ້າແຖວໜ້າໂລກເກືອບທັງໝົດ. ບົດບາດ, ຖານະທີ່ຕັ້ງຂອງຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ, ຍົກລະດັບ ເມື່ອຫວຽດນາມ ເຂົ້າຮ່ວມ, ປະກອບສ່ວນນັບມື້ນັບແທດຈິງເຂົ້າໃນວຽກງານລວມ ແລະແກ້ໄຂບັນດາບັນຫາທົ່ວໂລກ. ຈາກການເຂົ້າຮ່ວມ, ຫວຽດນາມ ຫັນໄປສູ່ການເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງໂຄງປະກອບໃໝ່, ກົດກະຕິກາໃໝ່ ດ້ວຍຂໍ້ລິເລີ່ມ, ແນວຄວາມຄິດ; ປະກອບນະໂຍບາຍ, ຊັບພະຍາກອນມະນຸດ, ການເງິນ.
ຄວາມຫຍຸ້ງຍາກ, ສັບສົນທີ່ເກີດຈາກ “ພາຍຸລົມແດງ” ທົ່ວໂລກ ພວມທົດສອບສະຕິສ່ອງໃສ, ຄວາມທຸ່ນທ່ຽງ, ອົດທົນຂອງຫວຽດນາມ ໃນການພົວພັນກັບຕ່າງປະເທດ. ໃນສະພາບການນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກຳນົດຢ່າງຈະແຈ້ງວ່າ: ປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາຢ່າງສະເໝີຕົ້ນສະເໝີປາຍ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ພັດທະນາການພົວພັນຕ່າງປະເທດໃນສັງກາດໃໝ່, ສົມກັບຂອບຂະໜາດທາງປະຫວັດສາດ, ວັດທະນະທຳ ແລະຖານະບົດບາດຂອງປະເທດ...
ພວກເຮົາສືບຕໍ່ສ້າງມູນເຊື້ອການທູດໂຮ່ຈີມິນໃນຍຸກສະໄໝໃໝ່. ນັ້ນແມ່ນເດັດດ່ຽວຮັກສາເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ບໍ່ຫວັ່ນໄຫວຄອນແຄນຕໍ່ທຸກກໍລະນີ, ສ້າງສາ ແລະປົກປັກຮັກສາປະເທດຊາດ ດ້ວຍກຳລັງແຮງພາຍໃນຂອງຕົນເປັນຫຼັກ. ນັ້ນແມ່ນການນຳໃຊ້ສິລະປະການທູດຢ່າງສະຫຼາດຄ່ອງແຄ້ວ, ມາດຕະການຕອບໂຕ້ຢ່າງລະມັດລະວັງ ແລະອ່ອນໂຍນ ເພື່ອຮັກສາສາຍພົວພັນທີ່ສົມດຸນ, ສ້າງຜົນປະໂຫຍດທີ່ສະຫຼັບກັນ, ຮັກສາໄດ້ຄວາມເປັນກາງ, ບໍ່ໃຫ້ຕົກຢູ່ໃນທ່າຕ້ອງ “ເລືອກຝ່າຍ”, “ເລືອກກຸ່ມ”, ບໍ່ຍອມຕົກເປັນ “ໝາກ” ໃນມືບັນດາປະເທດໃຫຍ່ ແລະກາຍເປັນຜູ້ຖືກເຄາະຮ້າຍຂອງການຄຳນວນທີ່ຜິດພາດ.
