ໃນສະພາບທີ່ກະແສເງິນລົງທຶນ ແລະລະບົບຕ່ອງໂສ້ການສະໜອງໃນພາກພື້ນພວມມີການຫັນປ່ຽນຢ່າງແຂງແຮງ, ສາຍພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະມາເລເຊຍ ບໍ່ພຽງແຕ່ຢຸດຢູ່ທີ່ການແລກປ່ຽນສິນຄ້າແຕ່ຢ່າງດຽວເທົ່ານັ້ນ ແຕ່ຍັງກຳລັງກ້າວໄປເຖິງການສ້າງແລວທາງການຄ້າແບບຍືນຍົງ.
ແລວທາງນັ້ນຮຽກຮ້ອງໃຫ້ມີການປ່ຽນແປງທີ່ມີລັກສະນະເປັນລະບົບ: ຕັ້ງແຕ່ການຈັດງານຕະຫຼາດນັດການຄ້າ, ການວາງຕຳແໜ່ງຜະລິດຕະພັນຈົນເຖິງການສົ່ງເສີມການຮ່ວມມືກັນໃນດ້ານເຕັກໂນໂລຢີສູງ.
ໃນການແລກປ່ຽນກັບນັກຂ່າວຫວຽດນາມ ຢູ່ກົວລາລຳເປີ ເນື່ອງໃນໂອກາດງານຕະຫຼາດນັດລະດູບານໃໝ່ກຳລັງຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ເພື່ອແນໃສ່ຊຸກຍູ້ການບໍລິໂພກ ແລະເປີດກວ້າງກາລະໂອກາດການແລກປ່ຽນການຄ້າ, ທ່ານ Jeevan Muniandy, ຜູ້ອໍານວຍການບໍລິຫານຂອງ BIDMYASSET, ວິສາຫະກິດຂອງມາເລເຊຍ ທີ່ດຳເນີນທຸລະກິດສະເພາະການເພີ່ມປະສິດທິພາບຊັບສິນອຸດສາຫະກຳ ຫາກໍ່ສ້າງຕັ້ງນິຕິບຸກຄົນຢູ່ນະຄອນໂຮ່ຈີມິນ - ໃຫ້ຂໍ້ສັງເກດວ່າ ປະຈຸບັນຕະຫຼາດຫວຽດນາມ ມີຄວາມສາມາດບົ່ມຊ້ອນ "ອັນໃຫຍ່ຫຼວງ" ແລະທ່າອ່ຽງການຫັນປ່ຽນການຜະລິດກໍ່ຄືກຳລັງເຮັດໃຫ້ຫວຽດນາມ ກາຍເປັນຈຸດໃຈກາງຂອງພາກພື້ນແບບອັດຕະໂນມັດ.
ຕາມທ່ານ Jeevan Muniandy ແລ້ວ, ໜຶ່ງໃນບັນດາກຸນແຈສຳຄັນທີ່ສຸດໃນການຊຸກຍູ້ການແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດແມ່ນງານຕະຫຼາດນັດການຄ້າທີ່ຈັດຂຶ້ນຢ່າງເປັນມືອາຊີບ ເພື່ອນໍາເອົາປະສິດທິຜົນທີ່ແທດຈິງມາໃຫ້.
    |
 |
|
ປະຊາຊົນຊື້ເຄື່ອງຂອງໃນງານຕະຫຼາດນັດລະດູບານໃໝ່ຄັ້ງທຳອິດຢ່າງກະຕືລືລົ້ນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຖານະທີ່ເປັນການນຳຂອງບໍລິສັດເຄີຍມີປະສົບການຫຼາຍໃນການເຂົ້າຮ່ວມງານຕະຫຼາດນັດ, ທ່ານ Jeevan Muniandy ຖືວ່າ ການຈັດງານຕະຫຼາດນັດການຄ້າມັກສ້າງບາດກ້າວບຸກທະລຸອັນໃຫຍ່ຫຼວງບໍ່ວ່າຈະເປັນອຸດສາຫະກຳໃດກໍ່ຕາມ, ຍ້ອນວ່າ ງານຕະຫຼາດນັດຈະຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຊື່ອຖື.
ທ່ານ ໄດ້ຍົກຕົວຢ່າງຢູ່ປະເທດມາເລເຊຍ, ບັນດາເຫດການວາງສະແດງ ແລະຕະຫຼາດນັດການຄ້າສາກົນໄດ້ຈັດຂຶ້ນເກືອບທຸກໆອາທິດ, ສ້າງບັນຍາກາດເປີດຊ່ອງທາງ ເພື່ອໃຫ້ບັນດາບໍລິສັດຊອກຫາການເຊື່ອມຕໍ່ໃໝ່ ແລະເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ວຍການເຫັນກັບຕາໂຕເອງໂດຍກົງກ່ຽວກັບຮ້ານຂາຍສິນຄ້າ ແລະຜະລິດຕະພັນຂອງຜູ້ສະໜອງທີ່ແຕກຕ່າງກັນ, ຈາກນັ້ນເຈາະຈີ້ມໃຫ້ເປີດໂອກາດດໍາເນີນທຸລະກິດ.
