ພາຍຸ Kalmaegi ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ແຂວງຢາລາຍ ແລະດັກລັກ
ໃນເວລາເຄື່ອນເຂົ້າມາເຂດແຕ່ແຂວງ ກວ໋າງຫງາຍ ໄປຮອດຢາລາຍ ຂອງຫວຽດນາມ ໃນຕອນບ່າຍວັນທີ 6 ພະຈິກ, ພາຍຸ Kalmaegi ໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ກໍ່ຜົນເສຍຫາຍຫຼາຍຕໍ່ກັບພື້ນຖານໂຄງລ່າງ.
ໃນນັ້ນ, ແຂວງຢາລາຍ, ດັກລັກ ແມ່ນສອງທ້ອງຖິ່ນຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ ໂດຍມີເຮືອນຫຼາຍຫຼັງຖືກພັງຖະຫຼົ່ມລົງ, ລົມພັດຫຼັງຄາເຮືອນເປີດ, ຊັບສິນຖືກເປ່ເພ, ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳຖ້ວມໃນວົງກວ້າງ.
ຕາມການລາຍງານແບບໄວຂອງກອງບັນຊາການປ້ອງກັນພົນລະເຮືອນແຂວງດັກລັກ ໂດຍໃຫ້ຮູ້ວ່າ ໄລ່ຮອດຕອນເຊົ້າວັນທີ 7 ພະຈິກ, ພາຍຸໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ຜູ້ຮັບບາດເຈັບ 2 ຄົນ, ເຮືອນກວ່າ 500 ຫຼັງ ຖືກພັງຖະຫຼົ່ມລົງ, ນ້ຳຖ້ວມ ແລະຫຼັງຄາເປີດ, ຫຼາຍເສັ້ນທາງໃນແຂວງ ແລະ ເມືອງ ຖືກດິນເຊາະເຈື່ອນ, ນ້ຳຖ້ວມໃນວົງກວ້າງ, ທ້ອງຖິ່ນຈຳນວນໜຶ່ງຖືກຕັດແຍກຈາກພາຍນອກ.
ຢູ່ແຂວງຢາລາຍ, ຕາມການຮັບຮູ້ໃນເບື້ອງຕົ້ນ ຮອດຕອນເຊົ້າວັນທີ 7 ພະຈິກ, ທົ່ວແຂວງ ມີຜູ້ເສຍຊີວິດ 2 ຄົນ, ຜູ້ຮັບບາດເຈັບ 2 ຄົນ, ແລະ ເຮືອນກວ່າ 5.400 ຫຼັງຖືກພັງຖະຫຼົ່ມ, ນ້ຳຖ້ວມ ແລະຫຼັງຄ່າເປີດ, ເນື້ອທີ່ປູກເຂົ້າ ແລະ ຕົ້ນປູກນັບພັນເຮັກຕາຖືກເສຍຫາຍ, ສັດລ້ຽງຕາຍນັບພັນໂຕ, ທົ່ວແຂວງດັບໄຟໃນວົງກວ້າງ.
ແຫຼ່ງຄັດຈາກ: vovworld.vn