ໃນບັນດາບັນຫາລໍ່ແຫຼມຂອງສາກົນ, ພວກເຮົາ ບໍ່ເລືອກຝ່າຍໃດ, ແຕ່ຕ້ອງເລືອກຄວາມເປັນທໍາ, ຄວາມຍຸຕິທໍາ ແລະຄວາມຖືກຕ້ອງ ບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ, ກົດບັດ ສປຊ. ຕາມນັ້ນແລ້ວ, ໃນລະຫວ່າງເອກະລາດກັບການເພິ່ງພາອາໄສ, ຫວຽດນາມ ເລືອກເອົາເອກະລາດ; ລະຫວ່າງການເຈລະຈາກັບການປະເຊີນໜ້າ, ຫວຽດນາມ ເລືອກເອົາການເຈລະຈາ; ລະຫວ່າງການໂອ້ລົມສົນທະນາ ກັບການປະທະກັນ, ຫວຽດນາມ ເລືອກເອົາການໂອ້ລົມສົນທະນາ; ລະຫວ່າງສັນຕິພາບກັບສົງຄາມ, ຫວຽດນາມ ເລືອກເອົາສັນຕິພາບ; ລະຫວ່າງການຮ່ວມມື ກັບການແກ່ງແຍ້ງ, ຫວຽດນາມ ເລືອກເອົາການຮ່ວມມື ແລະໃນການແກ່ງແຍ້ງນັ້ນ ຕ້ອງມີຄວາມໂປ່ງໃສ, ສະເໝີພາບ, ເຄົາລົບສິດ ແລະຜົນປະໂຫຍດອັນຊອບທຳຂອງກັນ ແລະກັນ.
ສໍາລັບນະໂຍບາຍການພົວພັນຕ່າງປະເທດຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ການຂະຫຍາຍການພົວພັນຕ່າງປະເທດກັບທຸກປະເທດໃນໂລກ ໂດຍບໍ່ຈຳແນກລະບອບການເມືອງ-ສັງຄົມ, ຫວຽດນາມຈະເປີດຂົງເຂດທາງເລືອກ ທີ່ກວ້າງຂວາງຫຼາກຫຼາຍເສັ້ນທາງ, ຫຼາຍດ້ານ, ຫຼາຍຊັ້ນຫຼາຍຂັ້ນໃຫ້ແກ່ຕົນ... ເພື່ອຫຼີກລ້ຽງການເພິ່ງພາອາໄສຄູ່ຮ່ວມມື, ຕະຫຼາດຈໍານວນໜຶ່ງ. ຍິ່ງມີເພື່ອນມິດທີ່ໄວ້ເນື້ອເຊື່ອໃຈດ້ານການເມືອງຫຼາຍເທົ່າໃດ, ການຮ່ວມມືດ້ານການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກໍ່ຈະດີຂຶ້ນເທົ່ານັ້ນ ແລະການພົວພັນດ້ານເສດຖະກິດ-ການຄ້າ ຍິ່ງຂະຫຍາຍຕົວຫຼາຍເທົ່າໃດ ການພົວພັນຂອງເຮົາ ກໍ່ຍິ່ງຈະເປີດກວ້າງ, ລາບລື່ນ ແລະຕັ້ງໜ້າຫຼາຍຂຶ້ນເທົ່ານັ້ນ, ຊ່ວຍໃຫ້ປະເທດ ມີສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະພັດທະນາ.
ຍັງບໍ່ເຄີຍມີມາກ່ອນ ທີ່ຫວຽດນາມ ມີການພົວພັນທາງການທູດ ທີ່ເປີດກວ້າງ ແລະສະພາບແວດລ້ອມສາກົນທີ່ສະດວກຄືໃນປັດຈຸບັນ, ຍັງບໍ່ເຄີຍມີ ມາກ່ອນທີ່ຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດ ໄດ້ຢັ້ງຢືນ ແລະຍົກລະດັບສູງຂຶ້ນຄືແນວນີ້ຢູ່ເວທີສາກົນ. ສິ່ງທ້າທາຍຍັງມີຫຼາຍຢູ່ ແຕ່ເອກະລາດ, ເປັນເຈົ້າຕົນເອງ ຈະແມ່ນເຂັມທິດເຍືອງທາງຊ່ວຍໃຫ້ຫວຽດນາມ ຜ່ານຜ່າ “ພາຍຸລົມແດງ” ທົ່ວໂລກ, ກ້າວເຂົ້າສູ່ສັງກາດບືນຕົວຂຶ້ນຂອງຊາດ.
ໂດຍ: ໄຊຊະນະ