leftcenterrightdel
ພາບປະກອບ: vov.vn

ກ່ອນການກວດກາ ຄັ້ງທີ 5 ຂອງຄະນະກຳມະການເອີລົບ (EC) ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ຫຼື ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຄາດວ່າຈະດຳເນີນໃນເດືອນພະຈິກ, ທາງແຂວງແຄ້ງຮວ່າ ໄດ້ ແລະພວມຜັນຂະຫຍາຍຫຼາຍມາດຕະການຄຸ້ມຄອງກຳປັ່ນຫາປາຂອງທ້ອງຖິ່ນຢ່າງມີປະສິດທິຜົນດ້ວຍຄາດໝາຍຈຳນວນໜຶ່ງ ຄື: ການຄຸ້ມຄອງ, ອອກໃບອະນຸຍາດ, ການຕິດຕາມກວດກາວິວັດການເດີນທາງຂອງກຳປັ່ນຫາປາບັນລຸ 100%. ຢູ່ເຂດຄວບຄຸມທີ່ທ່າກຳປັ່ນ ໝີເຕິນ, ຕາແສງ ນິງຫ໋າຍ ກຳລັງເຈົ້າໜ້າທີ່ໄດ້ກວດກາບົດບັນທຶກການຂຸດຄົ້ນປະຈຳວັນ, ບັນຊີລາຍຊື່ສະມາຊິກໃນກຳປັ່ນ, ຂໍ້ມູນການຕິດຕາມກວດກາວິວັດການເດີນທາງ ແລະປະລິມານສິນຄ້າຂົນຖ່າຍຢ່າງໃກ້ຊິດ.

ພ້ອມກັບການຕິດຕາມຢູ່ນອກຝັ່ງ, ບັນດາກຳລັງເຈົ້າໜ້າທີ່ກໍ່ກວດກາຂັ້ນຕອນເຂົ້າອອກທ່າກຳປັ່ນຢ່າງແໜ້ນແຟ້ນ, ຕິດຕາມປະລິມານສິນຄ້າ ແລະບົດບັນທຶກປະຈຳວັນແບບເອເລັກໂຕນິກ. ທ່ານ ຮ່ິງຫ໋າຍ, ຫົວໜ້າຄະນະຄຸ້ມຄອງທ່າກຳປັ່ນຫາປາ ໝີເຕິນ ໃຫ້ຮູ້ວ່າ:

ຜ່ານການກວດກາ, ຊາວປະມົງສ່ວນຫຼາຍລ້ວນແຕ່ປະຕິບັດຂໍ້ກຳນົດວ່າດ້ວຍການຕ້ານການຂຸດຄົ້ນແບບຜິດກົດໝາຍ IUU ໃຫ້ເປັນຢ່າງດີ, ປະຕິບັດການບັນທຶກປຶ້ມ, ເອກະສານຢ່າງຄົບຖ້ວນ. ພໍ່ແມ່ປະຊາຊົນນັບມື້ນັບປະຕິບັດຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍຂອງທົ່ວປະເທດ.

ແຫຼ່ງຄັດຈາກ: vovworld.vn