ອາເມລິກາ, ຢູແກຼນ ຈະທາບທາມຄວາມເຫັນຢູ່ສະວິດ ກ່ຽວກັບມາດຕະການຢຸຕິການປະທະກັນ
ວັນທີ 22 ພະຈິກ, ທ່ານ Rustem Umerov ເລຂາສະພາຄວາມໝັ້ນຄົງ ແລະປ້ອງກັນຊາດແຫ່ງຊາດຢູແກຼນ ໃຫ້ຮູ້ວ່າ, ຢູແກຼນ ແລະອາເມລິກາ ຈະດຳເນີນການທາບທາມຄວາມເຫັນ ຢູ່ ສະວິດ ເພື່ອປຶກສາຫາລືບັນດາບາດກ້າວຢຸດຕິການປະທະກັນຢູ່ ຢູແກຼນ. ຄາດວ່າ, ການພົບປະຈະຈັດຂຶ້ນໃນວັນທີ 23 ພະຈິກ, ໂດຍມີການເຂົ້າຮ່ວມຂອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ຂອງ 3 ປະເທດ ເອີລົບ ນັ້ນແມ່ນ ຝລັ່ງ, ອັງກິດ ແລະ ເຢຍລະມັນ.