ມີທັດສະນະແບບດຽວກັນນີ້, ທ່ານ James Tan, ເລຂາທິການຫ້ອງການການຄ້າມາເລເຊຍ-ຫວຽດນາມ (MVCC), ໄດ້ແບ່ງປັນວ່າບັນດາເຫດການສົ່ງເສີມການຄ້າ ຄື ງານຕະຫຼາດນັດລະດູບານໃໝ່ຕ້ອງກ້າວໄປໄກກວ່າ ພຽງແຕ່ມີຮ້ານຂາຍສິນຄ້າ ຫຼື ການແລກປ່ຽນທີ່ມີລັກສະນະເປັນສັນຍາລັກ. ຕາມທ່ານ ແລ້ວ, ເປົ້າໝາຍຕໍ່ໄປແມ່ນການອອກແບບກົນໄກ ເພື່ອປ່ຽນການແນະນຳໃນເບື້ອງຕົ້ນໃຫ້ກາຍເປັນການພົວພັນຊື້ຂາຍຕົວຈິງ, ໜູນຊ່ວຍນັກສົ່ງອອກເຖິງແມ່ນວ່າເຫດການໄດ້ສິ້ນສຸດລົງກໍ່ຕາມ ເພື່ອໃຫ້ງານຕະຫຼາດນັດກາຍເປັນກໍາລັງໜູນໃຫ້ແກ່ການເຕີບໂຕຂອງການຄ້າແບບຍືນຍົງຢ່າງແທ້ຈິງ.
ກ່ຽວກັບການກໍານົດທິດ ແລະໂອກາດຊຸກຍູ້ການຮ່ວມມືທີ່ລະອຽດລະຫວ່າງບັນດາວິສາຫະກິດຫວຽດນາມ ແລະມາເລເຊຍ, ທ່ານ James Tan ຖືວ່າ ການເຂົ້າໃຈແຈ້ງລັກສະນະສະເພາະຂອງຕະຫຼາດແມ່ນມີບົດບາດສຳຄັນຫຼາຍ. ຕົວຢ່າງ, ໃນໄລຍະທີ່ຜ່ານມາ, ກຳລັງການຊື້ຂອງສະກຸນເງິນ Ringgit ເຮັດໃຫ້ມາເລເຊຍ ໄດ້ກາຍເປັນຕະຫຼາດທີ່ສຸມໃສ່ມູນຄ່າຫຼາຍກວ່າຜະລິດຕະພັນຊັ້ນນຳ.
ສິ່ງນີ້ສ້າງເງື່ອນໄຂສະດວກໃຫ້ນັກສົ່ງອອກຫວຽດນາມ ຊອກຫາຂະໜາດ ແລະກໍານົດເຄື່ອງໝາຍການຄ້າຂອງຕົນຢູ່ມາເລເຊຍ ແລະຕະຫຼາດພາກພື້ນກ່ອນທີ່ຈະຂະຫຍາຍອອກສູ່ໂລກ.
ນີ້ຍັງເປັນທັດສະນະຂອງທ່ານ Jeevan Muniandy, ເມື່ອທ່ານ ຖືວ່າ ການຍົກສູງກໍາລັງການແກ່ງແຍ້ງຂອງສິນຄ້າຫວຽດນາມ ໃນຕະຫຼາດມາເລເຊຍ ແມ່ນບັນຫາຮີບດ່ວນ. ສິ່ງທ້າທາຍໃຫຍ່ທີ່ສຸດສຳລັບວິສາຫະກິດສະບຽງອາຫານຫວຽດນາມ ບໍ່ແມ່ນຄຸນນະພາບຂອງຜະລິດຕະພັນ, ແຕ່ແມ່ນການຮັບຮອງ Halal.
ທ່ານ Jeevan Muniandy ຖືວ່າ ຕະຫຼາດມາເລເຊຍ ບໍລິໂພກຜະລິດຕະພັນ Halal ຂຶ້ນເຖິງ 65% ແລະນີ້ແມ່ນພາກສ່ວນໃຫຍ່ທີ່ສຸດທີ່ວິສາຫະກິດຫວຽດນາມ ຕ້ອງພິຊິດໃຫ້ໄດ້.
ຫວຽດນາມ ມີຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຫຼາຍຢ່າງ, ຄື: ກາເຟ, ແຕ່ເພື່ອແຊກຊຶມເຂົ້າຕະຫຼາດມາເລເຊຍ ໃຫ້ເລິກເຊິ່ງກວ່ານີ້, ວິສາຫະກິດຕ້ອງເຂົ້າເຖິງຈາກມູມມອງຂອງ Halal.
ທ່ານ Jeevan Muniandy ຖືວ່າ ປະຊາຊົນມາເລເຊຍ ຈະບໍລິໂພກກາເຟຫວຽດນາມ ຫຼາຍທີ່ສຸດຖ້າມີຮັບການຮັບຮອງ Halal.
ໄປຄຽງຄູ່ກັບການຄ້າຂາຍສິນຄ້າແລ້ວ, ທ່ານ Jeevan Muniandy ຍັງໄດ້ກ່າວເຖິງການຮ່ວມມືກັນໃນດ້ານເຕັກໂນໂລຢີ ເພື່ອແນໃສ່ສ້າງບາດລ້ຽວໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ຕາມທ່ານແລ້ວ, ປະຈຸບັນ ມາເລເຊຍ ກໍາລັງນໍາໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບເຕັກໂນໂລຢີສູງ, ພິເສດແມ່ນໃນຂົງເຂດຫັນເປັນອັດຕະໂນມັດທີ່ກ່ຽວຂ້ອງເຖິງປັນຍາປະດິດ (AI) ແລະອຸດສາຫະກຳເຄິ່ງຊັກນຳ, ໂດຍມີສູນກາງຢູ່ ລັດ Penang.
ຫວຽດນາມ ກໍ່ມີຄວາມສາມາດບົ່ມຊ້ອນທີ່ຄ້າຍຄືກັນ, ພິເສດເມື່ອລັດຖະບານໄດ້ຜັນຂະຫຍາຍການນໍາເອົາພາສາອັງກິດ ເຂົ້າໃນຫຼັກສູດການສຶກສາ, ເຊິ່ງເປັນໜຶ່ງໃນບັນດາບາດກ້າວເດີນທີ່ລາວຖືວ່າ "ດີທີ່ສຸດ" ເພື່ອນໍາເອົາທ່າແຮງແກ່ງແຍ້ງກ່ຽວກັບເຕັກໂນໂລຢີໃນອະນາຄົດ.
ທ່ານ Jeevan Muniandy ຖືວ່າຄວາມຄ້າຍຄືກັນທາງດ້ານວັດທະນະທຳ ແລະລະດັບຈະຊ່ວຍໃຫ້ການຖ່າຍຖອດເຕັກໂນໂລຢີລະຫວ່າງສອງປະເທດງ່າຍດາຍຂຶ້ນກວ່າເກົ່າ ແລະເປີດໂອກາດຫຼາຍກວ່າ. ເຖິງຢ່າງໃດກໍຕາມ, ກ່ຽວກັບການສ້າງແລວທາງການຄ້າລະຫວ່າງສອງປະເທດ, ທ່ານ James Tan ຖືວ່າຍັງມີອຸປະສັກກີດຂວາງກ່ຽວກັບພື້ນຖານໂຄງລ່າງທາງນິຕິກໍາ, ລະບຽບທະນາຄານທົ່ວໂລກ ແລະປັດໄຈອື່ນໆ.
ເມື່ອເບິ່ງໄປສູ່ອະນາຄົດ, ທ່ານ James Tan ແລະທ່ານ Jeevan Muniandy ລ້ວນແຕ່ຕັ້ງຄວາມຫວັງໄວ້ວ່າ ງານຕະຫຼາດນັດການຄ້າຢູ່ຫວຽດນາມ ຈະບໍ່ເປັນພຽງແຕ່ເຫດການຕາມການກໍານົດເວລາ ເທົ່ານັ້ນ, ຫາກຍັງຈະກາຍເປັນຈຸດເລີ່ມຕົ້ນ ແລະຈຸດເຊື່ອມຕໍ່ຂອງແລວທາງການຄ້າຂ້າມຊາຍແດນ.
ສອງທ່ານເຊື່ອໝັ້ນວ່າ ເມື່ອພື້ນຖານຕ່າງໆໄດ້ຮັບສະໜັບສະໜູນຈາກຝ່າຍລັດຖະບານ ແລະວິສາຫະກິດໄດ້ເຄື່ອນໄຫວຢ່າງມີປະສິດທິຜົນຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການເຊື່ອມຕໍ່ການແລກປ່ຽນການຄ້າ, ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ແລະລະຫວ່າງບັນດາວິສາຫະກິດຈະບໍ່ຢຸດຢູ່ພຽງແຕ່ຮ້ານວາງສະແດງຂາຍສິນຄ້າເທົ່ານັ້ນ, ແຕ່ຈະກາຍເປັນການໄຫຼວຽນຢ່າງແທ້ຈິງຂອງການຄ້າ ແລະເຕັກໂນໂລຢີຢ່າງບໍ່ຢຸດຢັ້ງ.
ໂດຍ: ຈາງຫງວຽນ